ທ່ານ ນາງ ສີໃສ ລືເດດມູນສອນ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຖະແຫຼງ
ຢືນຢັນເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 102 ປີ ໃນວັນທີ
8 ມີນານີ້ວ່າ ເປົ້າໝາຍສໍາຄັນທີ່ສຸດໃນການດໍາເນີນງານຂອງສະຫະພັນແມ່ຍິງລາວ
ນັບຈາກປັດຈຸບັນ ໄປຈົນເຖິງປີ 2015 ກໍຄືການຊຸກຍູ້ ແລະເສີມສ້າງຄວາມສະເໝີພາບ
ລະຫວ່າງ ຍິງ-ຊາຍ ໃນລາວ ໃຫ້ເກີດຂຶ້ນຢ່າງເປັນຮູບປະທໍາ ເພື່ອເປັນການເຮັດໃຫ້ແມ່
ຍິງລາວມີສິດສະເໝີພາບ ແລະ ເທົ່າທຽມກັບຜູ້ຊາຍໃນທຸກໆດ້ານ.
ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງນັ້ນ ສະຫະພັນແມ່ຍິງລາວ ກໍໄດ້ວາງແຜນການຈັດຕັ້ງປະຕິບັດ 6 ແຜນງານ 32 ໂຄງການເພື່ອການພັດທະນາບົດ
ບາດແມ່ຍິງລາວ ຊຶ່ງໄດ້ເລີ່ມລົງມືປະຕິບັດນັບຈາກປີ 2011 ເປັນຕົ້ນມາແລ້ວ ແລະກໍຍັງ
ຈະຈັດຕັ້ງປະຕິບັດຕໍ່ໄປ ຈົນເຖິງປີ 2015 ໂດຍໃນນີ້ກໍລວມເຖິງການກະກຽມເປັນເຈົ້າ ພາບຈັດກອງປະຊຸມຄະນະກໍາມະການແມ່ຍິງອາຊຽນຄັ້ງທີ່ 11 ແລະ ກອງປະຊຸມລັດ
ຖະມົນຕີແມ່ຍິງອາຊຽນຄັ້ງທີ່ 1 ທີ່ຈະມີຂຶ້ນຢູ່ນະຄອນຫຼວງວຽງຈັນໃນປີນີ້ດ້ວຍ.
ທ່ານ ນາງ ສີໃສ ຍັງໄດ້ຖະແຫຼງຢືນຢັນອີກດ້ວຍວ່າ ໃນປັດຈຸບັນນີ້ ແມ່ຍິງລາວມີບົດບາດ
ຫຼາຍຂຶ້ນໃນທຸກໆດ້ານ ກໍຄືບົດບາດໃນດ້ານເສດຖະກິດ, ການເມືອງ ແລະສັງຄົມວັດ
ທະນະທໍາ ຊຶ່ງລວມເຖິງບົດບາດໃນດ້ານການຕ່າງປະເທດອີກດ້ວຍດັ່ງທີ່ ທ່ານນາງ
ສິໃສ ໄດ້ຖະແຫຼງເນັ້ນຢໍ້າວ່າ:
“ພັກ ແລະລັດຖະບານໄດ້ໃຫ້ຄວາມສໍາຄັນ ແລະເອົາໃຈໃສ່ຕໍ່ບັນຫາຄວາມສະ
ເໝີພາບ ລະຫວ່າງ ຍິງ-ຊາຍ ໂດຍສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ພັດທະນາຕົນ
ເອງໃນທຸກດ້ານ ຊຶ່ງປັດຈຸບັນນີ້ ກໍໄດ້ກາຍເປັນຮູບປະທໍາຫຼາຍຂຶ້ນ ການມີ
ສ່ວນຮ່ວມຂອງແມ່ຍິງໃນຂະແໜງການຕ່າງໆ ມີຈໍານວນເພີ່ມຂຶ້ນ ທັງມີ
ບົດບາດພົ້ນເດັ່ນຂຶ້ນໃນເວທີການເມືອງທັງພາຍໃນ ແລະສາກົນ.”

ກໍາມະກອນຍິງທີ່ປະກອບສ່ວນໃນການຜະລິດອຸດສາຫະກໍາ
ສໍາລັບໃນດ້ານເສດຖະກິດນັ້ນ
ແມ່ຍິງລາວກໍໄດ້ປະກອບສ່ວນ
ເຂົ້າໃນການປຜະລິດສິນຄ້າ
ແລະປະກອບສ່ວນເປັນແຮງ
ງານໃນການຜະລິດຕ່າງໆ
ຄິດເປັນສັດສ່ວນເຖິງ 52%
ຂອງກໍາລັງແຮງງານທັງໝົດ
ໃນລາວ ສ່ວນບົດບາດໃນ
ທາງການເມືອງນັ້ນ ກໍປະກົດ
ວ່າ ມີແມ່ຍິງລາວ 29 ຄົນທີ່
ໄດ້ຮັບການເລືອກຕັ້ງໃຫ້ເປັນ
ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ຫຼືຄິດເປັນ 25% ຂອງຈໍານວນສະມາຊິກທັງໝົດ
115 ຄົນ.
