ໃນລາຍການຊີວິດລາວມື້ນີ້ ເຮົາຈະນຳທ່ານໄປຟັງການສຳ
ພາດ ກັບທ່ານສັງທອງ ບຸດສີເມືອງ ສັນຊາດລັດເຊຍເຊື້ອ
ສາຍລາວທີ່ຕັ້ງຖິ່ນຖານແລະມີຄອບຄົວຢູ່ປະເທດຣັດເຊຍ.
ທ່ານສັງທອງ ໄດ້ນຳຄະນະເຍົາວະຊົນຣັດເຊຍ 33 ຄົນ ມາ
ຢ້ຽມຢາມເມືອງລາວ ໃນຖານະຜູ້ປະສານງານ ຂອງໂຄງການ
ແລກປ່ຽນກິດຈະກຳເຍົາວະຊົນ ລາວ-ຣັດເຊຍ ເມື່ອເດືອນ
ຕຸລາຜ່ານມາເປັນເວລາດົນກວ່ານຶ່ງອາທິດ. ກິ່ງສະຫວັນ ມີເລື້ອງນີ້ມາເລົ່າສູ່ທ່ານຟັງ.
Your browser doesn’t support HTML5
ຟັງການສຳພາດ ທ່ານສັງທອງ ບຸດສີເມືອງ ກ່ຽວກັບໂຄງການແລກປ່ຽນ ກິດຈະກໍາ ເຍົາວະຊົນ ລາວ-ຣັດເຊຍ
ທ່ານສັງທອງ ບຸດສີເມືອງ
ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດລາວມື້ນີ້ ຂ້າພະເຈົ້າຈະ
ນຳພາທ່ານ ຢ້ຽມຢາມເມືອງລາວ. ແຕ່ກ່ອນອຶ່ນ ຂໍແນະນຳໃຫ້
ທ່ານຮູ້ຈັກກັບ ທ່ານສັງທອງ ບຸດສີເມືອງ ອີກຄັ້ງນຶ່ງ. ປີກາຍນີ້
ວີໂອເອ ໄດ້ສຳພາດຜູ້ກ່ຽວເລື້ອງ ຊີວິດການເປັນຢູ່ຂອງລາວຢູ່
ປະເທດຣັດເຊຍ ແລະເມື່ອເດືອນຕຸລາປີນີ້ ໃນຖານະຜູ້ປະສານ
ງານ ໂຄງການແລກປ່ຽນກິດຈະກຳເຍົາວະຊົນ ລາວ-ຣັດເຊຍ.
ຜູ້ກ່ຽວໄດ້ນຳພາເຍົາວະຊົນຣັດເຊຍ 33 ຄົນມາຢ້ຽມຢາມ ສປປ
ລາວ ເປັນເວລາອາທິດປາຍ ແລະໄດ້ເລົ່າສູ່ວີໂອເອຟັງກ່ຽວກັບ
ໂຄງການດັ່ງກ່າວ.
ແຕ່ກ່ອນອຶ່ນ ເຮົາມາທຳຄວາມເຂົ້າໃຈກັນຈັກບາດ ເຖິງສາຍພົວພັນ ລະຫວ່າງ ລາວ-ຣັດ
ເຊຍ ວ່າ ມີມາແຕ່ສະໄໝໃດ. ໃນສະໃໝອະດີດ ພະລາຊາອານາຈັກລາວ ສາຍພົວພັນ
ທາງການທູດ ກັບສະຫະພາບໂຊວຽດໄດ້ເລີ້ມຂຶ້ນ ໃນວັນທີ 7 ປີ 1960 ຊຶ່ງເວລານັ້ນສະ
ພາບການ ຍັງຕົກຢູ່ພາຍໃຕ້ຄວາມເຄັ່ງຕຶງ ຂອງສົງຄາມເຢັນຢູ່ ລະຫວ່າງ ບັນດາປະເທດ
ມະຫາອຳນາດສັງຄົມນິຍົມ ກັບພວກປະເທດນາຍທຶນ ຊຶ່ງໃນເວລາຕໍ່ມາ ຢູ່ຂົງເຂດອິນດູ
ຈີນ ກໍໄດ້ເກີດສົງຄາມຫວຽດນາມຂຶ້ນ ທີ່ໄດ້ຮັບການສະໜັບສະໜູນຈາກ ທັງສອງມະຫາອຳນາດ.
