ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ຂອງລາວໄດ້ໃຫ້ການຄາດໝາຍວ່າຜົນຜະລິດຂ້າວນາປີໃນທົ່ວປະ ເທດລາວປີ 2010 ນີ້ຈະບໍ່ໄດ້ຕາມແຜນ ການທີ່ວາງເອົາໄວ້ ເພາະວ່າດ້ວຍສະພາວະທີ່ຝົນບໍ່ຕົກຕ້ອງຕາມລະດູ ການຈົນເຖິງເວລານີ້ ບໍ່ພຽງແຕຈະເຮັດໃຫ້ລາວຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງໜັກແລະຍາວນານກວ່າທຸກປີທີ່ຜ່ານມາເທົ່ານັ້ນ ຫາກແຕ່ຍັງເຮັດໃຫ້ກະເສດກອນລາວສ່ວນໃຫຍ່ໃນທົ່ວປະເທດຍັງຄົງບໍ່ສາມາດທີ່ຈະປູກເຂົ້າ ນາປີໄດ້ເລຍອີກດ້ວຍ. ທັງນີ້ໂດຍອີງຕາມລາຍງານຈາກທາງການແຂວງຈຳປາສັກ ຊຶ່ງເປັນແຂວງນຶ່ງທີ່ ສາມາດຜະລິດເຂົ້າໄດ້ເກີນຄວາມຕ້ອງການບໍລິໂພກພາຍໃນແຂວງ ແລະສົ່ງອອກເຂົ້າຄິດເປັນປະລິມານຫລາຍກວ່າ 1 ແສນຕັນໃນແຕ່ລະປີນັ້ນ ຫາກແຕ່ວ່າຈົນເຖິງເວລານີ້ກະເສດຕະກອນໃນແຂວງກັບສາມາດປູກເຂົ້າໄດ້ພຽງແຕ່ 8,000 ກວ່າເຮັກຕ້າ ຫລືບໍ່ເຖິງ 10% ຂອງແຜນການທີ່ວາງເອົາໄວ້ເຖິງ 97,300 ເຮັກຕ້າ ແລະໃນຂະນະດຽວກັນຍັງປາກົດດ້ວຍວ່າໄພແຫ້ງແລ້ງໄດ້ເຮັດໃຫ້ນາເຂົ້າທີປູກນັ້ນໄດ້ເສຍຫາຍໄປເປັນສ່ວນໃຫຍ່ແລ້ວ.
ສະພາບດຽວກັນນີ້ໄດ້ເກີດຂື້ນຢູ່ໃນທຸກເຂດແຂວງທົ່ວປະເທດລາວ ຊຶ່ງກໍຄືດ້ວຍໄພແຫ້ງແລ້ງທີ່ມີຄວາມຮຸນແຮງແລະຍາວນານກວ່າທຸກປີນັ້ນ ໄດ້ເຮັດໃຫ້ກະເສດຕະກອນລາວສາມາດປູກເຂົ້າໄດ້ບໍ່ເຖິງ 10% ຂອງ ແຜນການທີ່ວາງເອົາໄວ້ ແລະເຂດທີ່ກະເສດຕະກອນສາມາດປູກເຂົ້າໄດ້ກໍມີພຽງເຂດທີ່ມີແຫລ່ງນ້ຳທໍາມະຊາດຫລໍ່ລ້ຽງເທົ່ານັ້ນ ດັ່ງທີ່ເຈົ້າໜ້າທີ່ໃນແຂວງ ອັດຕະປື ໄດ້ໃຫ້ການອະທິບາຍເຖິງສະພາບທີ່ເກີດຂື້ນຢູ່ພາຍໃນແຂວງ ໃນຂະນະນີ້ວ່າ
“ນາປີມາຮອດປັດຈຸບັນນີ້ ຍ້ອນວ່າດິນຟ້າອາກາດບໍ່ອໍານວຍຄວາມສະດວກ ຈຶ່ງບໍ່ທັນສາມາດຕົກກ້າໄດ້ຍັງ ເກືອບເກົ້າສິບກວ່າເປີເຊັນພຸ້ນນ່ະ ຍ້ອນວ່າມັນບໍ່ມີນໍ້າບໍ່ມີຮອດນໍ້າຫ້ວຍກໍເລີຍເປັນອຸບປະສັກທີ່ຫຍຸ້ງຍາກຫລາຍຕໍ່ປະຊາຊົນໃນເວລານີ້”
ຍິ່ງໄປກວ່ານັ້ນ ດ້ວຍສະພາວະແຫ້ງແລ້ງຢ່າງໜັກໜ່ວງໃນເວລານີ້ ຍັງໄດ້ສົ່ງຜົນກະທົບຕໍ່ເນຶ່ອງເຮັດໃຫ້ເຂົ້າມີ ລາຄາແພງຂື້ນດ້ວຍ ໂດຍສະເພາະໃນເຂດນະຄອນວຽງຈັນນັ້ນ ລາຄາເຂົ້າດີໄດ້ປັບລາຄາສູງຂື້ນເຖິງ 8,500 ກີບຕໍ່ກິໂລ ສ່ວນເຂົ້າເປືອກຢູ່ແຂວງຈຳປາສັກກໍປັບຕົວສູງຂື້ນຈາກ 2,000 ກີບເປັນ 3,000 ກີບຕໍ່ກິໂລກຳ ແລະດ້ວຍສະພາວະແຫ້ງແລ້ງທີ່ເປັນຢູ່ໃນເວລານີ້ກໍຍັງເຮັດໃຫ້ທາງການແຂວງຈຳປາສັກໄດ້ວາງແຜນການທີ່ ຈະຊື້ເຂົາຈາກຫວຽດນາມເພື່ອຮັບຮອງສະພາວະການຂາດແຄນເຂົ້າກິນອີກດ້ວຍ.
