UNESCO ຈະພິຈາລະນາ ແລະຮັບຮອງ ອຸທະຍານຫິນໜາມໜໍ່ໃນລາວ ໃຫ້ເປັນມໍລະດົກໂລກທີ່ເຊື່ອມຕໍ່ກັບ ສວນອຸທະຍານແຫ່ງຊາດ ຟົງຢາເກບັງ ຂອງຫວຽດນາມ

  • ຊົງຣິດ ໂພນເງິນ

ພູຫິນໜາມໜໍ່ຊຶ່ງເປັນອຸທະຍານແຫ່ງຊາດຂອງລາວ ຈະໄດ້ຮັບການພິຈາລະນາ ແລະຮັບຮອງ ໂດຍອົງການ UNESCO ໃຫ້ເປັນມໍລະດົກໂລກທາງດ້ານທຳມະຊາດ.

UNESCO ຈະພິຈາລະນາ ແລະຮັບຮອງອຸທະຍານຫິນໜາມໜໍ່ໃນລາວ ໃຫ້ເປັນມໍລະດົກໂລກທີ່ເຊື່ອມຕໍ່ກັບ ຟົງຢາເກບັງ ແຕ່ວ່າ ຈະຕ້ອງໄດ້ຮັບການສະໜັບສະໜຸນຈາກທາງການຫວຽດນາມ.

Your browser doesn’t support HTML5

UNESCO ຈະພິຈາລະນາ ແລະຮັບຮອງ ອຸທະຍານຫິນໜາມໜໍ່ໃນລາວ ໃຫ້ເປັນມໍລະດົກໂລກທີ່ເຊື່ອມຕໍ່ກັບ ສວນອຸທະຍານແຫ່ງຊາດ ຟົງນາເກີບັງ

ເຈົ້າໜ້າທີ່ໃນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ເປີດເຜີຍວ່າ ອົງການເພື່ອການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງ ສະຫະປະຊາຊາດ (UNESCO) ໄດ້ສົ່ງຈົດໝາຍແບບ ອີເລັກໂທຣນິກ ເຖິງທາງການລາວ ເມື່ອບໍ່ນານມານີ້ ເພື່ອແຈ້ງໃຫ້ຊາບວ່າ ຄະນະກຳມະການມໍລະດົກໂລກຂອງ UNESCO ໄດ້ບັນຈຸເອົາເຂດອຸທະຍານຫິນໜາມໜໍ່ຂອງ ສປປ ລາວ ເຂົ້າເປັນວາລະນຶ່ງໃນກອງປະຊຸມສະໄໝທີ 46 ຂອງຄະນະກຳມາທິການມໍລະດົກໂລກ ໃນຊ່ວງວັນທີ 21-31 ກໍລະກົດ 2024 ທີ່ນະຄອນ ນິິວເດລີ ປະເທດອິນເດຍ ແຕ່ເນື່ອງຈາກວ່າ ທາງການລາວ ໄດ້ສະເໜີເພື່ອຂໍໃຫ້ຮັບຮອງອຸທະຍານຫິນໜາມໜໍ່ເປັນມໍລະດົກໂລກທາງດ້ານທຳມະຊາດທີ່ເຊື່ອມຕໍ່ກັບອຸທະຍານມໍລະດົກໂລກ ຟົງຢາ-ເກບັງ ໃນຫວຽດນາມນັ້ນ ຈຶ່ງຕ້ອງໄດ້ຮັບການສະໜັບສະໜຸນເປັນລາຍລັກອັກສອນຈາກທາງການຫວຽດນາມ ແລະຈັດສົ່ງໃຫ້ກັບຄະນະກຳມາທິການມໍລະດົກໂລກ ກ່ອນກອງປະຊຸມສະໄໝທີ 46 ດັ່ງກ່າວດ້ວຍ ດັ່ງເຈົ້າໜ້າທີ່ໃນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ຢືນຢັນວ່າ:

“ໃນວັນທີ 30 ມັງກອນ ພວກເຮົາກະໄດ້ຮັບການແຈ້ງຕອບຈາກ ສູນມໍລະດົກໂລກ ຜ່ານທາງຈົດໝາຍອີເລັກໂທຣນິກ ວ່າ ສູນມໍລະດົກໂລກ ໄດ້ຮັບເອກະສານ-ຄຳຮ້ອງສະບັບສົມບູນຂອງສປປ ລາວ ເປັນທີ່ຮຽບຮ້ອຍ ແລ້ວກະໄດ້ແຈ້ງວ່າ ຂໍໃຫ້ທາງ ສປປ ລາວ ສືບຕໍ່ປະສານສົມທົບກັບ ສສ ຫວຽດນາມ ດຳເນີນຈົດໝາຍສະໜັບສະໜຸນເປັນທາງການ ເພື່ອເຫັນດີໃຫ້ ສປປ ລາວ ນຳສະເໜີອຸທະຍານແຫ່ງຊາດຫິນໜາມໜໍໍ່ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ ແບບເຊື່ອມຕໍ່ກັບ ສວນອຸທະຍານມໍລະດົກໂລກ ຟົງຢາ-ເກບັງ ຂອງສສ ຫວຽດນາມ.”

