ອົງການອະນຸລັກຊ້າງໃນເອເຊຍ Elefant Asia ລາຍງານວ່າ ຈໍານວນປະຊາກອນຊ້າງ
ຢູ່ໃນລາວຍັງຄົງຫລຸດລົງຢ່າງຕໍ່ເນຶ່ອງ ໂດຍຈາກການເກັບກໍາຂໍ້ມູນຫລ້າສຸດ ເຮັດໃຫ້ສາ
ມາດປະເມີນໄດ້ວ່າ ໃນປັດຈຸບັນນີ້ ຍັງມີປະຊາກອນຊ້າງບ້ານເຫຼືອຢູ່ໃນລາວ ພຽງແຕ່
ບໍ່ເກີນ 470 ໂຕເທົ່ານັ້ນ. ສ່ວນປະຊາກອນຊ້າງປ່ານັ້ນ ກໍເຊື່ອວ່າມີຈໍານວນໜ້ອຍກວ່າ
ປະຊາກອນຊ້າງບ້ານຢ່າງແນ່ນອນ ເນື່ອງຈາກວ່າຊ້າງປ່າຕ້ອງປະເຊີນກັບການຖືກລ່າ
ໂດຍກຸ່ມລັກລອບຄ້າສັດປ່າຢູ່ຕະຫຼອດເວລາ.
ຍິ່ງໄປກວ່ານັ້ນ ເມື່ອປະກອບກັບບັນຫາການຕັດໄມ້ທໍາລາຍປ່າຢ່າງໜັກໜ່ວງຢູ່ໃນທົ່ວ
ປະເທດລາວອີກດ້ວຍແລ້ວ ກໍຍັງໄດ້ທໍາລາຍຖິ່ນຢູ່ ແລະແຫຼ່ງອາຫານຂອງຊ້າງແລະສັດ
ປ່ານາໆຊະນິດ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງການຜະສົມພັນຂອງສັດປ່າອີກດ້ວຍ
ໂດຍຜົນທີ່ຕິດຕາມມາກໍຄືປະຊາກອນຊ້າງ ແລະສັດປ່າໄດ້ຫລຸດຈໍານວນລົງຢ່າງຕໍ່ເນື່ອງ
ເພາະສະນັ້ນ ຖ້າຫາກວ່າບັນຫາດັ່ງກ່າວນີ້ບໍ່ໄດ້ຮັບການແກ້ໄຂກໍເຮັດໃຫ້ ElefantAsia
ປະເມີນສະຖານະການວ່າ ຊ້າງປ່າໃນລາວ ຈະສູນພັນໄປພາຍໃນ 50 ປີ.
ເສືອໂຄ່ງທີ່ຖືກອະນຸລັກຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ ຂອງລາວ
ທາງດ້ານອົງການຄຸ້ມຄອງສັດ
ປ່າ WCS ທີ່ໃຫ້ການຊ່ວຍເຫຼືອ
ລັດຖະບານລາວ ໃນການອະນຸ
ລັກເສືອໂຄ່ງໃນເຂດປ່າສະຫງວນ
ແຫ່ງຊາດນໍ້າແອດ-ພູເລີຍ ໃນ
ພາກເໜືອຂອງລາວນັ້ນ ກໍລາຍ
ງານວ່າ ໃນປັດຈຸບັນນີ້ ຍັງຄົງ
ເຫຼືອປະຊາກອນເສືອໂຄ່ງ ໃນ
ເຂດປ່າສະຫງວນດັ່ງກ່າວພຽງ
ບໍ່ເກີນ 30 ໂຕ ແລະມີທ່າອ່ຽງ
ທີ່ຈະມີຈໍານວນຫລຸດລົງເລື້ອຍໆ
ເນື່ອງຈາກການລັກລອບເສືອປ່າ
ໃນລາວ ເພື່ອສົ່ງອອກໄປຕ່າງປະເທດຍັງຄົງເກີດຂຶ້ນຢູ່ເລື້ອຍມາ ໂດຍເຖິງ ແມ່ນວ່າ WCS
ຈະຮ່ວມມືກັບທາງການລາວທໍາການລາດຕະເວນໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ-
ພູເລີຍ ນັບແຕ່ປີ 2010 ມາແລ້ວກໍຕາມ ຫາກແຕ່ກໍບໍ່ສາມາດເຮັດໄດ້ຢ່າງທົ່ວເຖິງ ແລະບັນ
ຫານີ້ຍັງໄດ້ເກີດຂຶ້ນໃນທຸກເຂດປ່າສະຫງວນແຫ່ງຊາດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ
ກະຊວງກະສິກໍາ-ປ່າໄມ້ໄດ້ຢືນຢັນວ່າ
“ແຕ່ລະເຂດປ່າສະຫງວນນີ້ ພວກເຮົາໄດ້ມີການກວດການລາດຕະເວນເປັນປະຈໍາ
ເດືອນນຶ່ງນີ້ແມ່ນສິບມື້ ກວດການຕາມຂອບເຂດຊາຍແດນປ່າສະຫງວນ ຈຶ່ງໄດ້ພົບ
ເຫັນ ດັ່ງນັ້ນພວກເຮົາຈຶ່ງຕີລາຄາໄດ້ວ່າ ຢູ່ຕາມເຂດຊາຍແດນນີ້ຍັງມີການເຄຶ່ອນໄຫວ
ໃນການຈັບ ໃນການລ່າສັດປ່າບໍ່ແມ່ນໜ້ອຍເດີ ຍົກຕົວຢ່າງຢູ່ປ່າສະຫງວນນາກາຍ-
ນໍ້າເທີນ ແຕ່ລະເດືອນນີ້ໄປເກັບກູ້ໄປກວດກາໄປເຫັນພັນກວ່າ ກໍລະນີ”
ເນື່ອງຈາກບັນຫາປະຊາກອນຊ້າງ ເສືອ ແລະສັດປ່າລົດຈໍານວນລົງຢ່າງຕໍ່ເນື່ອງແລ້ວ ກໍຍັງ
ມີບັນຫາກ່ຽວກັບປະຊາກອນປາບຶກໃນແມ່ນໍ້າຂອງ ທີ່ຫລຸດຈໍານວນລົງຢ່າງຕໍ່ເນື່ອງ ເຊັ່ນ
ດຽວກັນ ຊຶ່ງຕໍ່ບັນຫາດັ່ງກ່າວກໍເຮັດໃຫ້ທາງການສະຫະລັດ ໂດຍທ່ານນາງ Karen B.
