ຄະນະພົວພັນຕ່າງປະເທດຂອງສູນກາງພັກປະຊາຊົນປະ
ຕິວັດລາວ ໄດ້ທຳການສົ່ງມອບເງິນໃນມູນຄ່າເກີນກວ່າ
4 ພັນລ້ານກີບ ຫລືປະມານ 4 ແສນ 99 ພັນໂດລາ
ທີ່ໄດ້ຮັບບໍລິຈາກຂອງພາກລັດ ແລະເອກະຊົນໃນລາວ
ໃຫ້ແກ່ທາງການສະຖານທູດຍີ່ປຸ່ນ ປະຈໍານະຄອນຫລວງ
ວຽງຈັນເມື່ອທ້າຍເດືອນມີນານີ້ ຊຶ່ງຖືວ່າເປັນເງິນບໍລິຈາກ
ງວດທໍາອິດທີ່ພາກລັດ ແລະປະຊາຊົນລາວໄດ້ຮ່ວມກັນ
ປະກອບສ່ວນເພື່ອໃຫ້ການຊ່ວຍເຫລືອແກ່ຊາວຍີ່ປຸ່ນທີ່
ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ແລະຄື້ນຍັກສຸນາ
ມິເມື່ອວັນທີ 11 ມີນາທີ່ຜ່ານມາ.
ທ່ານຫຽມ ພົມມະຈັນ ມອບເງິນບໍລິຈາກ ໃນການບັນເທົາທຸກແກ່ຜູ້ໄດ້ຮັບເຄາະ ຮ້າຍຈາກແຜ່ນດິນໄຫວ ແລະຄື້ນຍັກສຸ ນາມິແກ່ທ່ານນາງ Junko Yokota ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ
ທັງນີ້ ກໍເພາະທາງການລາວໄດ້ເລີ້ມດໍາເນີນການປຸກລະດົມໃຫ້ພາກລັດ ແລະເອກະຊົນໃນລາວຮ່ວມກັນ ບໍລິຈາກເງິນເພື່ອປະກອບສ່ວນໃຫ້ການຊ່ວຍເຫລືອແກ່ຊາວຍີ່ປຸ່ນດັ່ງກ່າວນັບເປັນເວລາ 2 ສັບປະດາມາແລ້ວ ແລະການ
ປຸກລະດົມດັ່ງກ່າວກໍຍັງເປັນການດໍາເນີນງານ
ໂດຍສູນກາງພັກອີກດ້ວຍ ໂດຍສະເພາະແມ່ນ
ໃນໄລຍະຂອງການດໍາເນີນກອງປະຊຸມໃຫຍ່
ສະໄໝທີ 9 ຂອງພັກໃນລະຫວ່າງວັນທີ
17-21 ມີນານັ້ນ ກໍປາກົດວ່າໄດ້ຮັບການປະ
ກອບສ່ວນຈາກສະມາຊິກພັກເປັນຢ່າງດີ.
ດັ່ງທີ່ທ່ານນາງອິນລາວັນ ແກ້ວບຸນພັນ ຮອງ
ລັດຖະມົນຕີກະຊວງສາທາລະນະສຸກໃນຖານະ
ເປັນຜູ້ທີ່ໄດ້ຮັບການມອບໝາຍຈາກສູນກາງ
ພັກໃຫ້ຮັບຜິດຊອບການປຸກລະດົມດັ່ງກ່າວໄດ້ຊີ້ແຈງວ່າ:
“ບັນດາແຂວງ, ກະຊວງອ້ອມຂ້າງຊຶ່ງວ່າໄດ້ເຂົ້າຮ່ວມກອງປະຊຸມນີ້ກໍໄດ້ມີຈິດໃຈ
ເພື່ອບໍລິຈາກໃຫ້ແກ່ຜູ້ປະສົບເຄາະຮ້າຍດັ່ງກ່າວນີ້ກໍເຫັນວ່າ ພຽງແຕ່ໃນໄລຍະ ກອງປະຊຸມນີ້ພວກເຮົາກໍສາມາດລະດົມໄດ້ເຖິງ 700 ກວ່າລ້ານ ກະສະແດງເຖິງວ່າ ນ້ຳໃຈຂອງພວກເຮົາທີ່ມີຕໍ່ເພື່ອນມິດທີ່ເຄີຍໄດ້ຮ່ວມຊ່ວຍເຫລືອຊຶ່ງກັນ
ແລະກັນໃນນາມທີ່ພວກເຮົາໄດ້ຮ່ວມພັດທະນາເສດຖະກິດ ແລະສັງຄົມ”
ທ່ານນາງ Junko Yokota ເອກອັກ ຄະລັດຖະທູດຍີ່ປຸ່ນປະຈໍາລາວມອບເງິນ ຊ່ວຍເຫລືອໃນການພັດທະນາຊົນນະບົດ ແກ່ຜູ້ຕາງໜ້າລັດຖະບານລາວ
ຍິ່ງໄປກວ່ານັ້ນທ່ານນາງອິນລາວັນຍັງໄດ້ໃຫ້
ການຢືນຢັນອີກດ້ວຍວ່າການລະດົມດັ່ງກ່າວ
ນີ້ ຈະຍັງຄົງດຳເນີນຕໍ່ໄປໂດຍບໍ່ມີກຳໜົດ
ເນື່ອງຈາກທາງການລາວຖືວ່າຍີ່ປຸ່ນນັ້ນກໍຄື
ປະເທດເພື່ອນມິດທີ່ດີຂອງລາວທີ່ໄດ້ໃຫ້ການ
ຊ່ວຍເຫຼືອໃນການພັດທະນາລາວໃນດ້ານ
ຕ່າງໆ ຢ່າງຫຼວງຫຼາຍແລະຢ່າງຕໍ່ເນື່ອງ.
