ທາງການລາວ ຈະເພີ້ມອັດຕາຄວາມໜາແໜ້ນ ຂອງປ່າໄມ້
ໃຫ້ສູງຂຶ້ນ ດ້ວຍການແບ່ງປ່າໄມ້ ອອກເປັນ 3 ປະເພດ ຢ່າງ
ຊັດເຈນ ກໍຄືປ່າປ້ອງກັນ ປ່າສະຫງວນ ແລະ ປ່າຜະລິດໃນ
ທົ່ວປະເທດ.
Your browser doesn’t support HTML5
ຟັງລາຍງານເລື້ອງ ທາງການລາວ ຈະເພີ້ມອັດຕາຄວາມໜາແໜ້ນ ຂອງປ່າໄມ້ ໃນທົ່ວປະເທດ
ທ່ານນູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ
ທຳມະຊາດ ໄດ້ໃຫ້ການຢືນຢັນວ່າມາດຕະການໜຶ່ງ ທີ່ຈະເຮັດໃຫ້ການຄຸ້ມຄອງ ແລະ
ປົກປັກຮັກສາຊັບພະຍາກອນປ່າໄມ້ໃນລາວ ໄດ້ຢ່າງມີປະສິດທິພາບສູງຂຶ້ນ ກໍຄືການ
ກຳນົດ ແລະແບ່ງປ່າໄມ້ອອກເປັນ 3 ປະເພດຢ່າງຊັດເຈນ ຊຶ່ງປະກອບດ້ວຍປ່າປ້ອງກັນ
ປ່າສະຫງວນ ແລະປ່າຜະລິດຕາມລຳດັບ.
ໂດຍສຳຫລັບປ່າປ້ອງກັນນັ້ນ ໄດ້ມີການປະກາດໃຫ້ກວມເອົາພື້ນທີ່ທັງໝົດ 7 ລ້ານ
9 ແສນ ເຮັກຕາ ຊຶ່ງແບ່ງເປັນປ່າປ້ອງກັນລະດັບຊາດ 49 ແຫ່ງ ແລະ ປ່າປ້ອງກັນລະດັບ
ທ້ອງຖິ່ນ 90 ແຫ່ງ ແຕ່ການສຳຫລວດໃນລະຍະທີ່ຜ່ານມາກໍພົບວ່າ ປ່າປ້ອງກັນໃນທົ່ວ
ປະເທດຍັງຄົງເຫລືອສະພາບປ່າໄມ້ປົກຫຸ້ມຢູ່ພຽງແຕ່ 3 ລ້ານ 7 ໝື່ນເຮັກຕາ ເທົ່ານັ້ນ.
ສ່ວນເຂດປ່າສະຫງວນນັ້ນ ກໍໄດ້ປະກາດກວມເອົາພື້ນທີ່ທັງໝົດ 4 ລ້ານ 7 ແສນເຮັກຕາ
ຊຶ່ງແບ່ງເປັນປ່າສະຫງວນ ລະດັບຊາດ 24 ແຫ່ງ ແລະ ປ່າສະຫງວນລະດັບທ້ອງຖິ່ນ 2
ແຫ່ງໂດຍຈາກການສຳຫລວດຕົວຈິງນັ້ນ ກໍພົບວ່າປ່າສະຫງວນຍັງຄົງເຫລືອສະພາບ
ປ່າໄມ້ປົກຫຸ້ມຢູ່ພຽງ 2 ລ້ານ 2 ແສນ 1 ໝື່ນເຮັກຕາ ເທົ່ານັ້ນ ແລະສຳຫລັບປ່າຜະລິດ
ທີ່ແບ່ງອອກເປັນ 51 ເຂດໃນພື້ນທີ່ 3 ລ້ານ 1 ແສນເຮັກຕານັ້ນ ກໍຍັງຄົງເຫລືອສະພາບ
ປ່າໄມ້ປົກຫຸ້ມຢູ່ພຽງແຕ່ 1 ລ້ານ 4ແສນ 6 ໝື່ນເຮັກຕາ ເທົ່ານັ້ນ.
ການຖາງ ແລະ ເຜົາປ່າ ເພື່ອເຮັດໄຮ່ ເລື່ອນລອຍ ຂອງປະຊາຊົນລາວ ແມ່ນເຫດຜົນສ່ວນນຶ່ງ ທີ່ເຮັດໃຫ້ຄວາມໜາແໜ້ນຂອງປ່າໄມ້ ໃນລາວລົດລົງ.
