ແຮງງານລາວພາກັນໄປຊອກຫາງານໃນຕ່າງປະເທດເປັນຈຳນວນຫຼວງຫລາຍໃນແຕ່ລະປີ ແລະອັດຕາຫວ່າງງານຂອງຄົນລາວກໍແມ່ນເພີ້ມຂຶ້ນຢ່າງສູງໃນຊຸມປີຜ່ານມານີ້ ຊຶ່ງກໍຄືຈາກ 9.8 ເປີເຊັນ ໃນປີ 2017 ຂຶ້ນເປັນ 21.8 ເປີເຊັນໃນທ້າຍປີ 2021, ອີງຕາມທ່ານພົງໄຊສັກ ອິນທະລາດ, ຮອງລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ. ແຕ່ວ່າຢູ່ໃນລາວເອງກັບມີຄວາມຕ້ອງການແຮງງານຈາກຕ່າງປະເທດຫລາຍ ອີງຕາມທ່ານ ປ.ອ. ລິດທິກອນ ພູມມະສັກ, ປະທານບໍລິຫານກຸ່ມບໍລິສັດໄອເອເອັຟ ຊຶ່ງທ່ານກ່າວຢູ່ໃນກອງປະຊຸມສົນທະນາລະຫວ່າງພາກລັດ ແລະເອກກະຊົນໃນພິທີເປີດງານມະຫາກຳສົ່ງເສີມແຮງງານລາວທີ່ຈັດຂຶ້ນໃນວັນພຸດວານນີ້ວ່າ:
Your browser doesn’t support HTML5