ທ່ານນາງສົມສະນິດ ແກ້ວດວງດີ ຫົວໜ້າເຍົາວະຊົນລາວ ແລະ ທ່ານ Valeriy Marzoev ຜູ້ອຳນວຍການເຍົາວະຊົນຣັດເຣຍ
ໃນປີ1960 ເວລາລິເລີ້ມການຜູກສຳພັນທະໄມຕີໃໝ່ໆ ຜູ້ຕາງ
ໜ້າ ພະລາຊາອານາຈັກລາວ ທີ່ປະເທດຝຣັ່ງ ແມ່ນເປັນຜູ້ຕາງ
ໜ້າຕິດຕໍ່ກັບກັບ ສະຫະພາບໂຊວຽດ ແລະເອກອັກຄະລັດຖະ
ທູດ ສະຫະພາບໂຊວຽດ ທີ່ປະເທດກຳປູເຈຍ ເປັນຜູ້ຕາງໜ້າ
ຕິດຕໍ່ກັບ ພະລາຊາອານາຈັກລາວ. ຕົກມາເຖິງວັນທີ 1 ເດືອນ
ທັນວາ ປີ 1962 ສະຫະພາບໂຊວຽດ ໄດ້ລົງນາມຂໍ້ຕົກລົງ
ຫລາຍຢ່າງ ຮວມທັງການແລກປ່ຽນການຄ້າ ເສດຖະກິດ ຊ່ວຍ
ເຫລືອກໍ່ສ້າງດ້ານເທັກນິກ ເຂື່ອນໄຟຟ້າແຮງສູງ ກໍ່ສ້າງໂຮງໝໍ
ສະຖານີວິທະຍຸກະຈາຍສຽງ ທີ່ນະຄອນຫລວງວຽງຈັນ ແລະໄດ້
ເລີ້ມແລກປ່ຽນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມລະ
ຫວ່າງກັນ.
ຫລັງຈາກສົງຄາມອິນດູຈີນໄດ້ສີ້ນສຸດລົງໃນປີ 1975 ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ໄດ້ເສີມຂະຫຍາຍສາຍພົວພັນຂື້ນໃຫ້ໃກ້ຊິດກວ່າເກົ່າ ທາງດ້ານທະຫານ
ເສດຖະກິດ ການພັດທະນາ ແລະວັດທະນະທຳ. ໃນປີ 1980 ໄດ້ເລີ້ມມີບັນດານັກວິຊາ
ການດ້ານເທັກນິກຣັດເຊຍ ຖືກສົ່ງເຂົ້າມາໃຫ້ການແນະນຳຊ່ວຍເຫລືອຢູ່ໃນລາວ ແລະ
ແຕ່ລະປີ ບັນດານັກສຶກສາລາວ ຫລາຍຮ້ອຍຄົນກໍໄດ້ຮັບທືນໄປຮຽນຕໍ່ ທີ່ສະຖານບັນ
ຕ່າງໆໃນ ສະຫະພາບໂຊວຽດ.
ສູ່ຂວັນ ຕ້ອນຮັບເຍົາວະຊົນຣັດເຊຍ
ໃນປີ 1990 ການຊ່ວຍເຫລືອຈາກ ສະຫະພາບໂຊວຽດ ແກ່
ສປປ ລາວ ໄດ້ເລີ້ມລົດນ້ອຍຖອຍລົງໃນທຸກດ້ານ ຍ້ອນການປະ
ຕິຮູບນະໂຍບາຍໃໝ່ຂອງ ປະທານາທິບໍດີ Mikhail Gorba-
chev ໃນ ສະຫະພາບໂຊວຽດ ທີ່ຮູ້ກັນໃນເວລານີ້ວ່າ Glasnost
ຫລື ເປີດກວ້າງແຈ້ງຂາວ ຢູ່ໃນສະຖານບັນຕ່າງໆ. ເວລານີ້ ລັດ
ຖະບານ ສປປ ລາວ ໄດ້ຕິດຕາມນະໂຍບາຍດັ່ງກ່າວ ແລະຮ້ອງ
ການເປີດກວ້າງນີ້ວ່າ “ຈີນຕະນາການໃໝ່.”
