ທ່ານພູວັນ ຈັນທະວົງ ຫົວໜ້າກົມຄຸ້ມຄອງແຮງງານກະຊວງແຮງງານ ແລະສະຫວັດດີ
ການສັງຄົມໄດ້ຖະແຫລງຍອມຮັບວ່າ ການເຈລະຈາ 3 ຝ່າຍລະຫວ່າງຜູ້ຕາງໜ້າຂອງ
ສະຫະພັນກໍາມະບານລາວ ກັບກະຊວງແຮງງານ ແລະສະພາການຄ້າ ແລະອຸດສາຫະ
ກໍາແຫ່ງຊາດ ທີ່ໄດ້ເລີ່ມການເຈລະຈາກັນເພື່ອພິຈາລະນາ ກ່ຽວກັບການປັບຂຶ້ນອັດຕາຄ່າ ຈ້າງຂັ້ນຕໍ່າສໍາລັບແຮງງານລາວ ນັບຕັ້ງແຕ່ທ້າຍປີ 2010 ເປັນຕົ້ນມາຈົນເຖິງປະຈຸບັນນີ້ ກໍຍັງຄົງບໍ່ສາມາດຕົກລົງກັນໄດ້.
ທັງນີ້ໂດຍເຖິງແມ່ນວ່າທັງ 3 ຝ່າຍຈະເຫັນຮ່ວມກັນວ່າ ສົມຄວນທີ່ຈະຕ້ອງມີການປັບຂຶ້ນ ອັດຕາຄ່າຈ້າງຂັ້ນຕໍ່າໃຫ້ກັບແຮງງານລາວກໍ່ຕາມ ຫາກແຕ່ທາງຝ່າຍສະພາບການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໃນຖານະທີ່ເປັນຕົວແທນຂອງນາຍຈ້າງນັ້ນ ກໍເຫັນວ່າການປັບຂຶ້ນ ອັດຕາຄ່າຈ້າງຂັ້ນຕໍ່າຈະຕ້ອງເປັນອັດຕາທີ່ບໍ່ສູງກວ່າອັດຕາເງິນເຟີ້ທີ່ເປັນຈິງ ກໍຄື 9.76%
ເມື່ອເດືອນທີ່ແລ້ວ ຈຶ່ງເຮັດໃຫ້ຜູ້ຕາງໜ້າຂອງສະພາການຄ້າເຫັນດີ ທີ່ຈະປັບຂຶ້ນອັດຕາຄ່າ ຈ້າງຂັ້ນຕໍ່າເປັນບໍ່ເກີນ 690,000 ກີບຕໍ່ເດືອນ.
ກໍາມະກອນໂຮງງານຊີມັງແຫ່ງນຶ່ງ ຂອງລາວ
ຫາກແຕ່ຜູ່ຕາງໜ້າຂອງສະຫະພັນກໍາມະບານລາວ ກໍ່ເຫັນ
ວ່າ ເປັນການປັບຂຶ້ນໃນອັດຕາທີ່ຕໍ່າເກີນໄປ ເມື່ອທຽບກັບ
ລະດັບການຄອງຊີບທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້
ຜູ້ຕາງໜ້າຂອງສະຫະພັນກໍາມະບານ ໄດ້ສະເໜີໃຫ້ມີການ
ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າເປັນບໍ່ໜ້ອຍກວ່າ 720,000
ກີບ ຈຶ່ງຈະເຮັດໃຫ້ຜູ້ໃຊ້ແຮງງານໃນລາວ ສາມາດຄອງຊີບ
ພໍຢູ່ໄດ້ໃນແຕ່ລະເດືອນ.
ໃນປັດຈຸບັນນີ້ ອັດຕາຄ່າຈ້າງຂັ້ນຕໍ່າຂອງບັນດາຜູ້ໃຊ້ແຮງ
ງານໃນລາວນັ້ນຢູ່ທີ່ລະດັບ348,000 ກີບ ຊຶ່ງເມື່ອລວມ
ກັບຄ່າລ່ວງເວລາໃນການທຳງານແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບແລ້ວ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວ
ແຕ່ລະຄົນມີລາຍໄດ້ສະເລ່ຍປະມານ 5 ແສນກວ່າກີບຕໍ່
ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ທີ່
ຕໍ່າຫລາຍເມື່ອທຽບກັບຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕະ ຫລອດເວລາ.
