ທາງການລາວຄາດໝາຍວ່າການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດຈະເພີ່ມຂຶ້ນເຖິງ 3 ເທົ່າໃນປີ 2015 ຊຶ່ງ ຈະເຮັດໃຫ້ລາຍໄດ້ຈາກການສົ່ງອອກພະລັງ ງານໄຟຟ້າເພີ່ມຂຶ້ນເປັນບໍ່ໜ້ອຍກວ່າ 2 ພັນລ້ານໂດລາ.
ກະຊວງອຸດສາຫະກໍາແລະການຄ້າ ລາຍງານວ່າ ໃນໄລຍະ 6
ເດືອນທີ່ຜ່ານມາ ຂອງປີ 2012 ນີ້ ລາວໄດ້ສົ່ງອອກພະລັງງານ
ໄຟຟ້າໄປຕ່າງປະເທດໃນປະລິມານ ລວມເຖິງ 3,790 ລ້ານ
ກິໂລວັດ/ຊົ່ວໂມງ ຊຶ່ງກໍເຮັດໃຫ້ມີລາຍຮັບຈາກການສົ່ງອອກ
ພະລັງງານໄຟຟ້າດັ່ງກ່າວ ຄິດເປັນມູນຄ່າລວມເຖິງ 340 ລ້ານ
ໂດລາ ແລະ ຖ້າຫາກວ່າການຜະລິດພະລັງງານໄຟຟ້າເປັນໄປ
ຕາມແຜນການທີ່ວາງເອົາໄວ້ ກໍຈະເຮັດໃຫ້ມີລາຍຮັບຈາກການ
ສົ່ງອອກພະລັງງານໄຟຟ້າຄິດເປັນມູນຄ່າລວມບໍ່ໜ້ອຍກວ່າ
680 ລ້ານໂດລາໃນຕະຫຼອດປີ 2012 ນີ້.
ພ້ອມກັນນີ້ ລາຍງານຂອງກະຊວງອຸດສາຫະກໍາແລະການຄ້າ ກໍ
ຍັງໄດ້ໃຫ້ການຄາດໝາຍອີກດ້ວຍວ່າລາຍຮັບຈາກການສົ່ງອອກ
ພະລັງງານໄຟຟ້າຂອງລາວຈະເພີ່ມຂຶ້ນເປັນ 3 ເທົ່າ ພາຍໃນປີ
2015 ເນື່ອງຈາກວ່າມີເຂື່ອນອີກ 4 ໂຄງການທີ່ຈະກໍ່ສ້າງສໍາເລັດພາຍໃນປີ 2013 ຕິດ ຕາມດ້ວຍໂຄງການຫົງສາລິກໄນທ໌ ກໍຈະສ້າງສໍາເລັດແລະສົ່ງກະແສໄຟຟ້າຂາຍໃຫ້ໄທໄດ້ພາຍໃນປີ 2015 ຊຶ່ງຈະເຮັດໃຫ້ລາວ ມີລາຍໄດ້ຈາກການສົ່ງອອກພະລັງງານໄຟຟ້າດັ່ງກ່າວບໍ່ໜ້ອຍກວ່າ 2 ພັນລ້ານ ໂດລານັ້ນເອງ.
ທັງນີ້ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະພັດທະນາລາວ
ໃຫ້ເປັນໝໍ້ໄຟຂອງເອເຊຍ (Asia Battery) ດ້ວຍການສົ່ງ
ເສີມໃຫ້ຕ່າງຊາດເຂົ້າມາລົງທຶນກໍ່ສ້າງເຂື່ອນໃນລາວໃຫ້
ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ ແລະເປົ້າໝາຍທີ່ສໍາຄັນທີ່ສຸດຂອງ
ການພັດທະນາລາວໃຫ້ເປັນໝໍ້ໄຟຂອງເອເຊຍນັ້ນ ກໍເພື່ອ
ນໍາເອົາລາຍຮັບຈາກ ການສົ່ງອອກພະລັງງານໄຟຟ້າດັ່ງ
ກ່າວມາໃຊ້ໃນການແກ້ໄຂບັນຫາຄວາມທຸກຍາກຂອງປະຊາ
ຊົນລາວບັນດາເຜົ່າເປັນດ້ານຫຼັກ ດ້ວຍເຫດນີ້ຈຶ່ງເຮັດໃຫ້
ລັດຖະ ບານລາວໄດ້ຢືນຢັນຈະເດີນໜ້າການພັດທະນາໄປ
ສູ່ເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງ ເປັນຮູບປະທໍາ ດັ່ງທີ່ທ່ານ
ຈູມມະລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ການເນັ້ນຢໍ້າ
ເມື່ອບໍ່ດົນມານີ້ວ່າ:
“ລັດຖະບານລາວໄດ້ສົມທຸກຄວາມພະຍາຍາມຂອງຕົນ ບວກກັບການສະໜັບສະໜຸນທາງດ້ານວັດຖຸເທກນິກ ແລະທຶນຮອນຈາກສາກົນ ເພື່ອພັດທະນາແຫຼ່ງພະລັງ ງານທີ່ສະອາດດັ່ງກ່າວນີ້ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຕ້ອງການທາງ ດ້ານພະລັງງານຢູ່ພາຍໃນປະເທດ ແລະເພື່ອສົ່ງອອກໃຫ້ແກ່ປະເທດເພື່ອນບ້ານ.”
