ການເປັນປະທານວຽນຂອງອາຊຽນປີ 2024 ຂອງລາວ ມັນກໍເປັນໂອກາດດີໃຫ້ລາວສາມາດໃຊ້ໂອກາດນີ້ ເພື່ອດຸ່ນດ່ຽງສາຍພົວພັນກັບປະເທດເພື່ອນບ້ານ ແລະຮັດແໜ້ນສາຍພົວພັນກັບສະຫະລັດຫຼາຍຂຶ້ນ ແລະຍາດແຍ່ງເອົາການຊ່ວຍຈາກສາກົນເພີ້ມຂຶ້ນ ຖ້າຫາກລາວປັບປຸງລະບົບບໍລິຫານຂອງລັດຖະບານ ໃຫ້ມີປະສິດພາບສູງຂຶ້ນໄປພ້ອມໆກັນ, ອີງຕາມທັດສະນະຂອງ ນັກຊ່ຽວຊານສາກົນ ຊຶ່ງບົວສະຫວັນຈະນໍາເອົາລາຍງານນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານກ່ຽວກັບ ຄວາມສາມາດໃນການໃຊ້ໂອກາດຈາກການເປັນປະທານອາຊຽນຂອງ ສປປ ລາວ
ມື້ອື່ນນີ້ ເປັນມື້ຂຶ້ນປີໃໝ່ສາກົນ 2024 ແລະກໍເປັນມື້ເລີ້ມຕົ້ນຂອງການເປັນປະ ທານວຽນສະມາຄົມປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊຽນຂອງລາວ ຊຶ່ງຈະເຮັດປະເທດນີ້ ມີບົດບາດຫຼາຍຂຶ້ນໃນເວທີສາກົນ ແລະພາກພື້ນ ແລະຜ່ານການເປັນປະທານຂອງກຸ່ມອາຊຽນ ລາວກໍອາດຈະໃຊ້ໂອກາດນີ້ເພື່ອເສີມຂະຫຍາຍ ແລະເພີ້ມທະວີການພົວພັນສອງຝ່າຍຫຼາຍຂຶ້ນກັບປະເທດທີ່ມີເສດຖະກິດໃຫຍ່ອັນດັບນຶ່ງຂອງໂລກ ແລະມີຄວາມກ້າວໜ້າທາງດ້ານເທັກໂນໂລຈີເຊັ່ນສະຫະລັດ ເພື່ອດຶງດູດເອົາການຊ່ວຍເຫລືອ, ອີງຕາມ ດຣ. ແອນດຣູ ແວລສ໌-ແດັງ, ຊ່ຽວຊານກ່ຽວກັບລາວ, ຫວຽດນາມ ແລະກໍາປູເຈຍ ຢູ່ສະຖາບັນສັນຕິພາບຂອງສະຫະລັດ ທີ່ໂອ້ລົມກັບພວກເຮົາຜ່ານ Zoom ເມື່ອມໍ່ໆມານີ້ວ່າ:
“ຂ້າພະເຈົ້າຄິດວ່າ ຍັງມີໂອກາດສໍາລັບການພົວພັນຂອງລາວກັບສະຫະລັດໃນເລື່ອງນີ້ ເພາະວ່າສະຫະລັດເປັນຄູ່ຮ່ວມມືຂອງອາຊຽນ, ດຽວນີ້ພວກເຮົາມີການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານແລ້ວ ຊຶ່ງເປັນລະດັບສູງສຸດ ຂອງການຮ່ວມມືກັບອາຊຽນ ທີ່ໄດ້ຕົກລົງກັນໃນປີກາຍນີ້. ສະນັ້ນ ໃນປີທີ່ລາວເປັນປະທານນັ້ນ ກໍຈະໄດ້ຮັບຄວາມສົນໃຈຈາກສະຫະລັດຫລາຍຂຶ້ນ. ຂ້າພະເຈົ້າຄາດຫວັງວ່າຈະມີການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງຈາກສະຫະລັດໄປລາວ ແນ່ນອນ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ໃນລະດູໃບໄມ້ປົ່ງນີ້, ແຕ່ອາດຈະເປັນເວລາອື່ນໆອີກຂອງປີນັ້ນ. ສະນັ້ນຈຶ່ງເປັນໂອກາດທີ່ສະຫະລັດຈະຊ່ວຍເຫຼືອລາວ ໃຫ້ເປັນປະທານອາຊຽນຢ່າງມີປະສິດທິຜົນ ແລະ ບາງທີຈະປຶກສາຫາລືບັນຫາອື່ນໆອີກທີ່ສາມາດປັບປຸງການພົວພັນສອງຝ່າຍໄດ້ເຊັ່ນກັນ.”
