ຄວາມທຸກຍາກ ເຮັດໃຫ້ແມ່ຍິງລາວ ຕົກເປັນເຫຍື່ອຂອງການຄ້າປະເວນີ ຫຼາຍຂຶ້ນ

  • ຊົງຣິດ ໂພນເງິນ

ແມ່ຍິງລາວ ຕົກເປັນເຫຍື່ອຂອງການປະເວນີຫຼາຍຂຶ້ນ ຍ້ອນຄວາມທຸກຍາກ.

ແມ່ຍິງລາວ ຕົກເປັນເຫຍື່ອ ຂອງການຄ້າປະເວນີ ຫລາຍຂຶ້ນ. ຍ້ອນຄວາມທຸກຍາກເຮັດໃຫ້ເຂົາເຈົ້າຖືກຫລອກລວງໄດ້ງ່າຍຈາກກຸ່ມຄ້າມະນຸດຂ້າມຊາດທີ່ມີເຄືອຂ່າຍຢ່າງກວ້າງ ຂວາງຢູ່ໃນເຂດລຸ່ມແມ່ນໍ້າຂອງ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

Your browser doesn’t support HTML5

ຄວາມທຸກຍາກ ເຮັດໃຫ້ແມ່ຍິງລາວ ຕົກເປັນເຫຍື່ອຂອງການຄ້າປະເວນີ ຫຼາຍຂຶ້ນ

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງປ້ອງກັນຄວາມສະຫງົບ ເປີດເຜີຍວ່າ ການຄ້າມະນຸດ ໃນເຂດອ່າງແມ່ນໍ້າຂອງຍັງສືບຕໍ່ເກີດຂຶ້ນ. ໂດຍແມ່ຍິງລາວທີ່ຕົກເປັນເຫຍື່ອ ຈະຖືກຫລອກລວງໃຫ້ ໄປເຮັດວຽກ ຢູ່ເຂດ ເສຖກິດ ພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່ອນທີ່ຈະຖືກສົ່ງໄປປະເທດຈີນ ດ້ວຍການຖືກຫລອກ ໃຫ້ແຕ່ງງານ ກັບຊາຍຊາວຈີນ. ​ແຕ່​ເມື່ອ​ເດີນທາງ​ໄປ​ຈີນແລ້ວ ແມ່ຍິງລາວທີ່ຖືກຫລອກລວງ ຈະຖືກບັງຄັບໃຫ້ຂາຍບອລິການທາງເພດຍູ່ຕາມຊ່ອງໂສເພນີທີ່ເປັນຂອງກຸ່ມແກ້ງອາດຊະຍາກອນຈີນທີ່ແຝງຕັວຍູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ. ເຊິ່ງເປັນພື້ນທີ່ສຳປະທານຂອງບໍລິສັດດອກງິ້ວຄຳຈາກ ສປ ຈີນ ໂດຍມີຄົນລາວ ທີ່ເປັນນາຍໜ້າ ໃນການຫລອກລວງ ​ແລະ​ສະໜອງ​ ​ແມ່ຍິງ​ລາວໃຫ້​ກັບຂະບວນການດັງກ່າວນີ້ ​ດັງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໃຫ້ການຢືນຢັນວ່າ:

“ຜ່ານມາ ກະມີການຄ້າມະນຸດເກິດຂື້ນຫຼາຍຮູບ ຫຼາຍແບບ ເປັນຕ້ນແມ່ນການຄ້າປະເວນີໂດຍທາງອ້ອມ, ການໃຊ້ສື່ອອນລາຍ ແລະ ການແອບແຝງ ຕັວະຍັວະເພື່ອຊັກຈູງຄົນງານໄປອອກແຮງງານຢູ່ຕ່າງປະເທດໂດຍຜິດກົດໝາຍ. ການຂນຂວຍເອົາຜູ້ ຍິງລາວໄປແຕ່ງງານກັບຄົນຕ່າງປະເທດດ້ວຍຮູບການຫມັ້ນຫມາຍ ແຕ່ງດອງແອບແຝງ ໂດຍມີນາຍໜ້າເປັນຄນລາວ ພາຍຫລັງຈາກໄປຢູ່ຕ່າງປະເທດແລ້ວ ແມ່ຍິງລາວຈະຖືກຂູດຮີດທາງເພດ. ຖືກຂາຍຕ່ອໃຫ້ກັບກຸ່ມແກ໊ງອື່ນໆ ດ້ວຍຮູບການຕ່າງໆຂອງການຄ້າມະນຸດ.”