ຍິ່ງໄປກວ່ານັ້ນ ທ່ານນູລິນ ກໍຍັງຍອມຮັບດ້ວຍວ່າ ປ່າໄມ້
ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ລົດລະດັບຄວາມໜາ
ແໜ້ນລົງຢ່າງຫລວງຫຼາຍໃນລະຍະ 10 ປີມານີ້ ໂດຍຈາກ
ການສຳຫລວດໃນປີ 2013 ພົບວ່າເຂດປ່າສະຫງວນ ແຫ່ງ
ຊາດ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບ ຂອງກະຊວງຊັບພະ
ຍາກອນແລະສິ່ງແວດລ້ອມ ທຳມະຊາດນັ້ນ ມີເນື້ອທີ່ລວມ
ພຽງ 4 ລ້ານກວ່າເຮັກຕາເທົ່ານັ້ນ ໃນທົ່ວປະເທດ.
ຫາກແຕ່ໃນປັດຈຸບັນກໍເຊື່ອວ່າ ລະດັບຄວາມໜາແໜ້ນ ຂອງ
ປ່າໄມ້ໃນເຂດປ່າສະຫງວນດັ່ງກ່າວ ໄດ້ລົດລົງເຫລືອຢູ່ບໍ່ເຖິງ
4 ລ້ານເຮັກຕາ ໂດຍນອກຈາກຈະມີສາເຫດມາຈາກການຖາງ
ແລະ ເຜົາປ່າ ເພື່ອເຮັດໄຮ່ເລື່ອນລອຍ ຂອງປະຊາຊົນລາວແລ້ວ
ກໍຍັງມີສາເຫດສຳຄັນມາຈາກການລັກລອບຕັດໄມ້ ເພື່ອການຄ້າຜິດກົດໝາຍ ທີ່ເກີດຂຶ້ນ
ຢ່າງກວ້າງຂວາງໃນທົ່ວປະເທດລາວ ໃນປັດຈຸບັນນີ້.
ໂດຍສະເພາະແມ່ນການທີ່ບັນດາພໍ່ຄ້າໄມ້ໄດ້ວ່າຈ້າງໃຫ້ປະຊາຊົນລາວ ໃນລະດັບ
ທ້ອງຖິ່ນເພື່ອໃຫ້ເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນັ້ນ ຖືເປັນ
ບັນຫາທີ່ໄດ້ເກີດຂຶ້ນຢ່າງກວ້າງຂວາງທີ່ສຸດໃນເວລານີ້ ທັງກໍຍັງເປັນການຍາກທີ່ຈະ
ປ້ອງກັນອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:
“ການບຸກລຸກປ່າສະຫງວນ ປ່າປ້ອງກັນນີ້ ມັນມີຫຼາຍສາເຫດ ເປັນຕົ້ນນີ້ແມ່ນການ
ຖາງປ່າເຮັດໄຮ່ຫັ້ນ ໄຟໄໝ້ປ່າແລ້ວກະມີນັກທຸລະກິດຈຳນວນໜຶ່ງທີ່ຢູ່ເບື້ອງຫລັງ
ໃຫ້ປະຊາຊົນລັກລອບຕັດໄມ້ ໂດຍນຳໃຊ້ລົດໄຖນາຫັ້ນ ແລ້ວໄປແກ່ໄມ້ໃນກາງຄືນ ອັນນີ້ຍາກໃນການສະກັດກັ້ນ.”
ເຈົ້າໜ້າທີ່ຂັ້ນສູງຍັງໄດ້ໃຫ້ການຍອມຮັບດ້ວຍວ່າ ນອກຈາກການລັກລອບຕັດໄມ້ ໃນ
ເຂດປ່າສະຫງວນແຫ່ງຊາດດັ່ງກ່າວແລ້ວ ເຂດປ່າປ້ອງກັນ ໃນລາວທີ່ມີພື້ນທີ່ກວ້າງກວ່າ
7 ລ້ານເຮັກຕາ ໃນທົ່ວປະເທດລາວໃນປັດຈຸບັນນີ້ ກໍກຳລັງຕົກຢູ່ພາຍໃຕ້ສະພາບບັນຫາ
ດຽວກັນ.
ກ່ອນໜ້ານີ້ ໜ່ວຍຕຳຫລວດສະເພາະກິດຂອງລາວຢຶດໄມ້ທີ່ລັກລອບຕັດໂດຍຜິດກົດໝາຍ ໄດ້ຫຼາຍກວ່າ 8 ແສນແມັດກ້ອນໃນຊ່ວງ 6 ເດືອນທຳອິດຂອງປີ 2014 ນີ້ ໂດຍໄມ້ ທີ່ຢຶດໄດ້ ດັ່ງກ່າວ ມີປະລິມານຫຼາຍກວ່າ ໄມ້ທີ່ທາງການລາວອະນຸຍາດໃຫ້ຕັດຢ່າງຖືກຕ້ອງໃນລະຍະດຽວກັນນີ້ເຖິງ 8 ເທົ້າຕົວ.