ສໍາພາດ ນັກຄົ້ນຄວ້າຕ່າງປະເທດ ກ່ຽວກັບ ຮີດຄອງປະເພນີລາວ (ສະໄລດ໌)

  • ດຣ. ບົວສະຫວັນ ສິມມາລາ

ທ່ານອຸດົມ ບົວສີ (ທີສອງຈາກຊ້າຍ) ຜູ້ນໍາສະເໜີບົດຄົ້ນຄວ້າ ທ່ານນຶ່ງຈາກພາກອີ່ສານ ທີ່ຄົ້ນຄວ້າກ່ຽວກັບບົດບາດຂອງເຈົ້າໂຄດ ທັງຢູ່ໃນພາກອີ່ສານຂອງໄທ ແລະໃນລາວ

ດັ່ງທີ່ໄດ້ສະເໜີໄປໃນລາຍການຊາວລາວໃນຕ່າງແດນ
ຂອງວີໂອເອ ໃນທ້າຍເດືອນແລ້ວນີ້ວ່າ ບົວສະຫວັນ ຈະ
ນໍາບົດສໍາພາດກັບນັກຄົ້ນຄວ້າຈາກຕ່າງປະເທດ ຊຶ່ງກໍ
ຄືຈາກໄທ ແລະຍີ່ປຸ່ນ ທີ່ໄດ້ໄປທໍາການຄົ້ນຄວ້າຢູ່ລາວ ຫລືຄົ້ນຄວ້າກ່ຽວກັບວັດທະນະທໍາຂອງຄົນເຊື້ອສາຍລາວ
ຢູ່ສອງຟາກຝັ່ງແມ່ນໍ້າຂອງໃນເຂດກາງ ແລະຕາເວັນ
ອອກສຽງເໜືອຂອງໄທນັ້ນ ບັດ​ນີ້​ໂອກາດ​ນັ້ນ​ກໍ​ມາ​ເຖິງ
​ແລ້ວ ສະ​ນັ້ນ ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ຈາກບົວສະຫວັນ
​ໄດ້ໃນອັນດັບຕໍ່ໄປ:

Your browser doesn’t support HTML5

ຟັງລາຍງານການສໍາພາດ ກັບນັກຄົ້ນຄວ້າຕ່າງປະເທດ ກ່ຽວກັບລາວ



ສະບາຍດີ​ທ່ານ​ຜູ້​ຟັງທີ່ເຄົາລົບ ​ແລງ​ມື້​ນີ້ ວີ​ໂອ​ເອ​ຂໍ​ປ່ຽນ​ບັນ
ຍາກາດຈາກການ​ຟັງ​ເລື້ອງລາວຂອງ​ຊາວ​ລາວ​ໃນ​ຕ່າງ​ແດນ
ມາ​ຟັງເລື້ອງ​ລາວ​ກ່ຽວ​ກັບ​ຄົນ​ລາວ​ພາຍ​ໃນ​ປະເທດແລະໃນ
ເຂດຊາຍແດນຕິດກັບປະເທດໄທ​ ຊຶ່ງ​ໃນຕອນທີ່​ໄປ​ຮ່ວມ​
ກອງ​ປະຊຸມນາໆຊາດ ລາວສຶກສາຄັ້ງທີ 4 ທີ່ຈັດຂຶ້ນໃນເມືອງ
ເມດີສັນ ລັດວິສຄອນຊິນ ໃນເດືອນເມສາທີ່ຜ່ານມານັ້ນ ຂ້າພະ​
ເຈົ້າ​ໄດ້​ມີ​ໂອກາດໂອ້ລົມກັບ​ນັກຄົ້ນຄວ້າຈາກຕ່າງປະເທດສາມ
​ທ່ານທີ່ຄົ້ນຄວ້າກ່ຽວກັບຮີດຄອງປະເພນີລາວ ແລະທັງໝົດ
ສາມທ່ານນີ້ ນອກຈາກຈະນໍາເອົາຄວາມຮູ້ກ່ຽວກັບຂັ້ນຕອນ
ການດໍາເນີນການຄົ້ນບາງອັນມາເວົ້າສູ່ພວກ​ຮ່ວມ​ປະຊຸມຟັງ
ແລ້ວພວກທ່ານຍັງ​ໄດ້ເວົ້າພາສາລາວໃນສໍານຽງຂອງຫລາຍ
ທ້ອງຖິ່ນຕ່າງກັນໄດ້ຢ່າງໜ້າປະທັບໃຈອີກດ້ວຍ. ສະນັ້ນ ຈຶ່ງ
​ຢາກ​ນໍາ​ເອົາການສໍາພາດຂອງນັກຄົ້ນຄວ້າດັ່ງກ່າວມາແບ່ງປັນ
ໃຫ້​ທ່ານ​ຟັງ.

