ພັກ ປປ ລາວ ຈະນຳພາປະເທດ ໃຫ້ຫຼຸດພົ້ນ ຈາກສະພາບ ດ້ອຍພັດທະນາ ໃນປີ 2020

ກອງປະຊຸມຄົບຄະນະ ບໍລິຫານງານ ສູນກາງພັກ ຄັ້ງທີ 10 ສະໄໝທີ 9

ພັກປະຊາຊົນປະຕິວັດລາວວາງເປົ້າໝາຍ ທີ່ຈະນຳພາປະເທດ
ຊາດ ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2020 ແລະ ກ້າວສູ່ປະເທດກຳລັງພັດທະນາໃຫ້ໄດ້ຕາມວິໄສທັດປີ 2030.

Your browser doesn’t support HTML5

ຟັງລາຍງານ ພັກປະຊາຊົນປະຕິວັດລາວ ຈະນຳພາປະເທດຊາດ ໃຫ້ຫລຸດພົ້ນ ຈາກສະພາບດ້ອຍພັດທະນາ ໃນປີ 2020.

ກອງປະຊຸມ ສະໄມສາມັນຂອງຄະນະລັດຖະບານລາວ ໄດ້ຮັບຮອງເອົາຮ່າງວິໄສທັດ
ການພັດທະນາລາວ ມຸ້ງສູ່ປີ 2030 ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ
ຢ່າງເປັນທາງການ ເມື່ອເດືອນທັນວາ 2015 ທີ່ຜ່ານມາ ໂດຍພ້ອມກັນນີ້ ຄະນະລັດຖະ
ບານລາວ ຍັງໄດ້ຮັບຮອງເອົາແຜນຍຸດທະສາດ ການພັດທະນາເສດຖະກິດ ແລະສັງຄົມ
ໃນລະຍະ 10 ປີຕໍ່ໜ້າຄືໃນຊ່ວງປີ 2016-2025 ແລະແຜນການພັດທະນາເສດຖະກິດ-
ສັງຄົມແຫ່ງຊາດລະຍະ 5 ປີຄັ້ງທີ 8 ໃນຊ່ວງປີ 2016-2020 ອີກດ້ວຍ.

ສຳລັບວິໄສທັດ ການພັດທະນາລາວມຸ້ງສູ່ປີ 2030 ດັ່ງກ່າວນີ້ ຄະນະກຳມະການເມືອງ
ສູນກາງພັກປະຊາຊົນປະຕິວັດ ທີ່ນຳໂດຍ ທ່ານຈູມມະລີ ໄຊຍະສອນ ໃນຖານະເລຂາ
ທິການໃຫຍ່ພັກໄດ້ມີມະຕິມອບໝາຍໃຫ້ໜ່ວຍງານຄົ້ນຄວ້າແຜນຍຸດທະສາດການພັດ
ທະນາເສດຖະກິດແຫ່ງຊາດ ທີ່ມີທ່ານບົວສອນ ບຸບຜາວັນ ເປັນຫົວໜ້າຄະນະນັ້ນ ໃຫ້
ເປັນພາກສ່ວນ ທີ່ຮັບຜິດຊອບດຳເນີນການຮ່າງ ນັບຕັ້ງແຕ່ປີ 2014 ແລະກໍໄດ້ນຳເອົາ
ຮ່າງວິໄສທັດດັ່ງກ່າວ ໄປໃຫ້ສະມາຊິກພັກປະກອບຄວາມຄິດເຫັນໃນທົ່ວປະເທດ ໃນ
ຕະຫຼອດປີ 2015 ເພື່ອນຳສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກທີ່ກຳລັງຈະມີຂຶ້ນ
ຢ່າງເປັນທາງການໃນຕົ້ນປີ 2016 ນີ້.

ທ່ານຈູມມະລີ ໄຊຍະສອນ ໃນຖານະເລຂາ ທິການໃຫຍ່ພັກ ໄດ້ມີມະຕິມອບໝາຍໃຫ້ໜ່ວຍງານຄົ້ນຄວ້າແຜນຍຸດທະສາດການພັດ ທະນາເສດຖະກິດແຫ່ງຊາດ ທີ່ມີທ່ານບົວສອນ ບຸບຜາວັນ ເປັນຫົວໜ້າຄະນະນັ້ນ. ທ່ານບົວສອນນັ່ງຢູ່ດ້ານໜ້າຂວາມື.

