ຜູ້ນຶ່ງຄືກັນກັບຊາວອົບພະຍົບລາວທົ່ວໆໄປ ທີ່ໄດ້ເຂົ້າມາຢູ່ໃນ
ສະຫະລັດ ເມື່ອ 30 ກວ່າປີກ່ອນ. ຜູ້ກ່ຽວເຄີຍໄດ້ອາໄສຢູ່ໃນ
ຫຼາຍໆລັດມາແລ້ວ ນັບຕັ້ງແຕ່ ລັດ Hawaii, Connecticut,
Ohio ແລະຫຼາຍໆເມືອງໃນລັດ California ຊຶ່ງໃນທີ່ສຸດ ຈຶ່ງ
ໄດ້ມາຕັ້ງເນື້ອຕັ້ງຕົວ ໄດ້ດິບໄດ້ດີ ຈົນກາຍມາເປັນເຈົ້າຂອງ
ຮ້ານຂາຍຄໍາຢູ່ໃນລັດ Alaska.
ຄະນະປະຊາຄົມ ລາວ- ອາເມຣິກັນ ໃນລັດອາລັສກາ
ທ່ານ ເຄນ ໄດ້ເຂົ້າມາພົວພັນກັບປະຊາຄົມລາວ-ອາເມຣິກັນ
ແລະຖືກເລືອກໃຫ້ມາເປັນສະມາຊິກສະພາອໍານວຍການຂອງ
ອົງການ ວັດທະນະທໍາເອເຊຍ ຫຼື Asian Culture ທີ່ປະກອບ
ດ້ວຍທັງໝົດ 8 ປະເທດເອເຊຍ. ສຳລັບປີນີ້ ທ່ານ ເຄນ ໄດ້ຖືກ
ເລືອກໃຫ້ເປັນປະທານຮ່ວມກັບນາໆຊາດເອເຊຍ ທີ່ໄດ້ຈັດໃຫ້
ມີງານສະແດງຍິ່ງໃຫຍ່ໃນລະດັບຊາດ ຊຶ່ງທາງປະຊາຄົມລາວ
ໄດ້ຖືກເລືອກໃຫ້ມີການນໍາສະເໜີສິນລະປະ ການສະແດງຕ່າງໆ
ຊຶ່ງທ່ານ ເຄນ ຈະອະທິບາຍໃຫ້ຟັງ ກ່ຽວກັບງານວັດທະນະທໍາເອເຊຍທີຫຼັງ.
ແຕ່ກ່ອນອື່ນ ເຮົາມາຟັງເບື້ອງຫຼັງຄວາມເປັນມາວ່າຜູ້ກ່ຽວ
ໄດ້ຜ່ານຜ່າອຸບປະສັກນາໆປະການແນວໃດແດ່ແລະມີ
ຄວາມລຳບາກຍາກແຄ້ນແສນເຂັນຢ່າງໃດແດ່ ຊຶ່ງທ່ານ
ຈະໄດ້ຍິນຈາກປາກຂອງຜູ້ກ່ຽວເອງດັ່ງນີ້:
Your browser doesn’t support HTML5
ການສໍາພາດຂອງທ່ານ ເຄນ ຣາຊວົງ ຕອນ 01
ສ່ວນນຶ່ງຂອງຄະນະສະແດງສິນລະປະ ຈາກ ສປປ ລາວ ຖ່າຍຮູບກັບ ພະນະທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ (ກາງ) ກັບທ່ານເຄນ ຣາດສະວົງ ຜູ້ນໍາປະຊາຄົມລາວ ລັດອາລັສກາ (ຊ້າຍ). (Photo by Sati Souvannaseng)
ໃນອາທິດແລ້ວນີ້ ທາງ VOA ໄດ້ໂອ້ລົມຜ່ານທາງໂທລະສັບ
ທາງໄກຈາກລັດ Alaska ກັບທ່ານ ເຄນ ກ່ຽວກັບບົດບາດ
ແລະໜ້າທີ່ຮັບຜິດຊອບຕາງໜ້າໃຫ້ປະຊາຄົມລາວເຂົ້າປະ
ກອບສ່ວນໃນການສະແດງຄັ້ງຍິ່ງໃຫຍ່ ໂດຍການນໍາສະເໜີ
ການສະແດງສິນລະປະ ວັດທະນະທໍາອັນຍິ່ງໃຫຍ່ ປະກອບ
ສ່ວນໃນເດືອນສະເຫຼີມສະຫຼອງມູນມໍລະດົກຊາວເອເຊຍແລະ
ປາຊິຟິກ ໃນເດືອນພຶດສະພານີ້ ຊຶ່ງມີຂຶ້ນເປັນປະຈຳທຸກໆປີ.
