ສປປ ລາວ ມອບຊາກກະດູກ ທະຫານ ອາເມຣິກັນ ທີ່ຫາຍສາບສູນ ໃຫ້ແກ່ ສຫລ

ສປປ ລາວ ມອບຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານອາເມຣິກັນ ທີ່ສາຍສາບສູນ ໃຫ້ແກ່ ສະຫະລັດ.

ສະຫະລັດ ແລະ ສປປ ລາວ ໄດ້ຈັດພິທີມອບຮັບ ຊາກກະດູກ ​ແລະ​ສິ່ງ​ເສດ​ເຫຼືອຂອງທະ ຫານອາ​ເມຣິກັນທີ່ຫາຍ​ສາບ​ສູນ​ໄປແຕ່ປາງສົງຄາມ ຂຶ້ນທີ່ສະໜາມບິນສາກົນວັດໄຕ​ໃນ ວັນ​ທີ 16​ ມີ​ຖຸນານີ້ ອີງ​ຕາມ​ລາຍ​ງານ​ເຟສບຸກຂອງ​ສະຖານທູດສະຫະລັດ​ທີ່​ນະຄອນ​ວຽງ ຈັນ.

ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ລາວ ທ່ານ Daniel A. Clune ໃຫ້ກຽດ​ເຂົ້າຮ່ວມ ເປັນປະທານໃນພິທີ ເພື່ອລະນຶກເຖິງການຄົ້ນພົບ ກ່ອນທີ່ຈະຖືກສົ່ງໄປສະຫະລັດເພື່ອທຳ ການວິ​ໄຈ​ແລະ​ສັນ​ນະ​ສູດ. ພາຍຫຼັງສຳເລັດການພິສູດຂັ້ນສຸດທ້າຍແລ້ວ ຊາກກະດູກ​ແລະ ສິ່ງ​ເຫດເຫລືອດັ່ງກ່າວກໍຈະຖືກ​ນຳໄປມອບ​ໃຫ້​ຄອບຄົວຂອງພວກເຂົາ.

ນັບຕັ້ງແຕ່ປີ 1985 ​ເປັນຕົ້ນມາ ສະຫະລັດ ແລະ ລາວ ໄດ້ປະຕິບັດ ພາລະກິດຮ່ວມກັນ 141 ​ເທື່ອ​ແລ້ວ. ນັບຕັ້ງແຕ່ເລີ່ມຕົ້ນການຮ່ວມມື ພາກສະໜາມຢູ່​ລາວ ທັງສອງຝ່າຍໄດ້ ຄົ້ນພົບຊາກກະດູກ​ແລະ​ສິ່ງ​ເສດ​ເຫລືອຂອງ​ທະຫານ​ອາ​ເມຣິກັນ ທີ່​ໄດ້​ຫາຍ​ສາບ​ສູນແຕ່ ປາງສົງຄາມຈຳນວນທັງໝົດ 273 ກໍລະນີ ແລະທີມງານຍັງສືບຕໍ່ ເຮັດວຽກຮ່ວມກັນ ໃນ ການຄົ້ນຫາອີກຈຳນວນ 301 ກໍລະນີ. ພາລະກິດດັງກ່າວນີ້ ໄດ້ສ້າງຄວາມເຊື່ອໝັ້ນອັນ ສູງສຸດລະຫວ່າງສະຫະລັດ ແລະ ສປປ ລາວ.