ລາວກັບໄທ ຕົກລົງຮ່ວມມື ກໍ່ສ້າງຂົວຂ້າມ ແມ່ນ້ຳຂອງ ແຫ່ງທີ 5 ເຊື່ອມຕໍ່ ແຂວງບໍລິຄຳໄຊ ກັບ ຈັງຫວັດບຶງການ

ຂົວຂ້າມແມ່ນ້ຳຂອງ ລະຫວ່າງ ລາວ ແລະ ໄທ ແຫ່ງທີ 4

ລັດຖະບານລາວ ກັບ ໄທ ຕົກລົງຮ່ວມມືກໍ່ສ້າງສະພານຂ້າມແມ່ນ້ຳຂອງແຫ່ງທີ 5 ເພື່ອ ເຊື່ອມຕໍ່ ລະຫວ່າງ ແຂວງບໍລິຄຳໄຊ ກັບ ຈັງຫວັດບຶງການ ໂດຍຈະກໍ່ສ້າງໃຫ້ແລ້ວເສັດ ພາຍໃນປີ 2019.

Your browser doesn’t support HTML5

ເຊີນຟັງ ລາຍງານ ລາວກັບໄທ ຕົກລົງຮ່ວມມື ກໍ່ສ້າງຂົວຂ້າມ ແມ່ນ້ຳຂອງ ແຫ່ງທີ 5

ທ່ານອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທ ຖະແຫລງຢືນຢັນວ່າ ລັດຖະບານລາວ ແລະ ໄທ ໄດ້ຕົກລົງກັນຢ່າງເປັນທາງການວ່າ ຈະຮ່ວມມືກັນດຳເນີນການກໍ່ສ້າງສະພານຂ້າມແມ່ນ້ຳຂອງ ຫຼື ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ໃຫ້ສຳເລັດ ແລະເປີດນຳໃຊ້ພາຍໃນປີ 2019 ເປັນຢ່າງຊ້າ.

ໂດຍສະພານດັ່ງກ່າວນີ້ ຈະເຊື່ອມຕໍ່ລະຫວ່າງຈັງຫວັດບຶງການ ກັບເມືອງປາກຊັນ ໃນ ແຂວງບໍລິຄຳໄຊ ທີ່ສາມາດເຊື່ອມຕໍ່ໄປຍັງພາກກາງຂອງຫວຽດນາມໄດ້ ດ້ວຍຖະໜົນ ເລກ 8 ຂອງລາວ ແລະການດຳເນີນງານໃນປັດຈຸບັນນີ້ ກໍຢູ່ໃນຂັ້ນຕອນຂອງການສຶກ ສາສຳຫຼວດ ແລະອອກແບບກໍ່ສ້າງ ຊຶ່ງຄາດວ່າ ຈະແລ້ວເສັດໃນມໍ່ໆນີ້ ດັ່ງທີ່ ທ່ານອາຄົມ ໄດ້ໃຫ້ການຢືນຢັນວ່າ:

“ສະພານຂ້າມແມ່ນ້ຳຂອງບຶງການ-ປາກຊັນ ກໍຈະເປັນສະພານແຫ່ງທີ 5 ຊຶ່ງຂະນະນີ້ ທາງກົມທາງຫຼວງ ກໍໄດ້ອອກແບບສະພານ ແລ້ວກໍໄດ້ເລີ່ມດຳເນີນ ການຕຽມ ຄວາມ ພ້ອມທາງຝັ່ງເຮົາ ຖ້າບໍ່ມີບັນຫາໃນເລື່ອງຂອງການຈັດກຳມະສິດທີ່ດິນ ໂຄງການນີ້ ກໍອາດຈະເລີ່ມໄດ້ໄວກວ່າ ທີ່ກຳນົດໄວ້ ຢ່າງໃດກໍຕາມ ສະພານນັ້ນ ເປັນສະພານ ເຊື່ອມ 2 ປະເທດ ກໍຄົງຕ້ອງໃຊ້ເວລາຈັກໜ້ອຍໜຶ່ງ ໃນການທີ່ຈະຕ້ອງລົມກັບທາງ ສປປ ລາວ.”

ຂົວຂ້າມແມ່ນ້ຳຂອງ ທີ່ເຊື່ອມຕໍ່ ລາວ ກັບປະເທດເພື່ອນບ້ານ ມຽນມາ

ໃນປັດຈຸບັນ ສປປ ລາວ ມີສະພານຂ້າມແມ່ນ້ຳຂອງທີ່ກໍ່ສ້າງແລ້ວເສັດ ແລະນຳໃຊ້ ເພື່ອເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງແລ້ວ 10 ແຫ່ງ ໃນທົ່ວປະເທດ ໂດຍໃນນີ້ ແບ່ງເປັນ 5 ແຫ່ງ ທີ່ນຳໃຊ້ເພື່ອການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ພາຍໃນລາວ ແລະ 5 ແຫ່ງທີ່ເຊື່ອມໂຍງການຄົມມະນາຄົມ-ຂົນສົ່ງ ລະຫວ່າງລາວກັບປະເທດ ເພື່ອນບ້ານ.

