ສູນ​ກາງ​ ພັກ​ປະຊາຊົນ ​ປະຕິວັດ​ລາວ ​ເລື່ອນ​ຊັ້ນໃຫ້ ການ​ນຳ​ທາງ​ທະຫານ 10 ທ່ານ

ບັນດາຜູ້ນຳທາງທະຫານໃນກອງທັບປະຊາຊົນລາວ ຈຳນວນ 10 ທ່ານ ໄດ້ຮັບການ​ເລື່ອນ​ຂຶ້ນຊັ້ນ ທັງ​ລະດັບ​ພົນ​ໂທ ພົນ​ຕີ ​ແລະ​ພົນ​ຈັດຕະວາ​ ຈາກສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ເລື່ອນ​ຊັ້ນການ​ນຳ​ທາງ​
ທະຫານ​ໃນ​ກອງ​ທັບ​ປະຊາຊົນ​ລາວ ທັງ​ລະດັບ​ພົນ​ໂທ ພົນ​ຕີ
​ແລະ​ພົນ​ຈັດຕະວາ​ພ້ອມ​ກັນ​ເຖິງ 10 ຄົນ​ເພື່ອ​ໃຫ້​ສອດ​ຄ້ອງ
​ກັບ​ສະພາບ​ການ.

Your browser doesn’t support HTML5

ຟັງລາຍງານ ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ເລື່ອນ​ຊັ້ນໃຫ້ ການ​ນຳ​ທາງ​ທະຫານ 10 ທ່ານ.

ການ​ປະກາດ​ເລື່ອນ​ຊັ້ນ ການນຳ​ທັງ​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ກອງທັບ​ປະຊາຊົນ​
ລາວ​ໃນ​ຄັ້ງນີ້ ​ເປັນ​ການ​ປະຕິບັດ​ ຕາມ​ລັດຖະດຳລັດ​ ຂອງ​ປະທານ​ປະ​ເທດ​ວ່າ​ດ້ວຍ​ການ
​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ​ຂັ້ນສູງ​ຈຳນວນ 10 ທ່ານ ​ໂດຍ​ອິງ​ໃສ່​ລັດຖະທຳ​ມະນູນ ກົດ
ໝາຍ​ວ່າດ້ວຍ​ນາຍ​ທະຫານ ​ແລະ​ຕາມ​ການສະ​ເໜີ​ ຂອງ​ນາຍົກລັດຖະມົນຕີລາວ ທີ່​ໃຫ້​
ເຫດຜົນ​ວ່າ​ ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ຂອງ​ໜ້າ​ທີ່ ວຽກ​ງານ​ຢູ່​
ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ປັດຈຸ​ບັນ.

ທັງ​ນີ້​ໂດຍ​ມີ 2 ທ່ານ​ທີ່​ໄດ້​ຮັບ​ການ​ເລື່ອນຊັ້ນຈາກ​ພົນ​ຕີ​ຂຶ້ນ​ເປັນ​ພົນ​ໂທ​ກໍ​ຄື​ທ່ານ​ພົນ​ໂທ​
ແສງ​ນວນ ​ໄຊ​ຍະ​ລາດ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ຮັກສາ​ຄວາມ​ສະຫງົບ​ຊາຍ​ແດນ​ລາວ​-ໄທ​ດ້ວຍ ສ່ວນ​ອີກ​ທ່ານ​ໜຶ່ງ​ກໍຄື ທ່ານ​ພົນ​ໂທ​ຈັນ​ສະໝອນ ຈັນຍາ​ລາດ ກຳມະການ​ສູນ​ກາງ​ພັກ ​ແລ​ະລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ສຳ​ຫລັບ​ນາຍ​ທະຫານ ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນຈາກ​ພົນ​ຈັດຕະວາ ຂຶ້ນ​ເປັນ​ພົນ​ຕີນັ້ນ ມີ​ຢູ່ 4 ທ່ານດ້ວຍ​ກັນ ຄື ທ່ານ​ພົນ​ຕີ​ທອງ​ລອຍ ສີລິ​ວົງ ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ທ່ານ​ພົນ​ຕີ​ພູ​ວົງ ວົງ​ພົມ ຫົວໜ້າ​ກົມ​ໃຫຍ່​ພາລາ​ທິການ ​ແລະ ທ່ານ​ພົນ​ຕີ​ແອ​ສະໃໝ ​ເລືອງ​ວັນ​ໄຊ ຫົວໜ້າ​ກົມ​ໃຫຍ່​ເຕັກ​ນິກ.

​ທ່ານ​ທີ່​ໄດ້​ຮັບ​ການ​ເລື່ອນຊັ້ນຈາກ​ພົນ​ຕີ​ຂຶ້ນ​ເປັນ​ພົນ​ໂທ​ກໍ​ຄື​ ທ່ານ​ພົນ​ໂທ​ ແສງ​ນວນ ​ໄຊ​ຍະ​ລາດ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ຮັກສາ​ຄວາມ​ສະຫງົບ​ຊາຍ​ແດນ​ລາວ​-ໄທ​ດ້ວຍ.