ນຶ່ງໃນຈໍານວນສາມທ່ານ​ທີ່​ກ່າວນີ້ ກໍໄດ້ແກ່ນາງ ນາກີຊາ ອີຕໍ
(Nagisa Ito), ນັກສຶກສາ ປະລິນຍາເອກຈາກມະຫາວິທະ
ຍາໄລສຶກສາຂັ້ນສູງ ລະດັບປະລິນຍາໂທ ແລະເອກ ຫລື
Graduate University of Advanced Studie ຈາກຍີ່ປຸ່ນ ທີ່ໄປທໍາການຄົ້ນຄວ້າ ຢູ່ແຂວງຫົວພັນ ກ່ຽວກັບວິຖີຊີວິດ
ແລະຮີດຄອງປະເພນີຂອງຄົນຕໍ່າຫູກ ຢູ່ແຂວງດັ່ງກ່າວ ໄດ້ສອງປີປາຍແລ້ວເພື່ອເກັບກໍາ
ຂໍ້ມູນສໍາລັບບົດວິທະຍານິພົນຂອງນາງ ໃນຫົວຂໍ້ “ຮີດຄອງປະເພນີໃນການຕໍ່າຫູກຂອງຜູ້ຍິງຊົນເຜົ່າລາວໄຕ ຢູ່ແຂວງຫົວພັນ” ຊຶ່ງນາງຈະທໍາການຂຽນໃຫ້ສໍາເລັດ ໃນປີໜ້າ 2014 ນີ້. ນາງອີຕໍ ໄດ້ຮັບທຶນຈາກສູນລາວສຶກສາ ທີ່ເມືອງແຊນ ແຟຣນຊິສໂກ ລັດຄາລິຟໍ
ເນຍ ໃນການເດີນທາງມາຈາກລາວ ເພື່ອເຂົ້າຮ່ວມ ແລະ ສະເໜີສ່ວນນຶ່ງຂອງບົດລາຍ
ງານ ການຄົ້ນຄວ້າຂອງນາງ ໃນກອງ ປະຊຸມດັ່ງກ່າວ. ແລະນາງໄດ້ໄດ້ເລົ່າເຖິງສິ່ງບັນ ດານຈິດໃຈນາງ ໃຫ້ເລືອກເອົາແຂວງດັ່ງກ່າວ ເປັນສະໜາມຄົ້ນຄວ້າວ່າ:

Your browser doesn’t support HTML5

ສຽງ ອີຕໍ 1


ໃນນາມນັກຄົ້ນຄວ້າ ທີ່ລົງເກັບກໍາຂໍ້ມູນເພື່ອຂຽນບົດວິທະຍານິພົນຂອງຕົນນັ້ນ ອີຕໍໄດ້ໄປ
ດໍາລົງຊີວິດຢູ່ນໍາປະຊາຊົນ ທີ່ນາງໄປສຶກສາຮຽນຮູ້ ຊຶ່ງນາງບອກວ່ານາງມີຄວາມຊາບ
ຊຶ້ງໃນນໍ້າໃຈຄົນລາວ ໃນແຂວງຫົວພັນ ກໍຄືຢູ່ທົ່ວປະເທດ. ນາງໄດ້ເລົ່າເຖິງຄວາມຮູ້ສຶກ
ຂອງນາງຕໍ່ຊີວິດ ການເປັນຢູ່ຂອງນາງກັບປະຊາຊົນແຂວງຫົວພັນວ່າ:

Your browser doesn’t support HTML5

ສຽງອີຕໍ 2


ພ້ອມກັນນັ້ນ ນາງອີຕໍກໍເວົ້າວ່າ ສິ່ງທີ່ດຶງດູດຈິດໃຈນາງໃຫ້ ເຂົ້າຮ່ວມກອງປະຊຸມນາໆ
ຊາດລາວສຶກສາຄັ້ງທີ 4 ຢູ່ເມືອງເມດີສັນ, ລັດວິສຄອນຊິນວ່າ:

Your browser doesn’t support HTML5

ສຽງອີຕໍ 3



ອາຈານ ມາລີນີ ກາງປະພັນຈາກມະຫາວິທະຍາໄລ ມະຫາສາລະຄາມ ຖ່າຍຮູບຮ່ວມກັບ ສະມາຊິກປະຊາຄົມລາວອາເມຣິກາ ຢູ່ກອງປະຊຸມ ລາວສຶກສາ



