ລັດຖະບານລາວອະນຸມັດໃຫ້ປັບຂຶ້ນ ອັດຕາຄ່າຈ້າງຂັ້ນຕ່ຳ
ສຳຫລັບແຮງງານໃນປະເທດຈາກ 626,000 ກີບ ເປັນ 9
ແສນກີບຕໍ່ເດືອນ ໂດຍໃຫ້ມີຜົນບັງຄັບບັນດານາຍຈ້າງນັບ
ແຕ່ວັນທີ 1 ເມສາເປັນຕົ້ນໄປ.
Your browser doesn’t support HTML5
ທ່ານພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ
ກະຊວງແຮງງານແລະສະຫວັດດີການສັງຄົມ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້
ອະນຸມັດໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ສຳຫລັບຜູ້ອອກແຮງງານໃນປະເທດຕາມ
ການສະເໜີ ຂອງກະຊວງແຮງງານ ກັບສະຫະພັນກຳມະບານ ແລະສະພາການຄ້າ ແລະ
ອຸດສາຫະກຳແຫ່ງຊາດ ຢ່າງເປັນທາງການແລ້ວເມື່ອບໍ່ນານມານີ້.
ຊຶ່ງການອະນຸມັດດັ່ງກ່າວ ຈະເປັນຜົນເຮັດໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ຈາກ 626,000 ກີບ ເປັນ 9 ແສນກີບຕໍ່ເດືອນ ໂດຍຈະມີຜົນບັງຄັບຕໍ່ບັນດານາຍຈ້າງນັບແຕ່ວັນ
ທີ 1 ເມສາ 2015 ເປັນຕົ້ນໄປ ທັງນີ້ເພື່ອ ໃຫ້ສອດຄ້ອງກັບສະພາວະຄ່າຄອງຊີບ ທີ່ສູງຂຶ້ນ
ແລະ ເພື່ອດຶງດູດເອົາແຮງງານລາວ ທີ່ເດີນທາງໄປທຳງານໃນປະເທດເພື່ອນບ້ານ ຢ່າງບໍ່
ຖືກຕ້ອງຕາມກົດໝາຍນັ້ນ ໃຫ້ກັບຄືນມາໃນຕະຫລາດແຮງງານຂອງລາວ ຢ່າງພຽງພໍກັບ
ຄວາມຕ້ອງການ ທີ່ເພີ້ມຂຶ້ນນັບມື້.
ແຕ່ຢ່າງໃດກໍຕາມ ເນື່ອງຈາກການປັບຂຶ້ນຄ່າຈ້າງດັ່ງກ່າວນີ້ ຖື
ເປັນອັດຕາຂັ້ນຕ່ຳສຳຫລັບຜູ້ອອກແຮງງານ ທີ່ບໍ່ມີຝີມືເທົ່ານັ້ນ
ຈຶ່ງເຊື່ອວ່າ ຈະບໍ່ມີຜົນຕໍ່ສະພາວະການຈ້າງແຮງງານທີ່ມີຝີມື
ຢູ່ໃນລາວແຕ່ຢ່າງໃດ ໂດຍເຈົ້າໜ້າທີ່ຂັ້ນສູງໃນກົມພັດທະນາ
ຝີມືແຮງງານ ແລະ ຈັດຫາງານຂອງລາວ ກໍຍອມຮັບວ່າ ນັກສຶກ
ສາທີ່ຈົບການສຶກສາ ແຕ່ລະດັບວິຊາຊີບຊັ້ນສູງຂຶ້ນໄປ ທີ່ມີຈຳ
ນວນເຖິງ 115,523 ຄົນ ໃນປີ 2014 ມີໂອການດຕ່ຳຫຼາຍ ທີ່
ຈະຖືກວ່າຈ້າງຈາກບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ
ເພາະຈາກການເກັບຂໍ້ມູນກ່ຽວກັບຄວາມເພິ່ງພໍໃຈ ຂອງບັນດາ
ບໍລິສັດຕ່າງຊາດ ທີ່ມີຕໍ່ຄຸນນະພາບຂອງນັກສຶກສາລາວນັ້ນ ພົບ
ວ່າມີພຽງແຕ່ 17,300 ກວ່າຄົນ ຫຼື 15 ເປີເຊັນ ເທົ່ານັ້ນ ຈາກ
ຈຳນວນທັງໝົດ ທີ່ມີລະດັບຄວາມຮູ້ຄວາມສາມາດໄດ້ມາດຕະຖານຕາມຄວາມຕ້ອງການ
ຂອງບໍລິສັດຕ່າງຊາດ.
