ບັນຫາເສດຖະກິດຝືດເຄືອງທີ່ຮ້າຍແຮງຂຶ້ນ ບວກກັບຄວາມສາມາດອັນຈໍາກັດ ຂອງລັດຖະບານ ໃນການສະໜອງງົບປະມານແກ່ຂະແໜງການສຶກສາ ແລະ ສົ່ງເສີມການຜະລິດແລະທຸລະກິດພາຍໃນ ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ ຊາວໜຸ່ມ ເຮັດໃຫ້ນັກຮຽນນັກສຶກສາບໍ່ຢາກຮຽນໜັງສຶ ແລະນັກສຶກສາບາງສ່ວນ ມີຄວາມທໍ້ແທ້ໃຈທີ່ຈະຮຽນຕໍ່ໃນຂັ້ນສູງ ແລະພະຍາຍາມໄປຊອກວຽກເຮັດງານທໍາ ທີ່ບໍ່ຕ້ອງການໃຊ້ຄວາມຮູ້ສູງຢູ່ຕ່າງປະເທດເປັນສ່ວນໃຫຍ່. ນັກຂ່າວຂອງພວກເຮົາມີລາຍງານໃຫ້ວີໂອເອລາວ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຖິງແມ່ນລັດຖະບານລາວ ຈະເນັ້ນຢໍ້າເຖິງແນວທາງນະໂຍບາຍຂອງຕົນທີ່ເວົ້າ ມາຕະຫລອດ 4 ທົດສະວັດກວ່າວ່າ ຕ້ອງເອົາການສຶກສາ ໄປກ່ອນບາດກ້າວນຶ່ງ ຂອງການພັດທະນາປະເທດຊາດນັ້ນ ກໍຕາມ ແຕ່ໃນສະພາບຕົວຈິງ ມີຫລາຍຄົນຕັ້ງຄໍາຖາມ ແລະສົນທະນາກັນຢ່າງຫລວງຫລາຍໃນຊື່ສັງຄົມອອນລາຍວ່າ ການສຶກສາໃນປະເທດລາວໄດ້ສົ່ງສັນຍານແບບໃດໃຫ້ສັງຄົມຮູ້ ເມື່ອມີນັກຮຽນ ນັກສຶກສາສົນໃຈຮຽນຕໍ່ໃນຂັ້ນສູງໜ້ອຍລົງ. ທ່າອ່ຽງທີ່ວ່ານີ້ ມັນສະແດງອອກໃນຕົວເລກຂອງນັກສຶກສາ ຈົດທະບຽນເຂົ້າສອບເສັງເພື່ອຮຽນໃນມະຫາວິທະຍາໄລຕ່າງໆທົ່ວປະເທດຫລຸດລົງຢ່າງຫລວງຫລາຍ ຊຶ່ງບໍ່ພຽງພໍກັບຄວາມຕ້ອງການ ຫລືຄວາມສາມາດຮອງຮັບຂອງມະຫາວິທະຍາໄລ. ສໍາລັບສົກສຶກສາປີ 2023-2024 ທີ່ຫາກໍ່ເປີດຂຶ້ນໄດ້ບໍ່ພໍເທົ່າໃດອາທິດຜ່ານມາ ຄວາມແຕກໂຕນກັນທີ່ວ່ານີ້ ໃນມະຫາວິທະະຍາໄລ 4 ແຫ່ງຂອງລາວ ມີຄື:
- ມະຫາວິທະຍາໄລສຸພານຸວົງຢູ່ຫລວງພະບາງ: ລົງທະບຽນຮຽນ 484 ຄົນ ຂະນະທີ່ມີຄວາມຕ້ອງການ 1566 ຄົນ
- ມະຫາວິທະຍາໄລສະຫວັນນະເຂດ: ລົງທະບຽນ 271 ຄົນ, ທີ່ຈິງມີຄວາມຕ້ອງການ 1516 ຄົນ
- ມະຫາວິທະຍາໄລຈໍາປາສັກ: ລົງທະບຽນ 221 ຄົນ, ຕ້ອງການ 1405. ຄົນ
- ມະຫາວິທະຍາໄລແຫ່ງຊາດ: ລົງທະບຽນ 7440 ຄົນ ຂະນະທີ່ມີຄວາມ ຕ້ອງການ 6688 ຄົນ
ແມ່ນແຕ່ມະຫາວິທະຍາໄລແຫ່ງຊາດທີ່ເປັນມະຫາວິທະຍາໄລໃຫຍ່ທີ່ສຸດຂອງ ລາວ ຈໍານວນນັກສຶກສາລົງທະບຽນເພື່ອເຂົ້າສອບເສັງເຂົ້າຮຽນແມ່ນຫລຸດລົງ ເລື້ອຍໆ ນັບແຕ່ສົກຮຽນປີ 2020-2021 ທີ່ມີ 16,700 ກວ່າຄົນ ຫລຸດລົງມາເປັນ 9,000 ກວ່າຄົນໃນສົກຮຽນປີ 2021-2022.
