ທ່ານທອງລຸນ ສີສຸລິດ ນາຍົກ ສປປ ລາວ ກ່າວຄຳປາໄສ ຕໍ່ ສະມັດຊາໃຫຍ່ ສປຊ

ພະນະທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ໃນວັນສຸກ ທີ 23 ກັນຍາ 2016.

ພະນະ​ທ່ານ ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ສປປ ລາວ ​ໄດ້​ກ່າວ​ເຖິງ​ບັນຫາ​ທ້າ​ທາຍ​ຫຼາຍໆ​ຢ່າງ ຮວມທັງລັດທິ​ກໍ່​ການ​ຮ້າຍ ​ແລະ​ລັດທິ​ຫົວ​ຮຸນ​ແຮງ ການ​ຫລຸດຜ່ອນຄວາ​ມທຸກ​ຍາກ​ແລະ​ໄພພິບັດ​ທຳ​ມະ​ຊາດ ການ​ຍຶດໝັ້ນ​ໃນ​ການ​ແກ້​ໄຂ​ບັນຫາໂດຍ​ສັນຕິ​ວິທີ ການດຳ​ເນີນ​ນະ​ໂຍບາຍ​ຕ່າງປະ​ເທດ​ ແບບ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ຕະຫຼອດ​ທັງ​ເປົ້າໝາຍ​ໃນການ ​ພັດທະນາຂອງ​ສາກົນແລະການ​ພັດທະ​ນາ​ແບບ​ຍືນ​ຍົງທີ 18 ນັ້ນກໍ​ຄື​ຊີວິດ​ທີ່​ປອດ​ໄພ​ຈາກ​ລະ​ເບີດທີ່​ບໍ່​ທັນ​ແຕກ ຢູ່ໃນ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ສະມັດຊາໃຫຍ່ ຂອງ​ອົງການ​ສະຫະປະ ຊາຊາດ ສະ​ໄໝ​ທີ 71 ​ໃນ​ວັນ​ສຸກ​ວານ​ນີ້.

ພະນະ​ທ່ານ​ທອງ​ລຸນ ​ໄດ້​ກ່າວ​ກ່ຽວ​ກັບ​ເລື້ອງນີ້ວ່າ “ນອກຈາກເປົ້າໝາຍການພັດທະນາ ແບບຍືນຍົງຂອງສາກົນແລ້ວ ລັດຖະບານລາວ ໄດ້ຍັງຮັບຮອງເອົາ ເປົ້າໝາຍພັດທະ ນາແບບຍືນຍົງ ທີ 18 ໄດ້ແກ່ຊີວິດ ທີ່ປອດໄພຈາກລະເບີດບໍ່ທັນແຕກ ຊຶ່ງຂ້າພະເຈົ້າ ພ້ອມດ້ວຍພະນະທ່ານເລຂາທີການໃຫຍ່ ບັນ ກີມູນ ໄດ້ຮ່ວມປະກາດໃນວັນທີ 7 ກັນ ຍາ ທີ່ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ.”

ນອກ​ນັ້ນພະນະ​ທ່ານ​ທອງ​ລຸນ​ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ພາກພູມ​ໃຈ​ແລະ​ເປັນ​ກຽດ​ໃນ​ການ​ທີ່ ສປປ ລາວ​ໄດ້ເປັນ​ປະ​ທານ​ວຽນ​ຂອງ​ອາ​ຊ່ຽນ​ໃນ​ປີ 2016 ຊຶ່​ງເປັນ​ປີທຳ​ອິດຂອງ​ການ​ເປັນ​ປະຊາ​ຄົມ​ອາ​ຊ່ຽນ ​ແລະ​ໄດ້ວາງ​ຄຳ​ຂວັນ ​ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາ​ຊ່ຽນ ​ແນ​ໃສ່​ຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊ່ຽນ 2025 ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

ພ້ອມ​ນີ້ ພະນະ​ທ່ານ​ທອງ​ລຸນ ຍັງ​ໄດ້​ກ່າວ​ເຖິງ​ການ​ເລືອກ​ຕັ້ງ ຢູ່ ສປປ ລາວ ​ແລະການ​ຮັບ ຮອງລັດຖະບານ​ຊຸດ​ໃໝ່ ​ທີ່​ໄດ້​ສືບ​ຕໍ່​ ເສີມ​ຂະຫຍາຍ ​ນະ​ໂຍບາຍ​ການ​ພັດທະນາ​ປະ​ເທດ​ຊາດ​.