ທາງການລາວອະນຸຍາດສໍາປະທານໃນການຄົ້ນຫາແຫຼ່ງນໍ້າມັນ
ແລະແກັສທໍາມະຊາດຢູ່ ໃນເຂດແຂວງ ຄໍາມ່ວນ ສະຫວັນນະ
ເຂດ ແລະສາລະວັນ ໃຫ້ກັບບໍລິສັດເອກກະຊົນຈາກປະເທດແຄ
ນາດາ.
ພິທີການເປີດຕົວບໍລິສັດ CAMCAN Energy ຈໍາກັດ ຈາກປະເທດແຄນາດາ ທີ່ໄດ້ຮັບສໍາປະທານການສໍາຫຼວດເພື່ອຊອກຫາແຫຼ່ງນໍ້າມັນແລະແກັສທໍາມະຊາດໃນພື້ນທີ່ ກວ້າງ 11,974 ກິໂລແມັດມົນທົນ ໃນເຂດແຂວງຄໍາມ່ວນ ສະຫວັນນະເຂດ ແລະສາ ລະວັນ ໄດ້ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນຕຸລາທີ່ຜ່ານມາ ໂດຍມີທ່ານ ຄໍາລຽນ ພົນເສນາ ລັດຖະມົນ ຕີຊ່ວຍວ່າການກະຊວງແຜນການແລະການລົງທຶນ ແລະທ່ານສົມບູນ ລາດຊະສົມບັດ ລັດຖະ ມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ ໄດ້ເຂົ້າຮ່ວມເປັນກຽດໃນພິທີ ການດັ່ງກ່າວດ້ວຍ.
ສ່ວນທາງດ້ານບໍລິສັດຜູ້ໄດ້ຮັບສໍາປະທານ ທີ່ມີທ່ານ Peter Haverson ເປັນປະທານ ບໍລິສັດນັ້ນ ກໍໄດ້ໃຫ້ການຢືນຢັນວ່າບໍລິສັດຈະດໍາເນີນການສໍາຫຼວດເພື່ອຊອກຫາແຫຼ່ງ ນໍ້າມັນແລະແກັສທໍາມະຊາດ ຢູ່ໃນລາວຢ່າງສຸດກໍາລັງ ທັງເຊື່ອໝັ້ນວ່າ ຖ້າຫາກມີການພົບແຫຼ່ງ ນໍ້າມັນ ແລະແກັສທໍາມະຊາດຢູ່ໃນລາວກໍຈະເປັນການປະກອບສ່ວນຢ່າງສໍາ ຄັນເຂົ້າໃນການພັດທະນາເສດຖະກິດໃນລາວໃຫ້ມີຄວາມຈະເລີນກ້າວໜ້າຫຼາຍຂຶ້ນ ຢ່າງບໍ່ຢຸດຍັ້ງອີກດ້ວຍ.
ກ່ອນໜ້ານີ້ ທ່ານຄໍາຕັນ ວົງພັນສີປະເສີດ ຮອງຫົວໜ້າກົມບໍ່ແຮ່ ກະຊວງພະລັງງານແລະບໍ່ ແຮ່ ໄດ້ໃຫ້ການຢືນຢັນກັບວີໂອເອ ຢູ່ນະຄອນວຽງຈັນ ເມື່ອບໍ່ດົນມານີ້ວ່າ ການສໍາຫຼວດຫາ ແຫຼ່ງນໍ້າມັນແລະແກັສທໍາມະຊາດໃນລາວ ຈະດໍາເນີນຕໍ່ໄປ. ໂດຍເຖິງແມ່ນວ່າການສໍາຫຼວດໃນລະຍະທີ່ຜ່ານມານັ້ນຈະຍັງບໍ່ພົບແຫຼ່ງທີ່ມີຄວາມອາດສາມາດທີ່ຄຸ້ມຄ່າສໍາຫຼັບການລົງທຶນກໍຕາມ.
ທ່ານຕໍາຕັນ ບອກວ່າໃນຊຸມປີທີ່ຜ່ານມາ ລັດຖະບານລາວກໍໄດ້
ອະນຸຍາດໃຫ້ບໍລິສັດ Salamander Energy ຈາກປະເທດອັງ
ກິດ ດໍາເນີນການສໍາຫຼວດເພື່ອຊອກຫາ ແຫຼ່ງນໍ້າມັນ ແລະແກັສ
ທໍາມະຊາດ ໃນແຂວງສະຫວັນນະເຂດ ຫາກແຕ່ວ່າ ການສໍາ
ຫຼວດດັ່ງກ່າວນີ້ ກໍບໍ່ພົບ ແຫຼ່ງທີ່ມີຄວາມອາດສາມາດ ແລະຄຸ້ມ
ຄ່າທີ່ຈະລົງທຶນ ຈຶ່ງເຮັດໃຫ້ບໍລິສັດດັ່ງກ່າວໄດ້ໂຈະແຜນການ
ສໍາຫຼວດໄວ້ຊົ່ວຄາວ.
