ກໍາມະກອນບາງຄົນໃນໂຮງງານຕັດຫຍິບ ຢູ່ລາວໄດ້ຮັບຄວາມເດືອດຮ້ອນ ຍ້ອນການລະບາດຂອງພະຍາດໂຄວິດ 

ບໍລິສັດອິນທິເມດ ແຟຊັນ ອາບີ ໃນ ສປປ ລາວ

ກໍາມະກອນໃນໂຮງງານຕັດຫຍິບຢູ່ລາວນອກຈາກໄດ້ຮັບຜົນກະທົບຈາກ ການປິດ
ໂຮງງານໄວ້ໃໄລຍະນຶ່ງ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ທີ່ໃຫ້ຮັກ ສາການຢູ່ຫ່າງ
ກັນຢ່າງໜ້ອຍສອງແມັດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດແລ້ວ ກໍ
ຍັງມີຈໍານວນນຶ່ງ ທີ່ມີພີ່ນ້ອງມາແຕ່ໄທ ອາໄສຢູ່ນໍາ ຍັງໄດ້ຮັບຄວາມເດືອດຮ້ອນອີກ
ເພາະບາງໂຮງງານ ກໍໃຫ້ເຂົາເຈົ້າອອກການໄປ. ລາຍລະອຽດຈະເປັນແນວໃດນັ້ນ
ກິ່ງສະຫວັນ ມີລາຍງານເລື້ອງນີ້ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ການຫວ່າງງານຂອງໂຮງງານຕັດຫຍິບ ໃນ ສປປ ລາວ

Your browser doesn’t support HTML5

ເຊີນຊົມ ວີດີໂອ

ດັ່ງທີ່ວີໂອເອໄດ້ສະເໜີໄປໃນອາທິດແລ້ວນີ້ ອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບ ຫລືໂຮງງານຕັດຫຍິບໃນລາວ ເພື່ອສົ່ງອອກນັ້ນ ເປັນພາກສ່ວນການຜະລິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄວຣັດ Covid-19 ຢ່າງໜັກໜ່ວງທີ່ສຸດ ເມື່ອມີການສັ່ງຊື້ຜະລິດຕະພັນເສື້ອຜ້າ ໂດຍລູກຄ້າ ຕ່າງປະເທດຫລຸດລົງຢ່າງຕໍ່ເນື່ອງນັບແຕ່ເດືອນມັງກອນປີ 2020 ເປັນຕົ້ນມາ, ອີງຕາມເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງໃນກະຊວງອຸດສາຫະກໍາ ແລະການຄ້າຂອງລາວ. ເນື່ອງຈາກມີຄໍາສັ່ງໃຫ້ປິດໂຮງງານຕ່າງໆ ເປັນການຊົ່ວຄາວ ແລະການປິດປະເທດໄວ້ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາດັ່ງການໃຫ້ສໍາພາດຂອງນັກລົງທຶນຈາກປາກິດສະຖານທ່ານນຶ່ງທີ່ມີໂຮງງານຕັດຫຍິບສອງແຫ່ງໃນນະຄອນຫລວງວຽງຈັນ ແລະຈ້າງກໍາມະກອນປະມານ 100 ຄົນ ບອກວ່າໃນຊ່ວງມີຄໍາສັ່ງໃຫ້ປິດເມືອງໃນໄລຍະເດືອນເມສາຜ່ານມານັ້ນ ທາງໂຮງງານຂອງທ່ານກໍໄດ້ຖືກປິດໄວ້ ເປັນເວລານຶ່ງເດືອນ. ປັດຈຸບັນນີ້ ເຖິງແມ່ນວ່າ ທາງໂຮງ ງານຂອງທ່ານໄດ້ເປີດໃຫ້ ກໍາມະກອນ ມາເຮັດວຽກຕາມປົກກະຕິແລ້ວກໍຕາມ ແຕ່ວ່າກໍຍັງບໍ່ສາມາດທີ່ຈະຈ້າງ ກໍາມະກອນໃໝ່ເພີ້ມຍ້ອນວ່າບໍ່ມີການສັ່ງຊື້ ຫລື Order ເປັນປົກກະຕິເທື່ອ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

"ກະຊ່ວງນີ້ບໍ່ຮັບຄົນ ຄົນກະບໍ່ຫລາຍ ກະຊ່ວງນີ້ກະບໍ່ທັນມີ ຈັກໜ່ອຍກະມີ ບໍ່ເປັນຫຍັງດອກ."