ສ່ວນສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າອາດຊະຍາກຳທາງອິນເຕີເນັດ ແລະ ການຄ້າມະນຸດຂ້າມຊາດ ຍັງມີທ່າອຽງທີ່ຈະເພີ່ມລະດັບທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນອີກ ຖ້າ​ຫາກວ່າ​ບໍ່​ມີ​ການ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເພື່ອ​ສະກັດ​ກັ້ນ​ສະຖານະ​ການ​ຢ່າງ​ຈິງ​ຈັງ. ໂດຍສະເພາະ ຍູ່ເຂດຊາຍແດນ ໃນເຂດລູ່ມແມ່ ນໍ້າຂອງ ຣະຫວ່າງ ລາວ-ພະມ້າ-ໄທ ແລະຈີນນັ້ນ ກະຄືອເຂດທີ່ມີອາດສະຍາກຳດັງກ່າວເກິດຂື້ນຫລາຍທີ່ສຸດ ເພາະມີສ່ວນເກີ່ຍວຂ້ອງໂດຍກົງໃນຂະບວນການອາຊະຍາກໍາທາງອິນເຕີເນັດ ທີ່ມີການຫຼອກລວງໃນຫຼາຍຮູບແບບ. ໂດຍກຸ່ມຊາວໜຸ່ມລາວທີ່ປະ ການຮຽນຍ້ອນວິກິດການທາງເສດຖະກິດ. ກະຄືອເປົ້າໝາຍຫຼັກຂອງການຫຼອກລວງ.

ດັ່ງກ່າວດ້ວຍ. ດັງທີ່ສະມາຊິກສະພາແຫ່ງຊາດ ໄດ້ໃຫ້ການຢືນຢັນວ່າ:

“ຄັນເມື່ອເປັນແນວນີ້ ພວກເຮາສິເຮັດແນວໃດ? ເພື່ອສິ​ໃຫ້​ລູກເຮາ​ ​ຫລານເຮາບ່ໃຫ້ມັນອືດ ເລຍເຖິດໄປກວ່ານີ້​ ມັນບໍ່​ມີ​ເງິນ​ທີ່​ຈະ​ຮຽນ​ນີ້ຫນາ. ແຕ່ຄັນຖ້າບ່ຍາກໃຫ້ພວກເຂາເຈ້າໄປ. ກະຕ້ອງໄດ້ສ້າງວຽກເຮັດງານທຳ. ວຽກ​ງານທຳນີ້ເຮາສິເຮັດແນວ​ໃດ? ເຮົາ​ຕ້ອງ​ໄດ້​ສະ​ຫນອງ​ຂໍ້​ມູນຫຼື​ວ່າບ່ອນສິເຮັດວຽກ​ເຂາ​ທຸກ​ຢ່າງຫັ່ນແລະ ສິຫ້າມກະຫ້າມບ່ໄດ້ ​ສິໃຊ້ມາດຕະການໃດ​? ຄັນເມື່ອຄົນມັນອືດ ມັນຫິວ ມັນບໍ່ມີຍູ່ມີກິນ, ອັນນີ້ກະຍາກຢາກໃຫ້ເບິ່ງຕັວຈິງອັນນີ້. ສໍາລັບວຽກແຮງງານນີ້."

ທາງດ້ານສຳນັກງານກວດຄົນເຂົ້າເມືອງຂອງໄທ ຣາຍງານວ່າ ໃນຣະຫວ່າງ ເດືອນມັງກອນ ຫາ ເດືອນກໍລະກົດ 2024 ມີຄົນລາວ ເດີນທາງ ເຂົ້າມາທ່ອງທ່ຽວໃນປະເທດໄທ ທັງໝົດ 721.924 ຄົນ, ເພີ່ມຂຶ້ນ 46.2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023. ດັ່ງນັ້ນ, ຄາດວ່າ ຕະຫຼອດ. ໃນປີ 2024 ຈະມີພົນລະເມືອງລາວຫຼາຍກວ່າ 1.23 ລ້ານຄົນ ເຂົ້າມາທ່ອງທ່ຽວໃນປະເທດໄທ ​ແຕ່​ຖ້າ​ພິຈາລະນາ​ສະພາບ​ຕົວ​ຈິງ​ທີ່​ປະຊາຊົນ​ລາວ​ຕ້ອງ​ປະສົບ​ກັບ​ວິ​ກິດ​ການ​ເສດຖະກິດ​ຢ່າງ​ໜັກໜ່ວງ​ ນັບ​ແຕ່​ປີ 2023 ​ເປັນ​ຕົ້ນ​ມາ​ຈົນ​ຮອດ​ປະຈຸ​ບັນ ຈຶ່ງເຊື່ອວ່າ ຈໍານວນຄົນລາວ ທີ່ມາໄທໃນຖານະນັກທ່ອງທ່ຽວໄທຕົວຈິງນັ້ນມີບໍ່ເກີນ 3 ແສນຄົນ ກວມເອົາ 25% ເທ່ານັ້ນ ສ່ວນທີ່ເຫຼືອ 75% ເປັນຄົນລາວ ທີ່ເຂົ້າມາຫາວຽກເຮັດງານທຳ ຢູ່ໄທ ແບບຜິດກົດໝາຍທີ່ມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດ ໂດຍແຕ່ປີ 2023 ຫາກາງປີ 2024 ປາກົດວ່າ ທາງການໄທ ໄດ້ໃຫ້ການຊ່ວຍເຫລືອ ແມ່ຍິງລາວ 786 ຄົນ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໃນໄທ.

ປະຈຸ​ບັນ, ມີ​ຄົນ​ງານ​ມຽນມາ, ລາວ, ກຳປູ​ເຈຍ, ຫວຽດນາມ ເຮັດ​ວຽກ​ຢູ່​ໄທ​ຢ່າງ​ຖືກ ຕ້ອງ​ຕາມ​ກົດໝາຍ. ຈໍານວນທັງໝົດມີຫຼາຍກວ່າ 3.34 ລ້ານຄົນ, ໃນນັ້ນ ມີແຮງງານລາວ 277,354 ຄົນ ທີ່ໄປເຮັດວຽກຢູ່ໄທຢ່າງຖືກຕ້ອງຕາມກົດໝາຍ ຂະນະ​ດຽວ​ກັນ ​ເຄືອ​ຂ່າຍ​ຊ່ວຍ​ເຫລືອ​ແຮງ​ງານໃນ​ອາ​ຊຽນ ຄາດ​ຄະ​ເນ​ວ່າ ປະຈຸ​ບັນ ມີ​ຄົນ​ງານ​ລາວ 900,000 ກວ່າ​ຄົນ​ທີ່​ເຮັດ​ວຽກ​ຢູ່​ໄທ. ໝາຍຄວາມວ່າ ໃນເວລານີ້ ມີຄົນງານລາວ ທີ່ເຮັດວຽກ ຢູ່ໄທ ແບບຜິດກົດໝາຍ ຫຼາຍກວ່າ 6 ແສນຄົນ ແຕ່ເຈົ້າໜ້າທີ່ ລາວ ຄາດວ່າ ມີຄົນງານລາວ ທີ່ເຮັດວຽກ ຢູ່ໄທ ແບບຜິດກົດໝາຍ ຫຼາຍກວ່າ 2 ແສນຄົນ ແລະ ອີກຫຼາຍກວ່າ 2 ແສນຄົນ ທີ່ໄປເຮັດວຽກ ແບບຖືກກົດໝາຍ ໃນໄທ ແລະ ມີລາຍຮັບລວມຫຼາຍກວ່າ 625 ລ້ານໂດລາສະຫະລັດຕໍ່ປີ.