ທັງນີ້ ໂດຍມີສາເຫດມາຈາກຄ່ານິຍົມດ້ານການສຶກສາໃນລາວ ທີ່ບໍ່ສອດຄ້ອງກັບສະພາບຕົວຈິງ ກໍຄືໃນຂະນະທີ່ ບັນດາບໍລິສັດຕ່າງຊາດຕ້ອງການວ່າຈ້າງແຮງງານ ທີ່ມີຄວາມຮູ້ຄວາມສາມາດດ້ານວິຊາຊີບ ແລະ ຊ່າງເທັກນິກ ຫາກແຕ່ນັກສຶກສາສ່ວນໃຫຍ່ໃນລາວ
ກັບໄປນິຍົມສຶກສາ ແລະ ຈົບດ້ານບໍລິຫານທຸລະກິດ ສ່ວນທີ່ຈົບວິຊາຊີບຊັ້ນສູງສ່ວນໃຫຍ່
ກໍບໍ່ມີຄຸນນະພາບ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໄດ້ໃຫ້ການຢືນຢັນວ່າ:
“ໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຫຼືມະຫາວິທະຍາໄລນັ້ນ ນັກຮຽນ ແລະ ນັກສຶກສາມາຮຽນບໍ່ໄດ້ຕາມຄາດໝາຍ ການສ້າງຝີມືແຮງງານກະຍັງບໍ່ສາມາດຕອບສະໜອງໄດ້ ຕາມຄວາມຕ້ອງການຂອງຕະຫລາດແຮງງານ ແລະຜູ້ທີ່ຮຽນຈົບອາຊີວະສຶກສາລະດັບຊັ້ນສູງ ຈຳນວນບໍ່ນ້ອຍ ຊອກວຽກເຮັດ
ງານທຳບໍ່ໄດ້.”
ພາຍໃຕ້ສະພາບການດັ່ງກ່າວນີ້ ບໍ່ພຽງແຕ່ເຮັດໃຫ້ອັດຕາການວ່າງງານໃນລາວເພີ້ມຂຶ້ນ
ເຖິງ 7 ເປີເຊັນແລ້ວໃນເວລານີ້ ຫາກແຕ່ຍັງເຮັດໃຫ້ກະຊວງແຮງງານ ແລະ ສະຫວັດດີ
ການສັງຄົມ ຕ້ອງຍອມໃຫ້ບັນດາ ບໍລະສັດຕ່າງຊາດສາມາດນຳແຮງງານຈາກຕ່າງປະເທດ
ເຂົ້າມາໃນລາວ ໄດ້ເພີ້ມຂຶ້ນນັບມື້ອີກດ້ວຍ.
ທັງນີ້ ໂດຍທາງການລາວຄາດໝາຍວ່າ ໃນຊ່ວງປີ 2011-2015 ບັນດາບໍລິສັດຕ່າງຊາດ
ທີ່ລົງທຶນໃນລາວ ຕ້ອງການແຮງງນມີຝີມືຈຳນວນຫຼາຍກວ່າ 9 ໝື່ນຄົນ ຊຶ່ງໃນລະຍະ 4 ປີ
ທີ່ຜ່ານມາກໍໄດ້ມີການນຳເຂົ້າແຮງງານມີຝີມື ຈາກຕ່າງປະເທດແລ້ວ 2 ໝື່ນກວ່າຄົນ ຈຶ່ງຍັງ
ເຫຼືອອີກ 7 ໝື່ນກວ່າຄົນທີ່ຈະຕ້ອງນຳເຂົ້າມາເພີ້ມຂຶ້ນອີກນັບຈາກປັດຈຸບັນຈົນເຖິງທ້າຍປີ
2015 ນີ້.
ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ວາງເປົ້າໝາຍ ທີ່ຈະພັດທະນາເພື່ອຍົກລະດັບ
ຝີມືແຮງງານຂອງລາວໃຫ້ໄດ້ເຖິງ 240,000 ຄົນພາຍໃນປີ 2020 ເພື່ອຕອບສະໜອງແຮງ
ງານມີຝີມື ໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນລາວໃຫ້ໄດ້ຢ່າງພຽງພໍຕໍ່ໄປ.