ລັດຖະບານລາວ ຕ້ອງໃຊ້ງົບປະມານຫຼາຍກວ່າ 700 ຕື້ກີບ
ສໍາລັບຟື້ນຟູສະພາບການໃນເຂດແຂວງພາກໃຕ້ ທີ່ກໍາລັງ
ປະເຊີນກັບໄພນໍ້າຖ້ວມຢ່າງກວ້າງຂວາງ ແລະໜັກໜ່ວງໃນ
ຂະນະນີ້. ຊົງຣິດ ມີລາຍລະອຽດ.
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫຼງຍອມຮັບວ່າ ລາວໄດ້ຮັບ
ຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງຫຼາຍຂຶ້ນທຸກປີ ໂດຍຈະເຫັນໄດ້ຈາກໄພນໍ້າ
ຖ້ວມໃນປີ 2012 ນັ້ນ ກໍເຮັດໃຫ້ຕ້ອງມີການໃຊ້ຈ່າຍງົບປະມານໄປ ຫຼາຍກວ່າ 400 ຕື້
ກີບສໍາລັບໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ລວມເຖິງການຟື້ນຟູສະພາບ
ການຕ່າງໆໃຫ້ກັບຄືນສູ່ສະພາບປົກກະຕິອີກດ້ວຍ.
ຫາກແຕ່ວ່າ ໄພນໍ້າຖ້ວມໃນປີ 2013 ນີ້ ທີ່ເລີ່ມຈາກເຂດພາກ
ເໜືອ ຕໍ່ເນື່ອງມາພາກກາງ ແລະລົງໄປພາກໃຕ້ໃນເວລານີ້
ກໍຍັງເຮັດໃຫ້ເກີດການເສຍຫາຍຫຼາຍກວ່າປີທີ່ຜ່ານມາ ໂດຍ
ຄາດວ່າຈະຕ້ອງໃຊ້ຈ່າຍງົບປະມານຫຼາຍກວ່າ 700 ຕື້ກີບ ສໍາ
ລັບການບູລະນະຟື້ນຟູສະພາບການຕ່າງໆ ໃຫ້ກັບຄືນສູ່ສະພາ
ວະທີ່ເປັນປົກກະຕິໄດ້ ດັ່ງທີ່ທ່ານທອງສິງໄດ້ຖະແຫຼງຢືນຢັນວ່າ:
“ລັດຖະບານຕ້ອງໃຊ້ເງິນທອງໄປ ປະມານ 400 ຕື້ກີບ
ເພື່ອແກ້ໄພທໍາມະຊາດປີແລ້ວ ແຕ່ວ່າປີນີ້ ຜັດພາກເໜືອ
ກະເກີດ ພາກກາງກະເກີດ ພາກໃຕ້ກະເກີດ ອັນນີ້ກໍເປັນ
ເຫດການທີ່ຫຍຸ້ງຍາກ ເສດຖະກິດຂອງພວກເຮົາມີຄວາມຫຍຸ້ງຍາກຢູ່ແລ້ວ ງົບ
ປະມານຂອງພວກເຮົາຕໍ່າຢູ່ ແລ້ວ ຜັດຖອກເທໃຫ້ກັບໄພພິບັດທາງທໍາມະຊາດ ໜັກໜ່ວງສົມຄວນໃນແຕ່ລະປີ.”
ໂດຍການທີ່ມີຝົນຕົກລົງມາຢ່າງຫຼວງຫຼາຍ ນັບແຕ່ທ້າຍເດືອນ
ກັນຍາເປັນຕົ້ນມາ ໄດ້ເຮັດໃຫ້ເກີດໄພນໍ້າຖ້ວມຢ່າງກວ້າງຂວາງ
ໃນທັງ 10 ເມືອງຂອງແຂວງຈໍາປາສັກ ແລະໄດ້ສົ່ງຜົນກະທົບຕໍ່
ຊີວີດການເປັນຢູ່ຂອງປະຊາຊົນຫຼາຍກວ່າ 134,000 ຄົນຢູ່ໃນເຂດ 318 ບ້ານ ທັງກໍຍັງ ເຮັດໃຫ້ນາເຂົ້າເສຍຫາຍໄປແລ້ວກວ້າງກວ່າ 15,000 ເຮັກຕ້າ ສັດລ້ຽງຕາຍໄປຫຼາຍພັນຕົວ ແລະຖະໜົນເປ້ເພໄປເຖິງ 50 ເສັ້ນທາງ.
ສ່ວນຢູ່ເຂດແຂວງສາລະວັນນັ້ນ ທັງ 8 ເມືອງຂອງແຂວງ ຕ່າງກໍ
ຕ້ອງປະເຊີນກັບໄພນໍ້າຖ້ວມ ຢ່າງໜັກໜ່ວງເຊັ່ນດຽວກັນ ໂດຍສະເພາະແມ່ນຄົງເຊໂດນ
ນັ້ນ ກໍມີປະຊາຊົນໄດ້ຮັບຜົນກະທົບເຖິງ 9,596 ຄອບຄົວໃນເຂດ 79 ບ້ານ ແລະພື້ນທີ່
ການກະເສດເສຍຫາຍ ໄປກວ້າງກວ່າ 12,500 ເຮັກຕ້າ ຈຶ່ງນັບເປັນອີກເຂດນຶ່ງທີ່ໄດ້ຮັບ
ຜົນກະທົບຮຸນແຮງທີ່ສຸດ.