ທ່ານສັງທອງ ບຸດສີເມືອງ ອະດີດນັກສຶກສາລາວຄົນນຶ່ງ ທີ່ຕົກຄ້າງແລະໄດ້ຕັ້ງຖິ່ນຖານ
ຢູ່ປະເທດ ຣັດເຊຍ ໄດ້ກັບຄືນມາຢ້ຽມຢາມ ສປປ ລາວຫລາຍຄັ້ງ ແຕ່ເທື່ອນີ້ ແມ່ນກັບ
ມາໃນຖານະຜູ້ປະສານງານ ໂຄງການແລກປ່ຽນ ກິດຈະກຳເຍົາວະຊົນ ລາວ-ຣັດເຊຍ
ຊຶ່ງ ທ່ານສັງທອງໄດ້ເລົ່າ ສູ່ ວີໂອເອ ຟັງດັ່ງນີ້:
ທ່ານສັງທອງ ບຸດສີເມືອງ
Your browser doesn’t support HTML5
ຟັງການສຳພາດ ທ່ານສັງທອງ ບຸດສີເມືອງ
ລະຫວ່າງວັນທີ 19 ຫາ 27 ເດືອນຕຸລາ ທີ່ຜ່ານມານີ້ ເຍົາວະຊົນ ຣັດເຊຍ ແລະຜູ້ນຳພາ
ຈຳນວນ 33 ຄົນໄດ້ມາຢ້ຽມຢາມ ສປປ ລາວ ເປັນເວລາດົນກວ່ານຶ່ງອາທິດ ໂດຍໄດ້ຢ້ຽມ
ຢາມ ນະຄອນຫລວງວຽງຈັນ ແລະປາກຊ່ອງ ທາງພາກໃຕ້ຂອງ ປະເທດລາວ. ທ່ານສັງທອງ ໄດ້ເລົ່າຕໍ່ໄປອີກວ່າ :
ເຍົາວະຊົນຣັດເຊຍ ມ່ວນຊື່ນນຳການຂີ່ຊ້າງ
Your browser doesn’t support HTML5
ຟັງການສຳພາດ ທ່ານສັງທອງ ບຸດສີເມືອງ
ໃນເດືອນສິງຫາ ປີນີ້ ບັນດາເຍົາວະຊົນລາວ 35 ຄົນໄດ້ໄປຢ້ຽມຢາມນະຄອນ ວະລາດີວາ
ສະໂຕ້ບ ເປັນເວລາ 21 ມື້. ທ່ານສັງທອງ ໄດ້ລາຍງານເຖິງການຢ້ຽມຢາມວ່າ :
ບັນດາເຍົາວະຊົນລາວ ສະແດງການຟ້ອນຕ້ອນຮັບ ເຍົາວະຊົນຣັດເຊຍ
Your browser doesn’t support HTML5
ຟັງການສຳພາດ ນັກຮຽນຈາກ ສປປ ລາວ ຢ້ຽມຢາມ ຣັດເຊຍ
ຢູ່ໃນໂຄງການແລກປ່ຽນກິດຈະກຳ ເຍົາວະຊົນລາວ-ຣັດເຊຍ ດັ່ງກ່າວນີ້ ບັນດາເຍົາວະຊົນທັງສອງຝ່າຍ ຕ່າງກໍໄດ້ຮັບຄວາມມ່ວນຊື່ນ ຮຽນຮູ້ວັດທະນາທຳ ຊຶ່ງກັນ ແລະໄດ້ເປີດຫູເປີດຕາ. ກ່ອນຈາກກັນໄປໃນວັນນີ້ ຂໍເຊີນທ່ານຟັງ ເຍົາວະຊົນ ຣັດເຊຍ ພາກັນຮ້ອງເພງລາວ
ມີຊື່ວ່າ ວັນເວລາມີຄ່າ. ແລະຢ່າລືມຕິດຕາມຟັງ ອ່ານ ແລະເບິ່ງ ໂຄງການແລກປ່ຽນ
ກິດຈະກຳ ເຍົາວະຊົນ ລາວ-ຣັດເຊຍ ທັງໝົດຂອງ ວີໂອເອ ໄດ້ ທີ່ເວັບໄຊທ໌ www.lao.voanews.com
ເຊີນຟັງ ບັນດານັກຮຽນ ຣັດເຊຍຮ້ອງເພງລາວ "ວັນເວລາມີຄ່າ."
ບັນດາເຍົາວະຊົນ ຣັດເຊຍ ພ້ອມດ້ວຍ ຄະນະຜູ້ນຳພາ
Your browser doesn’t support HTML5
ຟັງບັນດານັກຮຽນ ຣັດເຊຍ ຮ້ອງເພງລາວ "ວັນເວລາມີຄ່າ"
http://youtu.be/a9OvKjIsXag?list=UUQDAgVv6ebFAm7ePCeT7ghg
http://youtu.be/3XeZkl200o0?list=UUQDAgVv6ebFAm7ePCeT7ghg
ຂະບວນຊ້າງ ທີ່ເມືອງປາກຊ່ອງ
ເບິ່ງວີດີໂອ ກ່ຽວກັບການຢ້ຽມຢາມຂອງ ເຍົາວະຊົນຣັດເຊຍ: