ນັ້ນແມ່ນການເສບດົນຕຣີລາວເດີມແລະສຽງຮ້ອງເພງຂອງນາງ
Emma Kingkeo ອາຍຸ 6 ປີ ເຊື້ອສາຍລາວ-ອາເມຣິກັນ ແລະ
ການເສບດົນຕີລາວເດີມຂອງເພື່ອນນັກຮຽນຈາກໂຮງຮຽນສອນ
ພາສາ ແລະວັດທະນະທຳລາວ ຂອງ ສະມາຄົມສະຕີລາວ-ອາ
ເມຣິກັນ ແລະ ຈາກການສິດສອນການເສບ ແລະການຟ້ອນ
ຈາກ ອົງການມູນມໍລະດົກລາວ ທີ່ນະຄອນຫລວງ ວໍຊິງຕັນ.
ເປັນຫຍັງບັນດາເດັກນ້ອຍນັກຮຽນ ລາວ-ອາເມຣິກັນ ເຫລົ່ານີ້
ຈຶ່ງພາ ກັນຮ້ອງເພງພື້ນເມືອງລາວ ຫລີ້ນດົນຕີລາວເດີມ ແລະ
ຟ້ອນພື້ນເມືອງລາວ. ສິນລະປະດັ່ງກ່າວນີ້ມີຄວາມສໍາຄັນຢ່າງ
ໃດຕໍ່ ສັງຄົມຊີວິດລາວ-ອາເມຣິກັນ ແລະເປັນຫຍັງບັນດາຜູ້ປົກ
ຄອງຈຶ່ງພາກັນຊຸກຍູ້ໃຫ້ລູກຫລານພາກັນຮໍ່າຮຽນ ແລະຮັກສາ
ວັດທະນະທໍານີ້ໄວ້.
ດົນຕີລາວເດີມ ຄັ້ງນຶ່ງເຄີຍໄດ້ອວດອ້າງວ່າເປັນດົນຕຣີພື້ນ
ເມືອງປະຈໍາຊາດລາວ ເຄີຍນໍາຮັບໃຊ້ຢູ່ໃນ ພະລາດຊະພິທີ
ຕ່າງໆຂອງພະເຈົ້າມະຫາຊີວິດ ຢູ່ໃນພະລາດຊະວັງຫລວງ
ພະບາງ ແລະ ໃນພິທີຂອງລັດຖະບານແຫ່ງພະລາດຊະອາ
ນາຈັກລາວ ຊຶ່ງຖືວ່າເປັນສິນລະປະພື້ນເມືອງ ອັນມີກຽດສູງ
ຂອງຊາດລາວ ທີ່ໄດ້ໃຊ້ປະກອບຢູ່ໃນການປົກຄອງ ແລະ
ຢູ່ໃນພິທີທາງພຸດທະສາສະໜາ.
ການນຳໃຊ້ ມະໂຫຣີ ທີ່ຮ້ອງວ່າ ດົນຕີລາວເດີມ ໄດ້ເລີ້ມເກີດຂື້ນ
ຢູ່ໃນສະໄໝການກໍ່ຕັ້ງອານາຈັກລ້ານຊ້າງຂອງ ພະເຈົ້າຟ້າງຸ່ມ
ໃນປີ ຄ.ສ 1353 ເວລານີ້ ພະອົງໄດ້ນໍາເອົາຮີດຄອງປະເພນີ
ຄວາມສີວິໄລຂອງ ກໍາປູເຈຍ ເຂົ້າມາແຜ່ຜາຍຢູ່ໃນ ອານາຈັກ
ລ້ານຊ້າງ ອັນມີພຸດທະສາສະໜາ ນິກາຍຫິນະຍານ ພິທີພາມ
ແລະມະໂຫຣີ ອັນໄດ້ກາຍມາເປັນສິ່ງທີ່ຮ້ອງວ່າ ດົນຕີລາວ
ເດີມ ນັ້ນເອງ.
ມະໂຫຣີ ແມ່ນຊື່ຂອງນົກດຶກດຳບັນ ແລະແມ່ນຊື່ຂອງເຄຶ່ອງ
ດົນຕີ ທີ່ໃຊ້ ດີດ ສີ ຕີ ແລະເປົ່າ ປະກອບເປັນວົງ ຊຶ່ງພາສາອັງກິດຮ້ອງວ່າ Music
Ensemble ພາສາໄທຮ້ອງວ່າ ປີ່ພາດ ແລະພາສາລາວ ຮ້ອງວ່າດົນຕີລາວເດີມ ຊຶ່ງ
ຫລາຍໆເພງໄດ້ໃຊ້ຮ່ວມກັນ ແຕ່ລຽບລຽງໃຫ້ເປັນພາສາຂອງໃຜລາວ. ເພາະສະນັ້ນ
ສີນລະປະດັ່ງກ່າວນີ້ ຈຶ່ງປະກົດເຫັນໃຊ້ກັນຢູ່ໃນບັນດາປະເທດ ທີ່ນັບຖືພຸດທະສາສະໜາ ນິກາຍຫິນະຍານ ໃນພາກພື້ນເອເຊຍອາຄະເນ ອັນມີ ກໍາປູເຈຍ ໄທ ແລະລາວ.
ຫລັງຈາກປະຊາຊົນລາວ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນຕ່າງ
ປະເທດ ເປັນເວລາກວ່າສາມທົດສະວັດ ສະມາສິກສັງຄົມ
ລາວ ບໍ່ໄດ້ລົດລະພາກັນສິດສອນຝືກແອບລູກຫລານຟ້ອນ
ພື້ນເມືອງລາວ ສະແດງຢູ່ຕາມງານກິນລ້ຽງສັງສັນຂອງປະ
ຊາຄົມ ຢູ່ຕາມບຸນຫາລາຍໄດ້ ແລະພິທີ່ການອັນສໍາຄັນຕ່າງໆ.
ໃນເບື້ອງຕົ້ນຂອງການຕັ້ງຖິ່ນຖານນັ້ນ ເຂົາເຈົ້າພາກັນໃຊ້ເພງ
ທີ່ບັນທຶກໄວ້ຢູ່ໃນເທບ ແລະ CD ເພື່ອເປີດຟັງປະກອບການ
ຟ້ອນ ໂດຍທີ່ພວກລູກຫລານບໍ່ສາມາດເຫັນ ນັກດົນຕີ ແລະ
ເຄຶ່ອງດົນຕີນັ້ນວ່າ ເປັນຮູບຮ່າງຢ່າງໃດ.
ຕົກມາເຖິງປັດຈຸບັນນີ້ ມັນເປັນໜ້າຕື່ນເຕັ້ນ ແລະໜ້າພາກພູມໃຈທີ່ສຸດ ທີ່ເຫັນບັນດາເຍົາ ວະຊົນລາວ-ອາເມຣິກັນ ສາມາດຫລີ້ນເພງລາວເດີມ ຟ້ອນ ແລະຮ້ອງເພງພື້ນເມືອງລາວ
ໄດ້ຢ່າງຄອງແຄ້ວ.
ສະຫະລັດອາເມຣິກາ ເປັນປະເທດທີ່ປະກອບດ້ວຍຫລາຍໆ
ເຊື້ອຊາດເຜົ່າພັນ ແຕ່ລະເຜົ່າພັນກໍມີພາສາ ແລະວັດທະນະ
ທຳຂອງໃຜລາວ. ເຖິງແມ່ນວ່າ ພາສາອັງກິດເປັນພາສາລາດ
ຊະການ ທີ່ໃຊ້ໃນການປາກເວົ້າ ຂຽນ ແລະບັນຍາກາດທັງ
ໝົດ ປົກຄຸມໄປດ້ວຍວັດທະນະທຳສະໄໝໃໝ່ກໍຕາມ. ບັນດາ
ລູກຫລານ ເຫລນ ຫລ້ອນ ຂອງລາວ ທີ່ໄດ້ເກີດໃໝ່ໃຫຍ່ລຸ່ນ
ຢູ່ໃນສະຫະລັດອາເມຣິກາ ບໍ່ໄດ້ຫລົງລືມປະຫວັດສາດ ຄວາມ
ເປັນມາ ອາຫານການກິນ ຮີດຄອງປະເພນີ ແລະວັດທະນະທໍາ
ອັນດີງາມຂອງລາວ.
