ໃນຂະນະທີ່ລາວຍັງບໍ່ສາມາດຊອກເຫັນຊ່ອງທາງທີ່ຈະແກ້ໄຂເລື້ອງໜີ້ສິນສາທາລະນະ ບໍ່ໃຫ້ເພີ້ມຂຶ້ນຢູ່ນີ້ ອັດຕາຄວາມໜ້າເຊື່ອຖືທາງດ້ານການເງິນຂອງປະເທດ ທີ່ປະເມີນໂດຍອົງການການເງິນ ແລະການລົງທຶນສາກົນຍັງຕົກຢູ່ໃນລະດັບຕໍ່າຢູ່ ຊຶ່ງສະທ້ອນໃຫ້ເຫັນວິກິດການທາງເສຖະກິດລາວທີ່ເກີດມາຈາກ ການຂາດດຸນບັນຊີເງິນຕາຕ່າງປະເທດທີ່ມີມາໄດ້ຫລາຍປີ ແລະຖືກຈັດຢູ່ໃນລາຍຊື່ຂອງບັນດາປະເທດ ທີ່ມີຄວາມສາມາດໃຊ້ໜີ້ຕໍ່າທີ່ສຸດຂອງໂລກ. ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນ ດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານອັດຕາຄວາມໜ້າເຊື່ອຖືທາງການເງິນຂອງລາວ ຫລຸດລະດັບລົງຢ່າງຕໍ່ເນື່ອງ
ປີ 2022 ກໍາລັງຈະໝົດໄປແລ້ວ ແລະປີໃໝ່ກໍາລັງກ້າວເຂົ້າມາ ແຕ່ວ່າ ອັດຕາຄວາມໜ້າເຊື່ອຖືທາງການເງິນຂອງລາວ ທີ່ໄດ້ຖືກຫລຸດລະດັບລົງມາໃນກາງປີນີ້ ຍັງບໍ່ໄດ້ມີການປ່ຽນແປງເລີຍ, ອີງຕາມເວັບໄຊທ໌ຂອງສະຖາບັນມູດດີສ໌ (Moody’s) ທີ່ເປັນສະຖານບັນຈັດອັນດັບຄວາມໜ້າເຊື່ອຖືຂອງການຈ່າຍໜີ້ຂອງອົງການລັດຖະບານ ແລະເອກະຊົນໃນທົ່ວໂລກ ທີ່ພິມເຜີຍແຜ່ຜົນການປະ ເມີນຄືນຄວາມໜ້າເຊື່ອຖືໃນການຈ່າຍໜີ້ ຂອງລັດຖະບານລາວ ໃນວັນທີ 15 ທັນວາຜ່ານມານີ້.
ໃນເມື່ອກ່ອນນັ້ນ ລາວຖືກຈັດຢູ່ໃນອັນດັບ Caa1 ໂດຍ ຊຶ່ງເປັນອັດຕາທີ່ບົ່ງ ບອກວ່າ ມີມາດຕະຖານຕໍ່າ ແລະມີຄວາມສ່ຽງຕໍ່ການຂາດຄວາມສາມາດ ໃນການໃຊ້ໜີ້ຄືນໄດ້. ຈາກນັ້ນມາ ອັດຕາຄວາມໜ້າເຊື່ອຖືໃນການຈ່າຍໜີ້ຂອງລາວ ກໍໄດ້ຕົກລົງມາເລື້ອຍໆ ຊຶ່ງກໍຄື ມາຮອດເດືອນສິງຫາ ປີ 2020 ລາວຖືກຫລຸດອັນດັບ ລົງມາຢູ່ທີ່ Caa2 ຊຶ່ງກໍເປັນອັນດັບທີ່ບໍ່ມີຄວາມສາມາດໃນການໃຊ້ໜີ້ຢູ່ແລ້ວ. ຕໍ່ມາ ກໍຄືເດືອນມີຖຸນາປີ 2022 ນີ້ ລາວຖືກຈັດຢູ່ໃນອັນດັບ Caa3 ຊຶ່ງມີຄວາມໝາຍວ່າ ລາວຍັງຢູ່ໃນອັນດັບທີ່ຫຼຸດລົງໄປຫາອັນດັບທີ່ຂີ້ຮ້າຍກວ່າເກົ່າ ແລະກໍເປັນລະດັບທີ່ຂີ້ຮ້າຍທີ່ສຸດ ໃນດ້ານຄວາມໜ້າເຊື່ອຖືໃນການໃຊ້ໜີ້ໄດ້, ອີງຕາມນິຍາມຂອງສະຖາບັນນີ້. ແລະຕົກມາຮອດ ເດືອນທັນວາກໍຄືເດືອນນີ້ ປະເທດລາວ ກໍຍັງຖືກປະເມີນວ່າ ຢູ່ອັນດັບ Caa3 ກໍຄືໃນລະດັບທີ່ຟື້ນຕົວໄດ້ຍາກຢູ່. ທັງນີ້ກໍເພາະການຂາດດຸນບັນຊີເງິນຕາຕ່າງປະເທດ ແລະໄພເງິນເຟີ້ ທີ່ນັບມື້ນັບສູງຂຶ້ນ ທີ່ເປັນຜົນເນື່ອງມາຈາກການຂາດດຸນທາງການຄ້າ ແລະຂາດດຸນງົບປະມານນັ້ນ ຍັງເປັນບັນຫາທີ່ແກ້ໄດ້ຍາກ ເພາະມີຫລາຍສາເຫດ ດັ່ງທີ່ອະດີດພະນັກງານອະວຸໂສ ໃນທະນາຄານແຫ່ງ ສປປ ລາວ ທ່ານນຶ່ງອະທິບາຍວ່າ:
“ເອົາລົງແນວໃດເປັນ ເຈົ້າຕ້ອງຖາມເບິ່ງການສົ່ງອອກຈັກເປີເຊັນ ຄັນເຈົ້າສົ່ງອອກແປດສິບ ນໍາເຂົ້າຊາວເປີເຊັນໂອເຄ ດຽວນີ້ມັນປິ້ນກັນ. ນໍາເຂົ້າແປດສິບເປີເຊັນ ສົ່ງອອກຊາວເປີ ສີ່ສິບເປີເຊັນມັນກະຕິດລົບແລ້ວ ແລະກະຊວງການເງິນເອົາເບິ່ງແຕ່ລະປີນີ້ ຫົກສິບຫ້າຕື້ລາຍຈ່າຍ ລາຍຮັບມີແຕ່ສີ່ສິບຕື້ ມັນຕິດລົບຊາວຫ້າພັນຕື້ມັນຊິເອົາມາແຕ່ໃສຄວາມໝັ້ນຄົງ? ອັນນັ້ນຈຸດນຶ່ງ ບາດນີ້ຈຸດທີສອງ: ເລື່ອງການສົ່ງອອກໄຟຟ້າ ສົ່ງອອກແຮ່ທາດ ສົ່ງອອກຄໍາໄປປະເທດທີ 3 ສົ່ງອອກປັບມູນຄ່າສອງໝຶ່ນລ້ານໂດລາ ບາດຕັດມາເຂົ້າລະບົບທະນະຄານມີແຕ່ສິບຫ້າເປີເຊັນ ມັນໄປໃສເຫລືອນັ້ນ ມັນຄຸມບໍ່ໄດ້ຍ້ອນບໍ່ຜ່ານລະບົບທະນະຄານ ບໍ່ມີວິໄນການເງິນ.”
ຕໍ່ສະພາບການນີ້, ສະຖາບັນ Moody’s ມີຫ້ອງການໃຫຍ່ຕັ້ງຢູ່ນະຄອນນິວຢອກ ຂອງສະຫະລັດ ນັ້ນ ໄດ້ຄາດຄະເນວ່າຄວາມສ່ຽງຕໍ່ການຂາດຄວາມສາມາດຈ່າຍໜີ້ໄດ້ຂອງລາວ ຍັງຈະສືບຕໍ່ເພີ້ມຂຶ້ນໄປ ຢ່າງໜ້ອຍກໍພາຍໃນເວລາ 3 ປີຂ້າງໜ້ານີ້. ລາວມີໜີ້ຕ້ອງຊໍາລະປະຈໍາປີ ຈໍານວນ 1.1 ຕື້ໂດລາ ໃນປີ 2022 ແລະ 1.4 ຕື້ໂດລາ ໃນປີ 2023. ປະມານນຶ່ງສ່ວນສາມຂອງໜີ້ນີ້ ແມ່ນຕ້ອງຈ່າຍໃຫ້ແກ່ຜູ້ໃຫ້ກູ້ເງິນທາງການຄ້າ (ພັນທະບັດ ແລະເງິນກູ້). ໃນຂະນະທີ່ການຂາດດຸນງົບປະມານຍັງຈະເຮັດໃຫ້ຄວາມຕ້ອງການ ໃນການກູ້ຢືມລວມທັງໝົດຢູ່ປະມານ 9 ຫາ 10 ເປີເຊັນນຂອງ GDP ໃນອີກບໍ່ເທົ່າໃດປີຂ້າງໜ້ານີ້, ອີງຕາມລາຍງານຂອງສາຂາສະຖາບັນ Moody’s ທີ່ຕັ້ງຢູ່ສິງກະ ໂປ.
