ກອງປະຊຸມສຸດຍອດພິເສດລະຫວ່າງ ສະຫະລັດ ແລະອາຊຽນ ທີ່ດຳເນີນໄປເປັນເວລາສອງວັນໄດ້ສິ້ນລົງແລ້ວໃນວັນສຸກຜ່ານມາ. ຄະນະຜູ້ແທນລາວທີ່ນຳພາໂດຍນາຍົກລັດຖະມົນຕີ, ພະນະທ່ານພັນຄຳ ວິພາວັນນັ້ນ ຖືວ່າປະສົບຜົນສຳເລັດດີໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ດັ່ງການໃຫ້ສຳພາດກັບວີໂອເອ ຂອງທ່ານທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫລັງສິ້ນສຸດກອງປະຊຸມນັ້ນວ່າ:
Your browser doesn’t support HTML5
ສຽງ 1 ທ່ານທອງຜ່ານ ສະຫວັນເພັດກ່າວກ່ຽວກັບກອງປະຊຸມ
ຮອງລັດຖະມົນຕີການຕ່າງປະເທດ ສຫລ, ທ່ານນາງ Wendy Sherman ພົບປະກັບທ່ານສະເຫລີມໄປ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ສຫລ ທີ່ກະຊວງການຕ່າງປະເທດ ສຫລ ໃນນະຄອນຫລວງວໍຊິງຕັນ, ວັນທີ 13 ພຶດສະພາ
ພ້ອມກັນນັ້ນ ການຮ່ວມມືລະຫວ່າງສະຫະລັດ ແລະ ສປປ ລາວຄາດຈະເພີ້ມ ຂຶ້ນ ດັ່ງທີ່ທ່ານທອງຜ່ານໃຫ້ຄຳເຫັນວ່າ:
Your browser doesn’t support HTML5
ສຽງ 2 ທ່ານທອງຜ່ານ ສະຫວັນເພັດກ່າວກ່ຽວກັບສາຍພົວພັນສອງຝ່າຍ
ເບິ່ງວີດິໂອກ່ຽວກັບການເດີນທາງຂອງຄະນະຜູ້ແທນລາວໄປຮ່ວມກອງປະຊຸມຢູ່ ກຊ ການຕ່າງປະເທດ
Your browser doesn’t support HTML5
ລົດນຳເອົາຄະນະຜູ້ແທນລາວໄປເຂົ້າຮ່ວມການພົບປະ ລະຫວ່າງຂອງຜູ້ນຳອາຊຽນກັບເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດ ສຫລ
ກອງປະຊຸມສຸດຍອດລະຫວ່າງສະຫະລັດແລະອາຊຽນຄັ້ງນີ້ເປັນຄັ້ງທຳອິດທີ່ຈັດ ຢູ່ໃນນະຄອນຫລວງວໍຊິງຕັນ ແລະມີການສະຫລອງຄົບຮອບ 45 ປີຂອງການພົວພັນສະຫະລັດກັບອາຊຽນ. ສ່ວນ ສປປ ລາວແລ້ວຖືວ່າເປັນຄັ້ງທີສອງທີ່ໄດ້ເຂົ້າຮ່ວມກອງປະຊຸມເຊັ່ນນີ້ທີ່ຈັດຂຶ້ນໃນສະຫະລັດ. ຄັ້ງທີ 1 ແມ່ນໃນປີ 2016 ທີ່ລັດຄາລິຟໍເນຍ. ຄັ້ງທີສອງກໍຄືຄັ້ງນີ້ຊຶ່ງທີ່ຈິງແລ້ວມີກຳນົດຈັດຂຶ້ນໃນປີ 2020 ແຕ່ເນື່ອງຈາກການລະບາດຂອງໂຄວິດ-19 ຈຶ່ງເລື່ອນມາຈັດໃນປີນີ້ ແລະເປັນປະທານຮ່ວມຈັດກອງປະຊຸມໂດຍກຳປູເຈຍ ແລະສະຫະລັດ.
ເບິ່ງວີດິໂອກ່ຽວກັບການເດີນທາງຂອງຄະນະຜູ້ແທນລາວໄປຮ່ວມກອງປະຊຸມຢູ່ລັດຖະສະພາ
Your browser doesn’t support HTML5
ລົດທີ່ນຳເອົາຄະນະຜູ້ແທນລາວໄປເຂົ້າຮ່ວມການພົບປະ ລະຫວ່າງຂອງຜູ້ນຳອາຊຽນກັບປະທານສະພາຕ່ຳ ທີ່ຫໍສະພາສະຫະລັດ