ລັດຖະບານລາວ ອະນຸມັດໃຫ້ເພີ້ມຄ່າຈ້າງ ຂັ້ນຕ່ຳເປັນ 2.5 ລ້ານກີບ ຕໍ່ເດືອນ ນັບຈາກວັນທີ 1 ຕຸລາ 2024 ເປັນຕົ້ນໄປ

  • ຊົງຣິດ ໂພນເງິນ

ບັນດາພະນັກງານຕັດຍິບກຳລັງພາກັນເຮັດວຽກຢ່າງຫ້າວຫັນ ໃນໂຮງງານຕັດຍິບແຫ່ງນຶ່ງ.

ລັດຖະບານລາວ ອະນຸມັດໃຫ້ເພີ້ມຄ່າຈ້າງ ຂັ້ນຕ່ຳເປັນ 2.5 ລ້ານກີບ ຕໍ່ເດືອນ ນັບຈາກວັນທີ 1 ຕຸລາ 2024 ເປັນຕົ້ນໄປ ແຕ່ແຮງງານລາວ ກໍຍັງສືບຕໍ່ເດີນທາງໄປປະເທດໄທ ເພີ່ມຫຼາຍຂຶ້ນນັບມື້.

Your browser doesn’t support HTML5

ລັດຖະບານລາວ ອະນຸມັດໃຫ້ເພີ້ມຄ່າຈ້າງ ຂັ້ນຕ່ຳເປັນ 2,500,000 ກີບ ຕໍ່ເດືອນ

ຄະນະກຳມະການແຮງງານແຫ່ງຊາດ ໂດຍການເປັນປະທານຂອງ ທ່ານນາງ ໃບຄຳ ຂັດຕິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກປະກາດແຈ້ງການເລກທີ 3534 ລົງວັນທີ 27 ກັນຍາ 2024 ເພື່ອກຳນົດໃຫ້ຜູ້ໃຊ້ແຮງງານ ຫຼື ຜູ້ປະກອບການຂອງຫົວໜ່ວຍທຸລະກິດເອກະຊົນໃນທົ່ວປະເທດ ຈະຕ້ອງຈ່າຍເງິນອຸດໜູນຄ່າຄອງຊີບໃຫ້ກັບຜູ້ອອກແຮງງານ ໃນອັດຕາບໍ່ຕໍ່າກວ່າ 900,000 ກີບຕໍ່ຄົນຕໍ່ເດືອນ. ອັນຈະເຮັດໃຫ້ຜູ້ອອກແຮງງານມີລາຍຮັບບໍ່ຕໍ່າກວ່າ 2.5 ລ້ານກີບຕໍ່ເດືອນ ໂດຍບໍ່ລວມເງິນເຮັດວຽກເພິ່ມໂມງ ເງິນສະຫວັດດີການ ແລະ ເງິນນະໂຍບາຍອື່ນໆ ແຕ່ຍ່າງໃດ ໂດຍໃຫ້ແຈ້ງການມີຜົນສັກສິດນັບແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນໄປ.

