ທ່ານ ພູເພັດ ຄໍາພູນວົງ ລັດຖະ
ມົນຕີວ່າການກະຊວງການເງິນ
ໄດ້ຖະແຫຼງຍອມຮັບ ຕໍ່ກອງປະ
ຊຸມສະໄໝສາມັນຄັ້ງທີ່ 3 ຂອງ
ສະພາແຫ່ງຊາດລາວຊຸດທີ່ 7
ທີ່ກໍາລັງດໍາເນີນກອງປະຊຸມຢູ່
ໃນເວລານີ້ວ່າ ໃນໄລຍະ 8
ເດືອນທີ່ຜ່ານມາຂອງແຜນການ
ປີ 2011-2012 ນີ້ ລັດຖະບານ
ລາວໄດ້ຈັດເກັບລາຍໄດ້ຈາກພາ
ສີທີ່ດິນໄດ້ໃນມູນຄ່າລວມ 52.8
ຕື້ກີບ ຫຼືທຽບໄດ້ກັບ 40% ຂອງແຜນການຕະຫຼອດປີເທົ່ານັ້ນ.
ທັງນີ້ກໍເນື່ອງຈາກວ່າ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍໄດ້ຈາກພາສີ
ທີ່ດິນໃນຕະຫຼອດແຜນການປີ 2011-2012 ນີ້ໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 132
ຕື້ກີບ ຫາກແຕ່ກໍຄົງຈະເປັນການຍາກທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ
ເພາະແຜນການປີ 2011-2012 ຈະສິ້ນສຸດລົງໃນທ້າຍເດືອນກັນຍາທີ່ຈະເຖິງນີ້ ຊຶ່ງເມື່ອ
ປະກອບກັບບັນຫາຊັກຊ້າໃນການບໍລິຫານງານຂອງໜ່ວຍງານລັດ ທີ່ສົມທົບດ້ວຍການ
ຫຼີກລ້ຽງການຊໍາລະພາສີຢ່າງຖືກຕ້ອງຂອງບັນດາພາກເອກກະຊົນຈໍານວນບໍ່ໜ້ອຍອີກ
ດ້ວຍແລ້ວ ກໍຍັງເຮັດໃຫ້ຍາກຫຼາຍຂຶ້ນອີກ ດັ່ງທີ່ທ່ານພູເພັດ ໄດ້ຖະແຫຼງຊີ້ແຈງວ່າ:
ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ
“ການປະຕິບັດລາຍຮັບພາສີທີ່ດິນ
ໄດ້ຕໍ່າກວ່າຄາດໝາຍ ເນຶ່ອງຈາກ
ການໂອນມອບຂໍ້ມູນທີ່ດິນລະຫວ່າງ
ຂະແໜງຊັບພະຍາກອນທໍາມະຊາດ
ແລະສິ່ງແວດລ້ອມກັບຂະແໜງການ
ເງິນ ຍັງມີຄວາມຊັກຊ້າ ບັນດາຫົວ
ໜ່ວຍທຸລະກິດ ແລະຜູ້ປະກອບການ
ສ່ວນຫຼາຍຍັງບໍ່ທັນເປັນເຈົ້າການ ໃນ
ການປະຕິບັດພັນທະ ການຕິດຕາມ
ກວດກາ ຍັງບໍ່ທັນໄດ້ເຮັດຢ່າງເປັນ
ລະບົບຕໍ່ເນື່ອງ ແກ້ໄຂບັນຫາຍັງບໍ່ທັນ
ກັບສະພາບການ ເຮັດໃຫ້ການມອບ
ລາຍຮັບມີການຊັກຊ້າ ແລະມີຊ່ອງ
ຫວ່າງຂອງການຫຼົບຫຼີກ”
ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ລັດຖະບານລາວຕ້ອງການຈະໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນອີກດ້ວຍ ໂດຍສໍາລັບໃນໄລຍະ 2 ປີ ຜ່ານມານີ້ ກໍ
ປາກົດວ່າ ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເພີ້ມຂຶ້ນ ໃນອັດຕາ
ສະເລ່ຍເຖິງ 20% ໃນແຕ່ລະປີ.