​ໂດຍນອກຈາກຮ່າງວິໄສທັດການພັດທະນາລາວສູ່ປີ 2030
ດັ່ງກ່າວນີ້ແລ້ວ ຄະນະກຳມະການເມືອງພັກ ຍັງໄດ້ມອບໝາຍ
ໃຫ້ໜ່ວຍຄົ້ນຄວ້າແຜນຍຸດທະສາດການພັດທະນາເສດຖະກິດ
ແຫ່ງຊາດ ທີ່ມີທ່ານບົວສອນ ເປັນຫົວໜ້າຄະນະນັ້ນ ໃຫ້ເປັນ
ພາກສ່ວນ ທີ່ຮັບຜິດຊອບການຮ່າງແຜນຍຸດທະສາດການພັດ
ທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໃນລະຍະຈາກປີ
2016-2025 ອີກດ້ວຍ ເນື່ອງຈາກວ່າ ຄະນະກົມການເມືອງ
ພັກຕ້ອງການໃຫ້ມີຄວາມຕໍ່ເນື່ອງ ໃນການຈັດຕັ້ງປະຕິບັດ
ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດລະຍະ
5 ປີ ຄັ້ງທີ 7 ທີ່ໄດ້ສິ້ນສຸດແຜນການລົງໄປ ເມື່ອທ້າຍເດືອນ
ກັນຍາ 2015 ຫາກບໍ່ເຊັ່ນນັ້ນກໍຈະສົ່ງຜົນກະທົບຕໍ່ເປົ້າໝາຍ
ທີ່ພັກຈະນຳພາປະເທດຊາດໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ໃນປີ 2020
ອີກ ທັງຍັງຈະສົ່ງຜົນກະທົບຕໍ່ວິໄສທັດມຸ້ງໜ້າ 2030 ທີ່ມີເປົ້າໝາຍຈະຍົກລະດັບໃຫ້ລາວ
ເປັນປະເທດກຳລັງພັດທະນາ ທີ່ປະຊາຊົນລາວ ມີລາຍຮັບໃນລະດັບປານກາງ ຢ່າງຫລີກ
ລ່ຽງບໍ່ໄດ້ອີກດ້ວຍ.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນ
ການ ແລະການລົງທຶນ ຢືນຢັນວ່າ ລັດຖະບານລາວ ໄດ້ວາງ
ຄາດໝາຍການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມ
ຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5 ເປີເຊັນຕໍ່ປີ ໃນຕະຫຼອດ
ລະຍະຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ
ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ໃນຊ່ວງປີ 2016-
2020 ທີ່ຈະເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ (GDP)
ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 3,100
ໂດລາຕໍ່ຄົນ ໃນປີ 2020.

ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກຍູ້ໃຫ້
ພາກກະສິກຳຂະຫຍາຍຕົວເພີ້ມຂຶ້ນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະພາກ
ບໍລິການນັ້ນ ກໍຈະຕ້ອງຂະຫຍາຍຕົວເພີ້ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມ
ລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງລະດົມເງິນທຸນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ
ຂອງລັດຖະບານລາວໃຫ້ໄດ້ເຖິງ 27 ຕື້ໂດລາ ໃນລະຍະ 5 ປີ ດັ່ງກ່າວໂດຍໃນນີ້ ກໍເປັນ
ການລົງທຶນຂອງພາກລັດຖະບານລາວ 24-28 ເປີເຊັນ ພາກເອກະຊົນ 54-58 ເປີເຊັນ
ແລະສິນເຊື່ອໃນລະບົບທະນາຄານ 19-21 ເປີເຊັນຂອງການລົງທຶນທັງໝົດ ດັ່ງທີ່ ທ່ານ
ສົມດີ ໄດ້ໃຫ້ການຢືນຢັນວ່າ:

“ກ່ຽວກັບແຫລ່ງທຶນ ເພື່ອການພັດທະນາ ເພື່ອເຮັດໃຫ້ເສດຖະກິດມີການ ຂະ
ຫຍາຍຕົວໃນລະດັບ 7.5 ເປີເຊັນຕໍ່ປີ ໃນ 5 ປີ ລັດຖະບານຕ້ອງການທຶນທັງໝົດ
ປະມານ 220,000 ຕື້ກີບ ຫຼື ປະມານ 27 ຕື້ໂດລາ ຢູ່ໃນນີ້ມີການລົງທຶນຂອງລັດ
ໃນລະດັບ 24-28 ເປີເຊັນ ການລົງທຶນຈາກການກູ້ຢືມ 12-16 ເປີເຊັນ ນອກ
ຈາກນັ້ນ ກໍເປັນການລົງທຶນຈາກພາກເອກະຊົນພາໃນ ແລະຕ່າງປະເທດ 54-
58 ເປີເຊັນ ຂອງທຶນທັງໝົດ.”

ແຕ່ຢ່າງໃດກໍຕາມ ທະນາຄານໂລກ ໄດ້ຄາດໝາຍວ່າ ເສດຖະກິດລາວຂະຫຍາຍຕົວເພີ້ມ
ຂຶ້ນ 6.4 ເປີເຊັນ ໃນລະຍະແຜນການປີ 2014-2015 ທຽບໃສ່ແຜນການປີ 2013-2014
ໂດມີສາເຫດທີ່ສຳຄັນມາຈາກການຕົກຕ່ຳລົງ ໃນພາກການສົ່ງສິນຄ້າອອກໄປຕ່າງປະເທດ
ສົມທົບກັບການຕົກຕ່ຳຂອງການປ່ອຍສິນເຊື່ອ ໃນລະບົບທະນາຄານຂອງລາວ ຫາກແຕ່
ທະນາຄານໂລກ ກໍເຊື່ອວ່າ ເສດຖະກິດຂອງລາວຈະດີຂຶ້ນໃນປີ 2016 ນີ້.