ນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາສື່ມວນຊົນໃນລາວ ຈະຕ້ອງປະຕິບັດໜ້າທີ່ ໃນ
ຖານະທີ່ເປັນ ກະບອກສຽງຂອງພັກ-ລັດ ແນໃສ່ການຕອບໂຕ້ສື່ສັງຄົມ ທີ່ເປັນປໍລະປັກ
ຕໍ່ ພັກ-ລັດ ເປັນສຳຄັນ.
Your browser doesn’t support HTML5
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ບັນດາສື່ມວນຊົນທຸກ
ຂະແໜງໃນລາວ ຈະຕ້ອງປະຕິບັດໜ້າທີ່ ໃນຖານະທີ່ເປັນກະບອກສຽງ ຂອງພັກ ແລະ
ລັດຖະບານລາວ ຢ່າງແຂງແຮງ ແລະຈະຕ້ອງພັດທະນາຕົວເອງ ໃຫ້ທັນກັບສະພາບ
ການຕ່າງໆ ທັງພາຍໃນແລະນອກປະເທດ ທີ່ມີການປ່ຽນແປງຕະຫຼອດເວລາ ໂດຍ
ສະເພາະ ແມ່ນການນຳສະເໜີຂໍ້ມູນຂ່າວສານ ຜ່ານທາງສື່ສັງຄົມ On-line ນັ້ນ ຈະ
ຕ້ອງສາມາດຕອບໂຕ້ກັບສື່ສັງຄົມ ທີ່ມີການນຳສະເໜີຂໍ້ມຸນຂ່າວສານ ທີ່ມີລັກສະນະ
ເປັນການບິດເບືອນຄວາມຈິງ ຫຼືທີ່ເປັນປໍລະປັກຕໍ່ພັກ ແລະລັດຖະບານລາວ ໃຫ້ໄດ້
ຢ່າງ ເທົ່າທັນກັບສະພາບການທີ່ເກີດຂຶ້ນ ຊຶ່ງໃນໄລຍະທີ່ຜ່ານມາ ກໍປາກົດວ່າ ສື່ມວນ
ຊົນຂອງລາວ ກໍສາມາດໂຕ້ຕອບໄດ້ດີສົມຄວນ ດັ່ງທີ່ ທ່ານທອງລຸນ ຢືນຢັນວ່າ:
“ວຽກງານຖະແຫລງຂ່າວ-ວັດທະນະທຳ ກໍໄດ້ຫັນເຂົ້າສູ່ລະບົບທັນສະໄໝ ແລະມີ
ຄຸນນະພາບສູງຂຶ້ນ ກາຍເປັນກະບອກສຽງ ທີ່ສຳຄັນໃຫ້ແກ່ພັກ ແລະລັດຖະບານ
ທີ່ຕີຖອຍບັນດາສື່ສັງຄົມທີ່ອອກຂ່າວບິດເບືອນຄວາມເປັນຈິງ ສ້າງຄວາມແຕກແຍກ
ໃນສັງຄົມໄດ້ ໃນລະດັບທີ່ແນ່ນອນ.”
ທາງດ້ານ ຄະນະໂຄສະນາອົບຮົມ ສູນກາງພັກປະຊາຊົນປະຕິວັດລາວ ລາຍງານວ່າ
ການຕິດຕາມການລາຍງານຂ່າວສານຂອງບັນດາສື່ມວນຊົນຕ່າງປະເທດ ແລະທ້ອງ
ຖິ່ນທີ່ຈະມີຜົນ ດ້ານຈິດຕະສາດ ຕໍ່ປະຊາຊົນລາວ ໂດຍສະເພາະ ແມ່ນການນຳສະເໜີ
ຂໍ້ມູນຂ່າວສານ ທີ່ບິດເບືອນຄວາມຈິງ ດ້ວຍການມຸ້ງຫວັງ ທີ່ຈະໃສ່ຮ້າຍປ້າຍສີ ຕໍ່ການ
ນຳຂອງພັກ-ລັດນັ້ນ ຍັງຖືເປັນພາລະໜ້າທີ່ສຳຄັນຂອງຄະນະໂຄສະນາອົບຮົມສູນກາງ
ພັກ ຈະຕ້ອງຕິດຕາມ ແລະກວດກາຢ່າງໃກ້ຊິດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນຄະນະໂຄສະ
ນາອົບຮົມສູນກາງພັກ ຢືນຢັນວ່າ:
“ໄດ້ເອົາໃຈໃສ່ ຕິດຕາມເກັບກຳ ສະພາບການພົ້ນເດັ່ນພາຍໃນ ແລະຂ່າວໃສ່ຮ້າຍ
ປ້າຍສີຂອງກຸ່ມຄົນບໍ່ດີຕາມສື່ສິ່ງພິມ ແລະສື່ Electronic ຕ່າງໆ ໄດ້ໃຊ້ເອກກະສານ
ນຳພາແນວຄິດກ່ຽວກັບບັນຫາພົ້ນເດັ່ນ ທີ່ເກີດຂຶ້ນພາຍໃນ ແລະຕ່າງປະເທດ ໃນແຕ່
ລະໄລຍະ ທີ່ມີຜົນກະທົບຕໍ່ສະພາບແນວຄິດຈິດຕະສາດຂອງພະນັກງານ ສະມາຊິກ
ພັກ ແລະປະຊາຊົນ ໃຫ້ມີຄວາມຮັບຮູ້ ແລະເຂົ້າໃຈຖືກຕ້ອງຕາມແນວທາງ ນະໂຍ
ບາຍຂອງພັກ.”