ແຕ່ຢ່າງໃດກໍຕາມ ສຳຫລັບໃນໄລຍະຍາວທາງການລາວກໍຈະແກ້ໄຂບັນຫາດັ່ງກ່າວນີ້ດ້ວຍການກໍ່ສ້າງແລະຂະຫຍາຍລະບົບຄອງຊົນລະປະທານໃຫ້ສາມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດໃຫ້ໄດ້ຫລາຍຂື້ນ ໂດຍທາງການກະຊວງກະສິກຳ-ປ່າໄມ້ລາວຈັດແບ່ງແຜນການພັດທະນາລະບົບຄອງຊົນລະປະທານອອກເປັນ 2 ໄລຍະດ້ວຍກັນ ກໍຄືໄລຍະຈາກປີ 2010-2015 ແລະຈາກປີ 2016-2020. ໂດຍສຳຫລັບເປົ້າໝາຍໃນປີ 2015 ກໍຄືການຂະຫຍາຍລະບົບຄອງຊົນລະປະທານໃຫ້ສາມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດ ໃຫ້ໄດ້ 350,000 ເຮັກຕ້າໃນລະດູແລ້ງ ແລະ 500,000 ເຮັກຕ້າໃນຊ່ວງລະດູຝົນ.
ສ່ວນເປົ້າໝາຍໃນປີ2020 ນັ້ນ ກໍຈະເພີ່ມການຕອບສະໜອງນ້ຳໃຫ້ພື້ນທີ່ການກະເສດທີ່ກວ້າງຂື້ນກວ່າປີ 2015 ອີກເຖິງ 500,000 ເຮັກຕ້າໃນລະດູແລ້ງ ແລະເພີ່ມຂື້ນເປັນ 1 ລ້ານເຮັກຕ້າໃນຊ່ວງລະດູຝົນ ຊຶ່ງຖ້າຫາກວ່າການດຳເນີນງານເປັນໄປຕາມແຜນການທີ່ວາງເອົາໄວ້ດັ່ງກ່າວ ກໍຍັງຈະເຮັດໃຫ້ລາວກາຍເປັນປະເທດ ຜູ້ສົ່ງອອກເຂົ້າຕ່າງປະເທດລາຍສຳຄັນຂອງໂລກອີກດ້ວຍ. ແຕ່ຢ່າງໃດກໍຕາມ ການດຳເນີນຕາມແຜຍການດັ່ງກ່າວຂອງທາງການລາວກໍມີຄວາມຈຳເປັນທີ່ຈະຕ້ອງໃຊ້ງົບ ປະມານຫລາຍກວ່າ 3,400 ລ້ານໂດລາ ໃນຂະນະທີ່ລັດຖະບານລາວເອງກໍຍັງມີບັນຫາຂາດແຄນງົບປະມານ ຢ່າງຫລວງຫລາຍ ຈຶ່ງມີພຽງແຕ່ການກູ້ຢືມແລະຂໍຄວາມຊ່ວຍເຫລືອຈາກຕ່າງປະເທດເທົ່ານັ້ນ ຈຶ່ງຈະເຮັດໃຫ້ ແຜນການດັ່ງກ່າວນີ້ຂອງລັດຖະບານລາວສາມາດເກີດຂື້ນເປັນຈິງໄດ້ ໂດຍປີນີ້ລັດຖະບານລາວໄດ້ວາງເປົ້າ ໝາຍຜົນຜະລິດເຂົ້າໄວ້ເຖິງ 3.3 ລ້ານຕັນ ສ່ວນປີຜ່ານມາກໍສາມາດຊຸກຍູ້ຜົນຜະລິດເຂົ້າໄດ້ 3.1 ລ້ານຕັນ