ລາວວາງແຜນ ເພີ້ມລາຍໄດ້ ຂອງປະຊາກອນລາວ ໃຫ້ໄດ້ເຖິງ $1,700 ຕໍ່ຄົນຕໍ່ປີ ໃນປີ 2015

ລັດຖະບານລາວວາງແຜນ ຈະເພີ້ມລາຍໄດ້ສະເລ່ຍ ຂອງປະຊາກອນລາວ ໃຫ້ໄດ້ເຖິງ 1,700 ດອນລາຕໍ່ຄົນຕໍ່ປີ ໃນປີ 2015 ແມ່ນຈະຕ້ອງໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ບໍ່ນ້ອຍກວ່າ 2,220 ລ້ານດອນລາ.

ລັດຖະບານລາວວາງແຜນ ຈະເພີ້ມລາຍໄດ້ສະເລ່ຍຂອງປະຊາ
ກອນລາວ ໃຫ້ໄດ້ເຖິງ 1,700 ດອນລາຕໍ່ຄົນຕໍ່ປີ ໃນປີ 2015
ຫາກແຕ່ວ່າ ຈະຕ້ອງໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດ
ຫຼາຍກວ່າ 2,200 ລ້ານດອນລາ.

Your browser doesn’t support HTML5

ຟັງລາຍງານ ລາວວາງແຜນ ເພີ້ມລາຍໄດ້ ຂອງປະຊາກອນລາວ ໃຫ້ໄດ້ເຖິງ $1,700 ຕໍ່ຄົນຕໍ່ປີ ໃນປີ 2015.

ທ່ານສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການແລະການລົງທຶນ
ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ໃນການພັດທະນາທາງເສດຖະກິດຂອງລາວ ໃນ
ລະຍະນັບແຕ່ປັດຈຸບັນ ຈົນເຖິງທ້າຍປີ 2015 ກໍຄືການເພີ້ມຍອດຜະລິດຕະພັນລວມພາຍ
ໃນ (GDP) ໃຫ້ສາມາດຖົວສະເລ່ຍ ເປັນລາຍຮັບຂອງປະຊາຊົນລາວ ໃຫ້ໄດ້ເຖິງ
1,700 ດອນລາຕໍ່ຄົນຕໍ່ປີ.

ຫາກແຕ່ວ່າການທີ່ຈະສາມາດ ບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈຳເປັນຈະ ຕ້ອງໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ໃນມູນຄ່າລວມບໍ່ນ້ອຍກວ່າ 2,220 ລ້ານ
ດອນລາ ສຳຫລັບນຳໃຊ້ ໃນການຈັດຕັ້ງປະຕິບັດ ບັນດາເປົ້າໝາຍສະຫັດສະຫວັດ ດ້ານ
ການພັດທະນາ ທີ່ລັດຖະບານລາວໄດ້ວາງອອກທັງ 9 ເປົ້າໝາຍ ໂດຍໃນນີ້ ກໍລວມເຖິງ
ການລົບລ້າງບັນຫາ ຄວາມຍາກຈົນຂອງປະຊາຊົນລາວດ້ວຍ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍຍັງບໍ່ໝັ້ນໃຈວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງ
ປະເທດພຽງພໍ ກັບຄວາມຕ້ອງການ ດັ່ງກ່າວຫຼືບໍ່ ເນື່ອງຈາກວ່າ ໃນລະຍະ 3 ປີ ທີ່ຜ່ານມາ
ນີ້ ກໍປາກົດວ່າຕ່າງຊາດ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ຄິດເປັນມູນຄ່າລວມ 2,109 ລ້ານ ດອນລາ ຫຼືຄິດສະເລ່ຍໄດ້ 700 ລ້ານກວ່າດອນລາ ໃນແຕ່ລະປີ ໃນຂະນະທີ່ ຄວາມຕ້ອງ
ການ ໃນລະຍະ 2 ປີຕໍ່ໄປນີ້ ມີມູນຄ່າເກີນກວ່າ 1,110 ລ້ານດອນລາຕໍ່ປີ ນັ້ນເອງ.

ເຖິງແມ່ນວ່າ ລັດຖະບານລາວວາງແຜນ ຈະເພີ້ມລາຍໄດ້ສະເລ່ຍຂອງ ປະຊາກອນລາວ ໃຫ້ໄດ້ເຖິງ 1,700 ດອນລາຕໍ່ຄົນຕໍ່ປີ ໃນປີ 2015 ກໍຖືວ່າ ລາຍໄດ້ນັ້ນຍັງຕ່ຳຢູ່ແຕ່ຜູ້ນຳຂອງລາວຍັງສາມາດມີລົດລາຄາແພງໆມາໃຊ້.

ນອກຈາກນັ້ນ ການທີ່ຈະຮັບປະກັນໃຫ້ໄດ້ວ່າ ມູນຄ່າ GDP
ໃນລາວໃນປີ 2015 ຈະສາມາດຖົວສະເລ່ຍເປັນລາຍຮັບຂອງ
ປະຊາກອນລາວໄດ້ເຖິງ 1,700 ດອນລາຕໍ່ຄົນຕໍ່ປີ ໄດ້ຢ່າງ
ແທ້ຈິງ ຫຼືບໍ່ດັ່ງນັ້ນ ກໍຍັງຈະຕ້ອງມີການຮັກສາລະດັບ ຂອງການ
ເຕີບໂຕທາງເສດຖະກິດ ໃຫ້ຢູ່ໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5
ເປີເຊັນອີກດ້ວຍ.

