ທາງການລາວວາງແຜນການທີ່ຈະເຂົ້າຮ່ວມເປັນພາຄີໃນການ
ພັດທະນາຜະລິດສິນຄ້າກະເສດຮ່ວມກັບສີ່ປະເທດໃນລຸ່ມແມ່
ນໍ້າຂອງ ພາຍໃຕ້ເປົ້າໝາຍເພື່ອພັດທະນາໃຫ້ເປັນເຂດຜະລິດ
ສິນຄ້າກະເສດອັນດຽວກັນ.
ທ່ານນາມ ວີຍາເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ
ແລະການຄ້າ ໄດ້ຖະແຫຼງຢືນຢັນເມື່ອບໍ່ດົນມານີ້ວ່າ ທາງການ
ລັດຖະບານລາວໄດ້ມີມະຕິຕົກລົງທີ່ຈະ ຊຸກຍູ້ການຜະລິດດ້ານ
ການກະເສດ ເພື່ອເຮັດໃຫ້ລາວກ້າວໄປ ເປັນສ່ວນນຶ່ງໃນພາຄີ
ການຮ່ວມມື ວ່າດ້ວຍການພັດທະນາການຜະລິດສິນຄ້າກະເສດ
ໃຫ້ເປັນເຂດການຜະລິດ ອັນນຶ່ງອັນດຽວກັນ ຮ່ວມກັບມຽນມາ
ໄທ ກໍາປູເຈຍ ແລະຫວຽດນາມ ໃຫ້ໄດ້ຢ່າງແທ້ຈິງ ໃຫ້ໄວທີ່ສຸດ.
ທັງນີ້ໂດຍສະເພາະແມ່ນການພັດທະນາການຜະລິດເຂົ້າຮ່ວມກັນນັ້ນນັບເປັນທ່າແຮງທີ່
ແຂງແຮງທີ່ສຸດໃນລຸ່ມແມ່ນໍ້າຂອງ ຊຶ່ງຈະເຫັນໄດ້ຈາກການທີ່ທັງປະເທດໄທ ແລະຫວຽດ
ນາມນັ້ນ ຕ່າງກໍເປັນປະເທດຜູ້ສົ່ງອອກເຂົ້າລາຍສໍາຄັນຂອງໂລກໃນ ຂະນະທີ່ມຽນມາ ກໍາປູເຈຍແລະລາວຕ່າງກໍມີທ່າແຮງແລະຄວາມອາດສາມາດທີ່ຈະເພີ່ມຜົນຜະລິດເຂົ້າ
ຮ່ວມມືກັນພັດທະນາໃຫ້ເປັນເຂດການຜະລິດເຂົ້າອັນນຶ່ງ ອັນດຽວກັນໄດ້ຢ່າງແທ້ຈິງ ກໍ
ຍ່ອມໝາຍເຖິງຜົນປະໂຫຍດຢ່າງຫຼວງຫຼາຍທີ່ຈະມີຕໍ່ກະເສດຕະກອນ ຊຶ່ງລວມເຖິງກະ
ເສດຕະກອນລາວດ້ວຍ ດັ່ງທີ່ທ່ານນາມ ໄດ້ຢືນຢັນວ່າ:
“ອັນສໍາຄັນແມ່ນຜູ້ຜະລິດເຂົ້າທີ່ພວກເຮົາກໍາລັງເອົາໃຈໃສ່ ເປັນຕົ້ນຢູ່ປະ
ເທດພວກເຮົານີ້ ກໍແມ່ນລົບລ້າງຄວາມທຸກຍາກແມ່ນຕ້ອງໄດ້ສ້າງຜົນປະ
ໂຫຍດໃຫ້ ແກ່ປະຊາ ຊົນພວກເຮົາຜູ້ຜະລິດເຂົ້າຫັ້ນໃຫ້ໄດ້ຜົນປະໂຫຍດ
ຫຼາຍແລະກໍເຫັນວ່າ ທ່າອ່ຽງການຄ້າເຂົ້າຂອງພວກເຮົາກໍມີການພັດທະນາ
ດີຂຶ້ນຢູ່ ໝາຍຄວາມວ່າ ພວກເຮົາມີການ ສົ່ງອອກເຂົ້າ ເຖິງແມ່ນວ່າບໍ່ທັນ
ເປັນທາງການ ແຕ່ການຄ້າຊາຍແດນນີ້ກໍໄດ້ລະບຸໃຫ້ເຫັນວ່າ ພວກເຮົາ
ໄດ້ມີການສົ່ງເຂົ້າອອກ.”
ໃນແຜນການປີ 2012-2013 ນີ້ ລັດຖະບານລາວໄດ້ວາງແຜນ
ການທີ່ຈະໃຫ້ການສົ່ງເສີມກະເສດຕະກອນໃນທົ່ວປະເທດໃຫ້
ປູກເຂົ້າໃຫ້ໄດ້ໃນເນື້ອທີ່ລວມ 940,000ເຮັກຕ້າ ຊຶ່ງໃນນີ້ກໍແບ່ງ
ເປັນການປູກເຂົ້ານາປີໃນເນື້ອທີ່ 720,000 ເຮັກຕ້າ ເຂົ້ານາແຊງ
140,000 ເຮັກຕ້າ ແລະເຂົ້າໄຮ່ອີກ ກວ່າ 8 ໝື່ນເຮັກຕ້າ.
ຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້
ດັ່ງກ່າວ ກໍຈະເຮັດໃຫ້ ກະເສດຕະກອນລາວໃນທົ່ວປະເທດ
ສາມາດຜະລິດເຂົ້າໄດ້ລວມກັນເຖິງ 3.81 ລ້ານ ໂຕນ ຊຶ່ງແບ່ງ
ເປັນຜົນຜະລິດເຂົ້ານາປີ ບໍ່ໜ້ອຍກວ່າ 2.88 ລ້ານໂຕນ ຜົນຜະລິດເຂົ້ານາແຊງ 750,000 ໂຕນ ແລະຜົນຜະລິດເຂົ້າໄຮ່ 180,000 ໂຕນ ຕາມລໍາດັບ.
ພ້ອມກັນນີ້ ເພື່ອເປັນການຮັບປະກັນວ່າປະຊາຊົນລາວຈະມີຜົນຜະລິດດ້ານສະບຽງອາ
ຫານສໍາລັບການບໍລິໂພກຢ່າງພຽງພໍ ໃນຕະຫຼອດແຜນການປີ 2012-2013 ດ້ວຍນັ້ນ ລັດຖະບານລາວກໍໄດ້ວາງແຜນການ ທີ່ຈະຊຸກຍູ້ໃຫ້ມີການປູກພືດເສດຖະກິດຊະນິດ
ຕ່າງໆໃຫ້ໄດ້ ຫຼາຍຂຶ້ນອີກດ້ວຍ ເຊັ່ນການປູກສາລີຫວານ ເທິງເນື້ອທີ່ 29,000 ເຮັກຕ້າ
ເພື່ອໃຫ້ໄດ້ຜົນຜະລິດ 110,000 ໂຕນ, ປູກເຜືອກ-ມັນ ເທິງເນື້ອທີ່ 25,000 ເຮັກຕ້າ
ເພື່ອໃຫ້ໄດ້ຜົນຜະລິດ 270,000 ໂຕນ, ປູກພືດຜັກຕ່າງໆເທິງເນື້ອທີ່ 114,000 ເຮັກຕ້າ
ເພື່ອໃຫ້ໄດ້ຜົນຜະລິດ 1.5 ລ້ານໂຕນ, ແລະປູກໝາກໄມ້ ເທິງເນື້ອທີ່ 61,000 ເຮັກຕ້າ
ເພື່ອໃຫ້ໄດ້ຜົນຜະລິດ 550,000 ໂຕນ.
ນອກຈາກນັ້ນ ລັດຖະບານລາວກໍຍັງໄດ້ວາງເປົ້າໝາຍ ທີ່ຈະສົ່ງເສີມການຜະລິດອາຫານ
ທາດໂປຣຕີນ ດ້ວຍການເພີ່ມຜົນຜະລິດຊີ້ນສັດ ເພື່ອຕອບສະໜອງການບໍລິໂພກພາຍໃນ
ໃຫ້ໄດ້ຫຼາຍຂຶ້ນດ້ວຍ ຊຶ່ງກໍຄືການຜະລິດຊີ້ນສັດແລະປາໃຫ້ໄດ້ ບໍ່ໜ້ອຍກວ່າ 333,650
ໂຕນ ຊຶ່ງຈະເຮັດໃຫ້ສາມາດຄິດໄລ່ໂດຍສະເລ່ຍ ຕໍ່ປະຊາກອນລາວໄດ້ ບໍ່ໜ້ອຍກວ່າ
50 ກິໂລ ຕໍ່ຄົນຕໍ່ປີ.
ແຕ່ຢ່າງໃດກໍຕາມ ປັດໄຈທີ່ຈະເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ ກໍມີຢູ່ຫຼາຍ
ປັດໄຈດ້ວຍກັນ ໂດຍສະເພາະແມ່ນປັດໃຈທາງດ້ານພູມອາກາດ ແລະໄພທໍາມະຊາດ
ຊຶ່ງຈະເຫັນໄດ້ຈາກຜົນກະທົບຢ່າງໜັກໜ່ວງ ຈາກໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຈາກພາຍຸ
ໂຊນຮ້ອນ ໄຫໝາ ແລະພາຍຸນົກເຕັນເມື່ອປີກ່ອນ ຊຶ່ງກໍເຮັດໃຫ້ພື້ນທີ່ປູກເຂົ້ານາປີແລະ
ພືດຜົນຊະນິດຕ່າງໆ ຂອງກະເສດຕະກອນລາວ ເສຍຫາຍໄປ ຄິດເປັນເນື້ອທີ່ລວມ
ກວ້າງກວ່າ 130,000 ເຮັກຕ້າ ຫຼືຖ້າຫາກຄິດໄລ່ຕາມລະດັບປະສິດທິພາບ ໃນການ
ຜະລິດໂດຍສະເລ່ຍ ຂອງກະເສດຕະກອນລາວ ກໍຈະເວົ້າໄດ້ວ່າ ຜົນຜະລິດເຂົ້າທີ່ເສຍ
ຫາຍໄປນັ້ນ ມີປະລິມານລວມກັນ ຫຼາຍກວ່າ 3 ແສນໂຕນ ແລະພືດຜົນອື່ນໆອີກ ຫຼາຍ
ກວ່າ 3 ແສນໂຕນ ເຊັ່ນດຽວກັນ.
ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໄພນໍ້າຖ້ວມຄັ້ງໃຫຍ່ໃນຊ່ວງກ່ອນໜ້ານັ້ນ ທີ່ໄດ້ເຮັດ
ໃຫ້ຄອງຊົນລະປະທານໃນພື້ນທີ່ 12 ແຂວງ ເສຍຫາຍໄປຫຼາຍກວ່າ 500 ໂຄງການ
ກໍໄດ້ສົ່ງຜົນກະທົບຕໍ່ເນື່ອງໄປເຖິງການປູກເຂົ້ານາແຊງ ດ້ວຍເຊັ່ນກັນ.