ໂຄງການໃຫ້ເຄຣດິດ ດ້ານແກັສຄາຣບອນ ໃນລາວ ໄດ້ປະເຊີນກັບສະຖານະການທີ່ຫຍຸ້ງຍາກ ເນື່ອງຈາກການລັກລອບຕັດໄມ້ ຜິດກົດໝາຍ

  • ຊົງຣິດ ໂພນເງິນ

ພາບຖ່າຍທາງອາກາດເມື່ອວັນທີ 26 ມີນາ 2010, ສະແດງໃຫ້ເຫັນສະຖານທີ່ເກັບໄມ້ທ່ອນຢູ່ໃນປ່າແຂວງບໍລິຄຳໄຊ. (Photo by HOANG DINH NAM / AFP)

ໂຄງການອະນຸລັກປ່າໄມ້ ເພື່ອການສ້າງລາຍໄດ້ຈາກການຂາຍຄາບອນ ເຄຣດິດ (carbon credit) ຢູ່ໃນລາວ ກຳລັງປະເຊີນກັບບັນຫາຫຍຸ້ງຍາກໃນຫຼາຍດ້ານ ໂດຍສະເພາະແມ່ນການລັກລອບຕັດໄມ້ເພື່ອການຄ້າທີ່ຜິດກົດໝາຍນັ້ນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

Your browser doesn’t support HTML5

ໂຄງການໃຫ້ເຄຣດິດ ດ້ານແກັສຄາຣບອນ ໃນລາວ ໄດ້ປະເຊີນກັບສະຖານະການທີ່ຫຍຸ້ງຍາກ

ຜູ້ປະສານງານເຄືອຂ່າຍອົງການອະນຸລັກຊັບພະຍາກອນທຳມະຊາດໃນລຸ່ມນ້ຳຂອງ ເປີດເຜີຍວ່າ ການລັກລອບເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພຶດເສດຖະກິດຊະນິດຕ່າງໆໃນລາວ ເພື່ອເພີ້ມການສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປຄິດເປັນເນື້ອທີ່ກວ້າງກວ່າ 476,960 ເຮັກຕາໃນປີ 2023 ຜ່ານມາ ທັງຍັງມີທ່າອ່ຽງທີ່ຈະມີການລັກລອບເຜົາແລະຕັດໄມ້ເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍສະເພາະແມ່ນໃນແຂວງພາກເໜືອທີ່ມີຊາຍແດນຕິດຕໍ່ກັບຈີນ ແລະຫວຽດນາມນັ້ນ ກໍຄືເຂດທີ່ມີການລັກລອບເຜົາປ່າ ແລະຕັດໄມ້ຫຼາຍທີ່ສຸດໃນລາວ ດ້ວຍເຫດນີ້ ທະນາຄານໂລກ ຈຶ່ງໄດ້ລິເລີ້ມແລະໃຫ້ການຊ່ວຍເຫຼືອແກ່ລາວ ໃນການຈັດຕັ້ງປະຕິບັດໂຄງການອະນຸລັກປ່າໄມ້ ແລະສິ່ງແວດລ້ອມທຳມະຊາດເພື່ອການສ້າງລາຍໄດ້ຈາກການຂາຍ carbon credit ນັບຈາກປີ 2018 ເປັນຕົ້ນມາ ໂດຍຄາດວ່າ ຈະສ້າງລາວໄດ້ໃຫ້ແກ່ພາກສ່ວນທີ່ຮ່ວມໂຄງການເພີ້ມຂອງຈາກ 17 ລ້ານໂດລາໃນປີ 2023 ເປັນປະມານ 42 ລ້ານໂດລາໃນປີ 2025 ດັ່ງທີ່ຜູ້ປະສານງານເຄືອຂ່າຍອະນຸລັກ ໄດ້ໃຫ້ການຢືນຢັນວ່າ:

“ເບື້ອງຕົ້ນໂຄງການກະລິເລີ້ມໃນປີ 2018 ເນາະ ເພາະວ່າ ພວກເຮົາສິສ້າງຄວາມພ້ອມໃນລະດັບຊາດເນາະ ພວກເຮົາກໍຕ້ອງໄດ້ຜັນຂະຫຍາຍແຜນອອກໄປແຕ່ລະແຂວງເນາະ ໂດຍສະເພາະແມ່ນໂຄງການທະນາຄານໂລກນີ້ ກະແມ່ນເລັ່ງໃສ່ຢູ່ໃນແຂວງພາກເໜືອຂອງປະເທດລາວ ເນາະ ໂດຍສະເພາະກໍແມ່ນແຂວງຫົວພັນ ຫລວງພະບາງ ໄຊຍະບູລີ ອຸດົມໄຊ ຫລວງນ້ຳທາ ແລະແຂວງບໍ່ແກ້ວ ຖືວ່າ ພວກເຮົາໄດ້ສຳເລັດແລ້ວ ກະເລີ້ມຂາຍແຕ່ນີ້ຮອດປີ 2025 ເນາະ ຊຶ່ງຄາດວ່າ 2025 ນີ້ ເຮົາສິໄດ້ເງິນທັງໝົດແມ່ນ 42 ລ້ານໂດລາ ອັນນີ້ ແມ່ນໂຄງການຮ່ວມມືກັບທະນາຄານໂລກເນາະ.”