ບັນດານັກເສດຖະສາດໃນສະຖາບັນວິໃຈເສດຖະກິດແຫ່ງຊາດລາວ ໄດ້ສະເໜີລາຍງານການວິໃຈ ທີ່ກ່ຽວຂ້ອງກັບສະຖານະການຂອງຄ່າເງິນກີບ ແລະຜົນກະທົບຕໍ່ພາກການຜະລິດໃນລາວເມື່ອບໍ່ນານມານີ້ວ່າ ການແຂງຄ່າຂຶ້ນຂອງເງິນກີບ ໃນອັດຕາສະເລ່ຍ 4.8% ຕໍ່ປີ ເມື່ອທຽບໃສ່ກັບເງິນໂດລາສະຫະລັດ ແລະ 5.5% ຕໍ່ປີ ເມື່ອທຽບໃສ່ກັບເງິນບາດຂອງໄທ ນັບຕັ້ງແຕ່ປີ 2006 ເປັນຕົ້ນມານັ້ນ ໄດ້ສົ່ງຜົນກະທົບທັງໃນດ້ານບວກ ແລະດ້ານລົບຕໍ່ເສດຖະ ກິດ.
ໂດຍຜົນກະທົບໃນດ້ານບວກນັ້ນ ກໍຄື ເຮັດໃຫ້ພາກການຜະລິດໃນລາວສາມາດ ທີ່ຈະນໍາເຂົ້າສິນຄ້າປະເພດທຶນ ໄດ້ຫລາຍຂຶ້ນ ໂດຍສະເພາະແມ່ນສິນຄ້າທຶນປະເພດທີ່ເປັນເທກໂນໂລຈີ່ສະໄໝໃໝ່ ອັນຈະເປັນປະໂຍດຕໍ່ການພັດທະນາອຸດສາຫະກໍາການຜະລິດສິນຄ້າຕ່າງໆໃນລາວ ແລະໃນຂະນະດຽວກັນ ການແຂງຄ່າຂຶ້ນຂອງເງິນກີບ ກໍຍັງມີສ່ວນເຮັດໃຫ້ລາຄາຈໍາໜ່າຍສິນຄ້າໃນລາວ ມີການປັບຕົວສູງຂຶ້ນໃນອັດຕາສະເລ່ຍ ພຽງແຕ່ 0.5% ໃນແຕ່ລະ ປີເທົ່ານັ້ນອີກດ້ວຍ.
ຍິ່ງໄປກວ່ານັ້ນ ສະພາວະການແຂງຄ່າຂຶ້ນຂອງເງິນກີບດັ່ງກ່າວ ກໍຍັງມີສ່ວນຢ່າງສຳຄັນໃນການເຮັດໃຫ້ ປະຊາ ຊົນລາວພາກັນຫັນມາໃຊ້ຈ່າຍ ຫລືຊຳລະລາຄາສິນຄ້າແລະບໍລິການຕ່າງໆນັ້ນ ດ້ວຍເງິນກີບຂອງລາວເພີ່ມຂຶ້ນ ຈາກ 37% ໃນປີ 2004 ມາເປັນຫລາຍກວ່າ 57% ແລ້ວໃນຂະນະນີ້ ຊຶ່ງກໍໄດ້ສົ່ງຜົນດີຕໍ່ການເສີມສ້າງຄວາມ ຊື່ອຖືຂອງປະຊາຊົນລາວແລະຊາວຕ່າງຊາດ ທີ່ມີເງິນກີບຂອງລາວຫລາຍຂຶ້ນນັບມື້ ອັນຖືເປັນເງຶ່ອນໄຂສຳຄັນ ທີ່ຈະເຮັດໃຫ້ເງິນກີບຂອງລາວເປັນທີ່ຍອມຮັບໃນຕະຫລາດແລກປ່ຽນເງິນຕາຂອງໂລກ ໃນໄລຍະຕໍ່ໄປ.
ແຕ່ຢ່າງໃດກໍຕາມ ລາຍງານການວິໃຈກ່າວນີ້ກໍໄດ້ເນັ້ນຍໍ້າວ່າ ພາກການຜະລິດຫລືພາກສ່ວນທີ່ໄດ້ຮັບຜົນກະທົບດ້ານລົບ ຈາກການແຂງຄ່າຂຶ້ນຂອງເງິນກີບ ໃນຕະຫລອດໄລຍະນັບຈາກປີ 2006 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ກໍຄືພາກອຸດສາຫະກໍາຜະລິດເສື້ອຜ້າສໍາເລັດຮູບເພື່ອການສົ່ງອອກໄປຕ່າງປະເທດ ກັບພາກບໍລິການແລະການທ່ອງທ່ຽວ ຊຶ່ງມີລາຍຮັບສ່ວນໃຫຍ່ເປັນເງິນໂດລາສະຫະລັດແລະເງິນບາດ ຫາກແຕ່ກັບມີລາຍຈ່າຍເປັນເງິນກີບ. ເພາະ ສະນັ້ນ ໃນເມື່ອວ່າເງິນໂດລາສະຫະລັດແລະເງິນບາດໄດ້ອ່ອນຄ່າລົງ ເມື່ອທຽບໃສ່ກັບເງິນ ກີບຂອງລາວ ຈຶ່ງເຮັດໃຫ້ພາກການຜະລິດດັ່ງກ່າວນີ້ ມີລາຍຮັບລົດລົງ ເມື່ອຕ້ອງການແລກ ປ່ຽນເງິນໂດລາສະຫະລັດແລະເງິນບາດ ມາເປັນເງິນກີບສຳລັບໃຊ້ຈ່າຍເປັນຄ່າຈ້າງແຮງງານ ແລະການຊໍາລະລາຄາສິນຄ້າແລະບໍລິການຕ່າງໆ ຢູ່ໃນລາວນັ້ນເອງ.
