ໂຄງຂ່າຍຖະໜົນໃນລາວ ສາມາດເຊື່ອມຕໍ່ໄປເຖິງທັງ 148 ເມືອງ
ໃນທົ່ວປະເທດແລ້ວ ຫາກແຕ່ສຳຫລັບ ໃນເຂດຊົນນະບົດ ສ່ວນ
ໃຫຍ່ ຍັງຂາດເຂີນ ແລະມີຖະໜົນ ທີ່ເຊື່ອມຕໍ່ໄດ້ພຽງ 2 ລະດູເທົ່າ
ນັ້ນ.
Your browser doesn’t support HTML5
ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການແລະຂົນສົ່ງ ຖະແຫລງ
ຢືນຢັນວ່າ ໃນປັດຈຸບັນໃນທົ່ວປະເທດລາວ ມີເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກຄິດ
ເປັນລະຍະທາງລວມເຖິງ 51,900 ກວ່າກິໂລແມັດ ໂດຍມີລະຍະທາງ ທີ່ເພີ້ມຂຶ້ນເຖິງ
10,836 ກິໂລແມັດ ເມື່ອທຽບໃສ່ປີ 2010 ທັງຍັງເຮັດໃຫ້ເສັ້ນທາງຄົມມະນາຄົມ-ຂົນສົ່ງ
ທາງບົກດັ່ງກ່າວນີ້ ສາມາດເຊື່ອມຕໍ່ໄປເຖິງ 148 ເມືອງ ໃນ 17 ແຂວງ ແລະເຂດນະຄອນຫຼວງວຽງຈັນ ໄດ້ຕະຫຼອດປີອີກດ້ວຍ.
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ໃນລະຍະທາງລວມຂອງເສັ້ນທາງຄົມມະນາຄົມ-ຂົນສົ່ງດັ່ງກ່າວນີ້ ເປັນເສັ້ນທາງທີ່ປູດ້ວຍຫິນແຮ່ 19,361 ກິໂລແມັດ ແລະປູດິນທຳມະຊາດເຖິງ 22,838 ກິໂລແມັດ ຈຶ່ງເຮັດໃຫ້ບັນດາບ້ານສ່ວນໃຫຍ່ ໃນເຂດຊົນນະບົດ ຍັງບໍ່ສາມາດເຊື່ອມຕໍ່ກັບເຂດເມືອງໄດ້ຕະຫຼອດປີ ເພາະວ່າເສັ້ນທາງຄົມມະນາຄົມ-ຂົນສົ່ງທີ່ປູດ້ວຍຫິນແຮ່ ແລະດິນທຳມະຊາດດັ່ງກ່າວນັ້ນ ໃຊ້ການບໍ່ໄດ້ເລີຍ ໃນຊ່ວງລະດູຝົນນັ້ນເອງ.
ທາງດ້ານກະຊວງແຜນການ ແລະການລົງທຶນ ລາຍງານວ່າ
ໃນແຜນການປະຈຳປີ 2014-2015 ລັດຖະບານລາວ ໄດ້ວາງ
ເປົ້າໝາຍການພັດທະນາ ລະບົບພື້ນຖານໂຄງລ່າງ ໃຫ້ສຳເລັດ
ເຖິງ 247 ໂຄງການ ໃນທົ່ວປະເທດ ຊຶ່ງຈະຕ້ອງໃຊ້ເງິນທຶນ
ສຳຫລັບດຳເນີນການ ໃນມູນຄ່າລວມເຖິງ 14,225.68 ຕື້ກີບ
ຫຼື ເກີນກວ່າ 1,778 ລ້ານໂດລາ ທີ່ຕ້ອງເພິ່ງພາການຊ່ວຍເຫຼືອ
ແລະກູ້ຢືມ ຈາກຕ່າງປະເທດເປັນຫລັກ.
ການພັດທະນາໂຄງການເຫຼົ່ານີ້ ຖືເປັນພາກສ່ວນສຳຄັນຢ່າງຍິ່ງ
ສຳຫລັບການຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ສະຫັດສະວັດການພັດທະນາ ເພື່ອການ
ລົບລ້າງຄວາມຍາກຈົນ ຂອງປະຊາຊົນລາວ ລົງສູ່ລະດັບບໍ່ເກີນ 10 ເປີເຊັນ ຂອງຈຳນວນ
ບ້ານທັງໝົດໃນທົ່ວປະເທດ ພາຍໃນທ້າຍປີ 2015 ຊຶ່ງໃນການຈັດຕັ້ງປະຕິບັດ ໃນຊ່ວງປີ
2011-2014 ທີ່ຜ່ານມາ ກໍປາກົດວ່າ ສາມາດລົບລ້າງຄວາມຍາກຈົນ ຂອງປະຊາຊົນລາວ
ໄດ້ໃນເຂດ 886 ບ້ານ ຄິດເປັນ 9.97 ເປີເຊັນ ຂອງຈຳນວນບ້ານທັງໝົດ ແລະຄິດສະເລ່ຍ
ເປັນລະດັບຄວາມສາມາດ ໃນການລົບລ້າງຄວາມຍາກຈົນ ໄດ້ພຽງແຕ່ 3 ເປີເຊັນກວ່າ
ເທົ່ານັ້ນ ໃນແຕ່ລະປີ ໃນຂະນະທີ່ຍັງເຫຼືອບ້ານຍາກຈົນເຖິງ 2,289 ບ້ານ ຫຼືຄິດເປັນ
26.72 ເປີເຊັນ ຂອງບ້ານທັງໝົດ.
ຍິ່ງໄປກວ່ານັ້ນ ການພັດທະນາ ໃນລະຍະທີ່ຜ່ານມາ ກໍຍັງເຮັດໃຫ້ເກີດບັນຫາກ່ຽວກັບ
ການແຕກໂຕນກັນ ໃນລະດັບຂອງການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງ
ກັບເຂດຊົນນະບົດເພີ້ມຂຶ້ນນັບມື້ ອີກດ້ວຍ ກໍຄືຂະນະທີ່ເຂດເມືອງ ມີສິ່ງອຳນວຍ ຄວາມ
ສະດວກຕ່າງໆຫຼາຍຂຶ້ນນັ້ນ ເຂດຊົນນະບົດກັບຍັງຂາດແຄນ ໃນທຸກດ້ານ ດັ່ງທີ່ເຈົ້າໜ້າທີ່
ຂັ້ນສູງ ໃນແຂວງຫົວພັນ ໄດ້ໃຫ້ການຢືນຢັນວ່າ:
“ພວກເຮົາກະງົບປະມານມີຈຳກັດ ບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການ ແລະ
ກະບໍ່ມີຍານພາຫະນະ ທີ່ຈະລົງໄປ ແລະກະເສັ້ນທາງການໄປມານີ້ ກະທຸລະ
ກັນດານເນາະ ຕ້ອງໄດ້ອາໄສຢ່າງນີ້ແລ້ວຫຼາຍກວ່າ ເພາະວ່າ ເສັ້ນທາງລົດເຂົ້າ
ໄປບາງບ້ານ ກະບໍ່ມີເນາະ ແຕ່ວ່າໄປໄດ້ນີ້ ກະບ່ອນໃດມີເສັ້ນທາງລົດ ກະໄປໄດ້
ພຽງລະດູແລ້ງ ລະດູຝົນນີ້ ກະໄປບໍ່ໄດ້.”
ທັງນີ້ ໂດຍຈະເຫັນໄດ້ຈາກການພັດທະນາເສດຖະກິດ ໃນນະຄອນຫຼວງວຽງຈັນ ທີ່ມູນຄ່າ
ຜະລິດຕະພັນລວມ (GDP) ໃນແຜນການປີ 2014-2015 ສາມາດຖົວສະເລ່ຍເປັນລາຍ
ໄດ້ ຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນ ໄດ້ເກີນກວ່າ 35 ລ້ານກີບ ຫຼື 4,390
ໂດລາ ຕໍ່ຄົນຕໍ່ປີ ຫາກແຕ່ປະຊາຊົນທີ່ຢູ່ແຂວງຜົ້ງສາລີ ກັບມີລາຍໄດ້ສະເລ່ຍພຽງ 978
ໂດລາຕໍ່ຄົນຕໍ່ປີນັ້ນ ໃນຂະນະທີ່ອັດຕາຄວາມທຸກຍາກ ກໍຍັງສູງກວ່າ 45 ເປີເຊັນ ຈຶ່ງເປັນ
ການຍາກຢ່າງຍິ່ງ ທີ່ຈະລົບລ້າງຄວາມຍາກຈົນໄດ້ ພາຍໃນປີ 2015 ນັ້ນເອງ.
ທັງນີ້ ໂດຍມີສາເຫດສຳຄັນມາຈາກ ການທີ່ລັດຖະບານລາວ ບໍ່ສາມາດຕອບສະໜອງ
ງົບປະມານ ໄດ້ຢ່າງພຽງພໍ ຈຶ່ງເຮັດໃຫ້ກວ່າ 25 ເປີເຊັນ ຂອງບ້ານທັງໝົດເຂົ້າບໍ່ເຖິງ
ການບໍລິການຕ່າງໆ ຂອງລັດຖະບານ ແລະ 2 ໃນ 3 ຂອງບ້ານທັງໝົດ ກໍຍັງບໍ່ມີການ
ຜະລິດສິນຄ້າເພື່ອຕອບສະໜອງ ຕະຫຼາດອີກດ້ວຍ.