ຜູ້ທີສອງກໍຄືອາຈານ ມາລີນີ ກາງປະພັນທີ່ສອນວິຊາສັງຄົມ
ສຶກສາຢູ່ ໂຮງຮຽນມັດທະຍົມ ຄໍາຈີ ວິທະຍາຄານ, ຈັງຫວັດ
ມຸກດາຫານ ແລະນັກສຶກສາປະລິນຍາເອກ ສາຂາລາວສຶກສາ
ທີ່ມີສອນຢູ່ໃນແຕ່ບ່ອນດຽວ ທີ່ມະຫາວິທະຍາໄລສາລະຄາມ
ເທົ່ານັ້ນໃນປະເທດໄທ. ຜູ້ກ່ຽວ ເວົ້າວ່າ ຄວາມຮູ້ຄວາມເຂົ້າ
ໃຈໃໝ່ກ່ຽວກັບເຊື້ອສາຍລາວ ແລະໄທ ທີ່ໄດ້ຮັບ ຫລັງຈາກ​
ໄດ້ຮຽນຂະແໜງດັ່ງກ່າວ ກາຍເປັນນຶ່ງໃນແຮງດົນໃຫຍ່ສອງຢ່າງ ໃຫ້ອາຈານສຶກສາກ່ຽວກັບລາວເພີ້ມຂຶ້ນ ຊຶ່ງ ອາຈານມາລີນີ
ຜູ້ເວົ້າສໍານຽງພູໄທ ເລົ່າສູ່ຟັງວ່າ:

Your browser doesn’t support HTML5

ສຽງມາລີນີ 1


ຈານມາລີນີ ກາງປະພັນ (ນັ່ງທາງກາງສາມີຂອງທ່ານນາງ) ແລະອາຈານ ເອື້ອນຈິດ ຄູສອນທີ່ໂຮງຮຽນປະຖົມ ຖະໜົນວິສຄອນຊິນ ເມືອງມີວວອກກີ, ວິສຄອນຊິນ


ອາຈານມາລີນີໄດ້ນໍາສະເໜີສ່ວນນຶ່ງຂອງວິທະຍານິພົນປະລິນ
ຍາເອກທີ່ກອງປະຊຸມນາໆ ຊາດລາວສຶກສາຄັ້ງທີ 4 ແລະພິມ
ຜົນງານ ໃນຫົວຂໍ້ “ເຄືອຂ່າຍທາງສັງຄົມຂອງຄ່າໂອກາດພະທາດ
ພະນົມ ໃນບໍລິເວນລຸ່ມ ແມ່ນໍ້າຂອງ” ຊຶ່ງເປັນຫົວຂໍ້ທີ່ເນັ້ນໃສ່
ຄວາມໝາຍສໍາຄັນຂອງຄວາມເຊື່ອ ທີ່ເປັນຕໍານານເລົ່າຂານກັນ
ມາວ່າ ມີພະທາດສ່ວນໜ້າເອິກຂອງພະພຸດທະເຈົ້າຢູ່ທີ່ທາດພະ
ນົມນັ້ນ ແລະຄວາມຜູກພັນຂອງຊາວລາວ ທີ່ຢູ່ຕາມຝັ່ງແມ່ນໍ້າຂອງ
ແລະຄົນໄທ ພາກອີສານ ຊຶ່ງຜູ້ກ່ຽວ ໄດ້ເລົ່າ ເຖິງຄວາມປະທັບໃຈ
ໃນການໄປເກັບກໍາຂໍ້ມູນ, ການເຮັດວິໄຈຢູ່ ປະເທດລາວ ແລະຜົນ
ຂອງການຄົ້ນຄວ້າບັ້ນນີ້ວ່າ:

Your browser doesn’t support HTML5

ສຽງມາລີນີ 2


ອາຈານມາລີນີ (ທີ 2 ຈາກຊ້າຍ) ເຂົ້າຮ່ວມພິທີບາສີ ສູ່ຂວັນ ໃນແລງທໍາອິດ ຂອງກອງປະຊຸມນາໆ ຊາດລາວສຶກສາ



ເຊັ່ນດຽວກັນກັບນາງອີຕໍ ມີຄວາມຊາບຊຶ້ງ​ໃນນໍ້າໃຈຂອງຄົນລາວ
ຢູ່ໃນ ປະເທດ ອາຈານມາລີນີ ກໍມີຄວາມປະທັບໃຈຫລາຍຕໍ່ອັດ
ທະຍາໄສ ໄມຕີ ແລະຄວາມໂອບເອື້ອອີລາ ຂອງຄົນລາວໃນອາ
ເມຣິກາ ຊຶ່ງອາຈານ ມາລີນີສະແດງຄວາມຮູ້ສຶກອອກມາວ່າ:

Your browser doesn’t support HTML5

ສຽງມາລີນີ 3


ທ້າຍສຸດ ອາຈານມາລີນີຂໍຝາກຂ່າວໄປຫາຍາດພີ່ນ້ອງໃນເມືອງລາວວ່າ:

Your browser doesn’t support HTML5

ສຽງມາລີນີ 4


ອາຈານອຸດົມ ບົວສີ (ທີສອງຈາກຊ້າຍ) ຈາກຂອນແກ່ນ ໂອ້ລົມກັບ ຜູ້ເຂົ້າຮ່ວມກອງປະຊຸມ ທ່ານນຶ່ງ


ຜູ້ສຸດທ້າຍ ກໍຄືທ່ານອຸດົມ ບົວສີ, ອາຈາສອນຢູ່ມະຫາຈຸລາລົງ
ກອນລາຊວິທະຍາໄລ ວິທະຍາເຂດຂອນແກ່ນ ແລະເປັນອະດີດ
ອາຈານສອນ ທີ່ມະຫາວິທະຍາໄລຂອນແກ່ນວິຊາປັນຍາສາ
ສະໜາ ແລະວັດທະນາທໍາ ເປັນຄົນກໍ່ສ້າງຂະແໜງສຶກສາ
ເລື້ອງວັດທະນະທໍາອີສານ ຊຶ່ງແຕ່ກ່ອນບໍ່ມີໃຜສົນໃຈໃນດ້ານ
ນີ້ ແຕ່ທ່ານກໍໄດ້ ມາເລີ້ມທໍາການຮື້ຟື້ນມັນຂຶ້ນ. ເມື່ອເຮັດເຊັ່ນ
ນັ້ນແລ້ວກໍເຫັນໄດ້ວ່າ ມັນມີຄວາມກ່ຽວຂ້ອງກັບລາວຢ່າງ
ຫລວງຫລາຍ ສະນັ້ນທ່ານຈຶ່ງຫັນມາສົ່ງເສີມການສຶກສາກ່ຽວ
ກັບລາວຫລາຍຂຶ້ນ ແລະໃນການສຶກສານັ້ນ ທ່ານອຸດົມໄດ້
ລົງເລິກເລື້ອງເຈົ້າໂຄດ ຊຶ່ງທ່ານອຸດົມກໍເຫັນວ່າ ລະບົບເຈົ້າ
ໂຄດເປັນລະບົບການໄກ່ເກ່ຍ ທີ່ນິຍົມໃຊ້ກັນຢູ່ໃນບັນດາໝູ່ບ້ານຕ່າງໆ ທີ່ທ່ານໄດ້ລົງໄປ
ເກັບກໍາຂໍ້ມູນໃນ 17 ແຂວງຂອງທັງໝົດ 19 ແຂວງໃນພາກ ອີສານຂອງໄທ ແລະໝູ່ບ້ານ
ຈໍານວນນຶ່ງໃນລາວ ຊຶ່ງທ່ານ ອຸດົມໄດ້ອະທິບາຍວ່າ

Your browser doesn’t support HTML5

ສຽງອຸດົມ



​ແລະ​ທີ່​ຜ່ານ​ໄປ​ນັ້ນ​ກໍ​ຄືຄວາມ​ເຫັນ​ຂອງ​ຄົນໃນຕ່າງປະ​ເທດ​ສາມ​ທ່ານ ທີ່​ໄດ້​ທໍາ​ການຄົ້ນ
ຄ້ວາ​ກ່ຽວ​ກັບປະ​ເພນີ​ວັດທະນະ​ທໍາ​ລາວ ​ແລະ​ກໍ​ມີ​ຄວາມ​ຮູ້ສຶກ​ປະ​ທັບ​ໃຈ​ນໍາຄົນ​ລາວ​ທີ່​ພວກ​ເພິ່ນ​ໄດ້​ພົບພໍ້ ​ແລະ​ສິ່ງທີ່​ພວກ​ເພິ່ນ​ໄດ້​ຮຽນ​ຮູ້​ມາ. ບົວສະຫວັນ ກໍຄືທີມງານວິທະຍຸວີໂອ
ເອພາກພາສາລາວ ຂໍຂອບໃຈທຸກໆທ່ານທີ່ຄອຍຕິດຕາມຮັບຟັງລາຍການຂອງພວກເຮົາ.

ປະມວນພາບກອງປະຊຸມນາໆຊາດ ລາວສຶກສາ ຄັ້ງທີ 4

ປະມວນພາບ ກອງປະຊຸມນາໆຊາດ ລາວສຶກສາຄັ້ງທີ 4