ໂດຍການອອກແຈ້ງການຂອງ ຄະນະກຳມະການແຮງງານແຫ່ງຊາດລາວ ນອກຈາກຈະມີເປົ້າໝາຍເພື່ອບັນເທົາບັນຫາຜູ້ອອກແຮງງານໃນລາວມີລາຍໄດ້ບໍ່ພຽງພໍກັບການດຳລົງຊີວິດຕົວຈິງແລ້ວ.ຢັງແນໃສ່ການ​ແກ້​ໄຂ​ບັນຫາ​ທີ່​ພາກ​ທຸລະ​ກິດ​ໃນ​ລາວ​ປະສົບ​ກັບ​ບັນຫາ​ຂາດ​ແຄນ​ແຮງ​ງານ​ຢ່າງ​ໜັກໜ່ວງອີກດ້ວຍ ຍ້ອນວ່າແຮງງານລາວ ສ່ວນໃຫຍ່ ໄດ້ເດີນທາງໄປປະເທດໄທ ເພື່ອຊອກວຽກເຮັດ. ເຊິ່ງມີອັດຕາຄ່າຈ້າງຂັ້ນຕໍ່າສູງກວ່າຢູ່ລາວເຖິງ 3 ເທົ່າ ເພາະສະນັ້ນ ເຖິງວ່າທາງການລາວຈະເພີ່ມອັດຕາຄ່າຈ້າງຂັ້ນຕໍ່າໃນເທື່ອລ່າສຸດນີ້ ​ແຕ່ກໍ​ຍັງ​ເປັນ​ອັດຕາ​ຄ່າ​ຈ້າງ​ທີ່​ຕ່ຳ​ກວ່າ​ຢູ່​ໄທ ຈື່ງເຮັດໃຫ້ແຮງງານລາວ ສ່ວນໃຫຍ່ຍັງສືບຕໍ່ເດີນທາງໄປປະເທດໄທ ຫລາຍຂຶ້ນນັບມື້ ດັ່ງທີ່ແມ່ຄ້າຢູ່ຕະຫຼາດແຫ່ງຫນື່ງໃນນະຄອນຫຼວງວຽງຈັນ. ໄດ້ໃຫ້ການຢືນຢັນວ່າ:

“​ຜົນ​ກະ​ທົບ​ຫລາຍຢ້ອນເງິນນີ້ຫລະ ອີຫຍັງກະ​ແພງ​ ແປ້ງນັວເຄີຍ​ຊື້ 12 ມາ​ຂຶ້ນ​ເປັນ 14-15 ຫໍ່ນ້ອຍໆ ແຍ່ຢູ່. ລາຄາຮັບກະສູງຂຶ້ນ. ແຕ່ວ່າໃຜກະມາຕໍ່ແຕ່ລາຄາເກົ່າ ເຂົາເຄີຍຊື້ລາຄາເກົ່າ. ສົມມຸດວ່າ ເຂົ້າຈີ່ປາເຕ້ນີ້ຫນະ ຂຶ້ນ 10,000 ເຂົາກະມາຕໍ່ເປັນ 5,000-8,000-7,000 ຢູ່ນີ້ຫລະ ຂາຍບໍ່ໄດ້ ຍອມເສດຖະກິດທຸກມື້ອນີ້ຫນະ ແລ້ວລູກຫລານແມ່ກະແລ່ນໄປພູ້ນຫມົດແລ້ວ ໄປຝັ່ງນັ້ນຫມົດນັ້ນຫມົດແລ້ວ ​ໄປ​ຂາຍ​ແຮງ​ງານ 6 ຄົນພູ້ນຫລະ ເດືອນຫນຶ່ງຄັນບໍ່ໄດ້ແທ້ໆ ກະແມ່ນ 12,000-14,000 ຄັນ 12,000 ກໍປະມານ 6 ລ້ານ ຄັນ 14,000 ກະ 7 ລ້ານແລ້ວເນ້າະ.”

