ນາຍົກລັດຖະມົນຕີລາວຍອມຮັບວ່າ ມີການທຸດຈະລິດຈາກການນຳເຂົ້ານ້ຳມັນຄິດເປັນປະລິມານຮວມເຖິງ 700 ລ້ານລິດ ໃນແຕ່ລະປີ ຊຶ່ງເປັນການຮ່ວມມືລະຫວ່າງພະນັກງານພາສີ ກັບບໍລິສັດນຳເຂົ້ານ້ຳມັນ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
Your browser doesn’t support HTML5
ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ຖະແຫຼງຍອມຮັບວ່າ ມີການທຸດຈະລິດຈາກການນຳເຂົ້ານ້ຳມັນ ຄິດເປັນປະລິມານຮວມເຖິງ 700 ລ້ານລິດໃນແຕ່ລະປີ ໂດຍອີງຕາມຂໍ້ມູນທີ່ກະຊວງອຸດສາຫະກຳ ແລະການຄ້າໄດ້ລາຍງານຕໍ່ຄະນະລັດຖະບານລາວນັ້ນ ລະບຸວ່າ ລາວໄດ້ນຳເຂົ້ານ້ຳມັນຈາກໄທແລະຫວຽດນາມ ໃນປະລິມານຮວມ 1,200 ລ້ານລິດ ໃນຮອບນຶ່ງປີທີ່ຜ່ານມາ ຫາກແຕ່ວ່າຈາກການກວດສອບຂໍ້ມູນດ້ວຍການສອບຖາມໄປຍັງປະເທດຕົ້ນທາງ ກໍຄືໄທແລະຫວຽດນາມນັ້ນ ກໍໄດ້ຮັບຮູ້ຄວາມຈິງວ່າ ລາວໄດ້ນຳເຂົ້ານ້ຳມັນຈາກໄທ ແລະຫວຽດນາມ 1,900 ລ້ານລິດ ກໍໝາຍຄວາມວ່າມີການທຸດຈະລິດຈາກການນຳເຂົ້ານ້ຳມັນເຖິງ 700 ລ້ານລິດ ທີ່ເປັນການຮ່ວມມືລະຫວ່າງພະນັກງານພາສີ ແລະກັບບັນດາຜູ້ປະກອບການບໍລິສັດນຳເຂົ້ານ້ຳມັນນັ້ນເອງ ດັ່ງທີ່ທ່ານພັນຄຳໃຫ້ການຢືນຢັນວ່າ:
“ການນຳເຂົ້ານ້ຳມັນເຊື້ອໄຟ ຖ້າອີງໃສ່ລາຍງານພາຍໃນ ມັນມີແຕ່ 1,200 ລ້ານລິດ ແຕ່ວ່າເຮົາເຊັກກັບຜູ້ສົ່ງມາ ຄືໄທແລະຫວຽດນາມນີ້ ມັນ 1,900 ລ້ານລິດ ຈັ່ງຊັ້ນໄປໃສອັນຈຳນວນອັນຂາດຫັ້ນນະ ກໍແມ່ນເຈົ້າໜ້າທີ່ຂອງເຮົາ ກໍແມ່ນບໍລິສັດນີ້ ຮ່ວມກັນສວຍໂອກາດ ມັນເປັນແນວນັ້ນ ແຕ່ວ່າຄັນເວົ້າມາມັນຍ້ອນໃຜ ເອີ້ ກະການບໍລິຫານງານຂອງລັດຖະບານນີ້ຍອມຮັບ ຈັງຊັ້ນຕໍ່ໄປຊິໄດ້ປັບປຸງ ແຕ່ກໍຄືໄດ້ວ່າຫັ້ນແຫລະ ຖ້າວ່າອັນໃດແມ່ນລັດວິສາຫະກິດ ຮ້ອຍສ່ວນຮ້ອຍຫັ້ນນະ ຢາກຈະມີກຳໄລ ເພາະວ່າ ເຮົານີ້ເກື້ອກູນກັນຫຼາຍ.”
ໂດຍບັນຫາການຂາດແຄນນ້ຳມັນໃນລາວໄດ້ເກີດຂຶ້ນນັບແຕ່ຕົ້ນເດືອນພຶດສະພາ ແລະຍັງສືບຕໍ່ມາຈົນເຖິງປັດຈະບັນນີ້ ໂດຍສະເພາະແມ່ນຢູ່ໃນເຂດຕ່າງແຂວງນັ້ນ ຂາດແຄນເຖິງລະດັບທີ່ບໍ່ມີຈຳໜ່າຍໃຫ້ກັບປະຊາຊົນ ຈົນມີການຮ້ອງຮຽນວ່າ ຜູ້ຄ້ານ້ຳມັນໄດ້ກັກຕຸນເພື່ອຈະປັບຂຶ້ນລາຄານ້ຳມັນເກີດຂຶ້ນຢ່າງກວ້າງຂວາງ ແຕ່ຈາກການກວດກາສະພາບການຕົວຈິງນັ້ນກໍພົບວ່າ ປ້ຳບໍລິການສ່ວນໃຫຍ່ບໍ່ມີນ້ຳມັນ.