Stewart ເອກອັກຄະລັດຖະທູດສະຫະລັດປະຈໍາລາວໄດ້ ສົ່ງມອບອຸບປະກອນຕິດຕັ້ງ
ສັນຍານດາວທຽມ ສໍາລັບນໍາໃຊ້ໃນການຕິດຕາມການເຄື່ອນໄຫວຂອງປາບຶກໃນແມ່ນໍ້າ
ຂອງໃຫ້ກັບກອງທຶນອະນຸລັກສັດໂລກ WWF ໃນລາວຢ່າງເປັນທາງການເມື່ອບໍ່ດົນມານີ້.
ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ທ່ານນາງ ແຄແຣນ ສະຕວດ (ນຸ່ງເສື້ອແເດງຢູ່ກາງເຮືອ) ເດີນທາງໄປຢ້ຽມຢາມເຂດປ່າສະຫງວນແຫ່ງນຶ່ງ.
ເປົ້າໝາຍສໍາຄັນ ທີ່ທາງການ
ສະຫະລັດໄດ້ໃຫ້ການຊ່ວຍເຫຼືອ
ແກ່ລາວໃນຄັ້ງນີ້ກໍແມ່ນເພື່ອການ
ສຶກສາ ແລະເກັບກໍາຂໍ້ມູນກ່ຽວ
ກັບພຶດຕິກໍາຂອງປາບຶກຢ່າງ
ຮອບດ້ານ ແລະກໍນໍາເອົາຜົນທີ່
ໄດ້ຈາກການສຶກສາດັ່ງກ່າວນັ້ນ
ມາປະກອບໃນການວາງແຜນ
ປະຕິບັດການເພື່ອການອະນຸລັກ
ແລະປ້ອງກັນປາບຶກບໍ່ໃຫ້ເກີດ
ການສູນພັນໄປຈາກແມ່ນໍ້າຂອງ.
ທັງນີ້ກໍເນື່ອງຈາກວ່າປະຊາກອນ
ປາບຶກໄດ້ມີຈໍານວນຫລຸດລົງຢ່າງ
ໄວວາໃນຊ່ວງ 20 ປີຜ່ານມານີ້
ຊຶ່ງຜົນຈາກການເກັບກໍາຂໍ້ມູນໃນ
ໄລຍະທີ່ຜ່ານມາ ກໍໄດ້ຊີ້ໃຫ້ເຫັນ
ວ່າ ປະຊາກອນປາບຶກມີຈໍານວນລຸດລົງເຖິງ 90% ໂດຍມີສາເຫດສໍາຄັນຈາກການພັດທະນາ
ພື້ນຖານໂຄງລ່າງຕ່າງໆ ທີ່ເຮັດໃຫ້ສະພາບແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງຖືກທໍາ
ລາຍໄປຢ່າງຫຼວງຫຼາຍ ຊຶ່ງກໍລວມເຖິງແຫຼ່ງອາຫານ ແຫຼ່ງຜະສົມພັນ ແລະແຫຼ່ງວາງໄຂ່ຂອງ
ປາບຶກອີກດ້ວຍ ນັ້ນເອງ.
ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ ທາງການສະຫະລັດກໍຍັງໄດ້ໃຫ້ການຊ່ວຍເຫຼືອລາວ
ໃນການຮັກສາປ່າ ແລະສັດປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍໃນແຂວງ
ຫົວພັນ ຊຶ່ງເປັນການຊ່ວຍເຫຼືອທີ່ຕໍ່ເນື່ອງນັບແຕ່ປີ 2002 ເປັນຕົ້ນມາແລ້ວ ໂດຍຫລ້າສຸດ
ທາງການສະຫະລັດກໍໄດ້ຊ່ວຍເຫຼືອໃນການສ້າງຕັ້ງໜ່ວຍລາດຕະເວນຂຶ້ນມາ ເພື່ອທໍາການ
ກວດກາ ແລະສະກັດກັ້ນການລັກລອບຕັດໄມ້ ແລະການລ່າສັດປ່າຢູ່ໃນເຂດປ່າສະຫງວນ
ແຫ່ງຊາດນໍ້າແອດ-ພູເລີຍເປັນການສະເພາະ ອີກດ້ວຍ.