ປະຊາຊົນລາວ ຢາກໃຫ້ຍົກລະດັບການປາບປາມການສໍ້ລາດບັງຫຼວງ ຂຶ້ນເປັນວາລະແຫ່ງຊາດ ເພາະເຫັນວ່າ ທຸກພາກສ່ວນໃນພັກ-ລັຖະບານ ມີການສໍ້ລາດບັງຫຼວງຢ່າງຫຼວງຫຼາຍ.
Your browser doesn’t support HTML5
ເຈົ້າຫນ້າທີ່ໃນຄະນະກວດກາແຫ່ງລັດເປີດເຜີຍວ່າ ການສໍ້ລາດບັງຫຼວງເກີດຂຶ້ນທຸກຂັ້ນໃນພັກ ແລະ ລັດຖະບານລາວ ໂດຍສະເພາະບັນດາໂຄງການພັດທະນາຕ່າງໆທີ່ລັດຖະບານໄດ້ລົງທຶນ ຖືວ່າເປັນຂະແໜງການທີ່ສໍ້ລາດບັງຫຼວງ ແລະ ສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດຫຼາຍທີ່ສຸດ. ນັ້ນກໍຍ້ອນວ່າ ການຈັດຕັ້ງປະຕິບັດໂຄງການບໍ່ປະສົບຜົນສຳເລັດຕາມແຜນການ, ແຕ່ງົບປະມານໄດ້ນຳໃຊ້ທັງໝົດແລ້ວໃນ 2.295 ໂຄງການ, ເຊິ່ງສາມາດກວດກາໄດ້ພຽງ 499 ໂຄງການ ຈຶ່ງຍັງມີອີກ 1,796 ໂຄງການທີ່ຍັງບໍ່ທັນໄດ້ຮັບການກວດກາ ເນື່ອງຈາກວ່າ ບໍ່ໄດ້ຮັບການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງໃນໂຄງການທີ່ມີການສໍ້ລາດບັງຫຼວງ ເກີດຂຶ້ນ. ໃນຂະນະທີ່ຂະແໜງການຮັບຜິດຊອບການປ້ອງກັນ ແລະປາບປາມການສໍ້ລາດບັງຫຼວງ ຍັງມີອຳນາດຢ່າງຈຳກັດໃນການປະຕິບັດມາດຕະການລົງໂທດຕໍ່ຜູ້ກະທຳການສໍ້ລາດບັງຫຼວງ ຍິ່ງເຮັດໃຫ້ບໍ່ມີຄວາມຢ້ານກົວໃນການສໍ້ລາດບັງຫຼວງອີກດ້ວຍ. ສະນັ້ນ, ປະຊາຊົນລາວຈຶ່ງຢາກຍົກລະດັບການສະກັດກັ້ນການສໍ້ລາດບັງຫຼວງຂຶ້ນເປັນວາລະແຫ່ງຊາດ ຄືກັບການແກ້ໄຂວິກິດການເສດຖະກິດ ແລະການປາບປາມການຄ້າຢາເສບຕິດທີ່ເປັນວາລະແຫ່ງຊາດນັບແຕ່ປີ 2021 ເປັນຕົ້ນມາ. ດັງທີ່ເຈົ້າຫນ້າທີ່ໃນຄະນະກວດກາແຫ່ງລັດ ໄດ້ຢືນຢັນວ່າ:
“ຂ້າພະເຈົ້າ ກະຂໍຢືນຢັນກ່ຽວກັບການທີ່ເຮົາຈະຕ້ອງໄດ້ແກ້ໄຂກ່ຽວກັບການສໍ້ລາດບັງຫຼວງໃຫ້ມັນເດັດຂາດ, ໃຫ້ຍົກເປັນວາລະແຫ່ງຊາດ. ອັນນີ້, ຖ້າຫາກວ່າເຮັດໄດ້ກະແຮງດີເນາະ ເພາະວ່າພວກເຮົາຈະຕ້ອງໃຫ້ມັນເດັດຂາດແທ້ໆ ຄັນຖ້າວ່າເຮົາແກ້ໄຂຕົວນີ້ບໍ່ໄດ້, ມັນກະຍັງຈະເປັນແບບຄືຜູ້ໃຫຍ່ ເປັນແບບຢ່າງໃຫ້ຜູ້ນ້ອຍ, ຜູ້ທີ່ນ້ອຍກໍຍັງເຮັດທີ່ວ່າ ເປັນແບບຢ່າງໃຫ້ກັບຜູ້ທີ່ນ້ອຍກວ່າອີກ. ສະນັ້ນ, ມັນຈະແກ້ໄຂບໍ່ເດັດ, ບໍ່ຂາດຈັກເທື່ອ, ບໍ່ແລ້ວ, ບໍ່ສິ້ນສຸດຈັກເທື່ອ. ອັນນີ້, ຂ້າພະເຈົ້າ ຍືນຍັນຂໍໃຫ້ແກ້ແທ້ໆໂຕນີ້.”