ທັງນີ້ສາເຫດທີ່ເຮັດໃຫ້ລາວຂາດແຄນນ້ຳມັນກໍເພາະວ່າ ລາວຍັງປະເຊີນກັບການຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດເກີນກວ່າ 10 ເປີເຊັນຂອງຍອດຜະລິດຕະພັນຮວມພາຍໃນ ຫຼື GDP ຈຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວຫລຸດລົງຈາກ 1,263 ລ້ານໂດລາ ໃນທ້າຍປີ 2021 ເຫຼືອຢູ່ພຽງ 1,068 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງນຶ່ງເດືອນເຄິ່ງເທົ່ານັ້ນ ໂດຍມີສາເຫດສຳຄັນມາຈາກ ການຂາດດຸນການຄ້າຕ່າງປະເທດ ທີ່ເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມຈາກຕ່າງປະເທດເພື່ອນຳມາດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນເຮັດໃຫ້ລັດຖະບານລາວມີໜີ້ສິນເພີ້ມຈາກ 15,500 ລ້ານໂດລາ ຫຼື 70 ເປີເຊັນຂອງ GDP ປີ 2021 ເປັນສູງກວ່າ 75 GDP ຂອງປີ 2022 ນີ້.
ສ່ວນທ່ານສີສັງຄົມ ໂຄດໂຍທາ ປະທານສະມາຄົມເຊື້ອໄຟແລະອາຍແກັສແຫ່ງຊາດລາວກໍໃຫ້ການຢືນຢັນວ່າ ບັນຫາທີ່ຫຍຸ້ງຍາກຢ່າງຍິ່ງສຳລັບການນຳເຂົ້ານ້ຳມັນຈາກຕ່າງປະເທດໃນປັດຈຸບັນນີ້ ຄືການມີປະລິມານເງິນຕາຕ່າງປະເທດຢູ່ໃນລະບົບທະນາຄານຂອງລາວຢ່າງຈຳກັດ ເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການແລກປ່ຽນເງິນກີບກັບເງິນຕ່າງປະເທດ ໂດຍສະເພາະແມ່ນເງິນໂດລາສະຫະລັດແລະເງິນບາດນັ້ນ ກໍຄືສະກຸນເງິນທີ່ແລກປ່ຽນໄດ້ຢ່າງຈຳກັດທີ່ສຸດ ໃນຂະນະທີ່ທະນາຄານແຫ່ງຊາດລາວ ກໍສາມາດໃຫ້ການຕອບສະໜອງເງິນຕາຕ່າງປະເທດໄດ້ຢ່າງຈຳກັດດ້ວຍແລ້ວ ກໍຍັງເຮັດໃຫ້ບໍລິສັດຜູ້ນຳເຂົ້ານ້ຳມັນ ບໍ່ມີເງິນຕາຕ່າງປະເທດ ເພື່ອໃຊ້ຊຳລະລາຄານ້ຳມັນ ທີ່ນຳເຂົ້າຈາກໄທແລະຫວຽດນາມ ທີ່ຄິດເປັນສັດສ່ວນ 70 ເປີເຊັນແລະ 30 ເປີເຊັນຕາມລຳດັບຂອງປະລິມານນ້ຳມັນທີ່ລາວນຳເຂົ້າທັງໝົດນັ້ນ.
ໂດຍໃນປີ 2021 ລາວໄດ້ນຳເຂົ້ານ້ຳມັນເຊື້ອໄຟຈາກໄທຄິດເປັນມູນຄ່າຮວມເຖິງ 19,893 ລ້ານບາດ ເພີ້ມຂຶ້ນກວ່າ 38 ເປີເຊັນ ທຽບໃສ່ປີ 2020 ແລະຄາດວ່າໃນປີ 2022 ລາວຈະນຳເຂົ້ານ້ຳມັນເຊື້ອໄຟຈາກໄທ ເພີ້ມຂຶ້ນ ເປັນເກີນກວ່າ 27,000 ລ້ານບາດ ຫຼືເພີ້ມຂຶ້ນເຖິງ 40 ເປີເຊັນທຽບໃສ່ປີ 2021 ເພາະການຊົມໃຊ້ນ້ຳມັນເຊື້ອໄຟທີ່ເພີ້ມຂຶ້ນ. ສ່ວນຜູ້ຊ່ຽວຊານດ້ານພະລັງງານ ຂອງທະນາຄານພັດທະນາເອເຊຍ ຫຼື ADB ຄາດໝາຍວ່າລາວຈະຕ້ອງການ ຊົມໃຊ້ນ້ຳມັນໃນປະລິມານເກີນກວ່າ 1,500 ລ້ານລິດໃນຕະຫຼອດປີ 2022 ນີ້.