ຄະນະສະແດງສິນລະປະ ຈາກ ສປປ ລາວ
ຊາວອາເມຣິກັນເຊື້ອສາຍເອເຊຍ ຕ່າງກໍພາກັນສະເຫຼີມ
ສະຫຼອງຕາມແບບປະຊາຄົມຂອງໃຜລາວ ຊຶ່ງໃນລັດ
Alaska ນັ້ນ ແມ່ນມີການສະເຫຼີມສະຫຼອງ ທີ່ບໍ່ເໝືອນໃຜ
ຄືຖ້າຫາກປະເທດໃດຖືກຜຽນເປັນປະທານ ຫຼືເປັນເຈົ້າພາບ
ຈັດງານສະແດງແລ້ວ ແມ່ນຈະຕ້ອງມີການສະແດງທັງໝົດ
ຝ່າຍດຽວ ອັນມີລວມທັງສິນລະປະ ວັນນະຄະດີ ການດົນຕີ
ຕ່າງໆ ຊຶ່ງທ່ານເຄນໄດ້ອະທິບາຍຢູ່ໃນການສໍາພາດວ່າ ປີນີ້
ຖືວ່າພິເສດສຸດເພາະວ່າ ທາງປະເທດລາວ ໄດ້ຖືກເລືອກໃຫ້
ນໍາສະເໜີການສິນລະປະ ວັນນະຄະດີ ການດົນຕີຕ່າງໆ
ແລະກໍເປັນການສະແດງລະດັບຊາດຄັ້ງທໍາອິດ ຂອງ ສປປ
ລາວ ທີ່ທ່ານ Ken ໄດ້ເລົ່າໃຫ້ VOA ຟັງວ່າ:
Your browser doesn’t support HTML5
ການສໍາພາດຂອງທ່ານ ເຄນ ຣາຊວົງ ຕອນ 02
ນອກຈາກຕົວແທນຂອງທາງປະຊາຄົມລາວແລ້ວ ຜູ້ນໍາພາຄະນະຈາກ ສປປ ລາວ ກໍແມ່ນທ່ານ ໄຊສະຫວາດ ສິງນາມວົງ ຫົວໜ້າຄະນະສິນລະປະ ຈາກ ກົມສິນລະປະກອນຂອງ
ກະຊວງຖະແຫຼງຂ່າວ ວັດທະນະທໍາແລະການທ່ອງທ່ຽວ ຊຶ່ງໄດ້ໃຫ້ສໍາພາດກັບ VOA
ໃນມື້ຕໍ່ມາ ແລະທ່ານໄດ້ເວົ້າເຖິງການມາຮ່ວມສະແດງຄັ້ງປະຫວັດສາດນີ້ວ່າ:
Your browser doesn’t support HTML5
ບົດສໍາພາດຂອງທ່ານ ໄຊຊະຫວາດ ສິງນາມວົງ
ຄະນະສະແດງສິນລະປະ ຈາກ ສປປ ລາວ ຖ່າຍຮູບກັບ ພະນະທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ຫລັງຈາກການສະແດງ ທີ່ເມືອງແຟແບ້ງສ໌. (Photo by Sati Souvannaseng)
ການປະກອບສ່ວນຂອງປະຊາຄົມລາວທີ່ຍິ່ງໃຫຍ່ອະລັງການ
ແມ່ນມີທັງການຟ້ອນ ຂັບລໍາລາວ ການດົນຕີ ເປົ່າແຄນ ມີກາຍ
ຍະສິນ ແລະອື່ນໆ ຕ່າງໆນາໆ. ສິ່ງດັ່ງກ່າວ ໄດ້ສ້າງຄວາມປະທັບ
ໃຈໃຫ້ປະຊາຄົມຊາວໂລກ ໃນລັດ Alaska ກ່ຽວກັບຄະນົບທຳ
ນຽມປະເພນີ ແລະວັດທະນະທໍາອັນດີງາມຂອງລາວ ຊຶ່ງທັງສອງ
ທ່ານສະຫຼຸບແລະໄດ້ຝາກຄວາມເຖິງ ພີ່ນ້ອງຊາວລາວໃນທົ່ວ
ໂລກວ່າ:
Your browser doesn’t support HTML5
ບົດສະຫຼຸບຂອງທ່ານ ເຄນ ຣາຊວົງ
Your browser doesn’t support HTML5
ບົດວະຫຼຸບຂອງທ່ານ ໄຊຊະຫວາດ ສິງນາມວົງ
ຄະນະສິນລະປະກອນ ຈາກ ສປປ ລາວ
ນັ້ນກໍຖືວ່າການສະເຫຼີມສະຫຼອງເດືອນມູນມໍລະດົກຊາວເອເຊຍ
ແລະປາຊິຟິກ ຂອງປີນີ້ໃນປະຊາຄົມເອເຊຍລັດ ອາລັສກາ
ທັງເປັນໂອກາດອັນດີງາມທີ່ໃຫ້ຊາວອາລາດຊະກາ
ໂດຍສະເພາະໄດ້ຊົມການສະແດງຂອງສປປ ລາວ ແລະຫວັງວ່າ
ໂອກາດໜ້າສປປ ລາວ ຄົງຈະໄດ້ມາຮ່ວມສະແດງຢູ່ໃນເວທີ
ລະດັບສາກົນແບບນີ້ອີກ ໃນອານາຄົດ.