ແຕ່ກົງການຂ້າມ ຕົວເລກຂອງຊາວໜຸ່ມລາວ ທີ່ລົງທະບຽນຂໍໄປເຮັດວຽກໃນຕ່າງປະເທດເຊັ່ນເກົາຫລີໃຕ້ ແລະຍີ່ປຸ່ນຜັດມີຫລາຍສິບພັນຄົນ ໃນເດືອນຜ່ານມາ ເຖິງແມ່ນວ່າ ການຮັບເອົາກໍາມະກອນໄປເຮັດວຽກໃນປະເທດເຫລົ່ານີ້ ແມ່ນມີພຽງແຕ່ 2,000 ຫາ 3,000 ຄົນຕໍ່ປີກໍຕາມ, ອີງຕາມແຫລ່ງຂ່າວທ້ອງຖິ່ນ.
ສາເຫດຕົ້ນຕໍກໍຄືຄວາມເຊື່ອ ແລະສັດທາຂອງຊາວໜຸ່ມ ແລະສັງຄົມລາວ ໃນປັດຈຸບັນຕໍ່ການສຶກສາຂັ້ນສູງ ທີ່ຄິດວ່າ ຈະນໍາພາໄປຫາໂອກາດທີ່ມີວຽກເຮັດງານທໍາທີ່ດີ ແລະຄວາມກ້າວໜ້າໃນຫລາຍໆດ້ານນັ້ນ ປາກົດວ່າໄດ້ເສື່ອມລົງໄປ ດັ່ງທີ່ ນັກຮຽນຜູ້ນຶ່ງທີ່ຫາກໍຮຽນຈົບມັດທະຍົມປາຍ ແລະໄດ້ຕັດສິນໃຈໄປຊອກເຮັດວຽກ ໃນປະເທດໄທເປີດເຜີຍສູ່ຟັງວ່າ:
“ນ້ອງຫາກະຈົບມໍ 7 ໃໝ່ໆ ຄັນວ່າຮຽນຕໍ່ໄປກະຄືເປືອງເງິນພໍ່ແມ່ ຄິດວ່າຊິໄປເຮັດວຽກເປັນແບບພະນັກງອກ ພະນັກງານ ແຕ່ກະເງິນເດືອນ ກະເງິນເດືອນສອງລ້ານປາຍນິດໆນ່ອຍໆ ຄັນຄວາມຄິດວ່າ ຄັນໄປເຮັດວຽກຂາຍເຄື່ອງອອນລ໊ອກອອນໄລນ໌ນໍາບໍລິສັດກະບໍ່ພໍຄ່ານໍ້າມັນລ໊ອກນໍ້າມັນລົດ ຄວາມຄິດນ້ອງວ່າ ຄັນໄປເຮັດວຽກຢູ່ປະເທດໄທ ກະໜ້າຈະດີກ່ອນ ຈຶ່ງບໍ່ເສຍເວລາ ແລະເສຍເງິນ. ເງິນເດືອນຢູ່ປະເທດລາວ ກະແບບນ້ອຍໆ ຮຽນກະຊິຈົບຢູ່ແຕ່ກະຊອກເຮັດວຽກກະຍາກ ລະຄວາມຄິດວ່າ ໄປເຮັດວຽກຢູ່ປະເທດໄທໜ້າຈະດີ ”.
ຄ້າຍຄືກັນ ບັນດາຄູອາຈານກໍເຫັນວ່າ ເສດຖະກິດຝືດເຄືອງຄືສາເຫດສໍາຄັນທີ່ ພາໃຫ້ນັກສຶກສາຫລາຍຄົນບໍ່ຢາກຮຽນຕໍ່ໃນຂັ້ນສູງ ດັ່ງທີ່ອະດີດພະນັກງານ ທ່ານນຶ່ງໃນກະຊວງສຶກສາໃຫ້ເຫດຜົນວ່າ:
“ເງິນເຟີ້ ສອງຈົບມາ ບໍ່ມີວຽກໃຫ້ເຮັດ ຈັກຊິເຮັດແນວໃດ ມາຮຽນນີ້ ກະຮັບພາລະໃຫ້ພໍ່ແມ່ຫລາຍ ເງິນຊິເອົາມາແຕ່ໃສ ເງິນເຟີ້ຄືສູ່ມື້ນີ້”.
