ນັກສຶກສາ ລາວ ຢູ່ ສະຫະລັດ ພົບບັນຫາຫຍຸ້ງຍາກ ໃນສົກຮຽນໃໝ່

ນັກສຶກສາຄົນນຶ່ງ ກຳລັງຮຽນທາງອອນໄລນ໌, ທີ່ນະຄອນ ລອສ ແອນເຈີລິສ. 26 ສິຫາ, 2020.

ໂຮງຮຽນ ແລະ ມະຫາວິທະຍາໄລທັງຫຼາຍໃນ ສະຫະລັດ ແມ່ນເລີ່ມສົກຮຽນໃໝ່ໃນຕົ້ນອາທິດນີ້ ທີ່ເອີ້ນວ່າ ສົກຮຽນລະດູບານໃໝ່. ຄືກັບສົກຮຽນລະດູໃບໄມ່ຫຼົ່ນທີ່ຜ່ານມາ, ພວກນັກສຶກສາແມ່ນຕ້ອງໄດ້ຮຽນທາງອອນໄລນ໌ຄືເກົ່າ.

ເນື່ອງຈາກໃນປັດຈຸບັນພວກເຮົາແມ່ນຍັງຢູ່ໃນຊ່ວງໂຣກລະບາດ COVID-19 ແລະ ມີການລະ ບາດຢ່າງຫຼວງຫຼາຍນີ້, ໂຮງຮຽນບາງແຫ່ງແມ່ນ ໄດ້ຮຽນທາງ ອອນໄລນ໌ລ້ວນ. ແຕ່ມະຫາວິທະຍາ ໄລບາງແຫ່ງ ກໍໃຊ້ມາດຕະການເຂົ້າຮຽນປະສົມຄືຮຽນຢູ່ໃນຫ້ອງ 20 ເປີເຊັນ ແລະ ຮຽນທາງອອນໄລນ໌. ສຳລັບການຮຽນຢູ່ໃນຫ້ອງ ເພື່ອຮັກສາຄວາມປອດໄພນັ້ນ ພວກນັກຮຽນຕ້ອງໄດ້ຢູ່ຫ່າງກັນ,​ ໃສ່ໜ້າກາກ, ມີການກວດໂຣກ ແລະ ຕິດຕາມທີ່ມາຂອງການຕິດເຊື້ອ.

ການສຶກສາແບບນີ້ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ພໍ່ແມ່ ແລະ ນັກຮຽນຫຼາຍຄົນ. ພວກນັກສຶກສາແມ່ນມີຄວາມຫຍຸ້ງຍາກໃນການໄປມາ ແລະ ການຄົ້ນຄວ້າຫາຂໍ້ມູນກໍໄດ້ຮັບຄວາມລຳບາກ ດັ່ງທີ່ນາງ ວຽງສະຫວັນ ນັກສຶກສາ ລາວ ຢູ່ມະຫາວິທະຍາໄລ Southern New Hampshire ໄດ້ກ່າວຕໍ່ພວກເຮົາວ່າ “ຮູ້ສຶກວ່າເຂົ້າເຖິງຂໍ້ມູນເຂົ້າເຖິງການແລກປ່ຽນໄດ້ຍາກຂຶ້ນ. ຖ້າວ່າເຮົາຮຽນໃນຫ້ອງເຮົາຄືຊິຖາມກັນງ່າຍຫຼາຍຂຶ້ນ, ເຮົາໜ້າຈະໄດ້ຄຳຕອບໄວຂຶ້ນຈາກອາຈານ ຫຼືວ່າຈາກໝູ່ແລກປ່ຽນຄວາມຄິດຄວາມເຫັນ. ຫໍສະໝຸດຕອນນີ້ແມ່ນປິດເລີຍ, ເຊິ່ງແມ່ນອີ່ຫຍັງທີ່ນ້ອງຄິດຮອດຫຼາຍ ຫໍສະໝຸດໃນໂຮງຮຽນ. ຮຽນໜັກແຕ່ວ່າກະພໍມີເວລາໄດ້ພັກຜ່ອນຫຼືວ່າໄດ້ break ຈາກການຮຽນຢູ່.”

ນາງ ວຽງສະຫວັນ ເວົ້າວ່າຮຽນອອນໄລນ໌ບໍ່ໄດ້ເຮັດໃຫ້ຄຸນນະພາບໃນການສຶກສາຫຼຸດລົງ, ມີແຕ່ເລື່ອງຄວາມສະດວກເທົ່ານັ້ນ ທີ່ເປັນບັນຫາ.

ການເຂົ້າຮຽນແບບປະສົມ ຫຼື Hybrid ທີ່ໄດ້ກ່າວໄປຂ້າງເທິງນັ້ນ. ພວກນັກສຶກສາ 20 ຄົນແມ່ນຈະຮຽນຢູ່ໃນຫ້ອງກັບນາຍຄູ ແລະເຂົາເຈົ້າກໍຈະຮຽນກັບເພື່ອນຮ່ວມຫ້ອງທີ່ຮຽນທາງອອນໄລນ໌ໃນເວ ລາດຽວກັນ. ການຮຽນແນວນີ້ພວກນັກສຶກສາຈະໄດ້ຮຽນປ່ຽນຜຽນກັນ.