ລາວຢືນຢັນຈະໃຫ້ຄວາມສະດວກ ແກ່ຄົນລາວ ໂພ້ນທະເລ ທີ່ຢາກຈະກັບໄປຢູ່ລາວ

ຮອງລັດຖະມົນຕີຕ່າງປະເທດລາວ ທ່ານຫຽມ ພົມມະຈັນ (ຊ້າຍ) ມອບໃບປະກາດສະນີຍະບັດ ໃຫ້ເຈົ້າໜ້າທີ່ລັດຖະບານ.

ເຈົ້າໜ້າທີ່ຂັ້ນສູງລາວຢືນຢັນວ່າ ທາງການລາວໄດ້ຈັດຕັ້ງຄະນະກໍາມະການ ຂຶ້ນມາຮັບຜິດ ຊອບໃນການໃຫ້ຄວາມຊ່ວຍເຫລືອ ແລະ ອໍານວຍຄວາມສະດວກໃນດ້ານຕ່າງໆ ໃຫ້ແກ່ຄົນ ລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງກັບຄືນປະເທດລາວ ເປັນການສະເພາະແລ້ວ.

ທ່ານຫຽມ ພົມມະຈັນ ລັດຖະມົນຕີຊ່ວຍວ່າການຕ່າງປະເທດຂອງລາວ ໄດ້ໃຫ້ການຢືນຢັນ ວ່າ ທາງການລາວຈະໃຫ້ການສະໜັບສະໜຸນສົ່ງເສີມ ແລະອໍານວຍຄວາມສະດວກໃນທຸກໆ ດ້ານແກ່ຄົນລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງກັບຄືນມາປະເທດລາວ ໃນໄລຍະ ຕໍ່ໄປ ໂດຍໃນປັດຈຸບັນນີ້ ນອກຈາກທາງການລາວຈະໄດ້ທຳການຈັດຕັ້ງຄະນະກໍາມະການ ຂຶ້ນມາຮັບຜິດຊອບໃນການໃຫ້ການຊ່ວຍເຫລືອ ແລະອໍານວຍຄວາມສະດວກໃນດ້ານຕ່າງໆ ສໍາລັບຄົນລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງກັບຄືນປະເທດລາວ ເປັນການສະ ເພາະແລ້ວ ທາງການລາວກໍຍັງຢູ່ໃນລະຫວ່າງການເລັ່ງມືຈັດທໍານິຕິກໍາຕ່າງໆ ເພື່ອເຮັດໃຫ້ ການອໍານວຍຄວາມສະດວກຕ່າງໆນັ້ນ ສາມາດປະຕິບັດໄດ້ຢ່າງມີປະສິດທິພາບຢ່າງແທ້ຈິງ ອີກດ້ວຍ ດັ່ງທີ່ທ່ານຫຽມໄດ້ໃຫ້ການຢືນຢັນ ແລະຊີ້ແຈງເຖິງຂັ້ນຕອນການດໍາເນີນງານດັ່ງ ກ່າວ ໃນຕອນນຶ່ງວ່າ:

“ດຽວນີ້ລັດຖະບານມີກົນໄກຮັບຜິດຊອບແລ້ວ ພວກເຮົາມີຄະນະກໍາມະການເບິ່ງ ແຍງຄວາມຮຽກຮ້ອງຕ້ອງການຂອງພີ່ນ້ອງຄົນລາວໃນຕ່າງປະເທດ ເປັນການ ສະເພາະແລ້ວ ພວກເຮົາກໍຍັງຈະຄົ້ນຄວ້າ ຫັນເປັນດໍາລັດ ຫັນເປັນກົດລະບຽບ ບາງອັນກໍອາດຈະໃຫ້ນາຍົກເຊັນ ບາງອັນອາດກໍຈະສູງກວ່ານັ້ນ ແລະບາງອັນ ອາດຈະເປັນລະບຽບ ຂອງກະຊວງໃດກະຊວງນຶ່ງ”

ນິຕິກໍາທີ່ສໍາຄັນອັນນຶ່ງ ທີ່ທາງການກະຊວງຕ່າງປະເທດຂອງລາວໄດ້ດໍາເນີນການຮ່າງແລະ ຈັດທໍາສຳເລັດຮຽບຮ້ອຍແລ້ວ ໂດຍຍັງຄົງລໍຖ້າພຽງການອະນຸມັດຈາກນາຍົກລັດຖະມົນຕີ ຢ່າງເປັນທາງການເທົ່ານັ້ນໃນຂະນະນີ້ ກໍຄືດໍາລັດວ່າດ້ວຍການໃຫ້ສິດທິໃນການຖືຄອງແລະ ເປັນເຈົ້າຂອງທີ່ດິນໃນລາວ ແກ່ຄົນລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງກັບຄືນມາ ຢູ່ໃນລາວຢາງຖາວອນ ຫລືວ່າຢູ່ໃນລາວ ແບບໄລຍະຍາວ.

