ສປປ ລາວ ແມ່ນຕິດອັນດັບທີ 159 ໃນດັດຊະນີປະຊາທິປະໄຕ ທີ່ຫາກໍອອກເມື່ອໄວໆມານີ້. ທ່ານວັນລັງ ຄຳສຸກ ປະທານອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ຈາກອາເມຣິກາ ກ່າວກ່ຽວກັບເລື້ອງນີ້ວ່າ:
Your browser doesn’t support HTML5
ສຽງຂອງທ່ານວັນລັງ ຄຳສຸກ
“ລາຍງານໃໝ່ນີ້ແຈ້ງໃຫ້ຊາບວ່າ ສປປ ລາວ ຕົກຢູ່ໃນອັນດັບທີ 159 ຂອງຈຳນວນທັງໝົດ 177 ປະເທດ ຊຶ່ງນັບວ່າຂີ້ຮ້າຍຫຼາຍ.”
ການຊັ່ງຊາດັ່ງກ່າວ ແມ່ນມາຈາກຫ້າດ້ານດ້ວຍກັນຮວມທັງຂັ້ນຕອນການເລືອກຕັ້ງ ແລະການມີຫຼາຍພັກຝ່າຍເຂົ້າຮ່ວມ ໜ້າທີ່ວຽກການຂອງລັດຖະບານ ການປະກອບສ່ວນເຂົ້າຮ່ວມທາງດ້ານການເມືອງ ສິດເສລີພາບ ແລະປະຊາທິປະໄຕຂອງພົນລະເຮືອນ.
ປະເທດທີ່ໄດ້ຄະແນນດີສຸດກໍແມ່ນນໍເວ ຕິດຕາມດ້ວຍນິວຊີແລນ ຟິນແລນ ສະວີເດັນແລະໄອຊ໌ແລນ. ສຳລັບກຸ່ມປະເທດທີ່ໄດ້ຄະແນນລາກທ້າຍໝູ່ ກໍມີຊີເຣຍ ສາທາລະນະລັດອາຟຣິກາກາງ ສປປ ຄອງໂກ ເກົາຫຼີເໜືອ ມຽນມາ ແລະອັຟການິສຖານ ພາຍໃຕ້ການນຳພາຂອງຕາລີບານ.