ໃນປີ 2003 ອົງການມູນມໍລະດົກລາວ ຫລື Lao Heritage Foundation ໄດ້ຖືກສ້າງ
ຕັ້ງຂື້ນມາ ເພື່ອຊຸກຍູ້ສົ່ງເສີມຮັກສາຮີດຄອງປະເພນີ ແລະວັດທະນາທຳຕ່າງໆຂອງລາວ
ໂດຍສະເພາະຢ່າງຍິ່ງ ການເສບດົນຕີລາວເດີມ ແລະການຟ້ອນພື້ນເມືອງລາວ.
ປັດຈຸບັນນີ້ ອົງການມູນມໍລະດົກລາວ ມີຢູ່ສອງສາຂາຄື ຢູ່ພາກເໜືອຂອງລັດ Virginia ຫລືຂົງເຂດນະຄອນຫລວງວໍຊິງຕັນ ແລະຢູ່ທີ່ເມືອງ Seattle ລັດ Washington ທາງພາກຕາເວັນຕົກສຽງເໜືອສຸດ ຂອງສະຫະລັດ.
ທ່ານນາງ ຈິດຕະພອນ ຄຳປະດິດ ເປັນສະຕີໜຸ່ມລາວອາເມຣິກັນ ທີ່ເຂັ້ມແຂງ ພ້ອມທັງ
ເສຍສະລະປັດໄຈ ແລະເຫື່ອແຮງ. ນາງໄດ້ເປັນຜູ້ນຳພາຈັດຕັ້ງ ບໍລິຫານ ຝຶກແອບການ
ຟ້ອນແລະການເສບພື້ນເມືອງລາວ ຢ່າງບໍ່ລົດລະ ມາເປັນເວລານຶ່ງທົດສະວັດແລ້ວ ດັ່ງ
ທ່ານນາງ ຈິດຕະພອນ ຄຳປະດິດ ກ່າວຕໍ່ ວີໂອເອ ວ່າ :
ນອກຈາກການຮຽນຮູ້ ກ່ຽວກັບການຮັກສາວັດທະນາທຳລາວ
ແລ້ວ ໂຄງການດັ່ງກ່າວນີ້ຍັງນຳພາລູກຫລານ ໃຫ້ເອົາໃຈໃສ່
ກ່ຽວກັບກິດຈະການຕ່າງໆ ເພື່ອບໍ່ປະປ່ອຍໃຫ້ເຂົາເຈົ້າໄປສະ
ແຫວງຫາການຫລີ້ນທາງອຶ່ນ ທີ່ບໍ່ເປັນປະໂຫຍດ ແລະຈະນຳ
ພາໄປໃນທາງບໍ່ດີ. ເພາະສະນັ້ນ ການເສຍສະລະເວລາເຂົ້າຮ່ວມຝຶກແອບ ທຸກໆວັນອາ
ທິດ ເປັນເວລາສາມຊົ່ວໂມງນັ້ນ ໂດຍສະເພາະຢ່າງຍິ່ງ ບັນດາຜູ້ປົກຄອງທີ່ເປັນ ພໍ່ ຫລື
ແມ່ ຕ້ອງໄດ້ຕັດສິນໃຈຢ່າງເດັດດ່ຽວ ຕິດຕາມນຳພາລູກເຕົ້າມາຮຽນເປັນປະຈຳ.
ໃນທີ່ສຸດ ຜົນສຳເລັດອັນສະງ່າຜ່າເຜີຍ ຢູ່ໃນບັນຍາກາດອັນມີກຽດ ທີ່ຜູ້ປົກຄອງພູມໃຈ
ທີ່ໄດ້ເຫັນນັ້ນ ກໍຄື ການສະແດງໃຫ້ບັນດາແຂກຜູ້ມີກຽດໄດ້ຊົມ ຢ່າງໜ້າພາກພູມໃຈ.

Your browser doesn’t support HTML5