ນາຍົກລັດຖະມົນຕີ ລາວ ກ່າວຄຳປາໄສ ຢູ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ

ທຸງອົງການສະຫະປະຊາຊາດ ປິວສະບັດຢູ່ຫໍປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນນະຄອນ ນິວຢອກ, ສະຫະລັດ ອາເມຣິກາ. 23 ກັນຍາ, 2019.

ປະເທດລາວ ໄດ້ຂຶ້ນກ່າວບົດປາໄສສຳລັບການດຳເນີນພາກອະພິປາຍທົ່ວໄປຂອງກອງປະຊຸມສະ ມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 76 ໃນວັນທີ 25 ກັນຍາທີ່ຜ່ານມາ. ໂດຍຄັ້ງນີ້ໃຫ້ກຽດກ່າວບົດປາໄສໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ເຊິ່ງທ່ານໄດ້ກ່າວຜ່ານທາງການບັນທຶກວິດີໂອ ຍ້ອນບໍ່ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຕົນເອງເພາະການລະບາດຂອງໄວຣັສ COVID-19 ຢ່າງຮຸນແຮງໃນປັດຈຸບັນນີ້.

ໃນການກ່າວບົດປາໄສຂອງທ່ານນັ້ນ, ທ່ານ ພັນຄຳ ໄດ້ເນັ້ນເຖິງຫຼາຍບັນຫາທີ່ສຳຄັນໂດຍສະ ເພາະແມ່ນການລະບາດຂອງພະຍາດໄວຣັສ COVID-19, ການພະຍາຍາມພັດທະນາປະເທດ ໃຫ້ຫຼຸດພົ້ນຈາກສະຖານະດ້ອຍພັດທະນາ, ການປະກອບສ່ວນໃນການພັດທະນາພາກພື້ນອາຊຽນ ແລະ ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະພາບອາກາດໃນທົ່ວໂລກ.

ທ່ານ ພັນຄຳ ວິພາວັນໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ພັດທະນາເພີ່ມຄວາມພະຍາຍາມໃນການຮັບມື ແລະຕອບໂຕ້ຕໍ່ COVID-19, ທີ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດໃນທົ່ວໂລກ, ໂດຍສະເພາະປະເທດລາວຢ່າງໜັກ, ເຊິ່ງທ່ານໄດ້ກ່າວວ່າ “ຂ້າພະເຈົ້າຂໍຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ລວມທັງບັນດາປະເທດທີ່ມີຄວາມກ້າວໜ້າທາງດ້ານວິທະຍາສາດການແພດ, ນັກຄົ້ນຄວາມວິທະ ຍາສາດໃນໂລກ ເພີ່ມທະວີການສຶກສາຄົ້ນຄວ້າ ເພື່ອວາງມາດຕະການຕອບໂຕ້ຮ່ວມກັນ ເປັນຕົ້ນແມ່ນການຄົ້ນຄວ້າພັດທະນາ ແລະ ຜະລິດຢາວັກຊີນ, ຢາປິ່ນປົວ, ສືບຕໍ່ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເອົາຊະນະກັບວິດກິດການດ້ານສຸຂະພາບດັ່ງກ່າວ.”

ທ່ານຍັງໄດ້ຮຽກຮ້ອງຕື່ມໃຫ້ບັນດາປະເທດທີ່ພັດທະນາແລ້ວ ຈົ່ງໃຫ້ຄວາມສຳຄັນໃນການຊ່ວຍ ເຫຼືອປະເທດທີ່ກຳລັງພັດທະນາ ແລະ ດ້ອຍພັດທະນາໃນການແກ້ໄຂຜົນກະທົບຂອງໂຣກລະບາດ COVID-19.

ພວກເຮົາຈະມີລາຍລະອຽດ ກ່ຽວກັບ ບົດປາໄສຂອງປະເທດລາວ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດມາສະເໜີທ່ານ ໃນວັນພະຫັດນີ້.