ສຳຫລັບໃນແຜນການປີ 2013-2014 ທີ່ໄດ້ສິ້ນສຸດລົງ ໃນທ້າຍ
ເດືອນກັນຍາປີນີ້ ເສດຖະກິດຂອງລາວ ກໍຂະຫຍາຍຕົວເພີ້ມຂຶ້ນ
ໃນອັດຕາສະເລ່ຍ 7.9 ເປີເຊັນ ຊຶ່ງຕ່ຳກວ່າແຜນການ ທີ່ວາງເອົາ
ໄວ້ທີ່ລະດັບ 8.3 ເປີເຊັນ ໂດຍ GDP ມີມູນຄ່າລວມ 95,180 ຕື້ກີບ ແລະຄິດສະເລ່ຍເປັນລາຍໄດ້ຂອງປະຊາກອນລາວ 13 ລ້ານກີບ
ຫຼື ປະມານ 1,674 ດອນລາຕໍ່ຄົນຕໍ່ປີ ໂດຍລາຍໄດ້ຂອງປະຊາ
ກອນລາວ ເພີ້ມຂຶ້ນໃນມູນຄ່າສະເລ່ຍ 140 ດອນລາຕໍ່ຄົນ ເມື່ອ
ທຽບລະຫວ່າງແຜນການປີ 2012-2013 ກັບແຜນການ 2013-
2014 ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນ
ການ ແລະການລົງທຶນໄດ້ຖະແຫລງຊີ້ແຈງວ່າ:

“ລວມຍອດຜະລິດຕະພັນພາຍໃນໝົດສົກປີ 2012-201 ຂະຫຍາຍຕົວໃນລະດັບ
8 ເປີເຊັນ ແລະສາມາດສ້າງມູນຄ່າເພີ້ມ ໃນລາຄາປັດຈຸບັນ ປະມານ 80,199 ຕື້ກີບ ແລະລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 12.1 ລ້ານກີບ ຫຼືເທົ່າກັບ 1,534 ດອນລາສະຫະລັດ.”

ກ່ອນໜ້ານີ້ ທ່ານ Ulrich Zachau ຜູ້ອຳນວຍການຂອງທະນາຄານໂລກ ປະຈຳເອເຊຍ
ຕາເວັນອອກສຽງໃຕ້ ໄດ້ໃຫ້ການຄາດໝາຍວ່າ ເສດຖະກິດລາວໃນປີ 2014 ຈະຂະຫຍາຍ ຕົວເພີ້ມຂຶ້ນໃນອັດຕາສະເລ່ຍພຽງ 7.2 ເປີເຊັນ ເທົ່ານັ້ນ ຊຶ່ງລົດລົງຈາກ 8.1 ເປີເຊັນ ໃນປີ 2013 ໂດຍມີສາເຫດທີ່ສຳຄັນ ມາຈາກການຂາດແຄນ ງົບປະມານລາຍຈ່າຍ ຂອງລັດ
ຖະບານລາວ ຈົນຕ້ອງໂຈະແຜນການລົງທຶນພາກລັດໃນ 254 ໂຄງການ ແລະໄດ້ສົ່ງຜົນ
ກະທົບຕໍ່ເນື່ອງ ເຖິງໜ່ວຍທຸລະກິດ ທີ່ພົວພັນກັບໂຄງການ ພັດທະນາດັ່ງກ່າວ ຂອງລັດ
ຖະບານລາວດ້ວຍ.

ແຕ່ຢ່າງໃດກໍຕາມ ທະນາຄານໂລກກໍຄາດໝາຍວ່າ ເສດຖະກິດລາວ ຈະຂະຫຍາຍຕົວ
ເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.9 ເປີເຊັນ ໃນປີ 2015 ທັງກໍຍັງຈະຂະຫຍາຍຕົວເພີ້ມຂຶ້ນ
ເຖິງ 9.1 ເປີເຊັນ ໃນປີ 2016 ອີກດ້ວຍ ຊຶ່ງກໍສອດຄ້ອງກັບການຄາດໝາຍ ຂອງລັດ
ຖະບານລາວ ທີ່ໄດ້ວາງເປົ້າໝາຍ ຈະຊຸກຍູ້ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ
ເພີ້ມຂຶ້ນໃນອັດຕາສະເລ່ຍ ບໍ່ຕ່ຳກວ່າ 8 ເປີເຊັນ ໃນແຜນການປີ 2014-2015 ຫາກແຕ່
ວ່າ ການທີ່ຈະຮັບປະກັນໄດ້ ຢ່າງຄັກແນ່ວ່າ ເສດຖະກິດຂອງລາວ ຈະຂະຫຍາຍຕົວ ໃນ
ອັດຕາດັ່ງກ່າວ ໄດ້ນັ້ນ ກໍຈຳເປັນທີ່ຈະຕ້ອງລະດົມການລົງທຶນ ທັງຈາກພາຍໃນ ແລະ
ຕ່າງປະເທດໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນຂອງ GDP ຕະຫລອດ
ແຜນການປີ.