ຍິ່ງໄປກວ່ານັ້ນ ປະທານສະພາແຫ່ງຊາດລາວຄົນປະຈຸບັນ ກໍເປັນແມ່ຍິງ ທັງຍັງເປັນແມ່
ຍິງຄົນທໍາອິດ ທີ່ໄດ້ເປັນກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ
ອີກດ້ວຍ.
ນອກຈາກນັ້ນ ກໍຍັງມີແມ່ຍິງລາວອີກຈໍານວນບໍ່ໜ້ອຍ ທີ່ເປັນກໍາມະການສູນກາງພັກ, ລັດ
ຖະມົນຕີວ່າການ, ລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງເຈົ້າແຂວງ, ເຈົ້າເມືອງແລະ
ນາຍບ້ານໃນທົ່ວປະເທດ ເຖິງແມ່ນວ່າ ຈະຍັງຄົງຄິດເປັນສ່ວນທີ່ຕໍ່າກວ່າຜູ້ຊາຍກໍຕາມ ຫາກ
ແຕ່ສະຫະພັນແມ່ຍິງລາວ ກໍເຊື່ອວ່າ ສະຖານະການຈະດີຂຶ້ນໃນໄລຍະຕໍ່ໄປ.
ພິທີປຸກລະດົມ ເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ທີ່ນະຄອນວຽງຈັນ
ແຕ່ຢ່າງໃດກໍຕາມ ສໍາລັບໃນ
ດ້ານການສຶກສານັ້ນ ສະຫະ
ພັນແມ່ຍິງລາວ ກໍຍອມຮັບວ່າ
ໂອກາດທາງດ້ານການສືກສາ
ຂອງແມ່ຍິງກໍຍັງຕໍ່າກວ່າຜູ້ຊາຍ
ທັງນີ້ໂດຍອີງຕາມລາຍງານ
ຂອງກະຊວງສຶກສາທິການ
ແລະກິລາ ກໍໄດ້ລະບຸຢ່າງຈະ
ແຈ້ງວ່າ ໃນຂະນະທີ່ຜູ້ຊາຍມີ
ໂອກາດໄດ້ຮຽນໜັງສືຈົນຈົບ
ຊັ້ນປະຖົມ ໃນສັດສ່ວນເຖິງ
83% ພັດປະກົດວ່າ ມີແມ່ຍິງ
ຄິດເປັນສັດສ່ວນພຽງແຕ່ 63%
ເທົ່ານັ້ນທີ່ມີໂອກາດໄດ້ຮຽນຈົນຈົບຊັ້ນປະຖົມ.
ຍິ່ງໄປກວ່ານັ້ນ ດ້ວຍໂອກາດທາງດ້ານການສືກສາທີ່ຕໍ່າກວ່າເພດຊາຍດັ່ງກ່າວ ກໍຍັງເຮັດໃຫ້
ແມ່ຍິງໃນລາວມີໂອກາດທີ່ຈະໄດ້ວຽກເຮັດງານທໍາ ໃນລະດັບທີ່ຕໍ່າກວ່າເພດຊາຍນໍາອີກແລະ ເມື່ອປະກອບກັບການທີ່ຢູ່ໃນປະເທດລາວ ກໍມີຕໍາແໜ່ງງານຢູ່ຢ່າງຈໍາກັດ ທັງຍັງມີອັດຕາຄ່າ
ຈ້າງຕໍ່າຫຼາຍ ກໍໄດ້ກາຍເປັນປັດໃຈທີ່ເຮັດໃຫ້ແມ່ຍິງລາວ ພາກັນເດີນທາງເຂົ້າໄປລັກລອບ
ເຮັດວຽກຢ່າງບໍ່ຖືກຕ້ອງຕາມກົດໝາຍຢູ່ໃນໄທ ຫຼາຍຂຶ້ນນັບມື້.
ໂດຍອີງຕາມລາຍງານຂອງເຄືອຂ່າຍຄຸ້ມຄອງແຮງງານຕ່າງດ້າວຢູ່ໃນໄທ ກໍໄດ້ປະເມີນການ
ວ່າ ມີແຮງງານລາວ ຫຼາຍກວ່າ 4 ແສນຄົນທີ່ລັກລອບເຮັດວຽກຢູ່ໃນໄທ ແລະ ຫຼາຍກວ່າ
60% ໃນຈໍານວນດັ່ງກ່າວນີ້ ກໍຄືແຮງງານລາວເພດຍິງ ທີ່ສຸ່ມສ່ຽງຕໍ່ການຕົກເປັນເຫຍື່ອຂອງ
ການຄ້າມະນຸດໃນໄທ.