ອີງຕາມກະຊວງອຸດສາຫະກໍາ ແລະການຄ້າຂອງລາວແລ້ວ ໄດ້ເຮັດໃຫ້ມູນຄ່າ ການສົ່ງ
ອອກ ເສື້ອຜ້າສຳເລັດຮູບຂອງລາວ ໃນຊ່ວງ 6 ເດືອນ ຕົ້ນປີ 2020 ໜ້ອຍກວ່າ 95 ລ້ານ
ໂດລາ ແລະໃນຕະຫຼອດປີ 2020 ອາດຈະມີມູນຄ່າລວມປະມານ 132 ລ້ານໂດລາ ຫຼືລົດ
ລົງຫລາຍກວ່າ 41 ເປີເຊັນຈາກປີຜ່ານມາ.

ແຕ່ການລະບາດຂອງພະຍາດ ຢູ່ໃນປະເທດໃກ້ຄຽງຂອງລາວ ກໍຄືປະເທດໄທ ທີ່ມີກໍາມະກອນຫລາຍພັນຄົນ ຫລັ່ງໄຫລກັບມາບ້ານ ນັບແຕ່ທ້າຍເດືອນມີນາຜ່ານມານັ້ນ ກໍໄດ້ເຮັດໃຫ້ ກໍາມະກອນໃນບາງໂຮງງານຕັດຫຍິບທີ່ມີພີ່ນ້ອງກັບມາຈາກໄທອາໄສຢູ່ນໍານັ້ນ ໄດ້ຮັບຄວາມເດືອຮ້ອນເປັນພິເສດ ເມື່ອ ເຈົ້າຂອງໂຮງງານບາງແຫ່ງໄດ້ຄັດເລືອກເອົາເຂົ້າເຈົ້າອອກຈາກວຽກງານໄປ ດັ່ງການເປີດເຜີຍຂອງຄົນຂັບລົດຮັບ ສົ່ງກໍາມະກອນສໍາລັບໂຮງງານຕັດຫຍິບ ແຫ່ງນຶ່ງທີ່ເປັນຂອງນັກລົງທຶນຈາກໄທ ຢູ່ເຂດເມືອງໄຊທານີຂອງນະຄອນ ຫລວງວຽງຈັນ ທີ່ກໍາລັງຄັດຈ້ອນເອົາກໍາມະກອນອອກວ່າ:

"ໄລຍະນີ້ເຂົາບໍ່ຮັບ ໄລຍະນີ້ເຂົາຢ້ານໂຄວິດ ເຂົາບໍ່ຮັບ ແຕ່ຄົນເກົ່າເຂົາກະຍັງຈ້ອນອອກ
ພວກໃດມີພີ່ນ້ອງມາແຕ່ໄທ ເຂົາກະຈ້ອນອອກຈ້ອນອອກເພາະເຂົາຢ້ານຕິດເຊື້ອ."

ແຕ່ຢ່າງໃດກໍຕາມ ອີງຕາມການບອກເລົ່າຂອງຄົນຂັບລົດຂົນສົ່ງກໍາມະກອນ ທ່ານນີ້ແລ້ວ
ກໍາມະກອນລາວ ທີ່ເຮັດວຽກຢູ່ໃນໂຮງງານຕັດຫຍິບແມ່ນມີລາຍ ຮັບພໍກຸ້ມກັບການໃຊ້ຈ່າຍ
ຂອງເຂົາເຈົ້າຢູ່ດັ່ງການໃຫ້ສໍາພາດຂອງທ່ານວ່າ:

"ມັນກະຈະດີກວ່າບໍ່ມີວຽກເຮັດຢູ່ບ້ານຂອບເຂດພວກເຮົານີ້ນະບ່ອນໃດມີໂຮງງານເຂົາກະ
ໃຫ້ເຮັດ ບໍ່ໄດ້ເຮັດ ພໍຮັ່ງພໍມີດອກ ກະພໍໄດ້ໃຊ້ໄດ້ຈ່າຍ."

ບັນດາພະນັກງານຕັດຫຍິບ

ສະຫລຸບແລ້ວ ການລະບາດຢ່າງໜັກຂອງໄວຣັສໂຄໂຣນາທີ່ເປັນເຫດໃຫ້ ຫລາຍປະເທດ
ໃນໂລກ ລວມທັງລາວ ແລະປະເທດເພື່ອນບ້ານປິດປະເທດ ແລະປິດໂຮງງານຫລາຍແຫ່ງ
ໄວ້ຊົ່ວຄາວນັ້ນ ລ້ວນແຕ່ສົ່ງຜົນກະທົບເຮັດໃຫ້ລາຍໄດ້ ໃນຂະແໜງຕັດຫຍິບເພື່ອສົ່ງອອກ
ຫລຸດລົງ ແລະໄດ້ສ້າງຄວາມເດືອດຮ້ອນ ເປັນພິເສດໃຫ້ແກ່ກໍາມະກອນຢູ່ບາງໂຮງງານ ທີ່
ມີພີ່ນ້ອງທີ່ເປັນ ຜູ້ອອກແຮງງານກັບມາຈາກໄທ ນັບແຕ່ທ້າຍເດືອນມີນາ ເປັນຕົ້ນມານັ້ນ.