ສ່ວນທາງການນໍາຂອງມະຫາວິທະະຍາໄລແຫ່ງຊາດ ກໍໄດ້ອອກມາຊີ້ແຈງຕໍ່ສື່ ມວນຊົນລາວວ່າ ສາເຫດນຶ່ງທີ່ພາໃຫ້ຈໍາພວກນັກສຶກສາລົງທະບຽນສອບເສັງເຂົ້າມະຫາວິທະຍາໄລຂອງລາວ ໜນ້ອຍລົງ ແມ່ນເປັນຍ້ອນວ່າ ນັກສຶກສາໄດ້ຮັບທຶນໄປຮຽນຕ່າງປະເທດ ໂດຍສະເພາະແມ່ນໄປຈີນກັບຫວຽດນາມນັ້ນ ຫລາຍຂຶ້ນ.
ແຕ່ແນວໃດກໍຕາມ ປາກົດວ່າ ບັນຫາທີ່ໃຫຍ່ໄປກວ່ານັ້ນ ກໍຄືນັກຮຽນໃນທຸກລະດັບ ໄດ້ປະລະການຮຽນຫລາຍຂຶ້ນ ໂດຍສະເພາະໃນເຂດຊົນນະບົດຊຶ່ງຄິດສະເລ່ຍແລ້ວ ແມ່ນສູງກວ່າ 20 ເປີເຊັນ ຂອງຈໍານວນນັກຮຽນປະຖົມທັງໝົດຊຶ່ງເປັນສາເຫດທີ່ສໍາຄັນປະການນຶ່ງ ທີ່ພາໃຫ້ມີນັກສຶກສາລາວ ລົງທະບຽນເຂົ້າຮຽນໃນມະຫາວິທະຍາໄລໃນລາວ ໜ້ອຍລົງ.
ສ່ວນທະນາຄານໂລກນັ້ນ ໃນມໍ່ໆມານີ້ ໄດ້ວິເຄາະວ່າ ໄພເງິນເຟີ້ໄດ້ສົ່ງຜົນກະທົບຕໍ່ຄອບຄົວຄົນລາວ ເກືອບຮອດ 90 ເປີເຊັນ ໃນຂະນະທີ່ຄ່າແຮງງານຂັ້ນຕ່ຳແລະຄ່າຈ້າງງານໃນພາກລັດໄດ້ຫລຸດລົງ 27 ເປີເຊັນ ແລະ 24 ເປີເຊັນຂອງມູນຄ່າຕົວຈິງ ຕາມລໍາດັບ ໃນໄລຍະປີ 2020-2022 ຊຶ່ງບັງຄັບໃຫ້ເຂົາເຈົ້າຕ້ອງໃຊ້ຍຸດທະສາດໃນການຮັບມືກັບຜົນກະທົບທີ່ຕາມມາ ຊຶ່ງໃນນັ້ນ ຫຼາຍກວ່າສາມສ່ວນສີ່ຂອງຄົວເຮືອນທີ່ໄດ້ຮັບຜົນກະທົບທີ່ວ່ານີ້ ໄດ້ຫຼຸດຜ່ອນການບໍລິໂພກອາຫານ ຫຼື ປ່ຽນໄປໃຊ້ເຄື່ອງລາຄາຖືກກວ່າ, ຜະລິດເອງ ຫຼື ຊອກພືດຜັກ ແລະສັດປ່າມາກິນ. ອັນນີ້ອາດເຮັດໃຫ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະໂພຊະນາການບໍ່ໄດ້ຮັບຜົນດີ. ນອກນັ້ນ ຫຼາຍກວ່າເຄິ່ງນຶ່ງຂອງຄອບຄົວທີ່ນອນໃນ 90 ເປີເຊັນຂອງຄົນລາວ ໄດ້ຫຼຸດຜ່ອນການໃຊ້ຈ່າຍໃນດ້ານການສຶກສາ ແລະສຸຂະພາບ. ມີລາຍງານວ່າ ປະມານ 7 ເປີເຊັນຂອງເດັກນ້ອຍທີ່ມາຈາກຄອບຄົວທີ່ມີລາຍໄດ້ຕ່ຳ ໄດ້ເຊົາຮຽນໃນປີ 2022, ຕົ້ນຕໍແມ່ນຍ້ອນເຫດຜົນດ້ານການເງິນ.