ກ່ອນ​ໜ້າ​ນີ້ ລັດຖະບານ​ໄທ ​ໄດ້​ອະນຸຢາດ​ໃຫ້​ແຮງ​ງານ​ລາວ, ມຽນມາ ​ແລະ ກຳ​ປູ​ເຈຍ ຈຳນວນ 3 ​ແສນ​ກວ່າ​ຄົນໃຫ້​ເຮັດ​ວຽກ​ຢູ່​ໄທ​ຕໍ່​ໄປໄດ້​ຮອດ​ວັນ​ທີ 13 ກຸມພາ 2025 ທັງ​ນີ້​ກໍ​ຍ້ອນ​ວ່າ​ ແຮງ​ງານ​ເຫຼົ່າ​ນີ້​ໄດ້​ສິ້ນ​ສຸດ​ການ​ອະນຸຍາດໃຫ້​ເຮັດ​ວຽກ​ຢູ່​ໄທ ຕັ້ງແຕ່ວັນທີ 31 ກໍລະກົດ 2023 ທີ່ຜ່ານມາແລ້ວ ແລະ​ເມື່ອ​ຮອດ​ກຳນົດ​ດັ່ງກ່າວ ກໍເຮັດໃຫ້ແຮງ​ງານ​ຈະ​ຕ້ອງ​ກັບ​ຄືນ​ປະ​ເທດ. ແຕ່ນາຍຈ້າງໃນໄທ ບໍ່ສາມາດຈ້າງຄົນງານໃໝ່ໄດ້ທັນເວລາ, ສະນັ້ນ ຈຶ່ງຂະຫຍາຍເວລາເຮັດວຽກໃຫ້ຄົນງານລາວ ມຽນມາ ​ແລະ ກຳປູ​ເຈຍດັງກ່າວ.

ສ່ວນ ທ່ານພິພັດ ຣັດຊະກິດປະການ ລັດຖະມົນຕີວ່າການກະຊວງແຮງງານ ຢືນຢັນວ່າ ລັດຖະບານໄທ ຍັງມີແຜນຈະເພີ່ມຄ່າຈ້າງຂັ້ນຕ່ຳໃຫ້ກັບແຮງງານເປັນ 400 ບາດຕໍ່ວັນ ໃນທ້າຍປີ 2024 ເຊິ່ງເປັນການຂຶ້ນຄ່າຈ້າງໃຫ້ແຮງງານທຸກຄົນ ເຖິງແມ່ນວ່າຈະຖືກນາຍຈ້າງໃນໄທຄັດຄ້ານໃນໄລຍະທີ່ຜ່ານມາກໍຕາມ ແຕ່​ເຊື່ອ​ວ່າ​ ຈະສາມາດ​ຕົກລົງ​ກັນໄດ້ ດັ່ງ​ທີ່ ​ທ່ານ​ພິ​ພັດ ໃຫ້ການ​ຢືນຢັນວ່າ​:

“​ເຮົາກໍ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ໄດ້​ຕາມ​ກອບ ແຕ່​ໃນ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ນີ້ ການທີ່ຈະປະ​ກາດ​ຂື້ນ​ຄ່າ​ຈ້າງ​ ກໍ​ເຂົ້າ​ໃຈ​ ແລະເຫັນ​ໃຈ​ ​ຂ້າ​ພະ​ເຈົ້າເອງກໍ​ໄດ້​ໃຫ້​ການ​ສໍາ​ພາດມາໂດຍຕະຫລອດ​ວ່າ ​ຈະພະຍາຍາມເຮັດໃຫ້ສຳເລັດພາຍໃນ ວັນທີ 1 ຕຸລານີ້ ແຕ່ເມື່ອເກິດເຫດຄັດຂ້ອງ ທັ້ງຝ່າຍນາຍຈ້າງ ຝ່າຍລູກຈ້າງ ກໍຕ້ອງມີການເລື່ອນ.”

ນອກ​ຈາກນີ້, ລັດຖະບານ​ໄທ​ ຍັງ​ໄດ້​ຫຼຸດ​ຄ່າ​ວີ​ຊາ​ໃຫ້​ແຮງງານ​ລາວ, ມຽນມາ, ກຳປູ​ເຈຍ​ທຸກຄົນ​ຈາກເດິມ 2,000 ບາດ ລົງມາ​ເປັນ​ພຽງ 500 ບາດ​ເທົ່າ​ນັ້ນ, ຈຶ່ງ​ຄາດ​ວ່າ​ຢັງຈະ​ມີແຮງງານເດິນທາງ​ໄປ​ເຮັດ​ວຽກ​ຢູ່​ໄທ​ເພິ່ມຂື້ນ​ອີກ ຊື່ງກໍລວມເຖິງແຮງງານຈາກລາວດ້ວຍນັ່ນເອງ.