ລັດຖະມົນຕີລາວເຊື່ອໝັ້ນວ່າ ຈະສາມາດບັນລຸ ເປົ້າໝາຍສະຫັດສະວັດ ການພັດທະນາ ດ້ານສຸຂະພາບອະນາໄມ ໄດ້ຕາມເປົ້າໝາຍທີ່ວາງໄວ້ ໃນປີ 2015.
ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາ
ທາລະນະສຸກ ໄດ້ຖະ ແຫຼງຢືນຢັນຕໍ່ກອງປະຊຸມວ່າດ້ວຍການ
ພັດທະນາດ້ານສາທາລະນະສຸກໃນພູມິພາກເອເຊຍ-ປາຊິຟິກ
ຊຶ່ງຈະຈັດຂຶ້ນໂດຍອົງການອະນາໄມໂລກ (WHO) ຮ່ວມກັບ
ລັດຖະບານອິນໂດເນເຊຍ ເມື່ອບໍ່ດົນມານີ້ ຢູ່ກຸງຈາກາຕ້າວ່າ
ການປຸກລະດົມເພື່ອກັນພະຍາດຕິດຕໍ່ຕ່າງໆຢູ່ໃນລາວໄດ້ຮັບ
ຜົນສໍາເລັດເປັນຢ່າງດີ. ໂດຍສະເພາະແມ່ນການປ້ອງກັນພະ
ຍາດຕິດຕໍ່ໃນແມ່ແລະເດັກນັ້ນຖືເປັນພາກສ່ວນທີ່ລັດຖະບານ
ລາວໄດ້ໃຫ້ ຄວາມສໍາຄັນເປັນບຸລິມະສິດມາໂດຍຕະຫຼອດ
ຊຶ່ງຈະເຫັນໄດ້ຈາກກໍລະນີຂອງການປຸກລະດົມເພື່ອປ້ອງກັນ
ພະຍາດໝາກແດງ (Measles) ໃນໄລຍະຈາກປີ 2009-
2011 ທ່ີ່ຜ່ານມານັ້ນ ກໍເຮັດໃຫ້ສາມາດປ້ອງກັນພະຍາດດັ່ງ
ກ່າວນີ້ໄດ້ ເຖິງ 97% ຂອງເດັກນ້ອຍທີ່ມີອາຍຸແຕ່ 9 ເດືອນ
ເຖິງ 15 ປີ ທີ່ມີຢູ່ເກືອບ 3 ລ້ານຄົນໃນທົ່ວປະເທດ. ພ້ອມກັນ
ນີ້ ການທີ່ລັດຖະບານລາວຍັງໄດ້ໃຫ້ບຸລິມະສິດກັບດ້ານການ
ອຶດຫິວ ການຫລຸດອັດຕາການເສຍຊີວິດຂອງແມ່ແລະເດັກ
ການພັດທະນາປັບປຸງບໍລິການດ້ານສຸຂະພາບອະນາໄມຂອງ
ແມ່ຍິງ ແລະການເສີມສ້າງສະພາບແວດລ້ອມທີ່ດີໃຫ້ກັບແມ່
ແລະເດັກດ້ວຍນັ້ນ ກໍເຮັດໃຫ້ລັດຖະບານລາວມີຄວາມໝັ້ນ
ໃຈວ່າ ຈະສາມາດບັນລຸເປົ້າໝາຍສະຫັດສະວັດການພັດທະ
ນາ (MDG) ດ້ານສຸຂະພາບອະນາໄມໄດ້ໃນປີ 2015 ຢ່າງ ແນ່ນອນ.
ແຕ່ຢ່າງໃດກໍຕາມ ອົງການສະຫະປະຊາຊາດເພື່ອການພັດທະ
ນາ (UNDP) ສໍານັກ ງານປະຈໍາປະເທດລາວ ກໍໄດ້ຖະແຫຼງຢືນ
ຢັນກ່ອນໜ້ານີ້ວ່າ ການທີ່ລາວຈະຫລຸດພົ້ນຈາກສະພາບດ້ອຍ
ພັດທະນາໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ທາງ
ການລາວຈະຕ້ອງປະຕິບັດໃຫ້ໄດ້ 2 ໃນ 3 ເງື່ອນໄຂທີ່ສໍາຄັນ.
ເງື່ອນໄຂທີ່ນຶ່ງກໍແມ່ນການບັນລຸເປົ້າໝາຍກ່ຽວກັບລາຍໄດ້ປະຊາ
ຊາດ (GNI) ໂດຍສໍາລັບລາວນັ້ນ ກໍຈະຕ້ອງມີລາຍໄດ້ປະຊາຊາດ
ທີ່ສາມາດຄິດສະເລ່ຍເປັນລາຍ ໄດ້ຂັ້ນຕໍ່າຂອງປະຊາກອນລາວ
ໄດ້ບໍ່ຫລຸດ 1,190 ໂດລາ ຕໍ່ຄົນສໍາລັບໃນທ້າຍປີ 2012 ແລະຈະຕ້ອງເພິ່ມຂຶ້ນທຸກປີດ້ວຍ ສ່ວນເງື່ອນໄຂທີ່ສອງ ກໍຄືດັດຊະນີວັດຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນລະ
ດັບການສຶກສາ ອັດຕາສະເລ່ຍການຮູ້ໜັງສືຂອງປະຊາຊົນ ການໄດ້ຮັບການບໍລິການດ້ານສຸຂະພາບອະນາໄມ ອັດຕາການເສຍຊີວິດຂອງເດັກນ້ອຍ ແລະແມ່ນຍິງທີ່ຕັ້ງທ້ອງ ແລະ
ອັດຕາສະເລ່ຍ ການໄດ້ຮັບສານອາຫານຂອງເດັກນ້ອຍຢ່າງຄົບຖ້ວນເປັນຕົ້ນ ຊຶ່ງທັງໝົດນີ້ກໍຈະຕ້ອງປະຕິບັດໃຫ້ໄດ້ຕາມເກນຂອງສະຫະປະຊາຊາດ.
