ນາຍົກລັດຖະມົນຕີລາວ ສັ່ງການໃຫ້ອົງການກວດສອບແຫ່ງລັດ ແລະຂະແໜງການທີ່ ກ່ຽວຂ້ອງ ດຳເນີນການຕິດຕາມ ກວດກາການຳໃຊ້ງົບປະມານຂອງທຸກພາກສ່ວນຢູ່ໃນ ທົ່ວປະເທດຢ່າງໃກ້ຊິດ ແລະເຂັ້ມງວດ.
Your browser doesn’t support HTML5
ເຊີນຟັງລາຍງານ ນາຍົກລັດຖະມົນຕີລາວ ສັ່ງກວດສອບການນຳໃຊ້ ງົບປະມານຂອງທຸກພາກສ່ວນ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງການໃນກອງປະຊຸມເປີດກວ້າງວຽກງານ ກວດສອບງົບປະມານປະຈຳປີ 2016 ຫາ 2017 ທີ່ໄດ້ມີຂຶ້ນເມືອບໍ່ນານມານີ້ ຢູ່ນະຄອນ ຫລວງວຽງຈັນວ່າ ໃຫ້ອົງການກວດສອບແຫ່ງລັດ ກະຊວງການເງິນ ກະຊວງແຜນການ ແລະການລົງທຶນ ແລະທຸກຂະແໜງການທີ່ກ່ຽວຂ້ອງນັ້ນຈະຕ້ອງຕິດຕາມກວດກາການໃຊ້ຈ່າຍງົບປະມານ ຂອງທຸກພາກສ່ວນໃນທົ່ວປະເທດລາວຢ່າງໃກ້ຊິດ ແລະເຂັ້ມງວດເພື່ອເຮັດໃຫ້ການ ຄຸ້ມຄອງລັດ ຄຸ້ມຄອງເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະໂປ່ງໃສ.
ທັ້ງນີ້ທ່ານ ທອງລຸນໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ດຳເນີນການສິບດ້ານດ້ວຍ ກັນ ກໍຄືການນຳໃຊ້ເຊື່ອມຕໍ່ບັນຊີງົບປະມານ ຄັງເງິນກຸ່ມລາຍຮັບແຕ່ຂັ້ນສູນກາງຮອດຂັ້ນເມືອງປັບປຸງແກ້ໄຂການຕິດຕາມ ບັນທຶກງົບປະມານແຫ່ງລັດ ແລະໜີ້ສິນ ໃຫ້ສ້າງແຜນ ແລະຕິດຕາມສະຖິຕິສິນຄ້ານຳເຂົ້າ ສົ່ງອອກໃຫ້ຊັດເຈນ ໃຫ້ສ້າງນິຕິກຳລຸ່ມກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະຄຸ້ມຄອງລາຍຮັບຂອງລັດໃຫ້ກວດຄືນ ການ ຄຸ້ມຄອງໜີ້ສິນຂອງລັດກວດຄືນ ການຈັດຊັ້ນຂອງໜີ້ໃນລະບົບຄັງເງິນແຫ່ງຊາດກວດຄືນ ການສຳລະໜີ້ໂຄງການລົງທຶນຂອງລັດຖະບານ ທັງທີ່ຢູ່ໃນ ແລະນອກແຜນການໃຫ້ສ້າງພະນັກງານກວດກາທີ່ມີຄວາມສາມາດ ແລະມີຈັນຍະທຳ ແລະທຸກພາກສ່ວນຈະຕ້ອງຮ່ວມມືກັບອົງການກວດສອບແຫ່ງລັດຢ່າງຈິງຈັງ.
ແຕ່ຢ່າງໃດກໍຕາມ ທ່ານທອງລຸນ ຍອມຮັບວ່າເປັນການຍາກທີ່ລັດຖະບານ ຈະສາມາດເກັບລາຍຮັບໄດ້ຕາມແຜນການທີ່ວາງໄວ້ ເຖິງແມ່ນວ່າການຈັດຕັ້ງປະຕິບັດຈະມີປະສິດ ທິພາບສູງຂຶ້ນກໍຕາມ ຫາກແຕ່ດ້ວຍການທຸດຈະລິດ ທີ່ດຳເນີນມາຢ່າງຍາວນານກໍຍັງເຮັດໃຫ້ເກີດການຮົ່ວໄຫລ ໃນການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານຢູ່ເລື້ອຍມາດັ່ງທີ່ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ
“ພວກເຮົາກຳລັງຢືນຢູ່ຕໍ່ໜ້າຄວາມຕ້ອງການເກີນກວ່າການສະໜອງ ແລະລາຍຈ່າຍຂອງພວກເຮົາເກີນລາຍຮັບ ເມື່ອເປັນດັ່ງນັ້ນໜີ້ສິນເພີ່ມຂຶ້ນແກ້ໄຂບັນຫາໜີ້ສິນກໍບໍ່ຂາດຕົວໄດ້ເທື່ອ ຫລືວ່າພວກເຮົາກຳລັງມີການຮົ່ວໄຫລຫລາຍກ່ຽວກັບການເກັບລາຍຮັບລາຍຈ່າຍເມື່ອລະຍະທີ່ຜ່ານມາ. ພວກເຮົາກໍຮັບຮູ້ນຳກັນວ່າຈຸດຕ່າງໆທີ່ພວກເຮົາເວົ້າກັນມາໜີ້ມັນເກີດຂຶ້ນສະສົມມາຫລາຍປີພໍສົມຄວນ ແຕ່ວ່າບໍ່ທັນສາມາດແກ້ໄຂໄດ້.”
ທັງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການເງິນຖະແຫລງວ່າ ລັດຖະບານຈະເກັບລາຍຮັບໄດ້ທັງໝົດ ສອງໝື່ນສອງພັນຫ້າຮ້ອຍຫ້າສິບຫ້າຈຸດຫ້າເກົ້າຕື້ກີບ ຄິດເປັນເກົ້າສິບຫ້າຈຸດນຶ່ງເຈັດເປີເຊັນ ຂອງແຜນການປີ 2015 ຫາ 2016 ໂດຍເປັນລາຍຮັບພາຍໃນ ສອງໝື່ີນສີ່ສິບເອັດຈຸດນຶ່ງເກົ້າຕື້ກີບ ທີ່ໄດ້ຈາກຊ່ວຍສາອາກອນເກົ້າພັນເຈັດຮ້ອຍສິບເອັດຕື້ກີບ ພາສີຫົກພັນສາມຮ້ອຍຫົກສິບຫົກຕື້ກີບ ພັນທະຈາກລັດວິສະຫະກິດ ນຶ່ງພັນເກົ້າຮ້ອບຫົກຮ້ອຍສິບແປດຕື້ກີບ ຊັບສິນຂອງລັດນຶ່ງພັນເກົ້າຮ້ອຍເຈັດສິບຫ້າຕື້ກີບ ແລະອື່ນໆອີກສອງພັນນຶ່ງຮ້ອຍສິບເກົ້າຕື້ກີບ.
ທ່ານສົມດີຍັງຮັບວ່າ ການຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍດັ່ງກ່າວນີ້ມີສາເຫດທີ່ສຳຄັນມາຈາກລະດັບປະສິດທິພາບຕໍ່າໃນການຈັດເກັບລາຍຮັບໃນຫລາຍພາກສ່ວນ. ໂດຍສະເພາະພາກສ່ວນທີ່ມີຄວາມຮັບຜິດຊອບການຈັດເກັບພາສີອາກອນການຄ້າ ຈາກຊັບສິນຂອງລັດນັ້ນຈຶ່ງເຮັດໃຫ້ການລາຍຮັບພາຍໃນໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ຫລາຍກວ່າ ນຶ່ງພັນນຶ່ງຮ້ອຍຕື້ກີບ. ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນໃຫ້ການຢືນ ຢັນວ່າກົນໄກການເກັບລາຍຮັບຍັງມີການຈັດຕັ້ງປະຕິບັດທີ່ບໍ່ໂປ່ງໃສ ທັງຍັງມີການປະເມີນຄ່າຊັບສິນຂອງລັດຕໍ່າກວ່າຄວາມເປັນຈິງ ເຮັດໃຫ້ເກີດການຮົ່ວໄຫລຂອງລາຍຮັບລັດຖະບານຢ່າງຫລວງຫລາຍ. ການຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການດັ່ງກ່າວ ຍັງເຮັດໃຫ້ລັດຖະບານລາວ ຕ້ອງປັບລົດເປົ້າໝາຍຂອງການຈັດເກັບລາຍຮັບ ຕະຫລອດແຜນການປີ ລົງຈາກເຕີມສອງ ໝື່ນຫົກພັນນຶ່ງຮ້ອຍຫ້າສິບເກົ້າຕື້ກີບ ເປັນສອງ ໝື່ນສາມພັນເຈັດຮ້ອຍກວ່າຕື້ກີບ ທັງຍັງຕ້ອງປັບລົດລາຍຈ່າຍລົງຈາກ ສາມໝື່ນນຶ່ງພັນເກົ້າຮ້ອຍສີ່ສິບຫົກຕື້ກີບ ເປັນສາມໝື່ນນຶ່ງພັນນຶ່ງຮ້ອຍສິບແປດຕື້ກີບ ໂດຍລົດລົງເຖິງແປດຮ້ອຍຊາວແປດຕື້ກີບ.
ເມື່ອເຖິງຊ່ວງຫົກເດືອນທຳອິດຂອງແຜນການປີ ທັງຍັງເຮັດໃຫ້ລັດຖະບານລາວຕ້ອງປະເຊີນບັນຫາຂາດດຸນງົບປະມານເພີ້ມຂື້ນ ຈາກຫ້າພັນເຈັດຮ້ອຍແປດສິບເຈັດຕື້ກີບ ເປັນເຈັດພັນສິບແປດຕື້ກີບ ຄຶດເປັນຫົກຈຸດສີ່ສາມເປີເຊັນຂອງ GDP ເຮັດໃຫ້ການລົງທຶນ ຂອງລັດລົດລົງເກີນກວ່າຫ້າຮ້ອຍຕື້ກີບ ຈຶ່ງກະທົບຕໍ່ການຈັດຕັ້ງປະຕິບັດແຜນການຢ່າງຫລີກລ່ຽງບໍ່ໄດ້.