ລາວຈະຜະລິດ ໄຟຟ້າເພີ້ມຂຶ້ນ ເປັນ 12,500 ເມກາວັດ ໃນປີ 2020

ພິທີເຊັນສັນຍາສ້າງເຂື່ອນນໍ້າອູທີ່ລະຫວ່າງ ກຸ່ມລົງທຶນຈາກຈີນ ແລະລັດຖະບານລາວ ທີ່ຈັດຂຶ້ນໃນ ປີ 2011.

ລັດຖະບານລາວວາງແຜນການທີ່ຈະເພີ່ມຜົນຜະລິດພະລັງ
ງານໄຟຟ້າຂຶ້ນເປັນ 12,500 ເມກາວັດ ພາຍໃນປີ 2020
ດ້ວຍການຊຸກຍູ້ການກໍ່ສ້າງ 8 ໂຄງການເຂື່ອນແລະ 1 ໂຮງ
ງານໄຟຟ້າຖ່ານຫິນ ໃຫ້ສໍາເລັດຕາມແຜນການ.

ກົມນະໂຍບາຍ ແລະແຜນການພະລັງງານໃນສັງກັດກະຊວງ
ພະລັງງານ ແລະບໍ່ແຮ່ ລາຍງານວ່າ ຄວາມອາດສາມາດໃນ
ການຜະລິດພະລັງງານໄຟຟ້າຂອງລາວຈະເພີ່ມຂຶ້ນຈາກ
3,200 ເມກາວັດ ໃນປັດຈຸບັນນີ້ ເປັນບໍ່ໜ້ອຍກວ່າ 12,500
ເມກາວັດພາຍໃນປີ 2020 ຖ້າຫາກວ່າການດໍາເນີນການກໍ່
ສ້າງເຂື່ອນ ແລະໂຮງງານຜະລິດກະແສໄຟຟ້າທີ່ກໍາລັງດໍາ
ເນີນການຢູ່ໃນເວລານີ້ເປັນໄປຕາມແຜນການທີ່ວາງໄວ້ ກໍຄືການກໍ່ສ້າງເຂື່ອນ 8 ໂຄງ
ການ ແລະໂຮງງານຜະລິດກະແສໄຟຟ້າ ຈາກຖ່ານລິກໄນ້ຕ໌ 1 ແຫ່ງໃຫ້ສໍາເລັດ.

ສະຖານທີ່ສ້າງໂຮງໄຟຟ້າ ຫົງສາລິກໄນ


ສໍາລັບໂຄງການທີ່ຄາດໝາຍວ່າ ຈະກໍ່ສ້າງແລ້ວສໍາເລັດ
ພາຍໃນປີ 2015 ກໍມີຢູ່ 3 ໂຄງການດ້ວຍການ ກໍຄືໂຄງ
ການເຂື່ອນຫ້ວຍລໍາພັນຂະໜາດ 88​ ເມກາວັດ ໃນແຂວງ
ຫຼວງນໍ້າທາ. ໂຄງການເຂື່ອນນໍ້າຄານ 2 ຂະໜາດ 130
ເມກາວັດໃນແຂວງຫຼວງພະບາງ ແລະໂຮງຜະລິດພະລັງ
ງານໄຟຟ້າຈາກຖ່ານລິກໄນ້ຕ໌ ຫຼືໂຄງການຫົງສາລິກໄນຕ໌
ຂະໜາດ 1,800 ເມກາວັດ ໃນແຂວງໄຊຍະບູລີ.

ສ່ວນທີ່ຈະກໍ່ສ້າງແລ້ວສໍາເລັດ ພາຍໃນປີ 2016 ກໍປະກອບ
ດ້ວຍ 3 ໂຄງການ ກໍຄືໂຄງການເຂື່ອນນໍ້າອູ່ 5 ຂະໜາດ 240 ເມກາວັດ ກັບໂຄງການ
ເຂື່ອນນໍ້າອູ 6 ຂະໜາດ 180 ເມກາວັດ ໃນແຂວງຫຼວງພະບາງ ແລະໂຄງການເຂື່ອນ
ນໍ້າງຽບ 1 ຂະໜາດ 180 ເມກາວັດ ໃນແຂວງວຽງຈັນ ແລະອີກ 3 ໂຄງການທີ່ເຫຼືອນັ້ນ ກໍຄື ໂຄງການເຂື່ອນນໍ້າອູ່ 2 ຂະໜາດ 120 ເມກາວັດ ກັບໂຄງການເຂື່ອນນໍ້າຄານ 3
ຂະໜາດ 60 ເມກາວັດ ໃນເຂດແຂວງຫຼວງພະບາງນັ້ນ ຈະກໍ່ສ້າງແລ້ວສໍາເລັດໃນປີ
2017 ແລະໂຄງການເຂື່ອນໄຊຍະບຸລີ ທີ່ຈະຜະລິດພະລັງງານໄຟຟ້າໄດ້ເຖິງ 1,280
ເມກາວັດນັ້ນ ກໍມີກໍານົດຈະກໍ່ສ້າງໃຫ້ສໍາເລັດພາຍໃນປີ 2019 ໂດຍຈະສົ່ງກະແສໄຟ
ຟ້າໄປຂາຍໃຫ້ໄທ ໃນສັດສ່ວນ 85% ຂອງພະລັງງານໄຟຟ້າ ທີ່ຜະລິດໄດ້ທັງໝົດເຖິງ
6 ໝື່ນລ້ານກິໂລວັດ/ໂມງຕໍ່ປີ.