ສໍາລັບເງື່ອນໄຂທີສາມ ກໍຄືຄວາມເຂັ້ມແຂງຂອງລະບົບເສດຖະກິດມະຫະພາກ ທີ່ຈະຕ້ອງ
ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງແລະມີຄວາມອາດສາມາດທີ່ຈະຕ້ານທານກັບບັນ
ຫາ ຫຼືຜົນກະທົບຕ່າງໆໄດ້ຢ່າງຄັກແນ່ ຕົວຢ່າງກໍຄື ຜົນກະທົບຈາກໄພພິບັດທໍາມະຊາດ ຫຼື
ບັນຫາວິກິດການທາງການເງິນຈາກພາຍນອກປະເທດເປັນຕົ້ນ.
ຈັດຕັ້ງຂອງທາງການລາວໃນໄລຍະນັບຈາກປີ 1996 ເປັນຕົ້ນ
ມາ ກໍເຮັດໃຫ້ຜູ້ຕາງໜ້າຂອງ UNDP ເຊື່ອໝັ້ນວ່າ ທາງການ
ລາວມີຄວາມອາດສາມາດທີ່ຈະພັດທະນາປະເທດໃຫ້ຫລຸດພົ້ນ
ຈາກສະພາບດ້ອຍພັດທະນາໄດ້ໂດຍພື້ນຖານໃນປີ 2018 ແລະ
ຫຼັງຈາກນັ້ນ ກໍຈະຕ້ອງໃຊ້ເວລາອີກ 3 ປີ ເພື່ອກ້າວໄປສູ່ການ
ຫລຸດພົ້ນຈາກສະພາບດ້ອຍພັດທະນາ ຢ່າງແທ້ຈິງ.
ທາງດ້ານທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ກໍຍອມຮັບວ່າບໍ່ແມ່ນເລຶ່ອງ ທີ່ງ່າຍໆ ທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານໄດ້ໃຫ້ການ ເນັ້ນຢໍ້າວ່າ:
“ພວກເຮົາຈະຕ້ອງໄດ້ເພີ່ມທະວີຄວາມພະຍາຍາມຫຼາຍກວ່າເກົ່າເພື່ອຮັບປະກັນ
ໃຫ້ບັນລຸຄາດໝາຍທີ່ວາງອອກ ຈະຕ້ອງສຸມໃສ່ຊຸກຍູ້ການຜະລິດນາປີ ແລະການ
ຜະລິດລະດູຝົນ ເອົາໃຈໃສ່ຕິດຕາມສະພາບການປ່ຽນແປງຂອງດິນຟ້າອາກາດ
ກະກຽມໃຫ້ແກ່ການຕ້ານ ແລະແກ້ໄຂໄພພິບັດໃຫ້ດີໃຫ້ໄວ ກວ່າເກົ່າ.”
ແຕ່ຢ່າງໃດກໍຕາມ ມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ກໍໄດ້ວາງ
ເປົ້າໝາຍທີ່ຈະພັດທະນາເສດຖະກິດໃນໄລຍະຈາກປີ 2011-2015 ໃຫ້ຂະຫຍາຍຕົວໃນ
ອັດຕາສະເລ່ຍບໍ່ຫລຸດ 8% ຕໍ່ປີ ຊຶ່ງຈະເຮັດໃຫ້ອັດຕາຄວາມທຸກຈົນຂອງປະຊາຊົນລາວຫລຸດ
ລົງເຫຼືອບໍ່ເກີນ 10% ຂອງປະຊາກອທັງໝົດໃນປີ 2015 ເພື່ອກ້າວໄປສູ່ການຫລຸດພົ້ນຈາກ
ສະພາບດ້ອຍພັດທະນາໃນປີ 2020 ຕາມລໍາດັບ.

ແມ່ແລະລູກນ້ອຍໃນເຂດຊົນນະບົດທີ່ທຸກຍາກແຫ່ງນຶ່ງຂອງລາວ

ເດັກນ້ອຍຈໍານວນນຶ່ງໃນເຂດຊົນນະບົດຂອງລາວ
ແຕ່ຢ່າງໃດກໍຕາມ ໂດຍພິຈາລະນາຈາກຜົນຂອງການປະຕິບັດຈັດຕັ້ງຂອງທາງການລາວໃນໄລຍະນັບຈາກປີ 1996 ເປັນຕົ້ນ