ນອກຈາກນັ້ນ, ຍັງມີບັນຫາບຸກຄະລາກອນຂາດຄວາມຮູ້ ແລະ ຄວາມສາມາດ. ກະເປັນອີກສາເຫດນື່ງ. ເພາະການຄັດເລືອກບຸກຄະລາກອນບໍ່ໄດ້ມາດຕະຖານ ຍ້ອນການຫຼິ້ນພັກຫຼິ້ນພວກທີ່ເປັນຍາດຕິພີ່ນ້ອງ ແລະເອົາໃຈໃສ່ເຖິງຜົນປະໂຫຍດສ່ວນຕົວເປັນຕົ້ນຕໍ. ທັ້ງຍັງບໍ່ມີການລົງໂທດຢ່າງເດັດຂາດຕໍ່ຜູ້ກະທຳທີ່ບໍ່ຊື່ສັດ ແລະເປັນການຍາກທີ່ຈະປົດເຂົາເຈົ້າອອກຈາກຕຳແໜ່ງ. ຍ້ອນວ່າ ເຂົາເຈົ້າມີຍາດພີ່ນ້ອງທີ່ພ້ອມທີ່ຈະໃຫ້ການຊ່ວຍເຫຼືອຕະຫຼອດເວລາ ເຊັ່ນ: ການບໍ່ຮ່ວມມືໃນການກວດກາໂຄງການຕ່າງໆທີ່ຖືກສົງໃສວ່າມີການສໍ້ລາດບັງຫຼວງນັ້ນ ຍັງເຮັດໃຫ້ປະເທດທີ່ໃຫ້ການຊ່ວຍເຫລືອແກ່ລັດຖະບານລາວຕ້ອງໄດ້ທົບທວນຄືນແຜນການໃຫ້ການຊ່ວຍເຫຼືອແກ່ລາວເຊັ່ນກັນ. ເພາະກວດພົບເຫັນວ່າ ມີການນຳເງິນຊ່ວຍເຫລືອໄປໃຊ້ຈ່າຍໂດຍບໍ່ມີຄວາມໂປ່ງໃສ, ອັນນີ້ລວມເຖິງການລັກເອົາລາຍຮັບຂອງລັດຖະບານທີ່ໄດ້ຈາກຄ່າສໍາປະທານ ແລະ ຄ່າທໍານຽມຕ່າງໆ ທີ່ໄດ້ຈາກເຂດເສດຖະກິດພິເສດນັ້ນ, ດັງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
“ເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ເອົາເງິນລາຍຮັບຈາກກາຊີໂນ, ພາສີອາກອນ, ຄ່າທຳນຽມ ແລະ ຄ່າບໍລິການອື່ນໆ ນັບແຕ່ປີ 2009 ຮອດປີ 2023 ເປັນຈໍານວນເງິນ 306 ຕື້ກີບ ຈາກຈຳນວນທັງໝົດທີ່ເກັບໄດ້ 439 ຕື້ອກີບ, ຫັກໄປທົດແທນຄືນໂຄງການນອກແຜນການລົງທຶນຂອງລັດ 2 ໂຄງການ ຄື: ການກໍ່ສ້າງເສັ້ນທາງເບຕົງ ແຕ່ບ້ານນ້ຳເກິ່ງຫາບ້ານມອມ, ແລະ ໂຄງການກໍ່ສ້າງຕາຝັ່
ເຈື່ອນຢູ່ເຂດດອນຊາວ, ສົ່ງຜົນເຮັດໃຫ້ການນຳໃຊ້ເງິນບໍ່ຜ່ານລະບົບຄັງເງິນແຫ່ງຊາດ ແລະ ບໍ່ໄດ້ເອົາເຂົ້າແຜນງົບປະມານແຫ່ງລັດ.”
ໃນປີ 2022 ຫາປີ 2023 ພົບເຫັນການສໍ້ລາດບັງຫຼວງຍ້ອນການຮ່ວມມືລະຫວ່າງສະມາຊິກພັກກັບບຸກຄົນພາຍນອກ 749 ຄົນ, ສ້າງຄວາມເສຍຫາຍ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ, ແຕ່ສາມາດເກັບກູ້ໄດ້ 391 ຕື້ກີບ, 25 ລ້ານກວ່າບາດ ແລະ 10.000 ກວ່າໂດລາ. ສ່ວນການກວດກາ 4.185 ເປົ້າໝາຍໃນໄລຍະປີ 2016 ຫາປີ 2022 ຍັງພົບດ້ວຍວ່າ ການສໍ້ລາດບັງຫຼວງ ເຮັດໃຫ້ລັດຖະບານລາວເສຍຫາຍຫຼາຍກວ່າ 8,370 ຕື້ກີບ, ກັບ 50.22 ລ້ານໂດລາ ແລະ 36.89 ລ້ານບາດ, ເຊິ່ງມີສະມາຊິກພັກ 3,690 ຄົນ ທີ່ພັວພັນກັບການສໍ້ລາບັງຫຼວງດັ່ງກ່າວ.