ກະຊວງພະລັງງານແລະບໍ່ແຮ່ ໄດ້ປະກາດແຜນການສົ່ງເສີມການລົງທຶນຈາກ ຕ່າງປະເທດເພື່ອໃຫ້ເຂົ້າມາກໍ່ສ້າງເຂື່ອນໃນລາວໃຫ້ໄດ້ປີລະ 2 ໂຄງການນັບແຕ່ ປັດຈຸບັນໄປຈົນເຖິງປີ 2020. ໂດຍຖ້າຫາກວ່າສາມາດປະຕິບັດໄດ້ຈິງ ກໍຈະເຮັດ ໃຫ້ລາວມີເຂື່ອນເພີ່ມຂຶ້ນເຖິງ 20 ໂຄງການ ແລະກໍຈະເຮັດໃຫ້ລາວມີຄວາມສາມາດຜະລິດພະລັງງານໄຟຟ້າເພີ່ມຂຶ້ນຈາກ 2,540 ເມກະວັດ ໃນປັດຈຸບັນນີ້ ເປັນຫຼາຍກວ່າ 9,000 ເມກະວັດ ໃນປີ 2020 ອິກດ້ວຍ.
ຈົນເຖິງປັດຈຸບັນນີ້ ລັດຖະບານລາວໄດ້ອະນຸຍາດໃຫ້ພາກ
ເອກກະຊົນລາວ ແລະຕ່າງຊາດດໍາເນີນການສຶກສາຄວາມ
ເປັນໄປໄດ້ແລະອອກແບບກໍ່ສ້າງເຂື່ອນຢູ່ໃນລາວໄປແລ້ວ
ເຖິງ 80 ກວ່າໂຄງການ ຊຶ່ງໃນນີ້ເປັນໂຄງການທີ່ຢູ່ໃນຂັ້ນຕອນ ຂອງການວາງແຜນກໍ່ສ້າງ 20 ກວ່າໂຄງການແລະອີກກວ່າ 60 ໂຄງການກໍກໍາລັງຢູ່ໃນຂັ້ນຕອນຂອງການສຶກສາສໍາຫຼວດຄວາມເປັນໄປໄດ້ ແລະອອກແບບກໍ່ສ້າງຕໍ່ໄປ.
ສ່ວນເຂື່ອນທີ່ໄດ້ທໍາການຜະລິດພະລັງງານໄຟຟ້າແລ້ວໃນ
ປັດຈຸບັນນີ້ ກໍມີຢູ່ 14 ແຫ່ງ ໂດຍທີ່ຖືວ່າເປັນເຂື່ອນຂະໜາດໃຫຍ່ທີ່ສຸດກໍຄືເຂື່ອນນໍ້າເທີນ 2 ທີ່ສົ່ງພະລັງ ງານໄຟຟ້າສ່ວນໃຫຍ່ໄປຂາຍໃຫ້ໄທພາຍໃຕ້ສັນຍາທີ່ລັດຖະບານໄທໄດ້
ຕົກລົງຈະຮັບຊື້ພະລັງງານໄຟຟ້າຈາກລາວ 7,000 ເມກະວັດ ນັບແຕ່ປີ 2015 ເປັນຕົ້ນໄປ
ຫາກແຕ່ວ່າບັນຫາໃນເວລານີ້ ກໍຄືບັນດາອົງການອະນຸລັກສະພາບແວດລ້ອມທໍາມະຊາດໃນລະດັບສາກົນໄດ້ປະກາດທ່າທີຢ່າງຊັດເຈນວ່າຈະຄັດຄ້ານການກໍ່ສ້າງ ເຂື່ອນທັງໃນລາວແລະເທິງແມ່ນໍ້າຂອງຢ່າງເຖິງທີ່ສຸດ.
ໂດຍລ່າສຸດກໍໄດ້ພາກັນເຄື່ອນໄຫວເພື່ອຄັດຄ້ານການຮັບຊື້ພະລັງງານໄຟຟ້າຈາກເຂື່ອນ
ໄຊຍະບຸລີເທິງແມ່ນໍ້າຂອງໃນລາວ ແລະຈະມີການຍື່ນໜັງສືຄັດຄ້ານດັ່ງກ່າວ ເຖິງລັດຖະ
ບານໄທ ພາຍໃນເດືອນກັນຍານີ້ອີກດ້ວຍ.

ການເຊັນສັນຍາໂຄງການຂຸດຄົ້ນຖ່ານຫົງສາລິກໄນ ລະຫວ່າງລາວ ແລະໄທ

ສະຖານທີ່ຂຸດຄົ້ນຖ່ານລິກໄນ ທີ່ເມືອງຫົງສາໃນລາວ