ຊຶ່ງດ້ວຍສະພາບການດັ່ງກ່າວ ກໍຍັງເຮັດໃຫ້ຜູ້ນໍາຂັ້ນສູງຂອງລາວໄດ້ເນັ້ນຢໍ້າໃຫ້ສະຫະ
ພັນລັດຖະບານຈະຕ້ອງດໍາເນີນມາດຕະການໃນທຸກວິທີທາງ ເພື່ອໃຫ້ການຊ່ວຍເຫລືອ
ບັນດາແຮງງານລາວຢ່າງຮີບດ່ວນອີກດ້ວຍ ດັ່ງທີ່ ທ່ານບຸນຍັງ ວໍລະຈິດ ຮອງປະທານ
ປະເທດລາວ ໄດ້ຖະແຫລງເນັ້ນຢໍ້າໃນຕອນໜຶ່ງວ່າ:
“ອົງການກຳມະບານຕ້ອງປະສານສົມທົບກັບບັນດາຂະແນງການທີ່ກ່ຽວຂ້ອງ ເພີ່ມວິທີການກວດກາຕິດຕາມ ຮຽກຮ້ອງເຈົ້າຂອງທຸລະກິດ ຜູ້ປະກອບການ ໃຫ້ນະໂຍບາຍຕໍ່ຜູ້ອອກແຮງງານຢ່າງເຂັ້ມງວດ ກ້າວໄປເຖິງບ່ອນຕື່ນຕົວ
ເບິ່ງແຍງແຈກຢາຍຜົນຜະລິດ ຢ່າງສົມເຫດສົມຜົນໃຫ້ແກ່ຜູ້ອອກແຮງງານ.”
ນອກຈາກນີ້ ທ່ານບຸນຍັງ ກໍ່ຍັງໄດ້ໃຫ້ການຍອມຮັບວ່າ ສະຖານະການທີ່ໜ້າເປັນ ຫ່ວງອີກຢ່າງນຶ່ງກໍຄືການເອົາລັດເອົາປຽບຕໍ່ຜູ້ໃຊ້ແຮງງານ ໂດຍບັນດານາຍຈ້າງໃນ
ລາວ ທີ່ຍັງຄົງເກີດຂຶ້ນຢູ່ເລື້ອຍມາ ໂດຍເຖິງແມ່ນວ່າສະຫະພັນກໍາມະບານລາວຈະ
ໄດ້ດໍາເນີນການກວດກາຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ກໍບໍ່ສາມາດທີ່ຈະກວດກາໄດ້
ຢ່າງທົ່ວເຖິງແຕ່ຢ່າງໃດ.
ກໍາມະກອນໂຮງງານຕັດຫຍິບກອງ ທັບ ຊຶ່ງເປັນກຸ່ມແຮງງານລາວ ຈໍາ ນວນນຶ່ງທີ່ໄດ້ຮັບຄ່າແຮງງານຕໍ່າ.
ການທີ່ວ່າລາວມີອັດຕາຄ່າຈ້າງຕໍ່າຫລາຍເມື່ອສົມ
ທຽບໃສ່ກັບຄ່າຄອງຊີບ ທີ່ເພີ້ມສູງຂຶ້ນທຸກມື້ນັ້ນ
ກໍນັບວ່າເປັນເງື່ອນໄຂນຶ່ງທີ່ເຮັດໃຫ້ແຮງງານລາວ
ຕ້ອງພະຍາຍາມເດີນທາງໄປລອບທໍາງານໂດຍ
ຜິດກົດໝາຍ ຢູ່ໃນປະທດໄທເພີ້ມຫລາຍຂຶ້ນນັບມື້
ເຊັ່ນດຽວກັນ ເຖິງແມ່ນວ່າຈະສ່ຽງຕໍ່ການທີ່ຈະຖືກ
ທາງການໄທຈັບກຸມຄຸມຂັງ ໃນຂໍ້ຫາເຂົ້າເມືອງຢ່າງ
ຜິດກົດໝາຍ ແລະສ່ຽງຕໍ່ການຕົກເປັນເຫຍື່ອຂອງ
ຂະບວນການຄ້າມະນຸດຂ້າມຊາດກໍຕາມ, ຫາກແຕ່
ພວກເຂົາເຈົ້າກໍຍອມເພື່ອແລກກັບຄ່າຈ້າງທີ່ສູງກວ່າຢູ່ໃນລາວ.
ແຕ່ຢ່າງໃດກໍຕາມ ທາງກະຊວງແຮງງານ ແລະສະຫວັດດີການສັງຄົມ ໃນຖານະທີ່ເປັນ ຕົວກາງການເຈລະຈານັ້ນ ກໍມີຄວາມຫວັງວ່າ ສະຫະພັນກໍາມະບານ ກັບສະພາການຄ້າ
ລາວ ຈະສາມາດຕົກລົງກັນໄດ້ໃນໝໍ່ໆ ນີ້.