ໃນປັດຈຸບັນ ເຂື່ອນທີ່ກໍ່ສ້າງສໍາເລັດແລະໄດ້ຜະລິດກະແສໄຟຟ້າແລ້ວມີຢູ່ 18 ໂຄງການ
ທີ່ຜະລິດພະລັງງານໄຟຟ້າໄດ້ລວມກັນ 3,200 ເມກາວັດ ຫຼື 12,039.67 ລ້ານກິໂລວັດ/
ໂມງຕໍ່ປີ ແລະກໍໄດ້ສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນປະ
ລິມານລວມ 11,178.5 ລ້ານກິໂລວັດ/ໂມງ ຄິດເປັນມູນຄ່າເກີນກວ່າ 470 ລ້ານໂດລາ
ໃນປີທີ່ຜ່ານມາ.

ລາວແລະຈີນຈະຮ່ວມກັນລົງທຶນສ້າງເຂື່ອນຫ້ວຍລໍາພັນ


ການດໍາເນີນແຜນການດັ່ງກ່າວນີ້ຂອງກະຊວງພະລັງງານ
ແລະບໍ່ແຮ່ ກໍຄືການ ຕອບສະໜອງຕໍ່ເປົ້າໝາຍຂອງພັກ ແລະລັດຖະບານລາວທີ່ຈະພັດທະນາລາວເປັນໝໍ້ໄຟຂອງ
ເອເຊຍ (Battery of Asia) ໃຫ້ໄດ້ດ້ວຍການສົ່ງເສີມການ
ລົງທຶນເພື່ອ ກໍ່ສ້າງເຂື່ອນຢູ່ໃນລາວໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຍັ້ງ ແລະກໍຄືວ່າເປັນການນໍາໃຊ້ປະໂຫຍດຈາກທ່າແຮງບົ່ມຊ້ອນ
ໃນດ້ານຊັບພະຍາກອນນໍ້າຂອງລາວໄດ້ເປັນຢ່າງດີອີກດ້ວຍ
ດັ່ງທີ່ທ່ານຈູມມາລີ ໄຊຍະສອນ ປະທານປະເທດ ເຄີຍໄດ້ໃຫ້
ການເນັ້ນຢໍ້າວ່າ:

ສປປ.ລາວເປັນປະເທດທີ່ມີທ່າແຮງບົ່ມຊ້ອນໃນການຜະລິດໄຟຟ້ານໍ້າຕົກ
ຢ່າງຫຼວງຫຼາຍ ຊຶ່ງກໍເປັນໂອກາດດີໃຫ້ກັບການນໍາໃຊ້ຊັບພະຍາກອນນໍ້າ
ເພື່ອເປັນທຶນຮອນໃນການສ້າງສາພັດທະນາປະເທດຊາດ. ສະນັ້ນ ລັດຖະ
ບານລາວຈຶ່ງໄດ້ສຸມທຸກຄວາມພະຍາຍາມຂອງຕົນບວກກັບການສະໜັບ
ສະໜຸນທາງດ້ານວັດຖຸເທັກນິກ ແລະທຶນຮອນຈາກສາກົນ ເພື່ອພັດທະນາ
ແຫຼ່ງພະລັງງານທີ່ສະອາດດັ່ງກ່າວ ໃຫ້ສາມາດຕອບສະໜອງໄດ້ກັບຄວາມ
ຕ້ອງການທາງດ້ານພະລັງງານຢູ່ພາຍໃນປະເທດ ແລະເພື່ອສົ່ງອອກໄປ
ປະເທດເພື່ອນບ້ານ.”


ຫາກແຕ່ວ່າບັນຫາໃນເວລານີ້ ກໍຄືບັນດາອົງການອະນຸລັກສະພາບແວດລ້ອມທໍາມະ ຊາດ
ໃນລະດັບສາກົນໄດ້ປະກາດທ່າທີຢ່າງຊັດເຈນວ່າຈະຄັດຄ້ານການກໍ່ສ້າງເຂື່ອນ ທັງໃນ
ລາວ ແລະເທິງແມ່ນໍ້າຂອງຢ່າງເຖິງທີ່ສຸດ ເພາະເຊື່ອວ່າຈະສົ່ງຜົນກະທົບຕໍ່ສະພາບແວດ
ລ້ອມທໍາມະຊາດແລະສັດນໍ້າຢ່າງກວ້າງຂວາງ ໂດຍໃນປັດຈຸບັນກໍໄດ້ພາກັນເຄື່ອນໄຫວ
ເພື່ອຄັດຄ້ານການກໍ່ສ້າງເຂື່ອນໄຊຍະບຸລີເທິງແນວແມ່ນໍ້າຂອງ ໃນແຂວງໄຊຍະບູລີ ດ້ວຍການຄັດຄ້ານແຜນການຂອງລັດຖະບານໄທທີ່ ຈະຮັບຊື້ກະແສໄຟຟ້າໃນປະລິມານ
7,000 ເມກາວັດ ຈາກລາວ.