ຕາມການຄາດຄະເນຂອງ Moody's, ລາວຍັງຈະສືບຕໍ່ອີງໃສ່ການກູ້ຢືມຈາກຕະຫຼາດຫຼາຍພໍສົມຄວນ ເພື່ອສະໜອງທຶນໃຫ້ແກ່ຄວາມຕ້ອງການເຫຼົ່ານີ້. ເນື່ອງຈາກບໍ່ມີການສະໜັບສະໜູນງົບປະມານ ຫຼືການດຸ່ນດ່ຽງການຊໍາລະຢ່າງຕໍ່ເນື່ອງຈາກສະຖາບັນການເງິນສາກົນ ທີ່ສຳຄັນເຊັ່ນກອງທຶນສາກົນ ຫລື IMF ຫຼືທະນາຄານໂລກ ແລ້ວ, ລັດຖະບານອາດຈະອີງອາໄສຕໍ່ ກັບເຮັດແບບປະສົມປະສານກັນລະຫວ່າງການເຈລະຈາສັນຍາກູ້ຢືມຄືນໃຫມ່ ກັບຜູ້ໃຫ້ກູ້ແບບສອງຝ່າຍ - ໃນອັດຕາດອກເບ້ຍທາງການຄ້າ ແລະການສືບຕໍ່ອອກໜີ້ ໃນຕະຫຼາດເງິນບາດໄທ, ແລະ/ຫຼື ໃຫ້ການຄ້ຳປະກັນເງິນກູ້ຈາກທະນາຄານການຄ້າ ຊຶ່ງການເຮັດເຊັ່ນນັ້ນ ສະຖາບັນມູດດີສ໌ ໃຫ້ການສັງເກດວ່າ ມັນກໍຍັງຈະເຮັດໃຫ້ອະນາຄົດທາງການເງິນຂອງລາວ ບໍ່ແນ່ນອນຢູ່ ເພາະມັນຂຶ້ນກັບສະພາບການເຈລະຈາກັບຜູ້ເປັນເຈົ້າໜີ້ຕ່າງປະເທດ ຂະນະທີ່ກໍານົດເວລາໃຊ້ໜີ້ຫລາຍຢ່າງ ກໍມາຮອດເລື້ອຍໆໄປ.
ສະນັ້ນ ມັນກໍເຮັດໃຫ້ລາວຍັງມີຄວາມສ່ຽງຕໍ່ການລົ້ມລະລາຍຢູ່ ສ່ວນການລົງ ທຶນຕ່າງປະເທດເຂົ້າໃນການສ້າງເຂື່ອນໄຟຟ້າ ເພື່ອສົ່ງອອກນັ້ນ ກໍນໍາລາຍໄດ້ມາໃຫ້ລາວໜ້ອຍຫລາຍ ດັ່ງທີ່ອະດີດພະນັກງານອະວຸໂສຂອງທະນາຄານກາງ ຂອງລາວ ທີ່ກ່າວມາຂ້າງເທິງນັ້ນ ໃຫ້ຂໍ້ສັງເກດວ່າ:
“ເຈົ້າກະທຸກໄປຕະຫລອດ ແນວມັນມາຫາເງິນຢູ່ປະເທດລາວເດ ບໍ່ໄດ້ດອກ, ປະເທດລາວເປັນອັນດັບຫ້າແລ້ວເດີ ຈາກສີ່ເປັນອັນດັບຫ້າຂອງໂລກເງິນເພີ້-ໜີ້ສິນ ສະພາບຊິຫລົ້ມແລ້ວ.”
ສະຫລຸບແລ້ວ ອົງການຈັດອັນດັບສາກົນໄດ້ຍົກອອກຄຳເຕືອນວ່າ ເສດຖະກິດລາວ ທີ່ປະສົບກັບການຂາດດຸນງົບປະມານ ແລະ ບັນຊີເງິນຕາຕ່າງປະເທດ ມາເປັນເວລາຫລາຍປີ ແລະປະສົບກັບວິກິດການດ້ານສະພາບຄ່ອງ ແລະການແກ້ໄຂບັນຫາເງິນເຟີ້ນັ້ນ ແມ່ນຍັງສືບຕໍ່ຕົກຢູ່ໃນສະພາບເສດຖະກິດທີ່ພື້ນຕົວໄດ້ຍາກຢູ່.
Your browser doesn’t support HTML5
ວີດີໂອ ກ່ຽວກັບລາຍງານອັດຕາຄວາມໜ້າເຊື່ອຖືທາງການເງິນຂອງລາວ ຫລຸດລະດັບລົງຢ່າງຕໍ່ເນື່ອງ