ແຕ່ຢ່າງໃດກໍຕາມ ໃນລະຍະ 2 ປີມານີ້ ບໍລິສັດ Salamander Engergy ກໍໄດ້ຮ່ວມມືກັບລັດວິສາຫະກິດນໍ້າມັນຂອງຫວຽດນາມ ຫຼື Petro-Viet ໂດຍມີເປົ້າໝາຍທີ່ຈະຮ່ວມກັນດໍາເນີນການສໍາຫຼວດເພື່ອຄົ້ນຫາແຫຼ່ງນໍ້າມັນແລະແກັສທໍາມະຊາດໃນເຂດ ແຂວງ ສາລະວັນ ຈໍາປາສັກ ເຊກອງ ແລະອັດຕະປື ທາງພາກໃຕ້ຂອງລາວ ໂດຍສະເພາະຢູ່ທີ່ເຊບັ້ງນວນ ທີ່ ເປັນເຂດຕິດຕໍ່ລະຫວ່າງແຂວງສາລະວັນ ກັບຈໍາປາສັກນັ້ນ ຖືເປັນພື້ນທີ່ເປົ້າໝາຍທີ່ຈະດໍາ ເນີນການສໍາຫຼວດໃນໝໍ່ໆນີ້ ດັ່ງທີ່ທ່ານ ຄໍາຕັນ ໄດ້ຢືນຢັນວ່າ:
“ບໍລິສັດ Salamander ນີ້ ສໍາຫຼວດແຕ່ສະຫວັນນະເຂດໄປເຂົ້າຜາງອນ ແລ້ວກໍບໍລິສັດ Petro-Vietnam ເຂົາຈະສາມາດເຮັດຕອນລຸ່ມສິເຂົ້າຈໍາປາສັກກັບສາລະວັນ ຊຶ່ງວ່າບໍລິສັດຂອງ Salamander ກໍຈະເຈາະທີ່ເຊບັ້ງນວນຢູ່ສາ ລະວັນ ແລ້ວຍັງບໍລິສັດ Petro-Vietnam ກໍາລັງເຮັດການສຶກສາຢູ່ ຕາມແຜນການກະວ່າປີນີ້ຈະເຈາະ ແຕ່ເນື່ອງຈາກວ່າຂໍ້ມູນທາງດ້ານ ທໍລະນີຟີສິກ ນັ້ນ ກໍກໍາລັເອົາຂໍ້ມູນໄປສຶກສາຢູ່ ແລະຕາມແຜນການນີ້ ປີໜ້າກໍຈະເຈາະ.”
ທາງດ້ານທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ ໄດ້ຢືນຢັນວ່າ ອຸດສາຫະກໍາການຂຸດຄົ້ນແຮ່ທາດໃນລາວ ຍັງມີທ່າອຽງທີ່ຈະຂະ ຫຍາຍຕົວເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ໂດຍໃນນີ້ກໍລວມເຖິງຄວາມອາດສາມາດສູງໃນການຂຸດຄົ້ນຫາແຮ່ຄໍາດ້ວຍ ເພາະເຖິງແມ່ນວ່າໃນປັດຈຸບັນ ຈະມີການຂຸດຄົ້ນແຮ່ຄໍາພຽງແຕ່ 2 ແຫ່ງ ກໍຄືຢູ່ເຊໂປນ ໃນແຂວງສະຫວັນນະເຂດກັບຢູ່ພູເບ້ຍ ໃນແຂວງວຽງຈັນ ເທົ່ານັ້ນກໍຕາມ ຫາກແຕ່ຈາກການສໍາ ຫຼວດເບື້ອງຕົ້ນກໍພົບວ່າ ຍັງມີອີກ 2 ແຫ່ງທີ່ເຊື່ອວ່າມີປະລິມານແຮ່ຄໍາທີ່ສາມາດພັດທະນາ ເປັນເໝືອງຜະລິດແຮ່ຄໍາຂະໜາດໃຫຍ່ໄດ້.
ທ່ານວີລະພົນ ໃຫ້ການຢືນຢັນວ່າ ແຫຼ່ງແຮ່ຄໍາ ຂະໜາດໃຫຍ່ທັງ 2 ແຫ່ງດັ່ງກ່າວກໍາລັງຈະມີການສໍາຫຼວດຢ່າງລະອຽດໃນໝໍ່ໆນີ້ ໂດຍແຫ່ງນຶ່ງຢູ່ທີ່ຫຼັກຊາວໃນເຂດແຂວງບໍລິຄໍາໄຊ ສ່ວນອີກແຫ່ງນຶ່ງ ກໍຢູ່ໃນເຂດແຂວງອັດຕະປື ທາງພາກໃຕ້ຂອງລາວ ຊຶ່ງຄາດວ່າພາຍຫຼັງຈາກທີ່ໄດ້ ທໍາການສໍາຫຼວດຢ່າງລະອຽດແລະໄດ້ຈັດທໍາບົດວິພາກເສດຖະກິດ ລວມເຖິງການປ້ອງກັນຜົນກະທົບຕໍ່ສັງຄົມ ແລະສະພາບແວດລ້ອມທໍາມະຊາດຢ່າງໄດ້ມາດຕະຖານສາກົນແລ້ວ ນັ້ນ ກໍສາມາດທີ່ຈະອະນຸຍາດສໍາປະທານໄດ້ທັນທີ.

Your browser doesn’t support HTML5
ຟັງລາຍງານ ການຄົ້ນຫາແຫຼ່ງນໍ້າມັນ ແລະແກັສທໍາມະຊາດ ໃນລາວ

ຖານ ສໍາຫຼວດນໍ້າມັນ ແຫ່ງນຶ່ງ ໃນລາວ