ອຸທະຍານແຫ່ງຊາດຫິນໜາມໜໍ່ ມີພື້ນທີ່ກວ້າງ 82,000 ເຮັກຕາ ຢູ່ໃນເຂດເມືອງບົວລະພາແຂວງຄຳມ່ວນ ຊຶ່ງທາງການລາວ ໄດ້ປະກາດເປັນອຸທະຍານແຫ່ງຊາດ ນັບຈາກປີ 1993 ເປັນຕົ້ນມາ ໂດຍເປັນເຂດພູຫິນປູນຂະໜາດໃຫຍ່ທີ່ເຊື່ອມຕໍ່ກັບອຸທະຍານທຳມະຊາດ ຟົງນາ-ເກີບັງ ທີ່ໄດ້ຮັບຮອງໃຫ້ເປັນມໍລະດົກໂລກທາງດ້ານທຳມະຊາດ ນັບແຕ່ປີ 2003 ເປັນຕົ້ນມາ ໃນຂະນະທີ່ທາງການລາວ ກໍໄດ້ວາງເປົ້າໝາຍວ່າ ອຸທະຍານແຫ່ງຊາດຫິນໜາມໜໍ່ ຈະໄດ້ຮັບການຮັບຮອງເປັນມໍລະດົກໂລກທາງດ້ານທຳມະຊາດເປັນແຫ່ງທຳອິດໃນລາວ ກ່ອນທີ່ຈະສິ້ນສຸດແຜນການພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 9 ກໍຄືພາຍໃນປີ 2025 ເປັນຢ່າງຊ້ານັ້ນເອງ ດັ່ງທີ່ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຍຂ່າວ-ວັດທະນະທຳແລະທ່ອງທ່ຽວ ໄດ້ຖະແຫລງຢືນຢັນວ່າ:

“ວຽກງານສະເໜີອຸທະຍານແຫ່ງຊາດຫິນໜາມໜໍ່ ເປັນມໍລະດົກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະເປັນມໍລະດົກໂລກທາງທຳມະຊາດແບບຮ່ວມຊາຍແດນ ທີ່ເຊື່ອມຕໍ່ພາກຍະຫຍາຍຈາກອຸທະຍານແຫ່ງຊາດ ຟົງຢາ-ເກບັງ ມໍລະດົກໂລກທາງທຳມະຊາດຂອງ ສສ ຫວຽວດນາມ ແມ່ນວຽກທີ່ສຳຄັນທີ່ນອນໃນແຜນພັດທະນາ 5 ປີຂອງຂົງເຂດວຽກງານວັດທະນະທຳຂອງພວກເຮົາ ແລະທັງເປັນວຽກງານບຸລິມະສິດນຶ່ງທີ່ນອນໃນແຜນພັດທະນາເສດຖະກິດແລະສັງຄົມ 5 ປີ ຄັ້ງທີ 9 ຂອງລັດຖະບານແຫ່ງ ສປປ ລາວ.”

ປັດຈຸບັນ ລາວມີມໍລະດົກໂລກ 3 ແຫ່ງ ຄືເມືອງຫຼວງພະບາງ ປາສາດວັດພູ ແລະທົ່ງໄຫຫິນ ພ້ອມດ້ວຍ 2 ມໍລະດົກໂລກທາງດ້ານວັດທະນະທຳທີ່ຈັບຕ້ອງບໍ່ໄດ້ ກໍຄືສຽງແຄນລາວ ແລະຜ້າລາຍນາກ ທັງຍັງມີອີກ 2 ລາຍການ ທີ່ທາງການລາວ ໄດ້ນຳສະເໜີຕໍ່ UNESCO ເພື່ອຂໍໃຫ້ຮັບຮອງເປັນມໍລະດົກໂລກ ໃນໂອກາດຕໍ່ໄປ ກໍຄື ພະທາດຫຼວງ ແລະລຳວົງລາວ.

ແຕ່ຢ່າງໃດກໍຕາມ UNESCO ໄດ້ສົ່ງຈົດໝາຍເຕືອນເຖິງລັດຖະບານລາວ ເມື່ອບໍ່ດົນມານີ້ ເພາະເຫັນວ່າ ມີຫຼາຍກິດຈະກຳແລະຫຼາຍໂຄງການພັດທະນາທີ່ໄດ້ມີການຈັດຕັ້ງປະຕີິບັດໄປໃນແນວທາງທີ່ຂັດແຍ້ງຕໍ່ຂໍ້ກຳນົດທີ່ກ່ຽວກັບການເປັນມໍລະດົກໂລກຂອງເມືອງຫຼວງພະບາງ ຕົວຢ່າງຄືບາງໂຄງການພັດທະນາໄດ້ມີການບຸກລຸກເຂົ້າໄປໃນເຂດສະຫງວນຂອງມໍລະດົກໂລກ ການຕໍ່ເຕີມອາຄານທີ່ຂັດຕໍ່ກົດລະບຽບວ່າດ້ວຍມໍລະດົກໂລກ ແລະການອະນຸຍາດໃຫ້ດຳເນີນກິດຈະການສະຖານບັນເທີງທີ່ມີຜົນກະທົບຕໍ່ວັດທະນະທຳ-ປະເພນີອັນດີງາມຂອງຊາວຫຼວງພະບາງ ເປັນຕົ້ນ.