ທາງດ້ານທ່ານອ່ອນສີ ບຸດສີວົງສັກ ປະທານສະມາຄົມອຸດສາຫະກໍາຜະລິດເສື້ອຜ້າສຳເລັດຮູບໃນລາວ ກໍໄດ້ໃຫ້ການຢືນຢັນວ່າ ບັນດາຜູ້ປະກອບການ ຫລືປະກອບທຸລະກິດໃນພາກອຸດສາຫະກໍາຜະລິດເສື້ອຜ້າສຳເລັດຮູບໃນລາວ ຕ່າງກໍຕ້ອງໄດ້ແບກຮັບສະພາວະການຂາດທຶນມາຢ່າງຕໍ່ເນຶ່ອງ ແລະເມື່ອຕ້ອງມາຖືກກະທົບດ້ວຍວິກິດການທາງເສດຖະກິດການເງິນໂລກດ້ວຍແລ້ວ ກໍເຮັດໃຫ້ມີຜູ້ປະກອບການຫລາຍລາຍທີ່ໄດ້ພາກັນປິດໂຮງງານໄປແລ້ວ ແລະຍັງຈະມີການປິດໂຮງງານເພີ່ມຂຶ້ນອີກເລື້ອຍໆ ຖ້າຫາກວ່າບໍ່ໄດ້ຮັບການຊ່ວຍເຫລືອທາງດ້ານນະໂຍບາຍ ຈາກລັດຖະບານລາວຢ່າງເທົ່າທັນ ກັບສະຖານະການ. ດັ່ງທີ່ທ່ານອ່ອນສີ ໄດ້ສະແດງການຮຽກຮ້ອງແລະຊີ້ແຈງຕໍ່ສະພາບການທີ່ເກີດຂຶ້ນດັ່ງກ່າວນີ້ວ່າ:
“ຖ້າສິເວົ້າເລຶ່ອງລາຄາຕົກຕໍ່າ ຕົ້ນທຶນການຜະລິດເພີ່ມຂຶ້ນ ກໍາໄລກໍຫາຍແລ້ວ ຄັນຖ້າກໍາໄລຫາຍຕົວໄປແນວນີ້ແລ້ວ ເຮົາສິເຮັດຈັ່ງໃດເຮົາຈຶ່ງສິຄົງຕົວຢູ່ໄດ້. ແລ້ວລູກຫລານເຮົາຊາວເຈັດພັນຄົນຫາສາມສິບພັນຄົນ ທີ່ເປັນລູກຫລານຜູ້ຍິງກວ່າ 86% ນີ້ໜະ ອັນນີ້ເປັນບັນຫາ ເຮົາໄດ້ສະເໜີຕໍ່ລັດຖະບານໄປແລ້ວວ່າ ອາກອນກໍາໄລຂອງຜູ້ລົງທຶນລາວຫັ້ນ ດ໋ຽວນີ້ຕ້ອງຈ່າຍ 35% ຫາກແຕ່ນັກລົງທຶນຊາວຕ່າງຊາດ ເຂົາຈ່າຍພຽງແຕ່ 20% ຫັ້ນໜະ ຫລຸດລົງໃຫ້ແນ່ໄດ້ບໍ່ ເພາະເຮັດອັນດຽວກັນເດ໊.”
ການແຂງຄ່າຂຶ້ນຂອງເງິນກີບລາວ ໄດ້ເຮັດໃຫ້ອັດຕາແລກປ່ຽນໃນລາວໄດ້ປ່ຽນແປງ ຈາກລະດັບເກີນກວ່າ 10,000 ກີບຕໍ່ນຶ່ງໂດລາສະຫະລັດ ຫລືເກີນກວ່າ 270 ກີບຕໍ່ບາດ ໃນປີ 2006 ມາຢູ່ໃນລະດັບ 8,200 ກີບຕໍ່ນຶ່ງໂດລາສະຫະລັດ ຫລື 250 ກີບຕໍ່ບາດ ໃນປັດຈຸບັນນີ້.