ທ່ານກ່າວເພີ້ມອີກວ່າ ໃນການເຮັດເຊັ່ນນັ້ນລາວສາມາດຮຽນເອົາບົດຮຽນ ສ່ວນໃດສ່ວນນຶ່ງຈາກຫວຽດນາມທີ່ກໍາລັງເຮັດຢູ່ໃນປັດຈຸບັນໃນເລື້ອງການຫັນໃຫ້ມີ ຄວາມຫຼາກຫຼາຍດ້ານນະໂຍບາຍການຕ່າງປະເທດ ເຖິງແມ່ນວ່າລາວຈະມີ ທີ່ຕັ້ງຍຸດທະສາດ ແລະຂະໜາດທີ່ແຕກຕ່າງກັນກັບຫວຽດນາມກໍຕາມ.
ພ້ອມກັນນັ້ນລາວ ດຣ. ແວລສ໌-ແດັງ ຍັງເວົ້າອີກວ່າ ລາວສາມາດໃຊ້ໂອກາດນີ້ເພື່ອປັບປຸງສາຍພົວພັນ ກັບປະເທດເພື່ອນບ້ານທັງໃຫຍ່ ແລະນ້ອຍໃຫ້ດຸ່ນດ່ຽງ ຫລື ມີຄວາມໃກ້ຊິດຢ່າງເທົ່າທຽມກັນ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:
“ປະເທດລາວຕັ້ງຢູ່ທາງແຍກຂອງປະເທດເພື່ອບ້ານທີ່ສໍາຄັນຄື ຈີນ, ຫວຽດນາມ, ໄທ ແລະ ກັບມຽນມາໜ້ອຍນຶ່ງ, ລາວສາມາດມີທ່າທີທີ່ແຂງແກ່ນໃນການມີສາຍພົວພັນທີ່ດີ ແລະດຸ່ນດ່ຽນຜົນປະໂຍດຂອງປະເທດເພື່ອນບ້ານເຫຼົ່ານີ້ ແລະອັນທີສອງນັ້ນແມ່ນ ລາວບໍ່ຄວນອຽງໄປຫາປະເທດເພື່ອນບ້ານໃດນຶ່ງຫຼາຍຈົນເກີນໄປ ທີ່ເຮັດໃຫ້ເສຍຜົນປະໂຫຍດຂອງປະເທດອື່ນ ບາງທີໃນເມື່ອກ່ອນເຮົາອາດຈະເວົ້າໄດ້ວ່າ ລາວ ໃກ້ຊິດກັບຫວຽດນາມຫຼາຍ ແລະດຽວນີ້ມັນປ່ຽນໄປ ເບິ່ງຄືວ່າລາວມີຄວາມໃກ້ຊິດກັບຈີນຫຼາຍ ເມື່ອທຽບໃສ່ກັບປະເທດອື່ນ ສິ່ງນັ້ນອາດຈະເຮັດໃຫ້ມີຄວາມສົມດຸນກັນຫຼາຍຂຶ້ນ, ໃນຄວາມຄິດຂອງຂ້າພະເຈົ້າ.”
ປະຕູໄຊ, ນະຄອນຫຼວງວຽງຈັນ, ສປປ ລາວ.