ທາງດ້ານທ່ານ ຫລີ ບຸນຄໍ້າ ຫົວໜ້າກົມພົວພັນຄົນລາວໃນຕ່າງປະເທດ ກະຊວງການຕ່າງ ປະເທດຂອງລາວນັ້ນ ກໍໄດ້ຖະແຫລງຢືນຢັນວ່າ ໄດ້ສະເໜີຮ່າງແຜນການແລະນະໂຍບາຍ ດັ່ງກ່າວນີ້ ໄປເຖິງສໍານັກງານນາຍົກລັດຖະມົນຕີຂອງລາວ ຢ່າງເປັນທາງການແລ້ວ ແຕ່ຍັງ ບໍ່ສາມາດຮູ້ໄດ້ວ່າ ນາຍົກລັດຖະມົນຕີຈະລົງນາມໃຫ້ການອະນຸມັດ ເພື່ອດໍາເນີນການປະຕິບັດ ພາກຕົວຈິງ ໄດ້ເມື່ອໃດແທ້.

ແຕ່ຢ່າງໃດກໍຕາມ ທ່ານຫລີກໍຢືນຢັນວ່າ ຜົນຈາກການສຶກສາວິໄຈກ່ຽວກັບການສະໜັບສະ ໜຸນສົ່ງເສີມແລະອໍານວຍຄວາມສະດວກ ໃຫ້ຄົນລາວໃນຕ່າງປະເທດ ພາກັນເດີນທາງກັບ ຄືນມາລາວນັ້ນ ພົບວ່າຈະສົ່ງຜົນດີຢ່າງຍິ່ງ ຕໍ່ການພັດທະນາລາວ ໃຫ້ຈະເລີນກ້າວໜ້າ ຢ່າງເທົ່າທັນກັບບັນດາປະເທດ ໃນພູມິພາກເອເຊຍຕາເວັນອອກສຽງໃຕ້ດ້ວຍກັນ ແລະໃນ ພູມິພາກອື່ນໆຕໍ່ໄປ.

ທາງການລັດຖະບານລາວໄດ້ປະກາດແລະເລີ່ມດໍາເນີນນະໂຍບາຍ ເພື່ອດຶງດູດເອົາຄົນລາວ ໃນຕ່າງປະເທດ ກັບຄືນມາລາວນັບແຕ່ທ້າຍປີ 2009 ເປັນຕົ້ນມາ ດ້ວຍຫວັງວ່າຄົນລາວ ໃນຕ່າງປະເທດນັ້ນ ຈະປະກອບສ່ວນຢ່າງສໍາຄັນ ເຂົ້າໃນການພັດທະນາປະເທດລາວ ໃຫ້ມີ ຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນໄປ ເນຶ່ອງຈາກວ່າມີຄົນລາວໃນຕ່າງປະເທດ ຈໍານວນບໍ່ໜ້ອຍ ທີ່ມີຄວາມຮູ້ຄວາມສາມາດໃນວິທະຍາການທັນສະໄໝ ລວມທັງຍັງມີເງິນທຶນທີ່ສາມາດຈະນໍາ ເຂົ້າມາລົງທຶນໃນລາວ ໄດ້ຫລາຍຂຶ້ນນັບມື້ອີກດ້ວຍ.

ກ່ອນໜ້ານີ້ ສະມາຊິກສະພາແຫ່ງຊາດລາວກໍໄດ້ມີມະຕິຮັບຮອງເອົາການດັດແກ້ກົດໝາຍ ວ່າດ້ວຍການລົງທຶນຈາກຕ່າງປະເທດໃນລາວໄປແລ້ວ ໂດຍໄດ້ມີການບັນຢັດໄວ້ ໃນກົດ ໝາຍດັ່ງກ່າວຢ່າງແຈ່ມແຈ້ງວ່າ ບັນດານັກທຸລະກິດຊາວຕ່າງປະເທດ ທີ່ມີມູນຄ່າການລົງທຶນ ໃນລາວຕັ້ງແຕ່ 500,000 ໂດລາຂຶ້ນໄປນັ້ນ ຍ່ອມມີສິດຖືຄອງແລະເປັນເຈົ້າຂອງອາຄານ ທີ່ດິນ ແລະອະສັງຫາລິມະຊັບຕ່າງໆຢູ່ໃນລາວໄດ້ ຕາມພື້ນທີ່ຫລືເຂດ ທີ່ທາງການລາວໄດ້ ກໍາໜົດ ແລະອະນຸຍາດໃຫ້.

ຫາກແຕ່ວ່າ ສໍາລັບຄົນລາວໃນຕ່າງປະເທດແລ້ວ ຍັງຈະມີສິດທີ່ດີກວ່ານັກທຸລະກິດຊາວຕ່າງ ປະເທດ ຊຶ່ງກໍຄືຄົນລາວໃນຕ່າງປະເທດນັ້ນ ອາດບໍ່ຈໍາເປັນທີ່ຈະຕ້ອງມີມູນຄ່າການລົງທຶນໃນ ລາວເຖິງ $500,000 ຄືກັບນັກທຸລະກິດຊາວຕ່າງປະເທດ ກໍສາມາດທີ່ຈະມີສິດຖືຄອງແລະ ເປັນເຈົ້າຂອງອາຄານທີ່ດິນ ແລະອະສັງຫາລິມະຊັບຕ່າງໆຢູ່ໃນລາວໄດ້ແລ້ວ ນັ້ນເອງ.