ລາວ-ໄທ ຕົກລົງເພີ່ມ ມູນຄ່າການຄ້າ ແລະການລົງທຶນ ສອງຝ່າຍໃຫ້ສູງຂຶ້ນ

ກອງປະຊຸມຖະແຫລງຂ່າວຮ່ວມ ລະຫວ່າງລາວ ແລະໄທ ຄັ້ງທີ 18 ຢູ່ຈັງຫວັດປະຈວບຂີຣີຂັນ ໃນເຂດພາກໃຕ້ຂອງໄທ ເມື່ອ ອາທິດຜ່ານມານີ້

ທາງການລາວ-ໄທຕົກລົງທີ່ຈະເພີ່ມມູນຄ່າການຄ້າ ແລະການ
ລົງທຶນໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ທາງການໄທ ກໍຢືນ ຢັນທີ່ຈະປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮັບຊື້ພະລັງງານ
ໄຟຟ້າຈາກລາວຕໍ່ໄປ.

ກອງປະຊຸມຄະນະກໍາມາທິການຮ່ວມລະຫວ່າງລາວກັບໄທຄັ້ງ
ທີ 18 ຢູ່ຈັງຫວັດປະຈວບຂີຣີຂັນ ໃນເຂດພາກໃຕ້ຂອງໄທເມື່ອ
ອາທິດຜ່ານມາ ໄດ້ສິ້ນສຸດລົງດ້ວຍການທີ່ ທາງການຂອງທັງ
ສອງຝ່າຍໄດ້ຕົກລົງທີ່ຈະເສີມຂະຫຍາຍຄວາມຮ່ວມມືລະ
ຫວ່າງກັນ ທັງໃນດ້ານເສດຖະກິດ ການເມືອງຄວາມໝັ້ນຄົງ ແລະສັງຄົມວັດທະນະທໍາຕໍ່ໄປຢ່າງບໍ່ຢຸດຢັ້ງ.

ທັງນີ້ ໂດຍສະເພາະແມ່ນໃນດ້ານເສດຖະກິດນັ້ນ ທາງການລາວ-ໄທ ກໍໄດ້ຕົກລົງທີ່ຈະ
ເພີ່ມມູນຄ່າການຄ້າ ແລະການຂະຫຍາຍການລົງທຶນລະຫວ່າງກັນໃຫ້ຫຼາຍຂຶ້ນຢ່າງຕໍ່
ເນື່ອງ ດັ່ງທີ່ທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ
ການຕ່າງປະເທດ ໃນຖານະປະທານຄະນະຝ່າຍໄທນັ້ນ ໄດ້ໃຫ້ການຢືນຢັນວ່າ:

ຄວາມຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງໄທ-ລາວມີການຂະ
ຫຍາຍຕົວຢ່າງຕໍ່ເນື່ອງໃນປີທີ່ຜ່ານມາແລະມີມູນຄ່າກວ່າ 150,000 ລ້ານ
ບາດ. ຢ່າງໃດກໍຕາມ ເຮົາກໍຍັງຈະຮ່ວມມືກັນ ສົ່ງເສີມການຄ້າການລົງທຶນ
ໃຫ້ເພີ່ມຂຶ້ນ ໂດຍຈະມີແຜນຈັດງານສະແດງສິນຄ້າ ແລະຈັບຄູ່ທາງທຸລະກິດ.”


ອິງຕາມສະຖິຕິຂອງກະຊວງແຜນການແລະການລົງທຶນຂອງລາວ ກໍໄດ້ລະບຸວ່າ ໃນປັດຈຸ
ບັນໄທມີມູນຄ່າການລົງທຶນສະສົມໃນລາວເຖິງ 4,082 ລ້ານໂດລາ ໃນ 742 ໂຄງການຊຶ່ງ
ຖືເປັນອັນດັບ 2 ຮອງຈາກຫວຽດນາມ ທີ່ມີມູນຄ່າການລົງທຶນສະສົມ ໃນລາວ ເຖິງ 4,913 ລ້ານໂດລາ ໃນ 429 ໂຄງການ ແລະອັນດັບ 3 ນັ້ນ ກໍແມ່ນຈີນທີ່ມີມູນຄ່າການລົງທຶນສະສົມ
ໃນລາວເຖິງ 3,952 ລ້ານໂດລາ ໃນ 801 ໂຄງການ ຫາກແຕ່ວ່າ ໃນດ້ານການຄ້ານັ້ນ ໄທ
ຍັງເປັນຄູ່ຄ້າອັນດັບ 1 ຂອງລາວ ສ່ວນລາວກໍໄດ້ກ້າວຂຶ້ນມາ ເປັນຄູ່ຄ້າອັນດັບ 1 ຂອງໄທ
ຢູ່ທີ່ເຂດສາມຫຼ່ຽມຄໍາ.