ການເປັນປະທານຂອງອາຊຽນນີ້ ຍັງຈະນໍາເປັນໂອກາດອັນດີແກ່ລາວ ໃນການ ຊ່ວຍເຫລືອຈາກຕ່າງປະເທດ ທີ່ຈະນໍາຜົນປະໂຫຍດອັນຍາວນານ ມາໃຫ້ລາວ, ອີງຕາມທ່ານດຣູ ທອມສັນ, ນັກຄົ້ນຄວ້າຊາວອາເມຣິກັນຢູ່ໃນມະຫາວິທະຍາໄລແຫ່ງຊາດສິງກະໂປ ທີ່ໃຫ້ຄໍາເຫັນວ່າ:
“ລາວຍັງຂາດຄວາມອາດສາມາດຫຼາຍ ທັງທາງດ້ານໂຄງລ່າງພື້ນຖານ ແລະຊັບພະຍາກອນມະນຸດ ແລະ ລາວຈະພົບຄວາມຫຍຸ້ງຍາກໃນການເຮັດໃຫ້ໄດ້ຕາມຕາຕະລາງເວລາຂອງກອງປະຊຸມອາຊຽນ, ໂດຍສະເພາະກອງປະຊຸມໃຫຍ່ຂອງອາຊຽນທີ່ລວມເອົາຄູ່ຮ່ວມມືໃນການສົນທະນາເຂົ້ານໍາ. ສະນັ້ນ, ນີ້ຈຶ່ງເປັນການເປີດໂອກາດ ໃຫ້ບັນດາຄູ່ຮ່ວມມື ແລະບັນດາປະເທດສະມາຊິກອາຊຽນອື່ນ ແລະຍີ່ປຸ່ນ, ຈີນ, ເກົາຫຼີໃຕ້, ສະຫະລັດ ເພື່ອຊ່ວຍໃຫ້ລາວພັດທະນາຂີດຄວາມສາມາດຂອງຕົນ ແລະສິ່ງນັ້ນອາດຈະລວມເຖິງການລົງທຶນດ້ານໂຄງລ່າງພື້ນ ຖານ ບໍ່ວ່າຈະເປັນການຄົມມະນາຄົມ ແລະ ການບໍລິການຄວາມສະດວກ, ການທ່ອງທ່ຽວ, ຫຼືຊັບພະຍາກອນມຸນຸດ, ເຊັ່ນ: ການຝຶກອົບຮົມທາງດ້ານພາສາ ແລະ ການຝຶກອົບຮົມພະນັກງານບໍລິຫານໃນທ້ອງຖິ່ນ ແລະ ເຈົ້າໜ້າທີ່ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ ໃນວຽກງານຂອງເຂົາເຈົ້າ ເຊິ່ງປະ ເພດການລົງ ທຶນໃນດ້ານຊັບພະຍາກອນມະນຸດຂອງລາວຈະນໍາຜົນປະໂຫຍດໄລຍະຍາວ ຍາວເກີນກວ່າການເປັນປະທານອາຊຽນຂອງເຂົາເຈົ້າອີກ.”
ແຕ່ຢ່າງໃດກໍຕາມ ທ່ານບອກວ່າ ບັນຫາພາຍໃນປະເທດເອງ ຈະເປັນປັດໄຈທີ່ເຮັດໃຫ້ລາວສາມາດຍາດເອົາຜົນປະໂຫຍດ ຈາກການເປັນປະທານຂອງອາຊຽນໄດ້ຢ່າງເຕັມສ່ວນ, ທີ່ໃຫ້ຄໍາເຫັນວ່າ:
“ແຕ່, ອີກເທື່ອນຶ່ງ ສິ່ງທ້າທາຍຈາກການທີ່ມີຂີດຄວາມສາມາດຈໍາກັດ ແນ່ນອນ ມັນເປັນການຍາກຫຼາຍທີ່ຈະເລີ່ມຕົ້ນ, ການສໍ້ລາດບັງຫຼວງແມ່ນເປັນບັນຫາ, ການຂາດຄວາມໂປ່ງໃສແມ່ນເປັນບັນຫາ, ການຂາດການບໍລິຫານທີ່ດີແມ່ນເປັນບັນຫາ ທີ່ລວມເຂົ້າກັນເຮັດໃຫ້ການລົງທຶນໃນໂຄງລ່າງພື້ນຖານໃນລາວມີຄວາມສ່ຽງ ຢ່າງຕໍ່ເນື່ອງ ແລະນັ້ນກໍ່ແມ່ນເຫດຜົນນຶ່ງທີ່ເຮັດໃຫ້ລາວຕິດຢູ່ໃນວົງຈອນຂອງການພັດທະນາຕໍ່າ.”
ທ່ານຍັງໃຫ້ຄໍາເຫັນອີກວ່າ ການເປັນປະທານຂອງອາຊຽນໃນໄລຍະທີ່ມີຄວາມທ້າທາຍ ທາງດ້ານການເມືອງພູມີສາດ ເຊັ່ນການແຂ່ງຂັນກັນ ລະຫວ່າງຈີນກັບສະຫະລັດ ແລະການກໍ່ອາຊະຍາກໍາຂ້າມຊາດ ທີ່ມີຜົນກະທົບຕໍ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ໃນປັດຈຸບັັນນີ້ ອາດຈະເຮັດໃຫ້ລາວປະສົບຄວາມຫຍຸ້ງຍາກໃນການຮັບມືກັບບັນຫາເຫລົ່ານີ້ຫຼາຍກວ່າປະເທດອາຊຽນທີ່ມີເສດຖະກິດ ແລະມີຊັນພະຍາກອນມະນຸດທີ່ຫຼາຍກວ່າ.