ໜີ້​ສິນ​ຂອງລັດຖະບານ​ລາວ​ ຈະມີເກີນ 3,000 ລ້ານໂດ​ລາ ​ໃນ​ປີນີ້

ພິທີເຊັນສັນຍາກູ້ຢືມເງິນຂອງລາວຈາກຈີນ ເພື່ອຊື້ເຮືອບິນ ຊຶງຈັດຂຶ້ນໃນປີ 2011

ໜີ້​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ​ຈະ​ມີ​ມູນ​ຄ່າ​ສະ​ສົມຫຼາຍກວ່າ 3,000 ລ້ານໂດ​ລາ ​ໃນປີ 2012 ນີ້ ຊຶ່ງ​ຈະ​ຄິດ​ເປັນ​ສັດສ່ວນ​ທີ່​ເກີນກວ່າ 30% ຂອງ​ຄາດໝາຍ​ຜະລິດ​ຕະພັນ​ລວມ​​ໃນ​ ແຜນການ​ປີ 2011-2012​.

ທະນາຄານ​ແຫ່ງ​ສປປ.ລາວ​ໄດ້​ສະ​ເໜີ​ລາຍ​ງານ​ປະ​ຈໍາປີ 2012 ນີ້ ວ່າ​ສະພາວະໜີ້​ສິນ
​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ​ໄດ້​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ 6 ປີມາ​ນີ້ ກໍ​ຄື
​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ​ລັດຖະບານ​ລາວ​ໄດ້ກູ້​ຢືມ​ເງິນ​ທຶນ
​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນທຸກ​ປີ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2007 ນັ້ນ ລັດຖະບານ​ລາວ​
ໄດ້​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ເຖິງ 15.46% ​ເມື່ອ​ສົມ​ທຽບ​ໃສ່​ປີ 2006 ​
ແລະ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ສະ​ສົມ​ເກີ​ນກວ່າ 2,900
ລ້ານ​ໂດ​ລາ​ ໃນ​ປີ 2011 ທີ່​ຜ່ານ​ມາ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ໃນ​ໄລຍະ​ຂ​ອງ​ແຜນການ​ປະ​ຈໍາປີ 2011-2012 ທີ່​
ກໍາລັງ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າ​ນ​ເດືອນ​ກັນຍາ​ນີ້ ກໍ​ຄາດ​ໝາຍວ່າ​ລັດຖະບານ​ລາວ​ຈະ​ໄດ້​ຮັບ​
ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 630 ລ້ານ​ໂດ​ລາ ຊຶ່ງ
​ໃນ​ນີ້​ກໍ​ເປັນ​ການ​ຊ່ວຍ​ເຫຼື​ອລ້າ​ໃນ​ມູນ​ຄ່າ 529 ລ້ານ​ໂດ​ລາ ​ແລະ​ກູ້​ຢືມ​ອີກ​ຫຼາຍ​ກວ່າ 100
ລ້ານ​ໂດ​ລາ​ນັ້ນ ​ຍ່ອມ​ຈະ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ລວມ
​ເກີນ​ກວ່າ 3,000 ລ້ານ​ໂດ​ລາ​ຢ່າງ​ແນ່ນອນ.

ທ.ນ. ວຽງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າ ລັດຖະບານລາວ ແລະ ທ.ນ. Annette Dixon ຜູ້ຕາງໜ້າທະນາຄານ ໂລກ ປະຈໍາລາວ ເຊັນສັນຍາກູ້ຢືມເງິນ ໂຄງການຫລຸດຜ່ອນຄວາມທຸກຈົນ ຊຶ່ງຈັດຂຶ້ນໃນປີ 2011.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລາຍ​ງານ​ດັ່ງ​
ກ່າວຂອງ​ທະນາຄານ​ແຫ່ງ​ຊາດ
​ລາວ​ກໍ​ໄດ້​ລະບຸ​ວ່າ​ໜີ້​ສິນ​ຕ່າງ
ປະ​ເທດ​ຂອງ​ລັດຖະບານ​ລາວ
​ຄິດ​ເປັນ​ສັດສ່ວນ​ທີ່​ຫລຸດ​ຕໍ່າລົງ
​ເມື່ອ​ທຽບ​ໃສ່​ຍອດ​ຜະລິດ​ຕະພັນ
​ລວມພາຍ​ໃນ (GDP) ທີ່​ເພີ່ມ
​ຂຶ້ນທຸກ​ປີ ​ໂດຍ​ຈະ​ເຫັນ​ໄດ້​ຈາກ
​ສະພາວະ​ໜີ້​ສິນ​ຕ່າງປະ​ເທດ
​ຂອງ​ລັດຖະບານ​ລາວ​ໃນ​ປີ
2006 ທີ່​ຄິດ​ເປັນ​ສັດສ່ວນທີ່​ສູງ
​ເຖິງ 71.21% ຂອງ GDP ນັ້ນ
​ໄດ້​ລົດ​ລົງ​ມາເປັນ 38.52% ຂອງ GDP ​ໃນ​ປີ 2011.

