ຫລາຍທ່ານທີ່ຄົງຮູ້ດີແລ້ວເນາະ ບໍ່ວ່າຈະຢູ່ປະເທດໃດ ສັງຄົມຂ້ອນຂ້າງມີຄວາມຄາດຫວັງສໍາລັບແມ່ຍິງ ຕ່າງຈາກຜູ້ຊາຍບໍ່ຫລາຍກໍໜ້ອຍ ເມື່ອເວົ້າເຖິງອາຊີບການງານ, ຄວາມຮັບຜິດຊອບໃນຄອບຄົວ ແລະສັງຄົມ ຊຶ່ງເຮັດໃຫ້ການເປັນຜູ້ນໍານັ້ນມີສິ່ງທ້າທາຍສໍາລັບແມ່ຍິງຫລາຍກວ່າຜູ້ຊາຍ. ແຕ່ວ່າໃນສັງຄົມຍຸກໃໝ່ທີ່ມີເທັກໂນໂລຈີເປັນແຮງຜັກດັນການພັດທະນາຢ່າງຮອບດ້ານຄືທຸກມື້ນີ້ ແມ່ຍິງຫລາຍຄົນກໍສາມາດເປັນຜູ້ນໍາໄດ້ເຊັ່ນກັນ ດັ່ງທີ່ປ່າເຢັງ ຊາ ລໍ, ນາງງາມຈັກກະວານລາວ ໃຫ້ຄໍາເຫັນຢູ່ໃນກອງປະຊຸມສົນທະນາເລື້ອງບົດບາດຍິງ-ຊາຍ ແລະສິ່ງທ້າທາຍໃນການເປັນຜູ້ນໍາຂອງແມ່ຍິງ ທີ່ຈັດຂຶ້ນໃນອາທິດແລ້ວນີ້ວ່າ:
Your browser doesn’t support HTML5
ສຽງຂອງ ປ່າ ເຢັງ ຊາ ລໍ ກ່ຽວກັບຄວາມສາມາດຂອງແມ່ຍິງ
ເມື່ອເວົ້າເຖິງການເປັນຜູ້ນໍາຂອງແມ່ຍິງນັ້ນ, ທ່ານນາງດວງມະລາ ພົມມະວົງ, ເຈົ້າຂອງບໍລິສັດເອັກໂຊ ທຣາໂວ (Exo Travel) ແລະເປັນຜູ້ດໍາເນີນລາຍການ ສໍາລັບການສົນທະນາໃນກອງປະຊຸມທີ່ຈັດຂຶ້ນ ໂດຍສະພາການຄ້າ ແລະ ອຸດສາຫະກໍາທີ່ກ່າວມາຂ້າງເທິງນັ້ນ ບອກວ່າ ແມ່ຍິງມັກປະເຊີນກັບສິ່ງທ້າທາຍຫລາຍກວ່າຜູ້ຊາຍ ເພາະແມ່ຍິງສ່ວນໃຫຍ່ຈະມີຄວາມຮັບຜິດຊອບກວ້າງກວ່າ ເຊັ່ນ “ທັງຢູ່ໃນຄອບຄົວ, ທັງຢູ່ໃນຫ້ອງການ ແລະໃນສັງຄົມຊຶ່ງສິ່ງເຫລົ່ານີ້ ລ້ວນແຕ່ເປັນສິ່ງກົດດັນທາງນອກ ທີ່ພວກເຮົາຂ້ອນຂ້າງຈະຮັບເຂົ້າມາໃສ່ຕົນເອງຫລາຍ” ແລ້ວມັນເຮັດໃຫ້ແມ່ຍິງມີຄວາມສັບສົນ ແລະໄປບໍ່ເຖິງເປົ້າໝາຍໄດ້. ສະນັ້ນແມ່ຍິງຕ້ອງໄດ້ຮູ້ວິທີຈັດສັນທັງທາງດ້ານເວລາ ແລະຄວາມຄິດໃຫ້ດີ.