ສປປ ລາວ ສົ່ງງົວອອກໄປປະເທດຈີນ ໃນປີ 2021 ໄດ້ພຽງ 2,013 ໂຕເທົ່ານັ້ນ

ງົວ ທີ່ລ້ຽງຢູ່ໃນຟາມແຫ່ງນຶ່ງໃນ ສ.ປ.ປ ລາວ ເພື່ອສົ່ງອອກ.

ລາວ ສົ່ງງົວໄປຈີນໄດ້ພຽງແຕ່ 2,013 ໂຕເທົ່ານັ້ນໃນຕະຫຼອດປີ 2021 ທີ່ຜ່ານມາ ເພາະຈີນເຂັ້ມງວດການກວດສຸຂະພາບງົວ ເນື່ອງຈາກວ່າເກີດການລະບາດພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍໃນລາວ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

Your browser doesn’t support HTML5

ເຊີນຮັບຟັງ ລາຍການເມືອງລາວໃນປັດຈຸບັນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ ແລະປ່າໄມ້ເປີດເຜີຍວ່າ ໃນປີ 2021 ທີ່ຜ່ານມາທາງການລາວໄດ້ວາງເປົ້າໝາຍການສົ່ງອອກງົວ-ຄວາຍໄປຈີນໃຫ້ໄດ້ເຖິງ 50,000 ໂຕ, ແຕ່ວ່າ ກໍສາມາດສົ່ງອອກໄດ້ໂຕຈິງພຽງ 2,013 ໂຕເທົ່ານັ້ນ ຫຼື ບໍເຖິງ 5 ເປີເຊັນຂອງເປົ້າໝາຍ ໂດຍມີສາເຫດສໍາຄັນມາຈາກການເກີດການລະບາດພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍໃນລາວຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ທາງການ ຈີນ ໄດ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາສຸຂະພາບງົວ-ຄວາຍ ກ່ອນທີ່ຈະນໍາເຂົ້າຈາກລາວ ນັບຈາກເດືອນມິຖຸນາ 2021 ເປັນຕົ້ນມາ ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວເຂົ້າໄປລະບາດໃນຈີນ ຈຶ່ງຕ້ອງເພີ້ມຄວາມເຂັ້ມງວດເຂົ້າງນການກວດກາສຸຂະພາບງົວ-ຄວາຍຫຼາຍຂຶ້ນເປັນພິເສດຈົນເຖິງປັດຈຸບັນ.

ທັງນີ້ ພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ໄດ້ເກີດການລະບາດໃນ 126 ບ້ານຂອງ 30 ເມືອງໃນຂົງເຂດ 7 ແຂວງພາກກາງ ໂດຍມີງົວ-ຄວາຍຫຼາຍກວ່າ 25,000 ໂຕທີ່ຕິດພະຍາດດັ່ງກ່າວ ໃນນີ້ກໍຄິດເປັນເກີນກວ່າ 15 ເປີເຊັນທີ່ຕາຍໄປ ສ່ວນກີນກວ່າ 80 ເປີເຊັນ ໄດ້ຮັບການຮັກສາຈົນດີ​ແລ້ວ ຫາກແຕ່ທາງການຈີນກໍຍັງບໍ່ອະນຸຍາດໃຫ້ນໍາເຂົ້າງົວ-ຄວາຍຈາກລາວຈົນເຖິງປັດຈຸບັນນີ້ ເຮັດໃຫ້ທາງການລາວຕ້ອງຕ້ອງດໍາເນີນການເພື່ອເຮັດໃຫ້ທາງການ ຈີນ ໝັ້ນໃຈວ່າບໍ່ມີການລະບາດພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍຢູ່ໃນລາວແລ້ວທັງ 18 ແຂວງ ໂດຍສະເພາະແມ່ນເຂດເມືອງສິງ ໃນແຂວງຫຼວງນໍ້າທາທີ່ເປັນຈຸດສົ່ງງົວ-ຄວາຍຈາກລາວໄປຈີນນັ້ນກໍໄດ້ກໍໄດ້ເພີ້ມມາດຕະການກວດກາຢ່າງເຂັ້ມງວດຫຼາຍຂຶ້ນເປັນພິເສດ ດ້ວຍຫວັງວ່າທາງການຈີນຈະເລີ້ມນໍາເຂົ້າງົວ-ຄວາຍກວ່າ 8,000 ໂຕຈາກແຂວງຫຼວງນໍ້າທາໃນໄວໆນີ້, ດັ່ງທີ່ ທ່ານຖິ່ນແກ້ວ ທໍາລາສິນ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຫຼວງນໍ້າທາ ໄດ້ໃຫ້ການຢືນຢັນວ່າ:

“ກໍໄດ້ສົ່ງເສີມການລຽງສັດແບບເປັນກຸ່ມເປັນຟາມ ປັດຈຸບັນກໍມີຟາມລ້ຽງງົວ-ຄວາຍທັງໝົດ 54 ຟາມ, ໃນນັ້ນ ກໍມີຟາມລ້ຽງງົວ 47 ຟາມ. ສະເພາະຟາມລ້ຽງງົວເພື່ອສົ່ງອອກນີ້ກໍມີ 6 ຟາມ ສາມາດສົ່ງອອກໄດ້ປະມານ 8,800 ໂຕຕໍ່ຊຸດ, ດ້ານການບໍລິໂພກ ຊີ້ນ-ປາ-ໄຂ່ ພາຍໃນທ້ອງຕະຫຼາດຮັບໃຊ້ເຂົ້າໃນປະເທດທັງໝົດກໍມີ 9,500 ກວ່າໂຕນ, ໂດຍລວມແລ້ວ ການສະໜອງ ຊີ້ນ-ປາ-ໄຂ່ ໃຫ້ແກ່ຜູ້ບໍລິໂພກພາຍໃນແຂວງ ແລະກາຍເປັນສິນຄ້າປ້ອນຕະຫຼາດຈໍານວນນຶ່ງ.”

ກະຊວງການຄ້າຂອງຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກລາວ 5 ແສນໂຕຕໍ່ປີ ເມື່ອປີ 2019 ທີ່ຜ່ານມາ ແຕ່ວ່າການລ້ຽງງົວໃນລາວຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນຈີນ ໂດຍທາງການຈີນໄດ້ຕັ້ງດ່ານກວດ ແລະຈັດສົ່ງຄະນະຜູ້ຊ່ຽວຊານມາກວດຟາມລ້ຽງງົວໃນລາວທີ່ຈະສົ່ງໄປຈີນ ເພາະການສົ່ງງົວຈາກລາວໄປຈີນໃນໄລຍະຜ່ານມານັ້ນເປັນການລັກລອບຢ່າງຜິດກົດໝາຍ ເຊິ່ງທາງການຈີນຢ້ານວ່າຈະເຮັດໃຫ້ເກີດພະຍາດໃນສັດ ຈຶ່ງຕ້ອງຕັ້ງດ່ານກວດສັດດັ່ງກ່າວ.

ງົວ ທີ່ລ້ຽງຢູ່ໃນຟາມແຫ່ງນຶ່ງ ໃນ ສປປ ລາວ.

ນອກຈາກນັ້ນ ງົວທີ່ຈະສາມາດສົ່ງໄປຈີນໄດ້ກໍຍັງຈະຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະມີອາຍຸບໍ່ເກີນ 4 ປີ ໂດຍໃນປີ 2019 ລາວໄດ້ສົ່ງງົວ-ຄວາຍໄປຈີນ 8 ໝື່ນໂຕ ແລະ 2 ໝື່ນໂຕຕາມລໍາດັບ ແລະຫຼຸດລົງມາໃນປີ 2020-2021 ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະໃນລາວຍັງມີຟາມລ້ຽງງົວ-ຄວາຍທີ່ໄດ້ມາດຕະຖານພຽງ 290 ແຫ່ງ ມີງົວ 45,000 ໂຕກັບຄວາຍ 7,000 ໂຕເທົ່ານັ້ນ.

ທັງນີ້ ໂດຍກົມຜະລິດກະສິກໍາກອງທັບປະຊາຊົນລາວ ກັບບໍລິສັດສາງຈຽງການລົງທຶນຮ່ວມຈາກຈີນ ໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນຈໍາກັດ ເຊິ່ງມີມູນຄ່າລວມ 300 ລ້ານ ແລະມີໄລຍະເວລາໃນການດໍາເນີນກິດຈະການ 30 ປີ ທັງຍັງຈະຕໍ່ສັນຍາໄດ້ 2 ຄັ້ງ ຄັ້ງລະ 30 ປີ ພາຍໃຕ້ເປົ້າໝາຍເພື່ອການພັດທະນາການລ້ຽງສັດໃນລາວໃຫ້ໄດ້ມາດຕະຖານສາກົນ ໂດຍແນໃສ່ການຜະລິດ ແລະສົ່ງອອກງົວໄປຈີນໃຫ້ໄດ້ເຖິງ 400,000 ໂຕຕໍ່ປີ, ເຊິ່ງຄິດເປັນ 80 ເປີເຊັນຂອງໂຄຕ້າທັງໝົດທີ່ລັດຖະບານຈີນໄດ້ຕົກລົງທີ່ຈະຮັບຊື້ງົວ-ຄວາຍຈາກລາວເຖິງ 5 ແສນໂຕຕໍ່ປີ ສ່ວນການພັດທະນາການລ້ຽງງົວ-ຄວາຍຂອງກະສິກອນລາວນັ້ນ ກໍຄາດວ່າລາວຈະສາມາດຕອບສະໜອງຄວາມຕ້ອງການຂອງຈີນໄດ້ແທ້ໃນ 8-10 ປີຕໍ່ໜ້າ ດ້ວຍການຮຽນຮູ້ ແລະຮັບການຖ່າຍທອດວິທະຍາການລ້ຽງສັດຈາກບໍລິສັດສາງຈຽງຂອງຈີນດັ່ງກ່າວ.