ລາວໄດ້ຮັບການຊ່ວຍເຫຼືອ ດ້ານງົບປະມານ ຈາກຕ່າງປະເທດ ຄິດເປັນມູນຄ່າ ຫລາຍກວ່າ 630 ລ້ານໂດລາ

ພິທີເຊັນສັນຍາກູ້ຢືມເງິນພິເສດຈາກຈີນ ເພື່ອພັດທະນາເສດຖະກິດ ແລະສັງຄົມໃນລາວ ທີ່ຈັດຂຶນໃນເດືອນພະຈິກ 2010

ລັດຖະບານລາວໄດ້ຮັບການຊ່ວຍເຫຼືອ ທາງດ້ານງົບປະມານຈາກຕ່າງປະເທດ ຄິດເປັນມູນ ຄ່າເກີນກວ່າ 630 ລ້ານໂດລາ ໃນປີ 2011 ແລະໃນປີ 2012 ນີ້ ກໍຍັງຄົງຕ້ອງການ ຄວາມຊ່ວຍເຫຼືອຫຼາຍກວ່າ ປີກາຍ.

ກະຊວງແຜນການ ແລະການລົງທຶນຂອງລາວ ລາຍງານວ່າລັດຖະບານລາວໄດ້ຮັບ ຄວາມຊ່ວຍເຫຼືອທາງດ້ານງົບປະມານຈາກຕ່າງປະເທດຄິດເປັນມູນຄ່າລວມ ຫລາຍ
ກວ່າ 630 ລ້ານໂດລາໃນປີ 2011 ທີ່ຜ່ານມາ ຊຶ່ງເພີ່ມຂຶ້ນຈາກປີ 2010 ໃນອັດຕາ
ສະເລ່ຍເຖິງ 20% ແລະລັດຖະບານລາວກໍໄດ້ນໍາໃຊ້ຄວາມຊ່ວຍເຫຼືອດັ່ງກ່າວນີ້ເຂົ້າໃນ
ໂຄງການພັດທະນາຕ່າງໆ ເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນລາວເປັນ
ດ້ານຫຼັກ.

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າການຊ່ວຍເຫຼືອຈາກຕ່າງປະເທດ ຈະເພີ່ມຂຶ້ນທຸກປີກໍຕາມ ຫາກແຕ່ກໍຍັງຖືວ່າບໍ່ພຽງພໍກັບລະດັບຄວາມຕ້ອງການ ທີ່ເປັນຈິງຂອງລັດຖະບານລາວ
ໂດຍສະເພາະແມ່ນການທີ່ຈະເຮັດໃຫ້ເສດຖະກິດຂອງລາວຂະຫຍາຍຕົວໃນອັດຕາສະເລ່ຍ
ບໍ່ຫຼຸດ 8.5% ໃນແຜນການປີ 2011-2012 ນີ້ ກໍຈໍາເປັນທີ່ຈະຕ້ອງມີເງິນທຶນ ໄຫຼເຂົ້າສູ່
ລະບົບເສດຖະກິດມະຫາພາກຂອງລາວໃນມູນຄ່າລວມທີ່ບໍ່ໜ້ອຍກວ່າ 2,900 ລ້ານໂດລາ
ຫຼືຫຼາຍກວ່າ 23,775 ຕື້ກີບ ອີກດ້ວຍ.



ທ.ນ. Karen Steward ເອກອັກຄະລາດຖະທູດສະຫະລັດ ປະຈໍາລາວມອບອາຫານຊ່ວຍເຫລືອແກ່ບັນດາຄູອາຈານ ແລະ ນັກຮຽນຊັ້ນປະຖົມທົ່ວແຂວງຄໍາມ່ວນໃນປີ 2011 ທີ່ຜ່ານມາ

ເງິນທຶນໃນມູນຄ່າລວມດັ່ງກ່າວ
ນີ້ ຄິດເປັນເຖິງ 34% ຂອງ
ຄາດໝາຍມູນຄ່າຜະລິດຕະພັນ
ລວມພາຍໃນ ຫຼື GDP ຕະ
ຫລອດທັງປີ ຊຶ່ງເກີນກວ່າລະ
ດັບຄວາມສາມາດທາງດ້ານ
ງົບປະມານຂອງລັດຖະບານລາວ
ຈຶ່ງເຮັດໃຫ້ຈຳເປັນທີ່ຈະຕ້ອງດຶງ
ເອົາການລົງທຶນຂອງພາກເອກ
ກະຊົນລາວແລະຕ່າງຊາດເປັນ
ດ້ານຫລັກ ກໍ່ຄືລັດຖະບານລາວ
ສາມາດທີ່ຈະປະກອບສ່ວນໄດ້
ພຽງແຕ່ 10% ຂອງເງິນທຶນທີ່
ຕ້ອງການທັງໝົດເທົ່ານັ້ນ. ສ່ວນອີກ 90% ນັ້ນ ກໍຈະຕ້ອງດຶງເອົາຈາກການລົງທຶນຂອງພາກ
ເອກກະຊົນລາວ ແລະຕ່າງຊາດນັ້ນເອງ.

