ຫຼັງຈາກໄດ້ກວດພົບ COVID-19 ກໍລະນີທີ 24 ໃນປະເທດ ລາວ ເມື່ອວັນທີ 20 ຕຸລາທີ່ຜ່ານມາ, ລັດຖະບານກໍໄດ້ນຳຜູ້ຕິດໄວຣັສດັ່ງກ່າວ ເຂົ້າຮັບການປິ່ນ ແລະ ກັກບໍລິເວນກວດໂຣກຜູ້ທີ່ເດີນ ທາງໃນເຮືອບິນລຳດຽວກັນກັບຜູ້ກ່ຽວນັ້ນ.
ກໍລະນີທີ 24 ນັ້ນແມ່ນນັກສຶກສາລາວທີ່ຮຽນຈົບຈາກປະເທດ ຣັດເຊຍ, ເຊິ່ງ ລາວໄດ້ຕິດ COVID-19 ກ່ອນໜ້າທີ່ລາວຈະເດີນທາງກັບມາແລ້ວ.
ຮອງສາສະດາຈານ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວກ່ຽວກັບ ອາການຂອງກໍລະນີທີ 24 ຂອງປະເທດວ່າ “ອາການເລີ່ມເດືອນ 9 ວັນທີສອງ, ພັກຜ່ອນຢູ່ຫໍພັກອາການກະຫາຍດີປົກກະຕິແລ້ວ. ມີຈຸດປະສົງຢາກກັບລາວ, ຈຶ່ງໄປກວດຢູ່ໂຮງໝໍເພື່ອເອົາຕົວຢ່າງໄປກວດວິເຄາະ ແລະ ວັນທີ 9 ນີ້ກວດພົບວ່າມີເຊື້ອ COVID-19. ເວລາມີເຊື້ອ ແລ້ວຈຶ່ງໄດ້ໄປຈຳກັດບໍລິເວນຢູ່ສູນ ແລະ ທາງສະຖານທູດລາວເຮົາກໍໄດ້ຮັບຮູ້.”
ທ່ານໄດ້ກ່າວຕື່ມວ່າ ຜູ້ກ່ຽວໄດ້ກວດຫາເຊື້ອອີກໃນວັນທີ 12 ຕຸລາແຕ່ກໍບໍ່ພົບເຊື້ອ. ຈົນຮອດວັນທີ 14, ຜູ້ກ່ຽວຈຶ່ງເດີນທາງອອກຈາກ ມົສກູ ເພື່ອໄປຕໍ່ເຮືອບິນຢູ່ນະຄອນຫຼວງ ປາຣີ ປະເທດ ຝຣັ່ງ, ແລ້ວກໍເດີນທາງຕໍ່ໄປ ສາທາລະນະລັດ ເກົາຫຼີ ທີ່ເດີ່ນບິນ ອິນຊອນ ແລະ ຈາກເດີ່ນບິນ ອິນຊອນ ວັນທີ 17 ໄດ້ເດີນທາງຮອດສະໜາມບິນວັດໄຕວັນທີ 18. ໜ່ວຍງານເຝົ້າລະວັງຂອງປະເທດ ລາວ ກໍໄດ້ເກັບຕົວຢ່າງມາກວດ ແລະ ໄດ້ພົບວ່າມີເຊື້ອ COVID-19 ອີກໃນໂຕລາວ.”
ປັດຈຸບັນນີ້ ກໍລະນີທີ 23 ແລະ 24 ແມ່ນກຳລັງແຍກຕົວຮັກສາຢູ່ໂຮງໝໍ, ແລະ ກໍມີອາການແຂງ ແຮງດີຢູ່.
ຮອງສາສະດາຈານ ດຣ. ພູທອນ ເມືອງປາກ ໄດ້ເວົ້າວ່າຜູ້ໂດຍສານທີ່ໄດ້ຂີ່ເຮືອບິນລຳດຽວກັນກັບກໍລະນີທີ 24 ກໍໄດ້ຖືກນຳໄປແຍກປ່ຽວເຝົ້າຕິດຕາມອາການຕໍ່ໄປ.
ອີງຕາມບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກໃນ ສະຫະລັດ ນັ້ນ, ຜູ້ທີ່ຕິດ COVID-19 ແຕ່ບໍ່ສະແດງອາການແມ່ນສາມາດແຜ່ກະຈາຍເຊື້ອໃຫ້ຄົນອື່ນໄດ້. ລາຍງານສະບັບນຶ່ງທີ່ຖືກເປີດເຜີຍອອກມາເມື່ອບໍ່ດົນມານີ້ໄດ້ຄາດຄະເນວ່າ 45 ເປີເຊັນຂອງກໍລະນີທັງຫຼາຍອາດມາຈາກຜູ້ຕິດ COVID-19 ທີ່ບໍ່ສະແດງອາການ, ເຊິ່ງເຈົ້າໜ້າທີ່ອົງການອະນາໄມໂລກທີ່ບໍ່ບອກຊື່ທ່ານນຶ່ງກໍໄດ້ຍົກວິທີການຕິດຕໍ່ໄວຣັສຈາກຜູ້ທີ່ບໍ່ສະແດງອາການວ່າ ສາມາດຕິດໄດ້ຈາກລະອອງນໍ້າທີ່ອອກມາ ຈາກປາກຂອງພວກເຮົາເວລາຮ້ອງເພງ, ການຮ້ອງສຽງອອກມາ ຫຼື ແມ່ນກະທັ້ງເວລາລົມກັນ.