ການເຊັນສັນຍາ ມອບການຊ່ວຍເຫລືອຂອງຍີ່ປຸ່ນແກ່ລັດຖະບານລາວ ໃນການສ້ອມແປງທາງເລກທີ 9 ທີ່ຈັດຂຶ້ນທີ່ວຽງຈັນໃນປີ 2011
ທັ້ງນີ້ ຖ້າຫາກຄິດໄລ່ສະເພາະ
ໃນແຜນການປີ 2011-2012
ກໍພົບວ່າລັດຖະບານລາວໄດ້
ຮັບການຊ່ວຍເຫຼືອຈາກຕ່າງ
ປະເທດຄິດເປັນມູນຄ່າລວມ
ເກີນກວ່າ 630 ລ້ານໂດລາ ຊຶ່ງ
ໃນນີ້ກໍເປັນການຊ່ວຍເຫຼືອລ້າ
ໃນມູນຄ່າ 529 ລ້ານໂດລາ
ແລະກູ້ ຢືມອີກ 100 ກວ່າລ້ານ
ໂດລາ ແລະລັດຖະບານລາວ
ກໍໄດ້ນໍາໃຊ້ການຊ່ວຍເຫຼືອດັ່ງກ່າວນີ້ ເຂົ້າໃນໂຄງການພັດທະນາຕ່າງໆ ເພື່ອແກ້ໄຂບັນ
ຫາຄວາມຍາກຈົນຂອງປະຊາຊົນລາວເປັນດ້ານຫຼັກ.
ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າການຊ່ວຍເຫຼືອຈາກຕ່າງປະເທດຈະເພີ້ມຂຶ້ນທຸກປີກໍຕາມ
ຫາກແຕ່ກໍຍັງຖືວ່າບໍ່ພຽງພໍກັບລະດັບຄວາມຕ້ອງການ ທີ່ເປັນຈິງຂອງລັດຖະບານລາວ
ໂດຍສະເພາະແມ່ນການທີ່ຈະເຮັດໃຫ້ເສດຖະກິດຂອງລາວຂະຫຍາຍຕົວ ໃນອັດຕາສະ
ເລ່ຍບໍ່ຫລຸດ 8.5% ໃນແຜນການປີ 2012-2013 ທີ່ຈະລົງມືຈັດຕັ້ງປະຕິບັດໃນຊ່ວງ
ເດືອນຕຸລາ 2012 ເຖິງເດືອນກັນຍາ 2013 ກໍຈໍາເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອ
ລ້າຈາກຕ່າງປະເທດ ບໍ່ໜ້ອຍກວ່າ 4,610 ຕື້ກີບ ຫຼືປະມານ 576 ລ້ານໂດລາແລະເພີ່ມ
ຂຶ້ນ 8.8% ເມື່ອທຽບໃສ່ແຜນການປີ 2011-2012.
ລັດຖະບານລາວໄດ້ວາງຄາດໝາຍໄວ້ວ່າ ໃນຕະຫຼອດໄລຍະແຜນການປີ 2012-
2013 ດັ່ງກ່າວຈະພະຍາຍາມສ້າງລາຍຮັບໃຫ້ໄດ້ໃນມູນຄ່າ 19,543 ຕື້ກີບ ຫາກ
ແຕ່ເນື່ອງຈາກໃນໄລຍະແຜນການປີ 2012-2013 ລັດຖະບານລາວກໍໄດ້ຕັ້ງງົບປະ
ມານລາຍຈ່າຍໄວ້ ໃນມູນຄ່າລວມເຖິງ 23,385 ຕື້ກີບ ຈຶ່ງເຮັດໃຫ້ລັດຖະບານລາວ
ຕ້ອງພະຍາຍາມດຸ່ນດ່ຽງດ້ວຍການຮຽກຮ້ອງຂໍການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງ
ປະເທດໃຫ້ໄດ້ໃນມູນຄ່າລວມຫຼາຍເຖິງ 1 ພັນລ້ານໂດລານັ້ນເອງ.