ໂດຍສຳລັບສະພານ 5 ແຫ່ງພາຍໃນປະເທດນັ້ນ ກໍປະກອບດ້ວຍສະພານ ທີ່ເຊື່ອມຕໍ່ ເມືອງປາກເຊ ກັບເມືອງໂພນທອງ ໃນແຂວງຈຳປາສັກ, ສະພານຂ້າມດອນໂຂງ ຢູ່ ເຂດເມືອງໂຂງ ແຂວງຈຳປາສັກ, ສະພານທີ່ເຊື່ອມຕໍ່ເມືອງເງິນ ແຂວງຫຼວງພະບາງ ກັບເມືອງປາກແບ່ງ ແຂວງອຸດົມໄຊ, ສະພານປາກຄອນ ທີ່ເຂດເມືອງນານ ແຂວງ ຫຼວງພະບາງ ທີ່ເຊື່ອມຕໍ່ກັບທ່າເດື່ອ ໃນແຂວງໄຊຍະບູລີ ແລະສະພານທີ່ເຊື່ອມຕໍ່ ເມືອງຊະນະຄາມ ໃນແຂວງວຽງຈັນ ກັບເມືອງປາກລາຍໃນແຂວງໄຊຍະບູລີ ຕາມ ລຳດັບ.

ສ່ວນອີກ 5 ແຫ່ງທີ່ເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ກັບປະເທດເພື່ອນບ້ານນັ້ນ ປະກອບດ້ວຍ 4 ແຫ່ງ ທີ່ເຊື່ອມຕໍ່ກັບປະເທດໄທ ກໍຄືສະພານມິດຕະພາບລາວ-ໄທ ທີ່ເຊື່ອມຕໍ່ ລະຫວ່າງນະຄອນຫຼວງວຽງຈັນ ກັບຈັງຫວັດໜອງຄາຍ, ແຂວງສະຫວັນ ນະເຂດ ກັບຈັງຫວັດມຸກດາຫານ, ຄຳມ່ວນ ກັບນະຄອນພະນົມ, ຫ້ວຍຊາຍໃນແຂວງ ບໍ່ແກ້ວ ກັບຊຽງຂອງ ໃນຈັງຫວັດຊຽງຣາຍ ແລະອີກ 1 ແຫ່ງນັ້ນ ເປັນສະພານທີ່ເຊື່ອມຕໍ່ ກັບ ສະຫະພາບມຽນມາ ທີ່ເມືອງຊຽງກົກ ແຂວງຫຼວງນ້ຳທາ ກັບເມືອງທ່າຂີ້ເຫຼັກ ໃນ ເຂດລັດສານ.

ທາງດ້ານ ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ຖະແຫລງຢືນຢັນວ່າ ສະພານຂ້າມແມ່ນ້ຳຂອງ ໄດ້ປະກອບສ່ວນຢ່າງສຳຄັນ ໃນການຂະຫຍາຍລະບົບໂຄງຂ່າຍການຄົມມະນາຄົມ-ຂົນສົ່ງທາງບົກໃນລາວ ຊຶ່ງໃນ ປັດຈຸບັນທົ່ວປະເທດ ມີເສັ້ນທາງຄົມມະນາຄົມ-ຂົນສົ່ງຄິດເປັນລະຍະທາງລວມ 51,900 ກວ່າກິໂລແມັດ ໂດຍເພີ່ມຂຶ້ນເຖິງ 10,836 ກິໂລແມັດ ເມື່ອທຽບໃສ່ປີ 2010 ຊຶ່ງກໍເຮັດ ໃຫ້ເສັ້ນທາງຄົມມະນາຄົມ-ຂົນທາງບົກດັ່ງກ່າວນີ້ ສາມາດເຊື່ອມໂຍງໄປເຖິງ 148 ເມືອງ ໃນ 17 ແຂວງ ແລະເຂດນະຄອນຫຼວງວຽງຈັນໄດ້ ຕະຫຼອດປີ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ໃນລະຍະທາງລວມຂອງເສັ້ນທາງ ຄົມມະນາຄົມ- ຂົນສົ່ງດັ່ງກ່າວນີ້ ເປັນເສັ້ນທາງທີ່ປູດ້ວຍຫີນແຮ່ 19,361 ກິໂລແມັດ ແລະປູດິນ ທຳມະຊາດເຖິງ 22,838 ກິໂລແມັດ ຈຶ່ງເຮັດໃຫ້ບັນດາບ້ານສ່ວນໃຫຍ່ ໃນເຂດຊົນ ນະບົດ ຍັງບໍ່ສາມາດເຊື່ອມຕໍ່ກັບເຂດເມືອງໄດ້ຕະຫຼອດປີ ເພາະວ່າ ເສັ້ນທາງ ຄົມມະນາຄົມ-ຂົນສົ່ງ ທີ່ປູດ້ວຍຫີນແຮ່ ແລະດິນທຳມະຊາດດັ່ງກ່າວນັ້ນ ໃຊ້ການບໍ່ ໄດ້ເລີຍ ໃນຊ່ວງລະດູຝົນນັ້ນເອງ.

ຍິ່ງໄປກວ່ານັ້ນ ການພັດທະນາໃນລະຍະທີ່ຜ່ານມາ ກໍຍັງເຮັດໃຫ້ເກີດບັນຫາກ່ຽວກັບ ການແຕກໂຕນກັນ ໃນລະດັບຂອງການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງ ກັບເຂດຊົນນະບົດເພີ່ມຂຶ້ນນັບມື້ອີກດ້ວຍ ກໍຄືຂະນະທີ່ເຂດເມືອງມີສິ່ງອຳນວຍຄວາມ ສະດວກຕ່າງໆ ຫຼາຍຂຶ້ນນັ້ນ ເຂດຊົນນະບົດ ກັບຍັງຂາດແຄນໃນທຸກໆດ້ານ.