ທາງ​ດ້ານ​ສະພາ​ແຫ່ງ​ຊາດ​ລາວ ກໍ​ລາຍ​ງານ​ວ່າ​ໃນ​ແຜນການປີ 2012-2013 ທີ່​ຈະ​ລົງມື​ປະຕິ
ບັດ​ໃນ​ເດືອນ​ຕຸລາ​ປີ​ນີ້ ສະພາ​ແຫ່ງ​ຊາດ​ລາວ​ກໍ​ໄດ້​ກໍານົດ​ໃຫ້​ລັດ​ຖະບານ​ລາວ​ຈະ​ຕ້ອງ​ຄວບ​ຄຸມ​
ລາຍ​ຈ່າຍ​ຢ່າງ​ເຄັ່ງ​ຄັດ​ອີກດ້ວຍ ຊື່​ງກໍຈະ​ເຮັດ​ໃຫ້​ລັດຖະບານສາມາດ​ທີ່​ຈະ​ກູ້​ຢືມ​ເງິນ​ຈາກ​ຕ່າງ
ປະ​ເທດ​ໄດ້​ໃນ​ມູນ​ຄ່າ​ລວມບໍ່​ເກີນ 218 ລ້ານ​ໂດ​ລາ. ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​ຈະ​ຕ້ອງ​ຈັດ
​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ເປົ້າໝາຍ​ທີ່ ວາງ​ໄວ້​ຢ່າງ​ແທ້​ຈິງ​ອີກ​ດ້ວຍ.

ທັງ​ນີ້ ກໍ​ເພື່ອ​ຈະ​ເຮັດ​ໃຫ້​ສາມາດ​ຈໍາກັດ​ການ​ຂາດ​ດຸນ​ງົບປະມານ​ໃຫ້​ຢູ່​ໃນ​ມູນ​ຄ່າ 3,842 ຕື້​ກີບ
ຫຼື​ປະມານ 480 ລ້ານ​ໂດ​ລາ ຊຶ່ງ​ຄິດ​ເປັນ​ສັດສ່ວນ​ບໍ່​ເກີນ 4.76% ຂອງ​ຍອດ​ຜະລິດ​ຕະພັນ
​ພາຍ​ໃນ (GDP) ຕະຫຼອດ​ແຜນການ​ປີ 2012-2013 ທີ່​ຈະ​ເລີ່​ມລົງ​ມື​ປະຕິບັດ​ຈັດ​ຕັ້ງ​ນັບ​ຈາກ​
ວັນ​ທີ່ 1 ຕຸລາ 2012 ​ເຖິງ​ວັນ​ທີ່ 30 ກັນ ຍາ 2013 ຕໍ່​ໄປ ດັ່ງ​ທີ່​ທ່ານ​ ອຸ່ນ​ແກ້ວ ວຸດ​ທິລາດ
ຫົວໜ້າ​ຫ້ອງ​ວ່າການ​ສະ​ພາ ​ແຫ່ງ​ຊາດ​ລາວ ຖະແຫຼ​ງຢືນຢັນ​ວ່າ:

ທ່ານສົມດີ ດວງດີ ອະດີດລັດຖະມົນຕີ ກະຊວງການເງິນ ຈັບມືກັບທ່ານ Hrohiko Kuroda ປະທານທະນາຄານ ພັດທະນາເອເຊຍ ພາຍຫລັງ ການເຊັນສັນຍາກູ້ຢືມເງິນ ໃນປີ 2011.

“ກອງ​ປະຊຸມ​ເປັນ​ເອກ​ກະພາບ ​
ຕໍ່​ການວາງ​ຄາດໝາຍ​ສູ້​ຊົນ​ທີ່​ລັດ
ຖະບານ​ວາງ​ອອກ ​ເຫັນ​ວ່າມີ​ລັກ
ສະນະ​ທີ່​ຕັ້ງໜ້າ​ຫຼາຍ ​ແລະ​ລັດ​
ຖະບານ​ກໍ​ໄດ້​ເພີ່ມ​ລາຍ​ຮັບ​ພາຍ​
ໃນ ຈາກ​ການສະ​ເໜີ​ເບື້ອງ​ຕົ້ນ
17.19% ມາ​ເປັນ 18.50%
ຂອງ​ຈີ​ດີ​ພີ ຕາມ​ການສະ​ເໜີ​ຂອງ​
ສະ​ພາ​ແຫ່ງ​ຊາດ ຊຶ່ງ​ໃນ​ນັ້ນ​ເປັນ
​ລາຍ​ຮັບ​ພາຍ​ໃນ 14,933 ຕື້​ກີບ
​ເທົ່າ​ກັບ 18.5% ຂອງ​ຈີ​ດີ​ພີ.”


ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ວ່າການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ຈະ​ເພີ່ມ​ຂຶ້ນທຸກ​ປີ ກໍ​ຕາມ
ຫາກ​ແຕ່​ກໍ​ຍັງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ຂອງ​ລັດຖະບານ​ລາວ ​ໂດ​ຍສະ​ເພາະ​
ແມ່ນ​ການ​ທີ່​ຈະ​ເຮັດ​ໃຫ້​ເສດຖະກິດ​ຂອງ​ລາວ​ຂະຫຍາຍຕົວ​ໃນ​ອັດຕາສະ​ເລ່ຍບໍ່​ຫລຸດ 8.5%
​ໃນ​ແຜນການ​ປີ 2012-2013 ກໍ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ຕ່າງປະ​ເທດ​ບໍ່
ໜ້ອຍ​ກວ່າ 4,610 ຕື້​ກີບ ຫຼື​ປະມານ 576 ລ້ານ​ໂດ​ລາ ຫຼື​ເພີ່ມ​ຂຶ້ນ 8.8% ​ເມື່ອ​ທຽບ​ໃສ່​ແຜນ
ການ​ປີ 2011-2012 ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ຕ້ອງ​ກູ້​ຢືມ​ຈາກ​ຕ່າງປະ​ເທດ​ເປັນ​ຫຼັກ​ນັ້ນ​ເອງ.