ສໍາລັບຢູ່ແຂວງເຊກອງນັ້ນ ກໍມີເມືອງກະລຶມ ເມືອງທ່າແຕງ ແລະເມືອງລະມານ ທີ່ໄດ້
ຮັບຜົນກະທົບຫຼາຍທີ່ສຸດ ໂດຍມີປະຊາຊົນຫຼາຍກວ່າ 2,200 ຄອບຄົວ ຫຼືໝື່ນກວ່າຄົນ ໃນ 60 ກວ່າ ບ້ານທີ່ໄດ້ຮັບຜົນກະທົບ ແລະພື້ນທີ່ການກະເສດເສຍຫາຍໄປຢ່າງສິ້ນເຊີງ
ກວ້າງກວ່າ 2,500 ເຮັກຕ້າ ພ້ອມດ້ວຍໜອງລ້ຽງປາ 45 ແຫ່ງ ແລະຖະໜົນ 30 ເສັ້ນ
ຄິດເປັນລະຍະທາງຍາວກວ່າ 450 ກິໂລແມັດ ທີ່ຈະຕ້ອງສ້ອມແປງຢ່າງຮີບດ່ວນ.
ສ່ວນຢູ່ແຂວງອັດຕະປືນັ້ນ ກໍມີເມືອງໄຊເສດຖາ ເມືອງສະໜາມໄຊແລະເມືອງສາມັກຄີໄຊ
ທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ໂດຍພື້ນທີ່ການກະເສດເສຍຫາຍໄປກວ້າງກວ່າ 15,000 ເຮັກຕ້າ ແລະປະຊາຊົນໃນເຂດ 79 ບ້ານ ກໍຍັງຂາດເຂີນປັດໄຈສີ່ ແລະຈະຕ້ອງ
ໄດ້ຮັບການຊ່ວຍເຫຼືອຢ່າງຮີບດ່ວນທີ່ສຸດ ໂດຍຍັງບໍ່ທັນລວມເຖິງໂຮງຮຽນ 220 ກວ່າ
ແຫ່ງໃນທັງສີ່ແຂວງພາກໃຕ້ ທີ່ຈະຕ້ອງໄດ້ຮັບການສ້ອມແປງຢ່າງຮີບດ່ວນທີ່ສຸດອີກດ້ວຍ.
ກ່ອນໜ້ານີ້ ແຂວງອຸດົມໄຊ ກໍໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ ແລະດິນເຈື່ອນ
ຢູ່ໃນເຂດເມືອງແບງ ຊຶ່ງນອກຈາກຈະມີປະຊາຊົນລາວເຖິງ 16 ຄົນ ທີ່ເສຍຊີວິດໄປໃນໄພທໍາມະຊາດຄັ້ງນີ້ແລ້ວ ຍັງມີເຮືອນຊານທີ່ໄຮ່ທີ່ນາ ແລະຊັບສິນຂອງປະຊາຊົນ ຕະຫຼອດຈົນພື້ນຖານໂຄງລ່າງຕ່າງໆຂອງສ່ວນລວມ ເຊັ່ນ ຖະໜົນ ເສົາໄຟຟ້າ ລະບົບການສື່ສານທາງໂທລະສັບ ຄອງຊົນລະປະທານ ອາຄານສະຖານທີ່ຕ່າງໆຂອງລັດຖະ ບານນັ້ນ ກໍເສຍຫາຍໄປຢ່າງຫຼວງຫຼາຍອີກດ້ວຍ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງກົມອຸຕຸນິຍົມວິດທະຍາ ແລະອຸທົກກະສາດ ກໍຍອມຮັບວ່າສະພາວະການຂາດແຄນດ້ານງົບປະມານ ເຮັດໃຫ້ການແຈ້ງເຕືອນປະຊາຊົນກ່ຽວກັບສະພາບອາກາດ ສາມາດປະຕິບັດໄດ້ຢ່າງຈໍາກັດ ຊຶ່ງຜົນທີ່ຕິດຕາມມາ ກໍຄືປະຊາຊົນ ໃນຫຼາຍໆພື້ນທີ່ໃນລາວ ບໍ່ໄດ້ຮັບຂໍ້ມູນຂ່າວສານການພະຍາກອນສະພາບອາກາດລ່ວງໜ້າ ຈຶ່ງບໍ່ມີການຕຽມພ້ອມເພື່ອຮັບມືກັບສະພາບອາກາດທີ່ເກີດຂຶ້ນ.

Your browser doesn’t support HTML5