ທັງນີ້ ລັດຖະບານລາວໄດ້ວາງເປັນເປົ້າໝາຍທີ່ຈະດຶງເອົາການປະກອບສ່ວນຈາກພາກເອກ
ກະຊົນລາວ ແລະຕ່າງຊາດໃຫ້ໄດ້ໃນສັດສ່ວນ 54% ພາກທະນາຄານພາຍໃນປະເທດ
12% ແລະການຊ່ວຍເຫລືອຈາກຕ່າງປະເທດ 24% ຫຼືຄິດເປັນມູນຄ່າລວມຂອງທັງ 3
ພາກສ່ວນດັ່ງກ່າວໄດ້ເຖິງ 21,397.5 ຕື້ກີບ ຫຼືຫຼາຍກວ່າ 2,600 ລ້ານໂດລາ ໂດຍໃນນີ້
ກໍຈະເປັນການຊ່ວຍເຫລືອຫລ້າຈາກຕ່າງປະເທດ 700 ລ້ານໂດລາ.

ແຕ່ຢ່າງໃດກໍ່ຕາມ ທາງການລາວກໍ່ເຊື່ອໝັ້ນວ່າ ຈະໄດ້ຮັບການຕອບສະໜອງຈາກຕ່າງ
ປະເທດເປັນຢ່ງດີ ເພາະວ່າລັດຖະບານລາວ ໄດ້ດຳເນີນການພັດທະນາ-ປັບປຸງລະບົບ
ກົນໄກຕ່າງໆ ໄວ້ສຳລັບຮອງຮັບການລົງທຶນຈົນເປັນທີ່ຍອມຮັບຂອງບັນດານັກລົງທຶນ
ຊາວຕ່າງຊາດຫຼາຍຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການແລະການລົງ
ທຶນໄດ້ໃຫ້ການຊີ້ແຈງວ່າ:

ທີ່ສຳຄັນທີ່ສຸດຄື ພວກເຮົາໄດ້ປຸກລະດົມເຮັດໃຫ້ຕ່າງປະເທດຫັ້ນ ເຫັນໄດ້
ຄວາມ
ສຳຄັນບົດບາດຂອງ ສປປ.ລາວ ແລະເຂົາເຈົ້າກະມີຄວາມເຊື່ອໝັ້ນ
ສປປ.ລາວ
ແລ້ວກະເຂົ້າມາລົງທຶນຢູ່ ສປປ.ລາວ ແລ້ວກະໃຫ້ການຊ່ວຍເຫລືອ
ສປປ.ລາວ
ໃຫ້ການສະໜັບສະໜູນ ສປປ.ລາວ ແລະເຮັດໃຫ້ ສປປ.ລາວ
ພວກເຮົານີ້ ສາມາດຍາດແຍງການຊ່ວຍເຫລືອທີ່ຈຳເປັນໃນຫຼາຍໆຮູບການ.
ອັນນີ້ກະຖືວ່າເປັນອັນທີ່ດີເດັ່ນ

ພິທີເປີດການກໍ່ສ້າງເພື່ອຂະຫຍາຍສະໜາມບິນວັດໄຕ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກຍີ່ປຸ່ນ ທີ່ຈັດຂຶ້ນໃນຕົ້ນປີ 2012 ນີ້

ໃນໄລຍະ 6 ປີທີ່ຜ່ານມາ ກໍ
ຄືຈາກປີ 2006-2011 ນັ້ນ
ນາໆຊາດໄດ້ໃຫ້ການຊ່ວຍ
ເຫລືອທາງດ້ານງົບປະມານ
ແກ່ລັດຖະບານລາວ ຄິດ
ເປັນມູນຄ່າຫລາຍກວ່າ
2.930 ລ້ານໂດລາ ໃນຂະ
ນະດຽວກັນ ກໍມີການລົງທຶນ
ໂດຍກົງຈາກຕ່າງປະເທດໃນ
ລາວ ຄິດເປັນມູນຄ່າຫລາຍ
ກວ່າ 13 ພັນລ້ານໂດລາ. ຊຶ່ງ
ມີສ່ວນອັນສໍາຄັນໃນການເຮັດ
ໃຫ້​ເສດຖະກິດຂອງລາວມີການຂະຫຍາຍ​ຕົວ​ໃນ​ອັດຕາສະ​ເລ່ຍ 7.9% ຕໍ່ປີ ແລະເຮັດໃຫ້
ລວ​ມຍ​ອດຜະລິດ​ຕະພັນ​ພາຍ​ ຫລື GDP ທີ່ສາມາດສະ​ເລ່ຍຕໍ່ຫົວຂອງປະຊາຊົນລາວໄດ້
ເພີ້ມຂຶ້ນຈາກ 5.96 ລ້ານກີບຕໍ່ຄົນ ໃນປີ 2005 ເປັນ 9.6 ລ້ານ​ກີບ​ຕໍ່ຄົນໃນປີ 2011.

ສ່ວນ​ໃນ​ໄລຍະ​ແຜນການ ປີ 2011-2012 ນີ້ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະ
ເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າGDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ເກີນ
ກວ່າ 10 ລ້ານກີບຕໍ່ຄົນ ຕໍ່ປີ.