ສ່ວນ​ນາຍ​ທະຫານ​ອີກ 4 ທ່ານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ ຈາກ
​ພັນ​ເອກ​ຂຶ້ນ​ເປັນ​ພົນ​ຈັດຕະວາ​ນັ້ນ ກໍປະກອບ​ດ້ວຍ​ທ່ານ​ພົນ
​ຈັດຕະວາ​ປະສິດ ທ່ຽງທຳ ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 4
ທ່ານ​ພົນ​ຈັດຕະວາ​ວົງ​ສັກ ພັນທະ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ພາລາ
​ທິການ ທ່ານ​ພົນ​ຈັດ​ຕະວາ​ບົວ​ວັນ ​ເພັງ​ບຸນ​ທັນ ຫົວໜ້າ​ການ​ເມືອງ
ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ​ແລະ​ທ່ານ​ພົນ​
ຈັດຕະວາ​ບຸນ​ລ້ຽງ ແສງ​ພະຈັນ ຫົວໜ້າ​ກົມປ້ອງ​ກັນ​ພາຍ​ໃນ ພ້ອມ
​ກັນ​ນີ້ ທ່ານ​ພົນ​ຕີ​ສຸ​ວອນ ​ເລືອ​ງບຸນ​ມີ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ ກໍ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ພົນ​ຈັດຕະວາ​ວິ​ໄລ ຫລ້າ​ຄຳ​ຟອງ ກໍ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຫົວໜ້າ​ໃຫຍ່​ການ​ເມືອງ​ກອງທັບ.

ກ່ອນ​ໜ້ານີ້ ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ກໍ​ໄດ້​ລົງມະຕິ​ດ້ວຍ​ສຽງ​ສ່ວນ​ໃຫຍ່​ໃນ​ການ​ຮັບຮອງ​ການ​ແຕ່ງຕັ້ງຮອງ​ນາຍົກລັດຖະມົນຕີ ​ໃນ​ຄະນະ​ລັດຖະບານ​ເພີ້​ມຂຶ້ນອີກ 2 ທ່ານ ດັ່ງ​ທີ່ ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ ວ່າ:

“ຂ້າພະເຈົ້າຂໍອະນຸຍາດຕ່າງໜ້າລັດຖະບານ ສະເໜີການຊັບຊ້ອນຍົກຍ້າຍ
ສະມາຊິກລັດຖະບານຊຸດທີ 7 ຈຳນວນໜຶ່ງ ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງ
ພະນັກງານ ການນຳຂັ້ນສູງ ໃຫ້ດຳລົງຕຳແໜ່ງໃໝ່ ຕໍ່ກອງປະຊຸມສະໄໝສາມັນ
ເທື່ອທີ 7 ສະເໜີໃຫ້ທ່ານ ດຣ. ບຸນປອນ ບຸດຕະນະວົງ ກຳມະການ ກົມການ
ເມືອງສູນກາງພັກ ເປັນຮອງນາຍົກ ລັດຖະມົນຕີ ສອງສະເໜີ ທ່ານ ດຣ. ພັນຄຳ
ວິພາວັນ ກຳມະການ ກົມການເມືອງສູນກາງພັກເປັນຮອງນາຍົກລັດຖະມົນຕີ
ທັງເປັນລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ.”

ຊຶ່ງດ້ວຍມະຕິຕົກລົງດັ່ງກ່າວນີ້ ກໍເຮັດໃຫ້ຄະນະລັດຖະບານລາວມີຮອງນາຍົກລັດ
ຖະມົນຕີ ເຖິງ 5 ທ່ານ ກໍຄືທ່ານອາຊາງ ລາວລີ ທ່ານທອງລຸນ ສີສຸລິດ ຊຶ່ງຄວບຕຳແໜ່ງ
ລັດຖະມົນຕີວ່າການຕ່າງປະເທດ ທ່ານສົມສະຫວາດ ເລັ່ງສະຫວັດ ທ່ານບຸນປອນ
ບຸດຕະນະວົງ ແລະ ທ່ານພັນຄຳ ວິພາວັນ ທີ່ຄວບຕຳແໜ່ງ ລັດຖະມົນຕີວ່າການກະຊວງ
ສຶກສາທິການແລະກິລາອີກດ້ວຍ.

ສ່ວນທ່ານສິນລະວົງ ຄຸດໄພທູນ ກໍຖືກແຕ່ງຕັ້ງເປັນເຈົ້າຄອງ ນະຄອນ ຫລວງວຽງຈັນ ແລະທ່ານສອນໄຊ ສີພັນດອນ ກໍໄດ້ເປັນລັດຖະມົນຕີ ປະຈຳສຳນັກງານນາຍົກຯ ແລະ
ຫົວໜ້າຫ້ອງວ່າການລັດຖະບານລາວ.