ທັງນີ້ໂດຍອິງຕາມລາຍງານຂອງກະຊວງແຜນ
ການແລະການລົງທຶນຂອງລາວກໍໄດ້ລະບຸວ່າ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ລາວ
ຫຼາຍທີ່ສຸດໂດຍໃນແຕ່ລະປີຈະມີມູນຄ່າການ
ຊ່ວຍເຫຼືອຫຼາຍກວ່າ 170 ລ້ານໂດລາຫຼືຄິດ
ເປັນສັດສ່ວນຫຼາຍກວ່າ 30% ຂອງຄວາມຊ່ວຍເຫຼືອທັງໝົດທີ່ລັດຖະບານລາວໄດ້ຮັບຈາກ
ຕ່າງປະເທດໃນແຕ່່ລະປີ.
ນອກຈາກນັ້ນ ການທີ່ລັດຖະບານຍີ່ປຸ່ນໄດ້ເຂົ້າໄປມີບົດບາດຢ່າງສຳຄັນຕໍ່ການກຳໜົດນະ ໂຍບາຍແລະແຜນການດຳເນີນງານຂອງທະນາຄານແຫ່ງເອເຊຍຫຼື ADB ອີກດ້ວຍນັ້ນ ກໍຍັງຖືວ່າເປັນປັດໃຈສໍາຄັນທີ່ເຮັດໃຫ້ລາວໄດ້ຮັບການຊ່ວຍເຫຼືອ ແລະສະໜັບສະໜຸນເງິນ
ກູ້ຢືນຈາກ ADB ເພີ້ມຫຼາຍຂຶ້ນທຸກປີອີກດ້ວຍ.
ສຳລັບໃນໄລຍະຈາກປີ 2011-2015 ກໍຄືໄລຍະຂອງການຈັດຕັ້ງປະຕິບັດແຜນການພັດ
ທະນາທາງເສດຖະກິດ-ສັງຄົມແຫ່ງຊາດສະບັບທີ 7 ຂອງລັດຖະບານລາວນັ້ນກໍປາກົດ
ວ່າ ຄະນະກຳມະການຂອງ ADB ທີ່ມີຊາວຍີ່ປຸ່ນເປັນປະທານນັ້ນ ກໍໄດ້ໃຫ້ການຢືນຢັນ
ວ່າ ຈະໃຫ້ຄວາມຊ່ວຍເຫຼືອແລະສະໜັບສະໜຸນເງິນກູ້ຢືມແກ່ລັດຖະບານລາວຫຼາຍຂຶ້ນ
ກວ່າໃນໄລຍະທີ່ຜ່ານມາ.
ທັງນີ້ໂດຍນັບຈາກປີ 1996 ຈົນເຖິງປີ 2010 ທີ່ຜ່ານມານັ້ນກໍປະກົດວ່າ ADB ໄດ້ໃຫ້ ການສະໜັບສະໜຸນເງິນກູ້ຢືມແກ່ລັດຖະບານລາວໄປແລ້ວຄິດວ່າເປັນມູນຄ່າລວມເຖິງ
1,210 ລ້ານໂດລາ ແລະໃນຂະນະດຽວກັນກໍໄດ້ໃຫ້ການຊ່ວຍເຫຼືອລ້າແກ່ລັດຖະບານລາວ ຄິດເປັນມູນຄ່າລວມຫລາຍກວ່າ 145 ລ້ານໂດລາໂດຍສະເພາະໃນປີ 2010 ທີ່ຜ່ານມານັ້ນ
ADB ກໍໄດ້ອານຸມັດເງິນກູ້ຢືມໃຫ້ແກ່ລັດຖະບານລາວໃນມູນຄ່າ 108 ລ້ານໂດລາ ແລະສໍາ
ລັບໃນປີ 2011 ນີ້ ADB ກໍໄດ້ອານຸມັດເງິນກູ້ຢືມໃຫ້ແກ່ລັດຖະບານລາວເພີ່ມຂຶ້ນເປັນ
140 ລ້ານໂດລາແລ້ວ.