ແຕ່ຢ່າງໃດກໍຕາມ ທ່ານນາງເກດສຸດາ ສັງຂະກອນ ປະທານຊົມຣົມຜູ້ປະກອບການຄ້າ
ຊາຍແດນຢູ່ທີ່ອໍາເພີຊຽງແສນ ຈັງຫວັດຊຽງຣາຍ ຂອງໄທ ກໍໄດ້ໃຫ້ການຢືນຢັນກ່ອນໜ້າ
ນີ້ວ່າການຄ້າລະຫວ່າງໄທ ລາວ-ມຽນມາແລະຈີນ ຢູ່ທີ່ເຂດສາມຫຼ່ຽມຄໍາໄດ້ຮັບຜົນກະທົບ
ຢ່າງໜັກຈາກລະດັບນໍ້າຂອງທີ່ບົກແຫ້ງລົງຢ່າງໄວວາ ນັບແຕ່ເດືອນກຸມພາເປັນຕົ້ນມາ ຈົນເຖິງເວລານີ້ ເນື່ອງຈາກລະດັບນໍ້າຂອງທີ່ບົກແຫ້ງລົງ ເຮັດໃຫ້ບໍ່ສາມາດເດີນເຮືອຂົນ ສົ່ງສິນຄ້າໄປ-ມາລະຫວ່າງສີ່ປະເທດໄດ້ເລີຍ.

ແຕ່ຢ່າງໃດກໍຕາມ ສະພາບບັນຫາດັ່ງກ່າວ ກໍເຮັດໃຫ້ບັນດາຜູ້ປະກອບການຄ້າຊາຍແດນ
ທີ່ເຂດສາມຫຼ່ຽມຄໍາໄດ້ພາກັນຫັນໄປໃຊ້ເສັ້ນທາງເລກ 3 ໃນແຂວງບໍ່ແກ້ວ ແລະແຂວງ
ຫຼວງນໍ້າທາຂອງລາວ ເປັນເສັ້ນທາງຫຼັກ ໃນການຂົນສົ່ງສິນຄ້າໄປ-ມາ ລະຫວ່າງໄທ-ລາວ
ແລະຈີນຫຼາຍຂຶ້ນ ໂດຍເຖິງແມ່ນວ່າຈະມີຕົ້ນທຶນໃນການຂົນສົ່ງແພງກວ່າການຂົນສົ່ງທາງ
ເຮືອເຖິງ 2 ເທົ່າກໍຕາມ ຫາກແຕ່ກໍຕ້ອງຍອມ ຈ່າຍເພື່ອເປັນການຮັກສາສະພາວະການຄ້າ
ທີ່ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.

ການຄ້າລະຫວ່າງໄທກັບລາວ-ມຽນມາ ແລະຈີນ ຢູ່ເຂດສາມຫຼ່ຽມຄໍາ ອັນເປັນຊາຍແດນ
ໃນແມ່ນໍ້າຂອງລະຫວ່າງລາວກັບໄທ ແລະມຽນມານັ້ນ ໄດ້ຂະຫຍາຍຕົວເພີ່ມຂຶ້ນເຖິງ 25%
ໃນປີ 2012 ທີ່ຜ່ານມາ ໂດຍຄິດເປັນມູນຄ່າການຄ້າລວມຫຼາຍກວ່າ 35,000 ລ້ານບາດ
ຫຼືປະມານ 1,160 ລ້ານໂດລາ.

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ


ຍິ່ງໄປກວ່ານັ້ນ ໄທກໍຍັງເປັນປະເທດທີ່ໄດ້ຕົກລົງຮັບຊື້ພະລັງງານ
ໄຟຟ້າຈາກລາວຫຼາຍທີ່ສຸດອີກດ້ວຍ ຊຶ່ງໃນກອງປະຊຸມຄະນະກໍາ
ມາທິການຮ່ວມລະຫວ່າງລາວ-ໄທຄັ້ງຫລ້າສຸດນີ້ ທາງການໄທ ກໍ
ໄດ້ຢືນຢັນທີ່ຈະສືບຕໍ່ການຮັບຊື້ພະລັງງານໄຟຟ້າຈາກລາວຕໍ່ໄປ
ດັ່ງທີ່ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະ
ມົນຕີການຕ່າງປະເທດ ໃນຖານະປະທານຄະນະຝ່າຍລາວ ໄດ້
ຖະແຫຼງວ່າ:


ກ່ຽວກັບການຮ່ວມມືດ້ານເສດຖະກິດ ກໍຂອບໃຈຝ່າຍໄທທີ່ຍັງຢືນຢັນ
ວ່າ ຈະຊື້ ກະແສໄຟຟ້າຈາກໂຄງການຕ່າງໆຂອງລາວຕາມຈໍານວນທີ່
ສອງຝ່າຍໄດ້ຕົກລົງກັນແລ້ວ ແລະຝ່າຍໄທກໍຈະສືບຕໍ່ການພິຈາລະນາ
ຮັບມື້ກະແສໄຟຟ້າຈາກລາວຈາກໂຄງການອື່ນໆຕໍ່ໄປ.”


ທັງນີ້ ທາງການໄທໄດ້ຕົກລົງ ທີ່ຈະຮັບຊື້ພະລັງງານໄຟຟ້າຈາກລາວ ໃນປະລິມານລວມ
7,000 ເມກາວັດ ນັບແຕ່ປີ 2015 ເປັນຕົ້ນໄປ ຫາກແຕ່ວ່າຂໍ້ຕົກລົງດັ່ງກ່າວນີ້ ກໍກໍາລັງຖືກ
ຄັດຄ້ານ ຈາກເຄືອຂ່າຍປະຊາຊົນໄທ ແລະອົງການອະນຸລັກສິ່ງແວດລ້ອມທໍາມະຊາດໃນ
ເຂດ ລຸ່ມແມ່ນໍ້າຂອງຢ່າງກວ້າງຂວາງ ໂດຍຈະມີການຍື່ນຄໍາຟ້ອງຮ້ອງ ຕໍ່ຄະນະຕຸລາການ
ສານປົກຄອງຂອງໄທ ໃນໝໍ່ໆນີ້.