ທັງນີ້ ໂດຍຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດໃຫ້ມີການຝຶກອົບຮົມພະນັກງານ
ພັກ-ລັດ ແລະປະຊາຊົນລາວ ໃນທົ່ວປະເທດໄດ້ 200 ກວ່າຄັ້ງ ໂດຍມີພະນັກງານພັກ-
ລັດ ແລະປະຊາຊົນລາວ ເຂົ້າຮ່ວມຫຼາຍກວ່າ 3 ລ້ານເທື່ອຄົນຕໍ່ປີ ທັງຍັງຈະສືບຕໍ່ດຳ
ເນີນການດັ່ງກ່າວນີ້ ໃຫ້ກວ້າງຂວາງຫຼາຍຂຶ້ນ ໃນຕະຫຼອດປີ 2019 ນີ້ອີກດ້ວຍ.
ທາງດ້ານກະຊວງໄປສະນີ ໂທລະຄົມມະນາຄົມແລະສື່ສານ ລາຍງານວ່າ ລັດຖະບານ
ຫວຽດນາມ ໄດ້ໃຫ້ການຊ່ອຍເຫຼືອໃນການພັດທະນາເທັກນິກການກວດກາສື່ສັງຄົມໃນ
ລາວ ຢ່າງເຂັ້ມງວດ ນັບແຕ່ປີ 2016 ເປັນຕົ້ນມາ ຊຶ່ງເປັນປີ ທີ່ລັດຖະບານລາວ ເປັນ
ເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ທີ່ນະຄອນວຽງຈັນ ຈຶ່ງຕ້ອງມີການສະ
ກັດກັ້ນການນຳໃຊ້ສື່ສັງຄົມທີ່ເປັນການວິພາກວິຈານທາງການເມືອງ ແລະທີ່ມີລັກສະ
ນະໃຫ້ຮ້າຍຕໍ່ການນຳ ຂອງພັກ-ລັດຖະບານລາວນັ້ນ.
ໂດຍການນຳໃຊ້ສື່ສັງຄົມໃນລາວ ໄດ້ເພີ້ມຂຶ້ນຢ່າງໄວວາ ຊຶ່ງນັບຈາກປີ 2010 ທີ່ລາວ
ໄດ້ເລີ້ມນຳໃຊ້ ລະບົບສື່ສານ 3G ແລະຍົກລະດັບຂຶ້ນເປັນລະບົບ 4G ນັບຈາກປີ
2017 ເປັນຕົ້ນມານັ້ນ ກໍປາກົດວ່າ ມີຜູ້ນຳໃຊ້ໂທລະສັບມືຖືແລ້ວ 6 ລ້ານ 5 ແສນກວ່າ
ຄົນ ຫຼື 95 ເປີເຊັນ ຂອງປະຊາກອນລາວທັງໝົດ ໃນນີ້ ກໍມີຫຼາຍກວ່າ 3 ລ້ານຄົນ ທີ່ນຳ
ໃຊ້ ສື່ສັງຄົມໃນປັດຈຸບັນ ສ່ວນສະຖານີວິທະຍຸ ກໍມີຢູ່ 63 ແຫ່ງ ສະຖານີໂທລະພາບ 37
ແຫ່ງ ລະບົບໂທລະໂຄ່ງຢູ່ໃນ 4,835 ບ້ານ ຈາກທັງໝົດ 6,662 ບ້ານໃນທົ່ວປະເທດ
ແລະ ມີໜັງສືພິມ 29 ສະບັບ ສ່ວນນອກນັ້ນ ເປັນວາລະສານລາຍສັບປະດາ ແລະລາຍ
ເດືອນ 115 ສະບັບ.